ວັນທີ 27 ພຶດສະພາ 2026, ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ລົງເຮັດວຽກຮ່ວມກັບຄະນະຄຸ້ມຄອງດ່ານສາກົນປາກຊັນ-ບືງການ ເພື່ອຮັບຟັງການລາຍງານສະພາບການດໍາເນີນວຽກຂອງດ່ານ, ເກັບກໍາຂໍ້ມູນກ່ຽວກັບການນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນສິນຄ້າ, ຂັ້ນຕອນການກວດປ່ອຍສິນຄ້າ, ການບໍລິຫານຄວາມສ່ຽງ ພ້ອມທັງສໍາຫຼວດຄວາມພ້ອມຂອງສະຖານທີ່ ແລະ ອຸປະກອນຮັບໃຊ້ຂອງດ່ານ.
ການລົງເຮັດວຽກໃນຄັ້ງນີ້ ນໍາພາຄະນະກອງເລຂາໂດຍ ທ່ານ ໂພສອນ ທະລາພອນ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ, ທ່ານ ອຸ່ນຫຼ້າ ໄຊຍະນົນ, ຮອງຂະແໜງການຄ້າຕ່າງປະເທດ ພ້ອມດ້ວຍວິຊາການຈາກກອງເລຂາຈໍານວນໜຶ່ງ. ຝ່າຍຄະນະຄຸ້ມຄອງດ່ານ ນໍາໂດຍ ທ່ານ ທະນານັດ ພິມມະສອນ ພ້ອມດ້ວຍຜູ້ຕາງໜ້າຈາກພາສີທ່ານ ໄກສອນ ສີຈັນທະເລືອງ, ທ່ານ ພັນໂທ ເພັດອຸດົມ ສຸໂຄດ ແລະ ຂະແໜງການທີ່ປະຈໍາດ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ໂພສອນ ທະລາພອນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ
ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງແຂວງບໍລິຄຳໄຊ



ຄະນະກຳມະການຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ບໍລະຄໍາໄຊ ພ້ອມດ້ວຍພະນັກງານຂະແໜງການຄ້າຕ່າງປະເທດ
ຈາກການລົງເຮັດວຽກ ສາມາດສະຫຼຸບສະພາບລວມໄດ້ວ່າ ພາຍຫຼັງການເປີດນໍາໃຊ້ຂົວມິດຕະພາບ ການຄ້າຜ່ານດ່ານມີແນວໂນ້ມຂະຫຍາຍຕົວດີຂຶ້ນ ໂດຍສະເພາະປະລິມານສິນຄ້າທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມ ປະເພດສິນຄ້າຍັງບໍ່ທັນມີຄວາມຫຼາກຫຼາຍ ໂດຍສ່ວນໃຫຍ່ຍັງເປັນສິນຄ້າປະເພດນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ ແລະ ສິນຄ້າອຸປະໂພກບໍລິໂພກ. ສໍາລັບການຈັດເກັບລາຍຮັບຂອງແຂວງໃນປີ 2026 ປັດຈຸບັນສາມາດບັນລຸໄດ້ປະມານ 70% ຂອງແຜນການປະຈໍາປີ. ສ່ວນດ້ານສະຖານທີ່, ອຸປະກອນຮັບໃຊ້ ແລະ ບຸກຄະລາກອນ ພົບວ່າມີຄວາມພ້ອມ 100% ໃນການຮອງຮັບການນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນສິນຄ້າ.



ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 5
ສໍາລັບການນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນສິນຄ້າ ພົບວ່າສິນຄ້ານໍາເຂົ້າສ່ວນໃຫຍ່ຍັງເປັນສິນຄ້າປະເພດເດີມ ແລະ ຍັງບໍ່ທັນມີຄວາມຫຼາກຫຼາຍເມື່ອທຽບໃສ່ດ່ານໃນແຂວງໃກ້ຄຽງ. ຂະນະທີ່ສິນຄ້າຜ່ານແດນຍັງມີປະລິມານໜ້ອຍ ແລະ ຍັງບໍ່ທັນມີການຂະຫຍາຍຕົວຢ່າງຊັດເຈນ. ສ່ວນການເດີນທາງເຂົ້າ-ອອກຂອງປະຊາຊົນຜ່ານດ່ານ ປະຈຸບັນມີຜູ້ໃຊ້ບໍລິການສະເລ່ຍ 200-250 ຄົນຕໍ່ວັນ. ການຈັດເກັບຄ່າທໍານຽມ ແລະ ຄ່າບໍລິການ ໄດ້ນໍາໃຊ້ລະບົບ Smart Tax ເຂົ້າໃນການດໍາເນີນງານ ໂດຍບໍ່ຮັບເງິນສົດ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.



ສໍາລັບຂັ້ນຕອນການກວດປ່ອຍສິນຄ້າ ພົບວ່າຫາກເອກະສານຄົບຖ້ວນ ສາມາດກວດປ່ອຍລົດບັນທຸກໄດ້ພາຍໃນ 13-15 ນາທີຕໍ່ຄັນ. ສໍາລັບສິນຄ້າບາງປະເພດ ເຊັ່ນ ນໍ້າມັນເຊື້ອໄຟ ທີ່ຕ້ອງຜ່ານການກວດສອບຄຸນນະພາບ ຫຼື ມາດຕະຖານສິນຄ້າ ຈະໃຊ້ເວລາປະມານ 20-30 ນາທີຕໍ່ຄັນ. ສ່ວນການບໍລິຫານຄວາມສ່ຽງ ສໍາລັບສິນຄ້າທົ່ວໄປ ໂດຍສະເພາະສິນຄ້າກະສິກໍາ ບໍ່ໄດ້ມີການກວດກາເປັນປົກກະຕິ ຍົກເວັ້ນກໍລະນີທີ່ມີຂໍ້ມູນຂ່າວສານ ຫຼື ຂໍ້ບົ່ງຊີ້ຄວາມສ່ຽງທີ່ໜ້າເຊື່ອຖື. ໃນໄລຍະຜ່ານມາ ຍັງບໍ່ພົບບັນຫາດ້ານຄວາມສ່ຽງ ຫຼື ການລັກລອບຂົນສົ່ງສິນຄ້າທີ່ສໍາຄັນຢູ່ໃນດ່ານແຫ່ງນີ້.
ຜົນຈາກການສໍາຫຼວດພື້ນທີ່ຍັງພົບວ່າ ດ່ານສາກົນປາກຊັນ-ບືງການ ມີພື້ນທີ່ກວ້າງຂວາງ, ລະບົບໂຄງສ້າງພື້ນຖານ ແລະ ອຸປະກອນຮັບໃຊ້ການບໍລິການມີຄວາມພ້ອມສູງ ສາມາດຮອງຮັບການຂະຫຍາຍຕົວດ້ານການຄ້າ ແລະ ການຂົນສົ່ງໃນອະນາຄົດໄດ້ເປັນຢ່າງດີ.
ພາຍຫຼັງການລົງຕິດຕາມ ແລະ ປະເມີນສະພາບຕົວຈິງ ຄະນະກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ສະເໜີບາງທິດທາງເພື່ອນໍາໄປປັບປຸງ ແລະ ພັດທະນາການດໍາເນີນວຽກຂອງດ່ານ ດັ່ງນີ້:
- ສະເໜີໃຫ້ຄະນະຄຸ້ມຄອງດ່ານສ້າງປ້າຍ ຫຼື ແຜ່ນໂຄສະນາປະຊາສໍາພັນທີ່ຊັດເຈນ ກ່ຽວກັບອັດຕາຄ່າທໍານຽມ, ຄ່າບໍລິການ ແລະ ລະບຽບການທີ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ, ສ້າງຄວາມເຊື່ອໝັ້ນ, ຄວາມໂປ່ງໃສ ແລະ ເປັນຊ່ອງທາງແນະນໍາຂໍ້ມູນໃຫ້ແກ່ຜູ້ປະກອບການ ພ້ອມທັງດຶງດູດຜູ້ໃຊ້ບໍລິການໃຫ້ເພີ່ມຂຶ້ນ.
- ສະເໜີໃຫ້ຄະນະຄຸ້ມຄອງດ່ານ ສືບຕໍ່ປະສານສົມທົບກັບຄະນະຄຸ້ມຄອງດ່ານເບື້ອງຣາຊະອານາຈັກໄທ ເພື່ອປຶກສາຫາລືແນວທາງໃນການດຶງດູດການນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນສິນຄ້າປະເພດໃໝ່ໃຫ້ມີຄວາມຫຼາກຫຼາຍຂຶ້ນ ບົນພື້ນຖານຂອງລະບຽບການ, ກົດໝາຍ ແລະ ຫຼັກການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.
- ສະເໜີໃຫ້ດ່ານສືບຕໍ່ປັບປຸງຂັ້ນຕອນການກວດປ່ອຍສິນຄ້າ ແລະ ການບໍລິການໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຫຼຸດຜ່ອນເວລາລໍຖ້າຂອງຜູ້ປະກອບການ ເພື່ອເພີ່ມຄວາມສາມາດແຂ່ງຂັນຂອງດ່ານ ແລະ ຮອງຮັບປະລິມານສິນຄ້າທີ່ມີແນວໂນ້ມເພີ່ມຂຶ້ນໃນອະນາຄົດ.
- ສະເໜີໃຫ້ຄະນະຄຸ້ມຄອງດ່ານ ປະສານງານກັບພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອສຶກສາ ແລະ ຊອກຫາແນວທາງດຶງດູດສິນຄ້າຜ່ານແດນ ແລະ ສິນຄ້າປະເພດໃໝ່ໃຫ້ເຂົ້າມານໍາໃຊ້ດ່ານຫຼາຍຂຶ້ນ ເພື່ອໃຫ້ສອດຄ່ອງກັບສັກກະຍະພາບ, ຄວາມພ້ອມຂອງໂຄງສ້າງພື້ນຖານ ແລະ ທ່າແຮງຂອງດ່ານສາກົນປາກຊັນ-ບືງການ.
ການລົງເຮັດວຽກໃນຄັ້ງນີ້ ຖືເປັນອີກໜຶ່ງກິດຈະກໍາສໍາຄັນໃນການຕິດຕາມ, ປະເມີນສະພາບຕົວຈິງ ແລະ ຊອກຫາແນວທາງປັບປຸງການອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ໃຫ້ມີປະສິດທິພາບຫຼາຍຂຶ້ນ ເພື່ອຮອງຮັບການຂະຫຍາຍຕົວທາງເສດຖະກິດ ແລະ ການຄ້າຂ້າມແດນຂອງແຂວງໃນອະນາຄົດ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.