ວັນທີ 1 ມິຖຸນາ 2026 ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ I, ນະຄອນຫຼວງວຽງຈັນ, ກະຊວງການເງິນ ໄດ້ຈັດພິທີເປີດນໍາໃຊ້ ລະບົບພາສີທັນສະໄໝ ລວມສູນ “Smart Customs” ຢ່າງເປັນທາງການ. ພີທີເປີດດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍ ບັນດາທ່ານຮອງລັດຖະມົນຕີ, ຮອງປະທານກໍາມະການປົກຄອງນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ພາສີ.
ລະບົບ Smart Customs ຖືກພັດທະນາຂຶ້ນ ໂດຍແມ່ນ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ກົມພາສີ ສົມທົບກັບ ບໍລິສັດ ໄອຄິວຣີ້ເທັກ ຈຳກັດ ເປັນຜູ້ພັດທະນາ ແລະ ອອກແບບບັນດາໂມດູນທັງໝົດທີ່ຕິດພັນກັບການຄຸ້ມຄອງ, ການສົ່ງອອກ-ນໍາເຂົ້າ, ການຜ່ານແດນ ສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີຊາຍແດນ ຮອບດ້ານ.

ລະບົບ Smart Customs ເປັນແພັດຟອມດິຈີຕອນ (Digital platform) ຕົວກາງໃນການລວມສູນ ແລະ ເຊື່ອມໂຍງຂໍ້ມູນພາສີແບບເອເລັກໂຕຼນິກ ເຊື່ອມຕໍ່ກັບບັນດາລະບົບທັງໝົດທີ່ຕິດພັນກັບວຽກງານພາສີຜ່ານ (Data Hub) ຢ່າງເປັນເອກະພາບ, ແນໃສ່ອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຂັ້ນຕອນໃຫ້ແກ່ຜູ້ປະກອບການນຳເຂົ້າ-ສົ່ງອອກ ແລະ ຮອງຮັບການຫັນການເກັບລາຍຮັບເປັນທັນສະໄໝ, ຊຶ່ງເປັນໜ້າວຽກຈຸດສຸມ ເລັ່ງໃສ່ການພັດທະນາ, ປັບປຸງລະບົບຄຸ້ມຄອງການຈັດເກັບລາຍຮັບຈາກການສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງ ແລະ ອໍານວຍຄວາມສະດວກທາງດ້ານການຄ້າຊາຍແດນ ຕາມແຜນປະຕິບັດຕົວຈິງຫັນການເກັບລາຍຮັບເປັນທັນສະໄໝ 5 ປີ (2026-2030)


ສໍາລັບແຜນການ ແມ່ນຈະສຸມໃສ່ການຜັນຂະຫຍາຍລະບົບພາສີທັນສະໄໝ ໂດຍສະເພາະບັນດາໂມດູນທີ່ສໍາເລັດ ແລະ ສືບຕໍ່ພັດທະນາໂມດູນອື່ນໆ ພ້ອມກັບຍົກລະດັບລະບົບມາເປັນ Mobile App ອໍານວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການໃນການເຂົ້າເຖິງ, ການແຈ້ງເຕືອນ ແລະ ກວດກາ ແລະ ການກວດປ່ອຍ ພ້ອມທັງການນໍາໃຊ້ລາຍເຊັນອີເລັກໂຕຣນິກ ແລະ ຍົກເລີກ ບາງແບບຟອມເອກະສານ ເພື່ອຫຼຸດຜ່ອນຄວາມແອອັດ ໃນການດຳ ເນີນການທາງເອກະສານ ຢູ່ດ່ານ ແລະ ຫັນມານໍາໃຊ້ລະບົບອີເລັກໂຕຣນິກ ແລະ ແບບຄົບຊຸດ.


ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.