ໃນປະຈຸບັນນີ້ ປະເທດຕ່າງໆທົ່ວໂລກໄດ້ເພີ່ມທະວີຄວາມເອົາໃຈໃສ່ ໃນການສະກັດກັ້ນສັດຕູພືດຈາກປະເທດອື່ນ ເພື່ອບໍ່ໃຫ້ເຂົ້າມາທໍາລາຍພືດຜົນໃນປະເທດຂອງຕົນ ໂດຍຜ່ານການນໍາໃຊ້ມາດຕະການສຸຂານາໄມພືດ ຕໍ່ກັບການເຄື່ອນຍ້າຍວັດຖຸທີ່ມີຄວາມສ່ຽງຕໍ່ສັດຕູພືດ ທີ່ເປັນອັນຕະລາຍຕິດແປດໄປນໍາ, ໂດຍສະເພາະແມ່ນພັດສະດຸຫຸ້ມຫໍ່ ຫຼື ຕູ້ບັນຈຸສິນຄ້າທີ່ເຮັດດ້ວຍໄມ້ ຊຶ່ງກໍາລັງຖືກຄວບຄຸມຢ່າງເຂັ້ມງວດທາງດ້ານ ການນໍາໃຊ້ມາດຕະການສຸຂານາໄມພືດ ກ່ອນການນໍາເຂົ້າຈາກຫຼາຍປະເທດ ບົນພື້ນຖານປະຕິບັດຕາມມາດຕະຖານສາກົນ ດ້ານສຸຂານາໄມພືດທີ່ໄດ້ກໍານົດໄວ້ ໃນສົນທິສັນຍາປ້ອງກັນພືດສາກົນ.

ດັ່ງນັ້ນ, ເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ແລະ ສອດຄ່ອງກັບລະບຽບຫຼັກການ ແລະ ເງື່ອນໄຂຂອງປະເທດນໍາເຂົ້າ, ກົມປູກຝັງຈຶ່ງແຈ້ງບາງຂໍ້ມູນທີ່ຈໍາເປັນ ໃນການປະຕິບັດຕໍ່ກັບພັດສະດຸຫຸ້ມຫໍ່ທີ່ເປັນເປົ້າໝາຍຄືດັ່ງນີ້:

  1. ປະເທດທີ່ນໍາໃຊ້ຂໍ້ບັງຄັບໃນການຄວບຄຸມການນໍາໃຊ້ ພັດສະດຸຫຸ້ມຫໍ່ ແລະ ຜະລິດຕະພັນໄມ້ ໃນການເຄື່ອນຍ້າຍວັດຖຸຕ່າງໆເຂົ້າມາໃນປະເທດ ປະກອບມີຄື: Argentina [ARG], Australia [AUS], Belgium [BEL], Canada [CAN], Chile [CHL], China [CHN], Colombia [COL], Costa Rica [CRI], Czech Republic [CZE], Denmark [DNK], Estonia [EST], Finland [FIN], France [FRA], Germany [DEU], Greece [GRC], Hungary [HUN], India [IND], Japan [JPN], Korea, Republic of [KOR], Latvia [LVA], Malaysia [MYS], Netherlands [NLD], Peru [PER], Poland [POL], Spain [ESP], Tunisia [TUN], United Kingdom [GBR], United States of America [USA].
  2. ພັດສະດຸຫຸ້ມຫໍ່ ແລະ ຜະລິດຕະພັນໄມ້ ທີ່ເປັນເປົ້າໝາຍຄວບຄຸມປະກອບມີ: ໄມ້ໝອນຮອງພື້ນ, ຖ້ານໄມ້ວາງພື້ນ ຫຼື ໄມ້ປາແລັດ (Pallets), ກັບ ຫຼື ກ່ອງທີ່ເຮັດດ້ວຍໄມ້ (Wooden Cases ຫຼື Wooden Crates), ໄມ້ຄໍ້າ ແລະ ຂັ້ນສິນຄ້າ (Wooden Crates) ຕ່າງໆ ແລະ ກໍ້ສາຍເຄເບີ້ນ  (Cable Drums).

ພັດສະດຸຫຸ້ມຫໍ່ ແລະ ຜະລິດຕະພັນໄມ້ ທີ່ກ່າວມາຂ້າງເທິງນັ້ນ ແມ່ນມີຂໍ້ຍົກເວັ້ນຊຶ່ງບໍ່ໄດ້ກວມເອົາຄື:

  • ພັດສະດຸຫຸ້ມຫໍ່ ແລະ ຜະລິດຕະພັນໄມ້ ທີ່ມີຄວາມໜາເທົ່າກັບ ຫຼື ໜ້ອຍກວ່າ 6 ມິນລີແມັດ;
  • ຜະລິດຕະພັນໄມ້ທີ່ຜ່ານການປຸງແຕ່ງເຊັ່ນ: ໄມ້ຝານບາງ, ໄມ້ອັດ (Plywood or veneer, Particle board, oriented strand board) ຊຶ່ງຜ່ານການປຸງແຕ່ງໂດຍໃຊ້ກາວໜຽວ, ຄວາມຮ້ອນ ຫຼື ແຮງດັນ;
  • ຖັງເຫຼົ້າວາຍ ແລະ ກະດອນອັດເຮັດດ້ວຍໄມ້ ທີ່ຖືກຜ່ານຄວາມຮ້ອນໃນຂະບວນການຜະລິດ;
  • ກັບ ຫຼື ກ່ອງຂອງຂວັນສໍາລັບເຫຼົ້າວາຍ, ຢາສູບຊິກກາ ແລະ ສິນຄ້າອື່ນໆທີ່ເຮັດດ້ວຍໄມ້ ແລະ ໄດ້ຜ່ານການປຸງແຕ່ງໂດຍປາສະຈາກສັດຕູພືດ;
  • ຂີ້ເລື່ອຍໄມ້ (Sawdust), ຂີ້ກົບໄມ້ (Wood shavings) ແລະ ເສດໄມ້ທີ່ເປັນເສັ້ນ (Wood wool);
  • ຜະລິດຕະພັນໄມ້ທີ່ໄດ້ປະກອບໂດຍຖາວອນ ຕິດກັບພາຫະນະຂົນສົ່ງເຄື່ອງ ຫຼື ຕູ້ບັນຈຸ.
  1. ສັດຕູພືດເປົ້າໝາຍທີ່ຕ້ອງຫ້າມ ຕິດແປດໄປກັບວັດຖຸຄວບຄຸມຄື:
  • ມອດເຈາະເປືອກໄມ້ ຕະກູນ Anobiidae, ມອດເຈາະໄມ້ ຕະກູນ Bostrichidae, ມອດເຈາະໄມ້ ຕະກູນ Buprestidae, ດ້ວງງວງເຈາະລໍາຕົ້ນ ຕະກູນ Cerambydae, ມອດງວງເຈາະໄມ້ ຕະກູນ  Curculionidae, ແມງປວກ ໃນໝວດ Isoptera, ມອດເຈາະໄມ້ ຕະກູນ Lyctidae, ແມງດ້ວງເຈາະເປືອກ ຕະກູນ Scolytidae ແລະ ແມງໄມ້ປີກບາງ ຕະກູນ Sricidae.
  1. ມາດຕະການປະຕິບັດໃນການນໍາໃຊ້ພັດສະດຸຫຸ້ມຫໍ່ ແລະ ຜະລິດຕະພັນໄມ້, ກ່ອນສົ່ງອອກຈາກ ສປປ ລາວ ໄປຕ່າງປະເທດ.
  • ອີງຕາມມາດຕະຖານສາກົນ ເລກທີ 15 ທີ່ກໍານົດໂດຍ ອົງການປ້ອງກັນພືດແຫ່ງຊາດ ແມ່ນຕ້ອງຈັດຕັ້ງການບໍາບັດ ຫຼື ກໍາຈັດສັດຕູພືດດ້ວຍການຮົມຢາເມທີນໂບມາຍ (Methyl Bromide) ແລະ ການອົບອາຍຮ້ອນ (Heat Treatment) ຫຼັງຈາກນັ້ນມີການຈໍ້າກາຢັ້ງຢືນ ໃສ່ເທິງພັດສະດຸໄມ້ດັ່ງກ່າວ.
  1. ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຕ້ອງການດໍາເນີນທຸລະກິດ ຫຼື ຈັດຕັ້ງການບໍາບັດ ດ້ວຍການຮົມຢາເມທີນໂບມາຍ ແລະ ການອົບອາຍຮ້ອນ ຕ້ອງປະຕິບັດຕາມຂໍ້ແນະນໍາເຕັກນິກຂອງກົມປູກຝັງ ສະບັບເລກທີ 053/ປຝ.06 ລົງວັນທີ 23/1/2006 ແລະ ໄດ້ຮັບອະນຸຍາດຂຶ້ນທະບຽນວິຊາການຢູ່ກົມປູກຝັງ ຊຶ່ງເປັນຕົວແທນຂອງອົງການປ້ອງກັນພືດແຫ່ງຊາດ.
  • ສໍາລັບຜູ້ສົ່ງອອກ ທີ່ມີຈຸດປະສົງຕ້ອງການຮັບບໍລິການບໍາບັດ ພັດສະດຸຫຸ້ມຫໍ່ ແລະ ຜະລິດຕະພັນໄມ້ທີ່ເປັນເປົ້າໝາຍຄວບຄຸມ, ກະລຸນາພົວພັນ ຫຼື ສອບຖາມມາຍັງກົມປູກຝັງ ກ່ຽວກັບບໍລິສັດທີ່ໄດ້ຮັບການຂຶ້ນທະບຽນ.
  1. ຂໍ້ມູນປະກອບໃນແຈ້ງການສະບັບນີ້ ເປັນບ່ອນອີງພື້ນຖານໃນການຈັດຕັ້ງປະຕິບັດ. ແຕ່ເຖິງຢ່າງໃດກໍຕາມ ໃນການສົ່ງອອກຕົວຈິງແມ່ນຮຽກຮ້ອງໃຫ້ ຜູ້ສົ່ງອອກຕ້ອງໄດ້ຊອກຫາຂໍ້ມູນ ລະບຽບການບັງຄັບໃຊ້ຕົວຈິງເພີ່ມເຕີມຢ່າງລະອຽດ ໃນແຕ່ລະໄລຍະ ພ້ອມທັງແຈ້ງລາຍງານໃຫ້ ກົມປູກຝັງຊາບເພື່ອຊອກຫາມາດຕະການແກ້ໄຂ ໃຫ້ທັນເວລາ ແລະ ສອດຄ່ອງກັບຂໍ້ກໍານົດຂອງປະເທດນໍາເຂົ້າ ແລະ ສົ່ງຜ່ານ.
  2. ມອບໃຫ້ຂະແໜງປູກຝັງທົ່ວປະເທດ ເຜີຍແຜ່ຂໍ້ມູນແຈ້ງການສະບັບນີ້ ໃຫ້ພາກສ່ວນທີ່ກ່ຽວຂ້ອງຊາບຢ່າງທົ່ວເຖິງ ແລະ ລາຍງານໃຫ້ກົມປູກຝັງກ່ຽວກັບຜົນໄດ້ຮັບ, ບັນຫາ ແລະ ຂໍ້ຫຍຸ້ງຍາກເປັນແຕ່ລະໄລຍະ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງຜັນຂະຫຍາຍ ເນື້ອໃນແຈ້ງການແນະນໍາສະບັບນີ້ ໃຫ້ມີປະສິດທິພາບສູງ.

# ຫົວຂໍ້ ດາວໂຫຼດ
1 Notice on the regulation of wood packaging material and wood products for export from LAO PDR to abroad PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.