ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0583/ຫກ, ລົງວັນທີ 02 ມີນາ 2026 ໃຫ້ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ສະມາຄົມນໍ້າມັນ ແລະ ອາຍແກັດສ໌ລາວ, ບໍລິສັດນໍາເຂົ້າ ແລະ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟພາຍໃນ ແລະ ບັນດາປໍ້ານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໃຫ້ເອົາໃຈໃສ່ ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງການຈຳໜ່າຍ ແລະ ສະໜອງນ້ຳມັນເຊື້ອໄຟ ຢູ່ພາຍໃນປະເທດ ໃນຊວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ ໂດຍໄດ້ເນັ້່ນໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຈໍາໜ່າຍ, ສະໜອງ ແລະ ເປີດປໍ້າບໍລິການນໍ້າມັນເຊື້ອໄຟເປັນປົກກະຕິ, ຫ້າມບໍ່ໃຫ້ຂາຍນໍ້າມັນເຊື້ອໄຟໃສ່ກະຕຸກ ຫຼື ຖັງບັນຈຸ ທີ່ມີບໍລິມາດ 5 ລິດຂຶ້ນໄປ, ຫ້າມບໍ່ໃຫ້ມີການກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັ່ງກໍາໄລ ຫຼື ປັ່ນປ່ວນຕະຫຼາດ ຫຼື ປະຕິເສດການສະໜອງນໍ້າມັນເຊື້ອໄຟ ໂດຍບໍ່ມີເຫດຜົນຢ່າງເດັດຂາດ, ຊຶ່ງພາກສ່ວນໃດຫາກມີພຶດຕິກໍາ ລະເມີດຕໍ່ຂໍ້ຫ້າມຕາມດໍາລັດເລກທີ 559/ລບ ແມ່ນຈະຖືກປະຕິບັດລະບຽບຢ່າງເຊັ້ມງວດ ໂດຍໄດ້ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ/ນະຄອນ ເປັນເຈົ້າການຕິດຕາມ ແລະ ກວດກາການປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ລາຍລະອຽດ ສາມາດອ່ານ ຫຼື ດາວໂລດ ແຈ້ງການໄດ້ທີ່ນີ້ 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.