ກອງປະຊຸມພາກລັດ ກັບ ທຸລະກິດ ປືກສາຫາລື ແລະ ສະະຫຼຸບຕີລາຄາວຽກງານອຳນວຍຄວາມສະດວກການຄ້າ ແລະ ຂົນສົ່ງຢູ່ແຂວງຜົ້ງສາລີ.

ກອງປະຊຸມປືກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ແລະ ສະຫຼູບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 27 ພຶດສະພາ 2026 ນີ້ ທີ່ແຂວງຜົ້ງສາລີ, ໂດຍການເປັນປະທານຂອງທ່ານ ພອນໄຊ ອ່ອນສາ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ ທັງເປັນຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນແຂວງ, ເຂົ້າຮ່ວມມີທ່ານ ຍິນໄຊ ດວງພະຈັນ ກຳມະການພັກແຂວງ, ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ມີທ່ານ ເຫຼັກ ສຸກສັນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ມີບັນດາທ່ານໃນຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນແຂວງ 17 ພາກສ່ວນ (ຕາມຂໍ້ຕົກລົງ ເລກທີ 220/ຄປຂ, ລົງວັນທີ 21 ເມສາ 2026), ບັນດາທ່ານຕ່າງໜ້າຫົວໜ່ວຍທຸລະກິດພາຍໃນແຂວງເຂົ້າຮ່ວມທັງໝົດ 61 ທ່ານ, ຍິງ 7 ທ່ານ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍຍງານວຽກງານ ລະຫວ່າງ ຂະແໜງການລັດ-ພາກທຸລະກິດ, ການຄຸ້ມຄອງຢາງພາລາຢູ່ແຂວງຜົ້ງສາລີ ເພື່ອເຮັດໃຫ້ການສົ່ງເສີມປູກ, ການຊື້-ຂາຍຢ່າງພາລາ ໃນແຂວງຜົ້ງສາລີດໍາເນີນໄປໄດ້ຮັບໝາກຜົນດີກວ່າເກົ່າ ແລະ ຮັບຟັງການຜ່ານບົດສະຫຼູບການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ເຊີງໄລຍະຜ່ານມາ ໄດ້ເອົາໃຈໃສ່ຊີ້ນຳວຽກງານຢ່າງເປັນປົກກະຕິ, ໄດ້ເປັນເຈົ້າການລົງຕິດຕາມ, ກວດກາ,ຊຸກຍູ້ການແກ້ໄຂບັນຫາສິ່ງອັດຕັນທາງດ້ານການຄ້າ, ຂັ້ນຕອນໃນການອະນຸມັດສົ່ງອອກ-ນຳເຂົ້າສີນຄ້າ, ການຂົນສົ່ງ, ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ປະຈຳດ່ານຊາຍແດນ, ພ້ອມທັງຮັບຟັງການລາຍງານຜົນສຳເລັດກອງປະຊຸມສະໄໝທີ III ຂອງສະພາການຄ້າ ແລະ ອຸດສາຫະກຳແຂວງຜົ້ງສາລີ ພ້ອມທັງຜ່ານວຽກງານຈຸດສຸມຈຳນວນໜື່ງ.

ທ່ານ ພອນໄຊ ອ່ອນສາ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ທັງເປັນຫົວໜ້າຄະນະອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນແຂວງ ໂດຍລວມແລ້ວ, ເຫັນດີເອກະພາບຕໍ່ກັບເນື້ອໃນບົດລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າໃນນາມ   ໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ໃນນາມໜ່ວຍງານຄະນະອຳນວຍຄວາມສະດວກດ້ານການຂົນສົ່ງ ສືບຕໍ່ກຳນົດແຜນວຽກຈຸດສຸມ ແລະ ກິດຈະກຳໃນປີ 2026 ຕາມຮ່າງແບບຟອມທີ່ສູນກາງກຳນົດ.

ທິດຊີ້ນໍາຕໍ່ຜົນກອງປະຊຸມແມ່ນໄດ້ມອບຫຼາຍໜ້າວຽກ ຂອງແໝງການທີ່ກ່ຽວຂ້ອງຕ້ອງໄປຈັດຕັ້ງຜັນຂະຫຍາຍຄື: ຫຼຸດຜ່ອນຂອດຂັ້ນ, ຂອດການປະກອບເອກະສານ ແລະ ການເກັບຄ່າບໍລິການຂອງຂະແໜງການຕ່າງໆ, ປັບປຸງລະບົບບໍລິການຂອງສາງຄ່ຽນຖ່າຍສິນຄ້າ ແລະ ກວດກາຄືນບັນດາຈຸດກວດກາຕາມເສັ້ນທາງທີ່ບໍ່ຈໍາເປັນ ໂດຍໃຫ້ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງ, ຄົ້ນຄວ້າມາດຕະການໃນການຄຸ້ມຄອງຄອງຢາງພາລາຢູ່ແຂວງຜົ້ງສາລີ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ດີກວ່າເກົ່າ.

ຂ່າວ: ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.