ໃນຕອນເຊົ້າ ເວລາ 08:00 ໂມງ ຂອງວັນທີ 01 ກໍລະກົດ 2026, ທີ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າ, ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ລະບຽບການ ຂັ້ນຕອນກ່ຽວກັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບ E-CO, ໃບຢັ້ງຢືນສຸຂະອານາໄມພືດ ແລະ ໃບອະນຸຍາດນຳເຂົ້າສິນຄ້າປະເພດເຄື່ອງບໍລິໂພກ. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ໂພສອນ ທະລາພອນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.

ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ, ໃນນັ້ນຍິງ 16 ທ່ານ, ປະກອບມີຕາງໜ້າຈາກກົມການຄ້າຕ່າງປະເທດ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພະແນກສາທາລະນະສຸກແຂວງ, ສ່ວຍສາອາກອນແຂວງ, ພະແນກ ຍທຂ ແຂວງ, ພາສີປະຈໍາແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ພ້ອມດ້ວຍຕາງໜ້າຈາກບັນດາບໍລິສັດ, ໂຮງງານ ແລະ ຜູ້ປະກອບການທີ່ດໍາເນີນກິດຈະການກ່ຽວກັບການນໍາເຂົ້າ-ສົ່ງອອກ ເຂົ້າຮ່ວມ.
ຈຸດປະສົງສໍາຄັນຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ພາກລັດ, ພາກທຸລະກິດ, ບັນດາບໍລິສັດ, ໂຮງງານ ແລະ ຜູ້ປະກອບການ ກ່ຽວກັບລະບຽບການ, ຂັ້ນຕອນ ແລະ ກົນໄກການບໍລິການຂອງພາກລັດ ໃນວຽກງານອໍານວຍຄວາມສະດວກດ້ານການຄ້າ, ການນໍາເຂົ້າ ແລະ ການສົ່ງອອກ. ເນື້ອໃນທີ່ໄດ້ເຜີຍແຜ່ປະກອບມີ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບ E-CO, ການອອກໃບຢັ້ງຢືນສຸຂະອານາໄມພືດ, ການອອກໃບຢັ້ງຢືນອາຫານ ແລະ ຢາ ສໍາລັບສິນຄ້າອຸປະໂພກ-ບໍລິໂພກນໍາເຂົ້າ, ໃບອະນຸຍາດນໍາເຂົ້າສິນຄ້າປະເພດເຄື່ອງບໍລິໂພກ ແລະ ການລົງທະບຽນຜູ້ນໍາເຂົ້າ-ສົ່ງອອກ.

ໃນກອງປະຊຸມ, ບັນດານັກວິທະຍາກອນ ແລະ ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ໄດ້ຜຽນກັນຂຶ້ນບັນລະຍາຍ ແລະ ຊີ້ແຈງເນື້ອໃນຕາມຂອບເຂດວຽກງານຂອງຕົນ. ໂດຍສະເພາະ ທ່ານ ໂພໄຊ ອິນທະບົວລີ, ຕາງໜ້າພະແນກຄຸ້ມຄອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຂຶ້ນບັນລະຍາຍໃນຫົວຂໍ້ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບ E-CO.
ທ່ານ ໂພໄຊ ອິນທະບົວລີ ໄດ້ອະທິບາຍໃຫ້ເຫັນວ່າ ລະບົບ E-CO ເປັນກົນໄກອີເລັກໂຕຣນິກທີ່ມີບົດບາດສໍາຄັນໃນການຍົກລະດັບການບໍລິການຂອງພາກລັດ ໃຫ້ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້. ການນໍາໃຊ້ລະບົບ E-CO ໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນຂັ້ນຕອນທາງບໍລິຫານ ແລະ ຕົ້ນທຶນໃນການດໍາເນີນເອກະສານເທົ່ານັ້ນ, ແຕ່ຍັງຊ່ວຍເສີມສ້າງຄວາມຖືກຕ້ອງ, ຄວາມໜ້າເຊື່ອຖື ແລະ ຄວາມໂປ່ງໃສຂອງຂໍ້ມູນການຄ້າ.
ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເອກະສານສໍາຄັນໃນການຢືນຢັນແຫຼ່ງກຳເນີດຂອງສິນຄ້າ, ຊ່ວຍໃຫ້ສິນຄ້າສົ່ງອອກສາມາດໄດ້ຮັບສິດທິພິເສດທາງພາສີຕາມຂໍ້ຕົກລົງການຄ້າ ແລະ ຊ່ວຍເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງສິນຄ້າລາວໃນຕະຫຼາດສາກົນ. ດັ່ງນັ້ນ, ການເຂົ້າໃຈຂັ້ນຕອນ, ເງື່ອນໄຂ ແລະ ເອກະສານປະກອບໃນການຂໍອອກໃບຢັ້ງຢືນ ຈຶ່ງເປັນພື້ນຖານສໍາຄັນສໍາລັບຜູ້ປະກອບການນໍາເຂົ້າ-ສົ່ງອອກ.
ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ເຜີຍແຜ່ລະບຽບການ ແລະ ຂັ້ນຕອນກ່ຽວກັບການອອກໃບຢັ້ງຢືນສຸຂະອານາໄມພືດ, ເຊິ່ງເປັນມາດຕະການທາງວິທະຍາສາດທີ່ມີບົດບາດສໍາຄັນໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງສັດຕູພືດຂ້າມຊາຍແດນ, ຮັບປະກັນຄວາມປອດໄພດ້ານກະສິກໍາ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຕະຫຼາດປາຍທາງ. ການອອກໃບຢັ້ງຢືນດັ່ງກ່າວ ເປັນການຮັບຮອງວ່າສິນຄ້າພືດ ຫຼື ຜະລິດຕະພັນພືດ ໄດ້ຜ່ານການກວດກາຕາມຫຼັກວິຊາການ ແລະ ສອດຄ່ອງກັບຂໍ້ກໍານົດຂອງປະເທດປາຍທາງ.

ສໍາລັບຫົວຂໍ້ການອອກໃບຢັ້ງຢືນອາຫານ ແລະ ຢາ ສໍາລັບສິນຄ້າອຸປະໂພກ-ບໍລິໂພກນໍາເຂົ້າ, ໃບອະນຸຍາດນໍາເຂົ້າສິນຄ້າປະເພດເຄື່ອງບໍລິໂພກ ແລະ ການລົງທະບຽນ, ບັນດາວິທະຍາກອນໄດ້ຊີ້ແຈງໃຫ້ຜູ້ປະກອບການເຂົ້າໃຈຫຼັກການ, ຂັ້ນຕອນ, ເງື່ອນໄຂ ແລະ ເອກະສານປະກອບທີ່ຈໍາເປັນ. ວຽກງານດັ່ງກ່າວ ແມ່ນກົນໄກສໍາຄັນໃນການຄຸ້ມຄອງຄຸນນະພາບສິນຄ້າ, ຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ສົ່ງເສີມໃຫ້ການນໍາເຂົ້າສິນຄ້າດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບການ ແລະ ມາດຕະຖານທີ່ກໍານົດ.
ກອງປະຊຸມຄັ້ງນີ້ ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີການປະກອບຄໍາຄິດຄໍາເຫັນຈາກຂະແໜງການທີ່ກ່ຽວຂ້ອງ, ພາກທຸລະກິດ, ບັນດາບໍລິສັດ, ໂຮງງານ ແລະ ຜູ້ປະກອບການ. ຜູ້ເຂົ້າຮ່ວມໄດ້ຮ່ວມກັນຍົກໃຫ້ເຫັນທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາທ້າທາຍທີ່ຍັງເປັນອຸປະສັກໃນຂະບວນການນໍາເຂົ້າ-ສົ່ງອອກ. ນອກຈາກນີ້ ກອງປະຊຸມຍັງໄດ້ເປີດເວທີຖາມ-ຕອບ ເພື່ອໃຫ້ຜູ້ປະກອບການໄດ້ສອບຖາມບັນຫາຕົວຈິງ ແລະ ຮັບຟັງຄໍາຊີ້ແຈງຈາກຂະແໜງການຜູ້ຮັບຜິດຊອບໂດຍກົງ.
ການຈັດກອງປະຊຸມຄັ້ງນີ້ ຖືເປັນການຊຸກຍູ້ທີ່ສໍາຄັນໃນການເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພາກລັດ ແລະ ພາກທຸລະກິດ, ພ້ອມທັງເປັນພື້ນຖານໃນການສ້າງການປະສານງານ, ການແລກປ່ຽນຂໍ້ມູນ ແລະ ການຮ່ວມມືລະຫວ່າງຂະແໜງການພາກລັດກັບພາກທຸລະກິດ. ທັງນີ້ ເພື່ອມຸ່ງໄປສູ່ການພັດທະນາລະບົບການຄ້າ ແລະ ການຂົນສົ່ງ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ, ມີປະສິດທິພາບ, ຫຼຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍໃຫ້ຜູ້ປະກອບການ, ພ້ອມທັງອໍານວຍຄວາມສະດວກໃຫ້ວຽກງານນໍາເຂົ້າ-ສົ່ງອອກ ດໍາເນີນໄປຢ່າງຄ່ອງຕົວ ແລະ ຍືນຍົງ.






ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.