ຕອນເຊົ້້າຂອງວັນທີ 4 ມີຖຸນາ 2026, ທີ່ ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ(ກຄອຄຂ.ສ) ໄດ້ຈັດກອງປະຊຸມທົົ່ວປະເທດ ຄັ້ງທີ V ໂດຍມີຈຸດປະສົງ ເພື່ອຜ່ານ (ຮ່າງ) ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ສຳລັບ 6 ເດຶອນທ້າຍປີ 2025 – 6 ເດືອນຕົ້ນປີ 2026 ແລະ ແຜນການປີ 2026-2027 ແລະ ເອກະສານທີ່ກ່ຽວຂ້ອງອື່ນໆ.

ກອງປະຊຸມ ໄດ້ຮັບກຽດເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ ກຄອຄຂ.ສ, ມີບັນດາຄະນະກົມ, ຄະນະພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນຈາກສູນກາງ ແລພ ທ້ອງຖິ່ນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ.

ທ່ານ ປອ ມະໂນທອງ ວົງໄຊ ປະທານກອງປະຊຸມ ກ່າວວ່າ: ເພື່ອຜັນຂະຫຍາຍຕາມ ແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1449/ຫສນຍ, ລົງວັນທີ 21 ສິງຫາ 2025 ວ່າດ້ວຍການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ 2025 ທີ່, ແຂວງບໍ່ແກ້ວ ນັ້ນ ,ໃນ 1ປີຜ່ານມາ ສາມາດຈັດຕັ້ງປະຕິບັດວຽກຈຸຸດສຸ່ມສໍາເລັດໄປແລ້ວ 11 ໜ້າວຽກ ຫຼື 50%, ມີຄວາມຄຶບໜ້າຫຼາຍ 5 ໜ້າວຽກ ຫຼື 23%, ມີຄວາມລ່າຊ້າ 6 ໜ້າວຽກ ຫຼື 27%.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.