ຕອນເຊົ້້າຂອງວັນທີ 9 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ ໃນນາມເປັນຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ທັງເປັນຜູ້ຈັດຕັ້ງປະຕິບັດ ແລະ ຂະແໜງການຫຼັກ (Lead Agency) ຂອງອົງປະກອບຍ່ອຍ (Sub component) 2.3 ຂອງໂຄງການ SEARECC ໄດ້ສົມທົບກັບກົມພາສີ ແລະ ບໍລິສັດທີ່ປຶກສາ CTS ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານການຄຸ້ມຄອງດ່ານຮ່ວມກັນ Coordinated Border Management-CBM ພາຍໃຕ້ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ - ເຊື່ອມໂຍງ (SEARECC). ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມຂອງທ່ານ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ທ່ານ ພຸດທະນິກອນ ເຄນນະວົງ, ຮອງຫົວໜ້າກົມພາສີ, ກະຊວງການເງີນ, ມີີທ່ານ ແອນດຣູ ຟາເລວລີ້ (Andrew Farrelly), ຊີເອໂອ ບໍລິສັດ ທີ່ປຶກສາ CT Strategies ແລະ ບັນດາຄະນະກົມ, ຄະນະພະແນກ, ວິຊາການ ແລະ ຜູ້ຕາງໜ້າຈາກກົມຂົນສົ່ງ, ກົມພາສີ, ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມອາຫານ ແລະ ຢາ, ຄະນະບໍລິຫານ ແລະ ຄະນະ ຄຸ້ມຄອງຈາກດ່ານສາກົນ ນ້ຳເງິນ ແລະ ດ່ານສາກົນປາງຫົກ, ວິຊາການ ຕາງໜ້າຈາກບັນດາຂະແໜງການທີ່ຈັດຕັ້ງປະຕິບັດ (IAs) ແລະ ໜ່ວຍງານ PMU ພາຍໃຕ້ໂຄງການ SEARECC ເຂົ້້າຮ່ວມ.
ຈຸດປະສົງ ແມ່ນເພື່ອລະດົມແນວຄວາມຄິດໃນການສ້າງຂັ້ນຕອນການດໍາເນີນງານທີ່ເປັນມາດ ຕະຖານ (SOP) ສໍາລັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ່ານຮ່ວມກັນ (CBM) ພ້ອມທັງຮັບຟັງການນໍາສະເໜີວຽກງານທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ, ພາສີ, ເວລາກວດປ່ອຍສິນຄ້າຢູ່ດ່ານ ລວມທັງບົດຮຽນຂອງສາກົນ ຈາກຜູ້ຕາງໜ້າພາກລັດທີ່ກ່ຽວຂ້ອງ ແລະ ບໍລິສັດ CTS.
ທ່ານ ປະທານ ກອງປະຊຸມ ໄດ້ກ່າວໃນກອງປະຊຸມວ່າ: ໄລຍະຜ່ານມາ ບໍລິສັດທີ່ປຶກສາ CT Strategies (CTS) ຂອງ ສ ອາເມລິກາ ລົງເກັບກໍາຂໍ້ມູນກັບພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ຢູ່ບາງແຂວງພາກເໜືອ, ດ່ານນໍ້າເງິນ, ປາງຫົກ, ທ່າບົກທ່ານາແລ້ງ ແລະ ໄດ້ສໍາເລັດບົດລາຍງານວິເຄາະຊ່ອງວ່າງທາງດ້ານກົດໜາຍ ແລະ ລະບຽບການທາງພາສີ ແລະ ບົດລາຍງານ ກ່ຽວກັບການທົບທວນຂັ້ນຕອນຂະບວນການຂໍ ແລະ ອອກໃບອະນຸຍາດນຳເຂົ້າ-ສົ່ງອອກສິນຄ້າ ຂອງບັນດາຂະ ແໜງການຕ່າງໆ ແລະ ບົດລາຍງານກ່ຽວກັບພາລະບົດບາດຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຊຶ່ງຜົນຂອງການຄົ້ນຄວ້າ ແລະ ຂໍ້ແນະນໍາ (Recommendation) ທີ່ສໍາຄັນ ຈາກຄະນະຊຽວຊານ ແມ່ນການຄຸ້ມຄອງດ່ານຮ່ວມກັນ (CBM), ຊື່ງຍັງເຫັນວ່າ ການຈັດຕັ້ງປະຕິບັດວຽກງານກວດປ່ອຍສິນຄ້າ ຢູ່ດ່ານ ຍັງບໍ່ທັນເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ຊຶ່ງຕໍ່ກັບບັນຫາດັ່ງກ່າວ ບັນດາພາກສ່ວນກ່ຽວຂ້ອງແມ່ນຈະໄດ້ຮ່ວມກັນແກ້ໄຂ ແລະ ປັບປຸງ ເພື່ອໃຫ້ວຽກການຄຸ້ມຄອງດ່ານຮ່ວມກັນ ມີຄວາມສະດວກ ແລະ ເປັນມາດຕະຖານດຽວກັນ.

ກອງປະຊຸມ ໄດ້ຮັບການປະກອບສ່ວນແລກປ່ຽນຄໍາຄິດເຫັນຕໍ່ຫົວຂໍ້ຕ່າງໆທີ່ຍົກຂຶ້ນນໍາສະເໜີ ຢ່າງກົງໄປກົງມາ, ຊຶ່ງໄດ້ຍົກໃຫ້ເຫັນບັນຫາ ແລະ ສະພາບການຈັດຕັ້ງປະຕິບັດວຽກຕົວຈິງ ເພື່ອເປັນຂໍ້ມູູນໃຫ້ແກ່ຄະນະຊຽວຊານຈາກບໍລິສັດ CTS ນໍາໄປຄົ້ນຄວ້າພັດທະນາຄູ່ມືການຄຸ້ມຄອງດ່ານຮ່ວມກັນ (CBM) ໃຫ້ແທດເໝາະກັບ ສະພາບການຂອງ ສປປ ລາວ ໃຫ້ຫຼາຍທີ່ສຸດ.
ກອງປະຊຸມ ໄດ້ດໍາເນີນໄປເປັນເວລາ 2 ວັນ ຈຶ່ງປິດລົງ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.