ວັນທີ 12 ມີນາ 2026 ທີ່ ແຂວງຄໍາມ່ວນ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມກ່ຽວກັບການຜັນຂະຫຍາຍແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ແລະ ວຽກງານທີ່ກ່ຽວຂ້ອງ ໃຫ້ບັນດາພະແນກອຸດສາຫະກໍາ ແລະ ການຄ້າ 9 ແຂວງພາກກາງ ແລະ ພາກໃຕ້, ຊຶ່ງໄດ້ຮັບກຽດເປັນປະທານຮ່ວມ ຂອງ ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການຄ້າຕ່າງປະເທດ ແລະ ທ່ານ ວັນທອນ ບຸດສໍາພັນ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຄໍາມ່ວນ, ມີຫົວໜ້າ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງ ແລະ ພະນັກງານວິຊາການ ຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງ ແລະ ປຶກສາຫາລື ກ່ຽວກັບວຽກງານການຜັນຂະຫຍາຍແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ວິທີການສ້າງແຜນລະອຽດຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຄໍາແນະນໍາ ກ່ຽວກັບກົນໄກປະສານງານ ແລະ ການລາຍງານ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເລກທີ 001/ຄອຄຂ.ສ, ລົງວັນທີ 09 ມັງກອນ 2026, ຂໍ້ຕົກລົງ ວ່າດ້ວຍ ຄະນະປະສານງານ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ ຜ່ານເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ Lao PDR Trade Portal (LTP) ເລກທີ 005/ຄອຄຂ.ສ, ລົງວັນທີ 11 ກັນຍາ 2025 ພອ້ມດຽວກັນ ແມ່ນໄດ້ແນະນໍາວິທີການນໍາໃຊ້ Features ໃໝ່ໆຂອງເວັບໄຊທ໌ LTP, ການນໍາໃຊ້ ແອັບຟລີເຄເຊິນ ສູນຂໍ້ມູນຂ່າວສານດ້ານການຄ້າ Application TIP,ການສະໝັກ LTP Agency User ແລະ ບັນຈຸຂໍ້ມູນຂ່າວສານຂອງຂະແໜງການທີ່ກ່ຽວຂ້ອງ (Agency) ລົງໃນເວັບໄຊທ໌ LTP .

 

       ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການຄ້າຕ່າງປະເທດ, ປະທານກອງປະຊຸມກ່າວທີ່ປະຊຸມວ່າ: ໂດຍອີງຕາມທິດຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໃນກອງປະຊຸມຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ນັບແຕ່ຄັ້ງທີ 1 (ມິຖຸນາ 2023) ຈົນເຖິງຄັ້ງທີ 3 ທີ່ເປັນຄັ້ງລ່າສຸດ (ກໍລະກົດ 2025) ແລະ ທິດຊີ້ນໍາຂອງລັດຖະບານ ຕໍ່ຜົນກອງປະຊຸມດັ່ງກ່າວ ແມ່ນໄດ້ມອບຫຼາຍໜ້າວຽກໃຫ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ. ໜຶ່ງໃນນັ້ນ, ແມ່ນໄດ້ມອບໃຫ້ບັນດາອົງການປົກຄອງແຂວງ ກວດກາຄືນ ແລະ ຫຼຸດຜ່ອນ ບັນດາຈຸດກວດກາຕາມເສັ້ນທາງທີ່ບໍ່ຈໍາເປັນ ໂດຍໃຫ້ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ດໍາເນີນໄປ ເປັນເວລາ 1 ວັນເຕັມ ແລະ ປິດລົງໃນວັນດຽວກັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.