ຕອນເຊົ້າ ວັນທີ 26 ພຶດສະພາ 2026, ທີ່ ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ທັງເປັນຈຸດປະສານງານຂອງຄະນະສົ່ງເສີມການຄ້າ ແລະ ເຊື່ອມໂຍງຕະຫຼາດ ໃນຂອບຮ່ວມມືການພັດທະນາການຄ້າຊາຍແດນ ຄັ້ງທີ 13 ລະຫວ່າງ ສປປ ລາວ ເເລະ ສສ ຫວຽດນາມ ໄດ້ຈັດກອງປະຊຸມທຸລະກິດໂລຊິດສະຕິກຮ່ວມກັບກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ສສ.ຫວຽດນາມ ໂດຍມີຈຸດປະສົງ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືວຽການເຊື່ອມຕໍ່ດ້ານການຄ້າ, ການຂົນສົ່ງ, ເເລະ ການບໍລິການໂລຊິດສະຕິກ ລະຫວ່າງ ສອງປະເທດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງ ເເລະ ພັນທະສັນຍາ ທີ່ ສປປ ລາວ ເເລະ ສສ.ຫວຽດນາມ ໄດ້ຕົກລົງຮ່ວມກັນ.

 ໃຫ້ກຽດເປັນປະທານກອງປະຊຸມຮ່ວມ ໂດຍທ່ານ ນາງ ກິ່ງສະດອນ ເພັດດາວເຮືຶຶອງ, ຫົວໜ້າກົມການຄ້າຕ່າງປະເທດ, ສປປ ລາວ ແລະ ທ່ານ ເຈິນ ແຖ່ງ ຮາຍ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ສສ.ຫວຽດນາມ ພ້ອມດ້ວຍຄະນະຈາກຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດໂລຊິດສະຕິດຂອງທັງ ສອງປະເທດ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການນໍາສະເໜີ ເເຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ເເລະ ການຂົນສົ່ງ ຂອງ ສປປ ລາວ ປີ 2025-2030, ບັນດາໂຄງການເຊື່ອມຈອດ-ເຊື່ອມໂຍງທີ່ສໍາຄັນຂອງ ສປປ ລາວ, ສະພາບລວມກ່ຽວກັບຍຸດທະສາດການບໍລິການໂລຊິດສະຕິກຂອງ ສສ ຫວຽດນາມ, ແລະ ການນໍາໃຊ້ຜົນປະໂຫຍດຈາກທ່າແຮງ-ສັກກະຍະພາບ ແລະ ການສ້າງຄວາມເຂັ້ມແຂງດ້ານການຮ່ວມມື ໃນການພັດທະນາການບໍລິການໂລຊິດສະຕິກ ລະຫວ່າງ ທຸລະກິດລາວ ແລະ ຫວຽດນາມ

ກອງປະຊຸມຍັງໄດ້ຮັບການແລກປ່ຽນຄໍາເຫັນຈາກຜູ້ເຂົ້າຮ່ວມ ຢ່າງກົງໄປກົງມາ ໂດຍສະເພາະແມ່ນ ຜູ້ປະກອບການທຸລະກິດດ້ານໂລຊິດສະຕິກ ຢູ່ ສປປ ລາວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.