ວັນທີ 26 ກຸມພາ 2026 ທີ່ ແຂວງຫຼວງພະບາງ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມກ່ຽວກັບການຜັນຂະຫຍາຍແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ແລະ ວຽກງານທີ່ກ່ຽວຂ້ອງ ໃຫ້ບັນດາພະແນກອຸດສາຫະກໍາ ແລະ ການຄ້າ 9 ແຂວງພາກເໜືອ, ຊຶ່ງໄດ້ຮັບກຽດເປັນປະທານຮ່ວມ ຂອງ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມການຄ້າຕ່າງປະເທດ ແລະ ທ່ານ ປອ ສຸລິໄຊ ຫົງສາຄອນ, ຮັກສາການຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ, ມີຫົວໜ້າ, ຮອງຫົວໜ້າພະແນກ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ພະນັກງານວິຊາການ ຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງ ແລະ ປຶກສາຫາລື ກ່ຽວກັບວຽກງານການຜັນຂະຫຍາຍແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ວິທີການສ້າງແຜນລະອຽດຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຄໍາແນະນໍາ ກ່ຽວກັບກົນໄກປະສານງານ ແລະ ການລາຍງານ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເລກທີ 001/ຄອຄຂ.ສ, ລົງວັນທີ 09 ມັງກອນ 2026, ຂໍ້ຕົກລົງ ຄະນະປະສານງານ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ ຜ່ານເວັບໄຊທ໌ Lao PDR Trade Portal (LTP) ເລກທີ 005/ຄອຄຂ.ສ, ລົງວັນທີ 11 ກັນຍາ 2025 ພອ້ມດຽວກັນ ແມ່ນໄດ້ແນະນໍາວິທີການນໍາໃຊ້ Features ໃໝ່ໆຂອງເວັບໄຊທ໌ LTP, ການນໍາໃຊ້ ແອັບຟລີເຄເຊິນ ສູນຂໍ້ມູນຂ່າວສານດ້ານການຄ້າ Application TIP ແລະ ການເຮັດທົດລອງສ້າງ LTP Agency User ແລະ ບັນຈຸຂໍ້ມູນຂ່າວສານຂອງຂະແໜງການທີ່ກ່ຽວຂ້ອງ (Agency) ລົງໃນເວັບໄຊທ໌ LTP .

ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມການຄ້າຕ່າງປະເທດ, ປະທານກອງປະຊຸມກ່າວທີ່ປະຊຸມວ່າ: ລັດຖະບານ ໄດ້ສ້າງແຜນຍຸດທະສາດ ອໍານວຍຄວາມສະດວກທາງດ້ານການຄ້າ ສະບັບທໍາອິດ ປີ 2011-2015 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດບັນດາຂໍ້ຜູກມັດ ຫຼື ມາດຕະການ ທີ່ ສປປ ລາວ ຕ້ອງໄດ້ປະຕິບັດ ເພື່ອກະກຽມເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ໂດຍສະເພາະແມ່ນການປັບປຸງຂັ້ນຕອນ ແລະ ລະບຽບການທາງດ້ານການຄ້າໃຫ້ມີຄວາມກະທັດຮັດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທາງດ້ານການຄ້າ, ຕໍ່ມາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສ້າງແຜນສະບັບທີສອງ 2017-2022, ຊຶ່ງສໍາລັບແຜນດໍາເນີນງານ ປີ 2025-2030 ແມ່ນ ໄດ້ໂຮມເອົາວຽກການຄ້າ ແລະ ການຂົນສົ່ງເຂົ້ານໍາກັນ ເພື່ອເຮັດໃຫ້ກົນໄກປະສານງານ ແລະ ການແກ້ໄຂບັນຫາ ທີ່ຕິດພັນກັບການອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ມີຄວາມກະທັດຫັດ ແລະ ສະດວກຄ່ອງຕົວ ໂດຍສະເພາະສອງວຽກດັ່ງກ່າວມີການພົວພັນການຢ່າງສະໜິດແໜ້ນ, ດັ່ງທີ່ປະທານໄກສອນ ໄດ້ກ່າວໄວ້ເມື່ອກ່ອນວ່າ: “ການຄ້າ ເປັນຕ່ອງໂສ້ ແລະ ຄົມມະນາຄົມ ເປັນປາຍແຫຼມ”

ກອງປະຊຸມໄດ້ດໍາເນີນໄປ ເປັນເວລາ 1 ວັນເຕັມ ແລະ ປິດລົງໃນວັນດຽວກັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.