ໃນຄັ້ງວັນທີ 26 ມີນາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນແຂວງ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ ທັງເປັນຫົວໜ້າຄະນະອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນແຂວງ ໂດຍມີບັນດາທ່ານຫົວໜ້າພະແນກການ, ຮອງຫົວໜ້າພະແນກການ ແລະ ວິຊາການເຂົ້າຮ່ວມທັງໝົດ 17 ພາກສ່ວນ(ຕາມຂໍ້ຕົກລົງ 276/ຄປຂ ລົງວັນທີ 10 ມີນາ 2026) ນອກຈາກນີ້ກໍ່ຍັງມີພາກສ່ວນຜູ້ປະກອບການຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານຕ່າງໆ ເຂົ້າຮ່ວມລວມທັງໝົດ 56 ທ່ານ.

          ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂອງແຂວງໃນໄລຍະປີ 2025 ຜ່ານມາ, ຮັບຟັງບັນຫາຂໍ້ສະດວກ, ຫຍຸ້ງຍາກ ແລະ ພາກສະເໜີຕ່າງໆ ຂອງກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ-ການຂົນສົ່ງ ແລະ ຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງສະພາການຄ້າ ແລະ ອຸດສາຫະກໍາປະຈຳປີ 2025 ແລະ ການວາງແຜນທິດທາງປະຈຳປີ 2026, ຮັບຟັງບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ພາກສະເໜີຕ່າງໆຕໍ່ກັບພາກລັດ.

 

ທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ ທັງເປັນຫົວໜ້າຄະນະອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນແຂວງໂດຍລວມແລ້ວ, ເຫັນດີເອກະພາບຕໍ່ກັບເນື້ອໃນບົດລາຍງານການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງປະຈຳປີ 2025 ແລະ ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າໃນນາມໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ໃນນາມໜ່ວຍງານຄະນະອຳນວຍຄວາມສະດວກດ້ານການຂົນສົ່ງ ສືບຕໍ່ກຳນົດແຜນວຽກຈຸດສຸມ ແລະ ກິດຈະກຳໃນປີ 2026 ຕາມຮ່າງແບບຟອມທີ່ສູນກາງກຳນົດ.

ທິດຊີ້ນໍາຕໍ່ຜົນກອງປະຊຸມດັ່ງກ່າວ ແມ່ນໄດ້ມອບຫຼາຍໜ້າວຽກ ຂອງແໝງການທີ່ກ່ຽວຂ້ອງຕ້ອງໄປຈັດຕັ້ງຜັນຂະຫຍາຍຄື: ຫຼຸດຜ່ອນຂອດຂັ້ນ ແລະ ກວດກາຄືນບັນດາຈຸດກວດກາຕາມເສັ້ນທາງທີ່ບໍ່ຈໍາເປັນໂດຍໃຫ້ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງ,

ຄົ້ນຄວ້າມາດຕະການໃນການຄຸ້ມຄອງການນຳເຂົ້າລົດເປົ່າເພື່ອມາຂົນສົ່ງສິນຄ້າ ເພື່ອຫຼິກລ້ຽງການສວຍໂອກາດຊ່ອງວາງເຮັດໃຫ້ມີຄວາມຫຍຸ້ງຍາກເຊັ່ນ:ການສັບປ່ຽນປ້າຍລົດຕ່າງໆ, ການດັດແປງເຕັກນິກຕ່າງໆ.

ເປັນເຈົ້າການໃນການປະຕິບັດບັນດາລະບຽບການ,ນິຕິກຳທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ, ການອອກເອກະສານໃບຢັ້ງຢືນຕ່າງໆ ຂອງຂະແໝງການທີ່ກ່ຽວຂ້ອງ ລະບົບອີເລັກໂຕຣນິກ ຢ່າງເຂັ້ມງວດ.

ກອງປະຊຸມໄດ້ດໍາເນີນໄປ ເປັນເວລາ 1 ຄາບ ແລະ ປິດລົງໃນເວລາ 12:00ໂມງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.