ສາລະບານ

ໝວດທີ I - ຫລັກການທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄຳສັບ
ມາດຕາ 3. ຫຼັກການພື້ນຖານຂອງການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດນ້ຳມັນເຊື້ອໄຟ
ມາດຕາ 4. ຂອບເຂດການນຳໃຊ້

ໝວດທີ II - ມາດຖານ ແລະ ເງື່ອນໄຂໃນການສ້າງຕັ້ງ ແລະ ການເຄື່ອນໄຫວດຳເນີນທຸລະກິດ
ນຳເຂົ້າ ແລະ ບໍລິການຂາຍຍົກຂອງຫົວໜ່ວຍທຸລະກິດນຳເຂົ້ານ້ຳມັນເຊື້ອໄຟ

ມາດຕາ  5. ເງື່ອນໄຂໃນການສ້າງຕັ້ງ
ມາດຕາ 6. ການຂໍອະນຸຍາດສ້າງຕັ້ງ
ມາດຕາ 7. ເງື່ອນໄຂໃນການດຳເນີນທຸລະກິດ

ໝວດທີ III - ສິດ, ໜ້າທີ່ ແລະ ພັນທະ ຂອງຫົວໜ່ວຍທຸລະກິດນຳເຂົ້າ ແລະ ບໍລິການຂາຍຍົກນ້ຳມັນເຊື້ອໄຟ

ມາດຕາ 8. ສິດ, ໜ້າທີ່ຂອງຫົວໜ່ວຍທຸລະກິດນໍາເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ
ມາດຕາ 9. ພັນທະຂອງຫົວໜ່ວຍທຸລະກິດນໍາເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ
ມາດຕາ 10. ບາງມາດຕະການຕໍ່ຫົວໜ່ວຍທຸລະກິດນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ

ໝວດທີ IV - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ທີ່ລະເມີດ

ມາດຕາ 11. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 12. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 13. ການລະເມີດອື່ນໆ 
ມາດຕາ 14. ມາດຕະການຕໍ່ລັດຖະກອນທີ່ກະທໍາຜິດຕໍ່ໜ້າທີ່ຮັບຜິດຊອບ

ໝວດທີ V - ການຈັດຕັ້ງປະຕິບັດ

ມາດຕາ 15. ການຈັດຕັ້ງປະຕິບັດ
ມາດຕາ 16. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ        ເລກທີ  1785/ອຄ.ຄພນ
ນະຄອນຫຼວງວຽງຈັນ, ວັນທີ 07 ກັນຍາ 2009

ຂໍ້ຕົກລົງ
ວ່າດ້ວຍການຄຸ້ມຄອງທຸລະກິດ ນຳເຂົ້າ ແລະ ບໍລິການ
ຂາຍຍົກນ້ຳມັນເຊື້ອໄຟ.

  • ອີງຕາມ ກົດໝາຍອາຍາ, ສະບັບປັບປຸງ ເລກທີ 12/ສພຊ, ລົງວັນທີ 10/11/05.
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 205/ນຍ, ລົງວັນທີ 10/10/01, ວ່າດ້ວຍ ການຄຸ້ມຄອງການນຳເຂົ້າ - ສົ່ງອອກສິນຄ້າ.
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 206/ນຍ, ລົງວັນທີ 10/10/01, ວ່າດ້ວຍ ທຸລະກິດຈຳໜ່າຍສິນຄ້າ.
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 207/ນຍ, ລົງວັນທີ 11/10/01, ວ່າດ້ວຍ ການຄຸ້ມຄອງລາຄາສິນຄ້າ.
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 188/ນຍ, ລົງວັນທີ17/08/ 2006, ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ I
ຫລັກການທົ່ວໄປ

ມາດຕາ 1. ຈຸດປະສົງ
   ຂໍ້ຕົກລົງສະບັບນີ້ວາງອອກເພື່ອກໍານົດຫລັກການ, ລະບຽບການ ແລະມາດຕະການຕ່າງໆໃນການເຄື່ອນໄຫວດຳເນີນທຸລະກິດ ນຳເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ ຢູ່ ສປປ ລາວ, ແນໃສ່ຊຸກຍູ້  ແລະ ສົ່ງເສີມການດໍາເນີນທຸລະກິດນໍ້າມັນເຊື້ອໄຟທີ່ມີການແຂ່ງຂັນ ບົນພື້ນຖານທີ່ຖືກຕ້ອງ ຕາມລະບຽບ, ກົດໝາຍ ພ້ອມທັງຈຳກັດ ແລະ ມີມາດຕະການຕໍ່ຜູ້ທ່ີລະເມີດ, ສວຍໂອກາດແນໃສ່ປົກປ້ອງຜົນປະໂຫຍດຂອງຊາດ, ຂອງຜູ້ຊົມໃຊ້ ແລະຜູ້ປະກອບການ ພ້ອມທັງໃຫ້ຜູ້ປະກອບການທຸລະກິດນ້ຳມັນເຊື້ອໄຟ ເຮັດໜ້າທ່ີບໍລິການຮັບໃຊ້ ສັງຄົມຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າ ໃນການພັດທະນາປະເທດຊາດ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ຂ້າງເທິງ

ມາດຕາ 2. ອະທິບາຍຄຳສັບ
   ຄໍາສັບຕ່າງໆທີ່ນໍາໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:

  • ທຸລະກິດນໍ້າມັນເຊື້ອໄຟ ໝາຍເຖິງທຸລະກິດກ່ຽວກັບການນໍາເຂົ້າ ແລະ ການບໍລິການຂາຍຍົກນໍ້າມັນເຊື້ອໄຟ;
  • ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ໝາຍເຖິງບຸກຄົນ ຫຼື ນິຕິບຸກຄົນ ທີ່ດໍາເນີນທຸລະກິດກ່ຽວກັບ ການນໍາເຂົ້ານໍ້າມັນເຊື້ອໄຟ, ປໍ້າບໍລິການຈໍາໜ່າຍ  ຫຼື ຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ;
  • ນໍ້າມັນເຊື້ອໄຟ ໝາຍເຖິງນໍ້າມັນແອັດຊັງພິເສດ, ແອັດຊັງທທໍາມະດາ, ກາຊວນ ແລະອື່ນໆ;
  • ປໍ້າ ຫລື ຕົວແທນຈໍາໜ່າຍ ໝາຍເຖິງປໍ້າທີ່ບໍລິການຂາຍນໍ້າມັນເຊື້ອໄຟ ໃຫ້ແກ່ສັງຄົມທົ່ວໄປ;
  • ລະບົບສາງບັນຈຸ ໝາຍເຖິງສາງເກັບມ້ຽນນໍ້າມັນເຊື້ອໄຟ ຂອງຫົວໜ່ວຍທຸລະກິດທີ່ນໍາເຂົ້າ ນໍ້າມັນເຊື້ອໄຟ, ໂດຍມີມາດຖານເຕັກນິກຮອງຮັບສະເພາະ ເພື່ອບັນຈຸນໍ້າມັນເຊື້ອໄຟກຽມສະໜອງໃຫ້ແກ່ປໍ້າ ຫຼື ຕົວແທນຈໍາໜ່າຍ;
  • ລະບົບຂົນສົ່ງ ໝາຍເຖິງການນໍາເອົານໍ້າມັນອອກຈາກສາງບັນຈຸນໍ້າມັນເຊື້ອໄຟ ເພື່ອໄປສົ່ງຕາມປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນ ທີ່ເຮັດໜ້າທີ່ບໍລິການຂາຍໃຫ້ແກ່ສັງຄົມ;
  • ເຄື່ອງໝາຍ ໝາຍເຖິງຍີ່ຫໍ້ ຫຼື ສັນຍາລັກຂອງບໍລິສັດຜູ້ນໍາເຂົ້ານໍ້າມັນເຊື້ອໄຟ ຕາມທີ່ໄດ້ຈົດທະບຽນເຄື່ອງໝາຍການຄ້າຈາກອົງການທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 3. ຫຼັກການພື້ນຖານຂອງການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດນ້ຳມັນເຊື້ອໄຟ
     ນໍ້າມັນເຊື້ອໄຟເປັນສິນຄ້າຍຸດທະສາດທີ່ລັດຄວບຄຸມ, ເປັນປັດໃຈພື້ນຖານໃຫ້ແກ່ການຜະລິດ ການ ພັດທະນາພື້ນຖານໂຄງລ່າງ  ແລະເສດຖະກິດຂອງຊາດໂດຍລວມ, ຊຶ່ງຈຳເປັນຕ້ອງມີການຄຸ້ມຄອງ ແລະ ດັດສົມຂອງລັດ ບົນພື້ນຖານກົນໄກເສດຖະກິດຕະຫຼາດ. ສະນັ້ນ, ການສ້າງຕັ້ງ ແລະ ການເຄື່ອນໄຫວ ດຳເນີນທຸລະກິດກ່ຽວກັບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ຕ້ອງປະຕິບັດຢ່າງເຂັ້ມງວດ ຕາມຂໍ້ຕົກລົງສະບັບນີ້ ແລະ ລະບຽບກົດໝາຍອື່ນໆ ທີ່ກ່ຽວຂ້ອງ ທີ່ປະກາດໃຊ້ໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 4. ຂອບເຂດການນຳໃຊ້
     ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອນໍາໃຊ້ຕໍ່ບຸກຄົນ ຫຼື ນິຕິບຸກຄົນ ນັບທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງເຄື່ອນໄຫວດຳເນີນທຸລະກິດກ່ຽວກັບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ. ຂ້າງເທິງ

ໝວດທີ II
ມາດຖານ ແລະເງື່ອນໄຂໃນການສ້າງຕັ້ງ ແລະ ການເຄື່ອນໄຫວ ດຳເນີນທຸລະກິດ
ນຳເຂົ້າ ແລະບໍລິການຂາຍຍົກ ຂອງຫົວໜ່ວຍທຸລະກິດນຳເຂົ້າ ນ້ຳມັນເຊື້ອໄຟ

ມາດຕາ  5. ເງື່ອນໄຂໃນການສ້າງຕັ້ງ
     ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງ ຢາກສ້າງຕັ້ງ ແລະ ເຄື່ອນໄຫວດໍາເນີນທຸລະກິດນໍາເຂົ້າ ແລະ ບໍລິການຂາຍຍົກນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ຕ້ອງມີມາດຖານ ແລະ ເງື່ອນໄຂດັ່ງນີ້:

5.1. ມີທຶນຈົດທະບຽນຢ່າງຕໍ່າ 10 ຕື້ກີບຂຶ້ນໄປ ເພື່ອສ້າງພື້ນຖານໂຄງລ່າງວັດຖຸເຕັກນິກ ສໍາລັບຮອງຮັບດ້ານນີ້;
5.2. ມີເງື່ອນໄຂສ້າງລະບົບສາງ ທີ່ໄດ້ມາດຕະຖານ ແລະ ສາມາດບັນຈຸນໍ້າມັນໄດ້ 1 ລ້ານລິດ ຂຶ້ນ ໄປເປັນຂອງຕົນເອງ, ລະບົບສາງ ຕ້ອງຮັບປະກັນຄວາມປອດໄພ ໃຫ້ໄດ້ຕາມມາດຕະຖານ ຂອງຂະແໜງການທີ່ກ່ຽວຂ້ອງ;  
5.3. ມີເຄື່ອງໝາຍການຄ້າ (ໂລໂກ້) ຫຼື ເປັນຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟຍີ່ຫໍ້ໃດໜຶ່ງ, ຊຶ່ງໄດ້ ຜ່ານການອະນຸຍາດຈົດທະບຽນຢ່າງຖືກຕ້ອງ ຈາກອົງການ ວິທະຍາສາດ ແລະເຕັກໂນໂລຊີ ແຫ່ງຊາດ;
5.4. ມີພາຫະນະຂົນສົ່ງນໍ້າມັນເຊື້ອໄຟ ທີ່ໄດ້ຕາມມາດຕະຖານເຕັກນິກ ຂອງຂະແໜງການ ທີ່ກ່ຽວຂ້ອງຢ່າງໜ້ອຍ 05 ຄັນ, ນອກຈາກນີ້ ຖ້າຕ້ອງການເພີ່ມເຕີ່ມ ກໍສາມາດເຊົ່າໄດ້, ແຕ່ຕ້ອງເຊົ່າຈາກ ຫົວໜ່ວຍທຸກິດ ຫຼື ບຸກຄົນທີ່ດຳເນີນທຸລະກິດ ດ້ານການບໍລິການຂົນສົ່ງ ທີ່ຖືກຕ້ອງຕາມກົດໝາຍ;
5.5. ມີປໍ້າ ຫຼື ຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ ຕາມຍີ່ຫໍ້ຂອງຕົນທີ່ໄດ້ຮັບລິຂະສິດ, ຊຶ່ງສາມາດຮອງ ຮັບ ປະລິມານນ້ຳມັນ ແລະ ຕ້ອງຖືກຕາມມາດຕະຖານເຕັກນິກ ທີ່ວາງອອກ;
5.6. ຕ້ອງເປັນສະມາຊິກຂອງກຸ່ມນໍ້າມັນເຊື້ອໄຟ ພາຍຫຼັງທີ່ໄດ້ສ້າງຕັ້ງແລ້ວ;
5.7. ຜູ້ທີ່ມີຈຸດປະສົງຢາກສ້າງຕັ້ງ ແລະ ດໍາເນີນທຸລະກິດດັ່ງກ່າວນີ້ ຕ້ອງມີລະດັບຄວາມຮູ້, ຄວາມສາມາດ ຫຼືມີປະສົບການທີ່ພຽງພໍ ກ່ຽວກັບການດຳເນີນທຸລະກິດນ້ຳມັນໃນດ້ານນີ້ ແລະ ໃນກໍລະນີບໍ່ມີແມ່ນຕ້ອງໄດ້ຈ້າງວິຊາການຈຳນວນໜຶ່ງທີ່ເປັນທີ່ປຶກສາ. ຂ້າງເທິງ

ມາດຕາ 6. ການຂໍອະນຸຍາດສ້າງຕັ້ງ
   ຜູ້ທີ່ມີຈຸດປະສົງຢາກສ້າງຕັ້ງຫົວໜ່ວຍທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟ, ກ່ອນອື່ນຕ້ອງສະເໜີເຖິງກະຊວງອຸດສາຫະກຳ ແລະ ການຄ້າ, (ກົມການຄ້າພາຍໃນ) ເພື່ອພິຈາລະນາ ແລະ ຮັບຮອງທາງດ້ານເງື່ອນໄຂ ຕາມທີ່ຂໍ້ຕົກລົງວາງອອກ, ຈາກນັ້ນ, ຈຶ່ງລົງເບິ່ງສະຖານທີ່ຈະສ້າງຕັ້ງຫ້ອງການ, ສາງເກັບມ້ຽນນ້ຳມັນ, ປ້ຳ ຫຼື ຕົວແທນຈຳໜ່າຍ ໂດຍຮ່ວມກັນກັບພາກສ່ວນທີ່ກ່ຽວຂ້ອງ ເມື່ອເຫັນວ່າຖືກຕ້ອງຕາມມາດຕະຖານ ແລ້ວຈຶ່ງສົ່ງໃຫ້ເຈົ້າໜ້າທີ່ ທະບຽນວິສາຫະກິດ ເພື່ອຂຶ້ນທະບຽນວິສາຫະກິດໃຫ້ຕາມລະບຽບການ. ຂ້າງເທິງ

ມາດຕາ 7. ເງື່ອນໄຂໃນການດຳເນີນທຸລະກິດ
   ທຸກຫົວໜ່ວຍທຸລະກິດ ທີ່ດໍາເນີນທຸລະກິດກ່ຽວກັບການນໍາເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:

7.1. ມີແຜນການນໍາເຂົ້າ, ມີແຜນການຈໍາໜ່າຍ ແລະ ການຕະຫຼາດທີ່ແນ່ນອນ, ຊຶ່ງນໍາເຂົ້າ ເປັນງວດ ແລະ ປີໂດຍມີການອະນຸມັດຈາກກະຊວງອຸດສາຫະກໍາ ແລະ ການຄ້າ, (ກົມການນໍາເຂົ້າ ແລະ ສົ່ງອອກ)  ບົນພື້ນຖານຜ່ານການຢັ້ງຢືນຈາກ ກົມການຄ້າພາຍໃນ ກ່ຽວກັບພື້ນຖານໂຄງລ່າງ ແລະການເຄື່ອນໄຫວດຳເນີນທຸລະກິດ;
7.2. ມີບັນຊີເງິນຝາກຢູ່ທະນາຄານທີ່ຕັ້ງຢູ່ ສປປ ລາວ;
7.3. ນໍ້າມັນເຊື້ອໄຟ ທີ່ບໍລິສັດນໍາເຂົ້າໃນແຕ່ລະຄັ້ງ ຕ້ອງໄດ້ມາດຕະຖານຄຸນນະພາບ ແລະຖືກຕາມ ລະບຽບການຂອງອົງການ ວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດ;
7.4. ການນໍາເຂົ້າຕ້ອງນໍາເຂົ້າຕາມດ່ານຊາຍແດນທີ່ໄດ້ຮັບອະນຸຍາດເທົ່ານັ້ນ ແລະ ມີສາງນໍ້າມັນ ຂອງຕົນຕັ້ງຢູ່ແຂວງນັ້ນ;
7.5. ການຊໍາລະສະສາງຕ້ອງຜ່ານທະນາຄານທີ່ຕັ້ງຢູ່ ສປປ ລາວ;
7.6. ປະຕິບັດລາຄາຂາຍຍົກ-ຂາຍຍ່ອຍ ຕາມທີ່ລັດກໍານົດໃນແຕ່ລະໄລຍະ ພ້ອມທັງຄຸ້ມຄອງປໍ້າ ຫຼື ຕົວແທນຈຳໜ່າຍຂອງຕົນ ໃຫ້ປະຕິບັດລາຄາຂາຍຍ່ອຍ ແລະກຳນົດເວລາຕາມການຊີ້ນຳຂອງ ອົງການ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ;
7.8. ຮັບປະກັນໃຫ້ມີນໍ້າມັນສໍາຮອງໄວ້ ໃນກໍລະນີສຸກເສີນໃຫ້ໄດ້ຢ່າງໜ້ອຍ 10-15 ວັນ  ເພື່ອສະໜອງໃຫ້ແກ່ປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນ;           
7.9. ຂະຫຍາຍປໍ້າ ຫຼື ຕົວແທນຈໍາໜ່າຍ ຂອງຕົນອອກສູ່ເຂດຫ່າງໄກສອກຫຼີກ;
7.10. ປະຕິບັດຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງໃນການດໍາເນີນ ທຸລະກິດ. ຂ້າງເທິງ

ໝວດທີ III
ສິດ, ໜ້າທີ່ ແລະ ພັນທະຂອງຫົວໜ່ວຍທຸລະກິດນຳເຂົ້າ
ແລະ ບໍລິການຂາຍຍົກນ້ຳມັນເຊື້ອໄຟ

ມາດຕາ 8. ສິດ, ໜ້າທີ່ຂອງຫົວໜ່ວຍທຸລະກິດນໍາເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ

8.1. ກໍານົດຫຼັກການ, ວິທີການ ຫຼື ລະບຽບການກ່ຽວກັບການຄຸ້ມຄອງປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນບົນພື້ນຖານທີ່ຖືກຕ້ອງຕາມລະບຽບການສະບັບນີ້ ແລະ ລະບຽບ, ກົດໝາຍອື່ນໆທີ່ກ່ຽວຂ້ອງ.
8.2. ກວດກາເງື່ອນໄຂທາງດ້ານເຕັກນິກ ແລະ ໃຫ້ຄໍາແນະນໍາທີ່ຈໍາເປັນທາງດ້ານວິຊາການ ຕ່າງໆແກ່ປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນ, ເພື່ອຮັບປະກັນ ກ່ຽວກັບມາດຕະຖານ, ຄຸນນະພາບຂອງນ້ຳມັນ ພ້ອມທັງການບໍລິການ ແລະການຈຳໜ່າຍໃຫ້ຄ່ອງແຄ້ວ, ວ່ອງໄວສະດວກແກ່ຜູ້ຊົມໃຊ້;
8.3. ກວດກາການເຄື່ອນໄຫວດໍາເນີນທຸລະກິດຂອງປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນ ເປັນແຕ່ລະໄລຍະບົນພື້ນຖານສັນຍາ ທີ່ໄດ້ຕົກລົງເຊັນກັນ ແລະ ຕາມລະບຽບການຄຸ້ມຄອງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃນ ສປປ ລາວ;
8.4. ແນະນໍາພ້ອມທັງຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ລາຄາຂາຍຍ່ອຍ ແລະ ກຳນົດເວລາຕາມທິດຊີ້ນຳ ຂອງຂັ້ນເທິງ ໃນແຕ່ລະໄລຍະ ເພື່ອຫຼີກເວັ້ນ ບໍ່ໃຫ້ຜູ້ປະກອບການປ້ຳ ບໍລິການສວຍໂອກາດເອົາລັດ, ເອົາປຽບສັງຄົມ ກໍ່ຄືຜູ້ຊົມໃຊ້;
8.5. ປະຕິບັດວິໄນ ທາງດ້ານບໍລິຫານ ແລະ ເສດຖະກິດຕໍ່ປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນ ໃນກໍລະນີ ທີ່ບໍ່ປະຕິບັດຕາມສັນຍາ ທີ່ໄດ້ຕົກລົງເຊັນກັນນັ້ນ;
8.6. ປະຕິບັດສິດ ແລະໜ້າທີ່ອື່ນໆຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 9. ພັນທະຂອງຫົວໜ່ວຍທຸລະກິດນໍາເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ

9.1. ຮັບປະກັນການສະໜອງນໍ້າມັນໃຫ້ປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນໃຫ້ພຽງພໍ ແລະ ເປັນປົກກະຕິ, ຫ້າມບໍ່ໃຫ້ກັກຕຸນ ຫຼື ຮ່ວມກັນກັກຕຸນໃນທຸກຮູບແບບ;
9.2. ກວດກາ ແລະ ຄຸ້ມຄອງຄຸນນະພາບນໍ້າມັນເຊື້ອໄຟຂອງປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນຢ່າງ ເປັນປົກກະຕິ ເພື່ອຮັບປະກັນໃຫ້ໄດ້ຕາມຍີ່ຫໍ້ ແລະ ມາດຕະຖານຄຸນນະພາບນໍ້າມັນຂອງ ບໍລິສັດຕົນ ທີ່ໄດ້ຜ່ານການຮັບຮອງຈາກອົງການທີ່ກ່ຽວຂ້ອງ;
9.3. ປະຕິບັດພັນທະຕໍ່ງົບປະມານ (ພາສີ-ອາກອນຕາມລະບົບ) ຢ່າງຄົບຖ້ວນ;
9.4. ມີບັນຊີຕິດຕາມການຈໍາໜ່າຍນໍ້າມັນໃຫ້ແຕ່ລະປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນຢ່າງລະອຽດ ແລະ ເປັນລະບົບ;
9.5. ຕິດເຄື່ອງໜາຍການຄ້າຂອງບໍລິສັດຕົນຕາມປໍ້າ ຫຼື ຕົວແທນຈໍາໜ່າຍຢ່າງຊັດເຈນ ເພື່ອໃຫ້ເຫັນໄດ້ງ່າຍ;
9.6. ປໍ້າຂາຍຍ່ອຍປໍ້າໜຶ່ງມີສິດເປັນຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟໄດ້ພຽງຍີ່ຫໍ້ໃດໜຶ່ງເທົ່ານັ້ນ;
9.7. ມີເຄື່ອງກວດກາຄຸນນະພາບນໍ້າມັນເຊື້ອໄຟ ຫຼື ເຄື່ອງຊັ່ງຜອງຢ່າງໜ້ອຍໜຶ່ງເຄື່ອງປະຈໍາຢູ່ບໍລິສັດຂອງຕົນເອງ;    
9.8. ປະຕິບັດລະບົບການລາຍງານນໍ້າມັນ ທີ່ຄ້າງສາງເປັນປະຈໍາອາທິດ, ເດືອນ, ງວດ, ປີ ແລະ ລາຄານໍາເຂົ້າ (CIF) ແລະ ລາຄາຂາຍຍົກ-ຂາຍຍ່ອຍ ຢ່າງເປັນລະບົບ ແລະ ປົກກະຕິໃຫ້ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະການຄ້າ;
9.9. ປະຕິບັດລະບົບການລາຍງານຂໍ້ມູນຕ່າງໆ ຫຼື ໃຫ້ການຮ່ວມມືກັບອົງການຄຸ້ມຄອງມະຫາພາກ ໃນການສະໜອງຂໍ້ມູນຕ່າງໆໄດ້ຢ່າງເປັນລະບົບ.
9.10. ສະໜອງນໍ້າມັນໃຫ້ແກ່ໂຄງການບູລິມະສິດຕ່າງໆ, ໂດຍມີສັນຍາເປັນລາຍລັກອັກສອນ ແລະ ປະຕິບັດຕາມສັນຍານັ້ນໆຢ່າງເຂັ້ມງວດ;    
9.11. ຮັບຜິດຊອບຕໍ່ໜ້າກົດໝາຍ ຕໍ່ການກະທໍາຜິດຂອງປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນ. ຂ້າງເທິງ

ມາດຕາ 10. ບາງມາດຕະການຕໍ່ຫົວໜ່ວຍທຸລະກິດນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ
   ຖ້າຫົວໜ່ວຍທຸລະກິດຜູ້ນໍາເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ ຫາກລະເມີດລະບຽບການ  ແລະ ກົດໝາຍດັ່ງຕໍ່ໄປນີ້ເຊັ່ນ:

10.1. ຕໍ່ການສວຍໂອກາດຂຶ້ນລາຄານໍ້າມັນ
   ຫົວໜ່ວຍທຸລະກິດຜູ້ນໍາເຂົ້ານໍ້າມັນເຊື້ອໄຟ ຫາກໄດ້ຮວ່ມກັບປໍ້າຂາຍຍ່ອຍ ຫຼື ຕົວແທນຈໍາໜ່າຍ ຂອງຕົນ ສວຍໂອກາດຂຶ້ນລາຄາ ຫຼື ຂາຍເກີນລາຄາທີ່ລັດກໍານົດໃນແຕ່ລະໄລຍະ ຫຼືໃນເມື່ອເກີດມີເຫດສຸກເສີນຕ່າງໆ ໃນທ້ອງຖິ່ນ ຫຼື ເຂດໃດໜຶ່ງຈະຖືກລົງໂທດ ຕັດອິດສະຫຼະພາບແຕ່ 6 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ ຕໍ່ ຄັ້ງ   (ຕາມມາດຕາ 147 ຂອງກົດໝາຍອາຍາ).

10.2 ຕໍ່ການກັກຕຸນນໍ້າມັນ   
   ຫົວໜ່ວຍທຸລະກິດຜູ້ນໍາເຂົ້ານໍ້າມັນເຊື້ອໄຟ ຫາກໄດ້ຊຸກເຊ່ືອງນໍ້າມັນໃນຖັງບັນຈຸຂອງປໍ້າ ຫຼື ໃນສາງເກັບມ້ຽນເພື່ອຫວັງຜົນກຳໄລ ຫຼື ສ້າງຄວາມຫຍຸ້ງຍາກໃຫ້ແກ່ສັງຄົມ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່່ 1 ປີ ຫາ 4 ປີ ແລະ ຈະຖືກປັບໃໝຕາມລະບຽບການຂອງພາສີ (ຕາມມາດຕາ 148 ຂອງກົດໝາຍອາຍາ).

10.3 ການຂາຍນໍ້າມັນໂດຍບໍ່ຖືກຕາມລະບຽບ, ກົດໝາຍ
1.) ຫົວໜ່ວຍທຸລະກິດຜູ້ນໍາເຂົ້ານໍ້າມັນເຊື້ອໄຟ ຕ້ອງຈໍາໜ່າຍນໍ້າມັນໃຫ້ແກ່ປໍ້າ ຫຼື ຕົວແທນຈໍາໜ່າຍຂອງຕົນເທົ່ານັ້ນ; ຫ້າມ ແລະ ຈ່າວຂາຍນໍ້າມັນໃຫ້ແກ່ປໍ້າ ຫຼື ຕົວແທນຂອງບໍລິສັດອື່ນ;
2.) ຕ້ອງປະຕິບັດລາຄາຂາຍຕາມທີ່ລັດກໍານົດ ໃນແຕ່ລະໄລຍະຢ່າງເຂັ້ມງວດ;
3.) ກ່ອນລາຄານໍ້າມັນຈະຂຶ້ນ ຫຼື ລົງບໍລິສັດຜູ້ນໍາເຂົ້າ ຕ້ອງແຈ້ງໃຫ້ລູກຄ້າ (ປໍ້າ ຫຼື ຕົວແທນຈໍາໜ່າຍ) ຂອງຕົນຮູ້ ພ້ອມທັງໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ຂອງລັດ ໃນການກວດການໍ້າມັນທີ່ຍັງຄ້າງຢູ່ໃນສາງ ຫຼື ຖັງບັນຈຸຂອງປໍ້າຂາຍຍ່ອຍ ເພື່ອໄລ່ລຽງຕາມລະບຽບການ;
4.) ຖ້າຫາກມີການຝ່າຝືນ ບໍລິສັດຜູ້ນໍາເຂົ້າ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 6 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝເປັນເງິນ 1.000.000 ກີບ ຫາ 10.000.000 ກີບ (ຕາມມາດຕາ 149 ຂອງກົດໝາຍອາຍາ).

10.4 ທຸກໆຫົວໜ່ວຍທຸລະກິດທີ່ນໍາເຂົ້ານໍ້າມັນເຊື້ອໄຟ ຕ້ອງໄດ້ປະຕິບັດຕາມຂໍ້ກໍານົດສະບັບນີ້ຢ່າງເຂັ້ມງວດ ແລະ ຜູ້ທີ່ດໍາເນີນທຸລະກິດທີ່ບໍ່ຖືກຕ້ອງ, ບໍ່ປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງສະບັບນີ້ ນອກຈາກບັນດາມາດຕະການທີ່ໄດ້ກ່າວມາຂ້າງເທິງນີ້ ຍັງຈະໄດ້ປະຕິບັດມາດຕະການຕ່າງໆດັ່ງນີ້:

  1. ຈໍາກັດໂອກາດໃນການພິຈາລະນາໃຫ້ເປີດປ້ຳ ຫຼື ຕົວແທນຈຳໜ່າຍ;
  2. ໂຈະການເຄື່ອນໄຫວຊົ່ວຄາວ ຫຼື ສັ່ງໃຫ້ຍຸບເລີກຖ້າຫາກມີກໍລະນີຮ້າຍແຮງ;
  3. ຫຼຸດຕົວເລກການນຳເຂົ້ານ້ຳມັນເຊື້ອໄຟໃນແຕ່ລະງວດ ຫຼື ປີ;
  4. ຈັດເຂົ້າຢູ່ໃນບັນຊີຫົວໜ່ວຍທຸລະກິດທີ່ປະພືດບໍ່ດີ ໃນການເຄື່ອນໄຫວທຸລະກິດ;
  5. ປະຕິບັດມາດຕະການອື່ນໆຕາມລະບຽບ, ກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ IV
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ທີ່ລະເມີດ

ມາດຕາ 11. ນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ
   ຜູ້ທີ່ເຄື່ອນໄຫວດໍາເນີນທຸລະກິດກ່ຽວກັບນໍ້າມັນເຊື້ອໄຟຢ່າງຖືກຕ້ອງ ຕາມຂໍ້ຕົກລົງສະບັບນີ້ກໍ່ຄືລະ ບຽບການອື່ນໆທີ່ກ່ຽວຂ້ອງ ນອກຈາກຈະໄດ້ຮັບການຍ້ອງຍໍຈາກທາງພາກລັດ  ແລະ ສັງຄົມທົ່ວໄປແລ້ວຍັງຈະ ໄດ້ຮັບສິດຜົນປະໂຫຍດຕ່າງໆດັ່ງນີ້:

  1. ຈະໄດ້ຮັບບູລິມະສິດໃນການພິຈາລະນາກ່ຽວກັບນະໂຍບາຍຕ່າງໆ ໃນການດຳເນີນທຸລະກິດ;
  2. ຈະໄດ້ຮັບການແບ່ງປັນຕົວເລກນ້ຳມັນຢ່າງເໝາະສົມໃນແຕ່ລະງວດ ຫຼືປີ;
  3. ຈະໄດ້ຖືກຈັດເຂົ້າຢູ່ ໃນບັນຊີຫົວໜ່ວຍທຸລະກິດ ທີ່ດີເດັ່ນ ແລະສະເໜີການຍ້ອງຍໍ ຜ່ານທາງສື່ ມວນຊົນ;
  4. ຈະໄດ້ຮັບການຍ້ອງຍໍໃນຮູບການຕ່າງໆທີ່ເໝາະສົມ. ຂ້າງເທິງ

ມາດຕາ 12. ມາດຕະການຕໍ່ຜູ້ລະເມີດ
   ຜູ້ດໍາເນີນທຸລະກິດທີ່ບໍ່ຖືກຕ້ອງ, ບໍ່ປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງສະບັບນີ້ວາງອອກຈະມີ ມາດຕະການດັ່ງນີ້ :

  1. ຫຼຸດຕົວເລກການນຳເຂົ້ານ້ຳມັນເຊື້ອໄຟໃນແຕ່ລະງວດ ຫຼືປີ;
  2. ຈຳກັດໂອກາດໃນການພິຈາລະນາໃຫ້ເປີດປ້ຳ ຫຼືຕົວແທນຈຳໜ່າຍ;
  3. ຈັດເຂົ້າຢູ່ ໃນບັນຊີຫົວໜ່ວຍທຸລະກິດ ທີ່ປະພຶດບໍ່ດີ ໃນການເຄື່ອນໄຫວທຸລະກິດ;
  4. ໂຈະການເຄື່ອນໄຫວຊົ່ວຄາວ ຫຼືສັ່ງໃຫ້ຍຸບເລີກ ຖ້າຫາກມີກໍລະນີຮ້າຍແຮງ;
  5. ປະຕິບັດຕາມມາດຕະການອື່ນໆຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 13. ການລະເມີດອື່ນໆ 
   ບຸກຄົນ ຫຼື ນິຕິບຸກຄົນທີ່ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຫາກລະເມີດຕໍ່ຂໍ້ກໍານົດສະບັບນີ້ຫາກໄດ້ກໍ່ ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍ ທີ່ຕົນໄດ້ສ້າງຂຶ້ນ, ໃນກໍລະນີ ການລະເມີດ ຫາກເປັນການກະທຳຜິດ ທາງອາຍາ ຜູ້ລະເມີດ ຈະຖືກລົງໂທດ ຕາມກົດໝາຍອາຍາ. ຂ້າງເທິງ

ມາດຕາ 14. ມາດຕະການຕໍ່ລັດຖະກອນທີ່ກະທໍາຜິດຕໍ່ໜ້າທີຮັບຜິດຊອບ
   ລັດຖະກອນທີ່ກົດໜ່ວງ ຫຼື ລະເມີດຕໍ່ຂໍ້ກໍານົດສະບັບນີ້ ຈະຖືກປະຕິບັດວິໃນເຊັ່ນ: ສຶກສາອົບຮົມ,  ຍົກ ຍ້າຍໜ້າທີ່,  ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະກອນ,  ນອກຈາກນີ້ຍັງຈະໄດ້ປະຕິບັດມາດຕະການ ຕ່າງໆທີ່ໄດ້ລະບຸໃນໝວດທີ 8 ຂອງກົດໝາຍອາຍາ ຕາມແຕ່ລະກໍລະນີ ແລະຕາມລະບຽບກົດໝາຍອື່ນໆ ທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ V
ການຈັດຕັ້ງປະຕິບັດ

ມາດຕາ 15. ການຈັດຕັ້ງປະຕິບັດ
   ມອບໃຫ້ກົມການຄ້າພາຍໃນ, ກົມການນໍາເຂົ້າ ແລະສົ່ງອອກ, ພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ ແລະ ນະຄອນຫຼວງ ປະສານກັບ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຂໍ້ຕົກລົງ ສະບັບນີ້ ໃຫ້ໄດ້ຮັບຜົນດີ. ຂ້າງເທິງ

ມາດຕາ 16. ຜົນສັກສິດ                 
   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັນແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະປ່ຽນແທນ ຂໍ້ຕົກລົງສະບັບ ເລກທີ1331/ ກຄ, ລົງວັນທີ 28 /12 /2005, ວ່າດ້ວຍການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ. ຂ້າງເທິງ

ລັດຖະມົນຕີວ່າການ ກະຊວງ ອຸດສາຫະກຳ ແລະ ການຄ້າ
ດຣ. ນາມ ວິຍະເກດ

 

# ຫົວຂໍ້ ດາວໂຫຼດ
1 Decision on Administration of Fuel Import and Wholesale Businesses No.1785/MoIC.DTD. PDF
2 ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງທຸລະກິດ ນຳເຂົ້າ ແລະ ບໍລິການຂາຍຍົກ ນ້ຳມັນເຊື້ອໄຟ ເລກທີ 1785/ອຄ.ຄພນ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.