ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ແຈ້ງເຕືອນໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ມີລາຍຊື່ຄັດຕິດມາພ້ອມນີ້ ໃຫ້ຮີບຮ້ອນມາຕໍ່ອາຍຸໃບຢັ້ງຢືນ ໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ກ່ອນວັນທີ 31 ມີນາ 2026 ເພື່ອສືບຕໍ່ດຳເນີນການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການປະກອບເອກະສານຮັບ-ໂອນເງິນຄ່າບໍລິການ ໄດ້ປົກກະຕິ. ເນື່ອງຈາກຜ່ານການຕິດຕາມ-ກວດກາຂໍ້ມູນ ເຫັນວ່າໃບຢັ້ງຢືນຂອງຫຼາຍວິສາຫະກິດທີ່ໄດ້ມີການລົງທະບຽນ ແມ່ນໄດ້ໝົດອາຍຸ.

ການຕໍ່ອາຍຸໃບຢັ້ງຢືນ ແມ່ນສາມາດດໍາເນີນໃນລະບົບ ການລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ຜ່ານເວບໄຊສ໌ຂອງກົມການຄ້າຕ່າງປະເທດ https://imex-enterprise.Laoconnect.la/auth/login ໂດຍເງື່ອນໄຂ ແລະ ເອກະສານ ຂອງການຕໍ່ອາຍຸ ແມ່ນອີງໃສ່ແຈ້ງການດັດສົມຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024. ຖ້າວິສາຫະກິດໃດບໍ່ໄດ້ເຂົ້າລົງທະບຽນຕໍ່ອາຍຸຜ່ານລະບົບດັ່ງກ່າວ ຕາມກໍານົດເວລາທີ່ໄດ້ລະບຸໄວ້ ແມ່ນທາງ ກົມ ຄຕ ຈະໄດ້ດຳເນີນການລະງັບຂໍ້ມູນວິສາຫະກິດ ແລະ ຈະດຳເນີນການມາດຕະການເພີ່ມເຕີມຕາມລະບຽບທີ່ວາງອອກ.

ກົດທີ່ນີ້ ເພື່ອເບີ່ງລາຍຊື່ຫົວໜ່ວຍວິສາຫະກິດທີ່ໝົດອາຍຸ 

ຕິດຕໍ່ປະສານງານ:

ພະແນກຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ, ກົມການຄ້າຕ່າງປະເທດ

ທ່ານ ນາງ ປະລິດາພອນ ພຸດທະວົງ, ເບີໂທ 020 28008333

ທ່ານ ວັນພອນ ມີໄຊ, ເບີໂທ 020 22223264

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.