ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ນິຍາມ
ມາດຕາ 3. ປະເພດສານເຄມີທີ່ທໍາລາຍຊັ້ນໂອໂຊນ ທີ່ເປັນສານຖືກຄວບຄຸມການນໍາໃຊ້
ມາດຕາ 4. ຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 5. ການພົວພັນ ແລະ ຮ່ວມມືກັບສາກົນ

ໝວດທີ II - ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 6. ຫຼັກການພື້ນຖານ ໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 7. ການຂຶ້ນທະບຽນເພື່ອຄຸ້ມຄອງການນໍາເຂົ້າ-ສົ່ງອອກ
ມາດຕາ 8. ຂັ້ນຕອນໃນການຂຶ້ນທະບຽນເພື່ອຄຸ້ມຄອງການນໍາເຂົ້າ-ສົ່ງອອກ
ມາດຕາ 9. ການອອກໃບອະນຸຍາດໃຫ້ນໍາເຂົ້າ-ສົ່ງອອກ
ມາດຕາ 10. ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ຫຼື ຜະລິດຕະພັນ, ວັດຖຸອຸປະກອນ ຫຼື ພາຫະນະທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີດັ່ງກ່າວ ທີ່ຫ້າມນໍາເຂົ້າ
ມາດຕາ 11. ການນໍາເຂົ້າ-ສົ່ງອອກຈໍາພວກສານເຄມີທົດແທນ

ໝວດທີ III - ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 12. ເປົ້າໝາຍການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 13. ປະເພດເປົ້າໝາຍຂອງການນໍາໃຊ້
ມາດຕາ 14. ການຫຼຸດຜ່ອນການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ໝວດທີ IV - ການຄຸ້ມຄອງ ແລະ ຕິດຕາມກວດກາການນໍາໃຊ້ ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 15. ອົງການຄຸ້ມຄອງ-ຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 16. ສິດ ແລະ ໜ້າທີ່ຂອງອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກ່ຽວກັບການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 17. ສິດ ແລະ ໜ້າທີ່ຂອງຫ້ອງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ,ນະຄອນ, ເຂດພິເສດກ່ຽວກັບການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 18. ອົງການຕິດຕາມກວດກາ
ມາດຕາ 19. ວິທີ ແລະ ຮູບການຕິດຕາມກວດກາ

ໝວດທີ V - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 20. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 21. ມາດຕະການຕໍ່ຜູ້ລະເມີດ

ໝວດທີ VI - ບົດບັນຍັດສຸດທ້າຍ

ມາດຕາ 22. ການຈັດຕັ້ງປະຕິບັດ
ມາດຕາ 23. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ    ເລກທີ 162/ນຍ
ນະຄອນຫຼວງວຽງຈັນ, ວັນທີ 13 ຕຸລາ 2003

ດໍາລັດ
ວ່າດ້ວຍການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ

  • ອີງຕາມກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 02/03/ສພຊ, ລົງວັນທີ 6 ພຶດສະພາ 2003.
  • ອີງຕາມກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 02/99/ສພຊ, ລົງວັນທີ 03 ເມສາ 1999.
  • ອີງຕາມການສະເໜີຂອງທ່ານຫົວໜ້າອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.

ນາຍົກລັດຖະມົນຕີອອກດໍາລັດ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ດໍາລັດສະບັບນີ້ວາງອອກ ເພື່ອກໍານົດຫຼັກການ, ລະບຽບການ ແລະ ບັນດາມາດຕະການອັນຈໍາເປັນ ແນໃສ່ຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ເພື່ອປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນການເສື່ອມໂຊມຂອງຊັ້ນໂອໂຊນ, ໂດຍປະຕິບັດຕາມແຜນງານແຫ່ງຊາດ ວ່າດ້ວຍການຫຼຸດຜ່ອນ ແລະ ການເຊົາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ ພາຍໃຕ້ອະນຸສັນຍາມົງເຣອານ, ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຂະຫຍາຍຕົວຕາມແຜນການຂອງລັດຖະບານ. ຂ້າງເທິງ

ມາດຕາ 2. ນິຍາມ
   ສານເຄມີທໍາລາຍຊັ້ນໂອໂຊນ ແມ່ນສານທີ່ສາມາດເກີດປະຕິກິລິຍາ ກັບໂມເລກູນຂອງໂອໂຊນຢູ່ໃນຊັ້ນບັນຍາກາດ. ຈໍາພວກເຄມີທີ່ທໍາລາຍຊັ້ນໂອໂຊນ ໂດຍພື້ນຖານແລ້ວແມ່ນທາດເຄມີທີ່ປະກອບດ້ວຍ ສານຄຼໍຣີນ (Chlorinated), ຟລູອໍຣີນ (Fluorinated) ຫຼື ໂບຣມີນໄຮໂດຣຄາຣ໌ບອນ (Brominated hydrocarbons), ຄຼໍໂຣຟລູອໍໂຣຄາຣ໌ບອນ (Chlorofluorocarbons ‘‘CFCs’’), ໄຮໂດຣໂຣຟລູອໍໂຣຄາຣ໌ບອນ (Hydrochlorofluorocarbons ‘‘HCFCs’’), ເຮລອນ (Halons), ໄຮໂດຣໂບຣໂມຟລູອໍໂຣຄາຣ໌ບອນ (Hydrobromofluorocarbons ‘‘HBFCs’’), ໂບຣໂມກຼໍໂຣມີເທນ (Bromochloromethane), ເມທີນກລໍໂຣຟອມ (Methylchloroform), ຄາຣ໌ບອນເຕຕຣາກລໍໄຣ (Carbon tetrachloride) ແລະ ເມທີນໂບຣໄມ (Methyl bromide).

   ຊັ້ນໂອໂຊນແມ່ນຊັ້ນໜຶ່ງທີ່ບາງ ສາມາດພົບໄດ້ໃນຊັ້ນບັນຍາກາດ ເຊິ່ງມີການລວມຕົວກັນຂອງໂມເລກູນໂອໂຊນ ທີ່ຢູ່ຫ່າງຈາກໜ່ວຍໂລກຂອງພວກເຮົາ ປະມານ 10-50 ກິໂລແມັດ, ເຊິ່ງມີໜ້າທີ່ດູູດເອົາແສງລັງສີ ສີມ່ວງຊະນິດບີທັງໝົດທີ່ເປັນອັນຕະລາຍ ຈາກແສງຕາເວັນ ແລະ ສາມາດກັ່ນຕອງອາຍພິດອອກຈາກແສງລັງສີ ສີມ່ວງຊະນິດຊີ, ສະນັ້ນຊັ້ນໂອໂຊນຈຶ່ງມີຄວາມໝາຍສໍາຄັນ ຕໍ່ສິ່ງທີ່ມີຊີວິດໃນໂລກ. ຂ້າງເທິງ

ມາດຕາ 3. ປະເພດສານເຄມີທີ່ທໍາລາຍຊັ້ນໂອໂຊນ ທີ່ເປັນສານຖືກຄວບຄຸມການນໍາໃຊ້
   ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ທີ່ເປັນສານຖືກຄວບຄຸມການນໍາໃຊ້ປະກອບມີ: ສານຄຼໍໂຣຟລູອໍໂຣຄາຣ໌ບອນ- 11 (CFC– 11), ຄຼໍໂຣຟລູອໍໂຣຄາຣ໌ບອນ- 12 (CFC– 12), ໄຮໂດຣໂຣຟລູອໍໂຣຄາຣ໌ບອນ- 22 (HCFCs– 22), ອາຣ໌- 502 (R– 502), ເຮລອນ- 1211 (Halon- 1211), ເຮລອນ- 1301 (Halon- 1301), ເຮລອນ- 2402 (Halon- 2402), 1, 1, 1- ທຣີຄລໍໂຣອີເທນ (1, 1, 1-Trichloro ethane), ເມທີນໂບຣໄມ (Methyl bromide). ຂ້າງເທິງ

ມາດຕາ 4. ຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ
   ຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ມີດັ່ງນີ້:

  1. ແອເຢັນທີ່ໃຊ້ສານເຄມີເຮັດໃຫ້ມີຄວາມເຢັນຊະນິດ ອາຣ໌- 12 (R– 12 ‘‘Refrigerant’’).
  2. ອຸປະກອນໄຟຟ້າ ແລະ ພາຫະນະທີ່ຖືກອອກແບບ ເພື່ອນໍາໃຊ້ສານເຄມີເຮັດໃຫ້ມີຄວາມເຢັນຊະນິດ ອາຣ໌- 12; ອາຣ໌- 22 (R– 12; R– 22 ‘‘Refrigerant’’).
  3. ອຸປະກອນທີ່ຖືກອອກແບບ ເພື່ອນໍາໃຊ້ສານເຄມີສໍາລັບມອດໄຟຊະນິດເຮລອນ (Halon) 1211; 1301; 2402.
  4. ຜະລິດຕະພັນອື່ນໆທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ. ຂ້າງເທິງ

ມາດຕາ 5. ການພົວພັນ ແລະ ຮ່ວມມືກັບສາກົນ
   ລັດຖະບານສົ່ງເສີມການພົວພັນ ແລະ ຮ່ວມມືກັບສາກົນໃນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ເພື່ອປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ. ຂ້າງເທິງ

ໝວດທີ II
ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 6. ຫຼັກການພື້ນຖານ ໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ມີດັ່ງນີ້:

  1. ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ ທີ່ມີຈຸດປະສົງຢາກນໍາເຂົ້າ-ສົ່ງອອກ ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ຕ້ອງປະຕິບັດຕາມດໍາລັດສະບັບນີ້ ແລະ ລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ.
  2. ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ແມ່ນໃຫ້ນໍາໃຊ້ຕາມເປົ້າໝາຍທີ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ.
  3. ໃນກໍລະນີໃດກໍຕາມ, ເພື່ອຄວາມສະດວກໃນການຄວວບຄຸມການນໍາໃຊ້, ຈະອະນຸຍາດໃຫ້ສະເພາະນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງນໍາເຂົ້າ-ສົ່ງອອກ ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນໄດ້ເທົ່ານັ້ນ. ຂ້າງເທິງ

ມາດຕາ 7. ການຂຶ້ນທະບຽນເພື່ອຄຸ້ມຄອງການນໍາເຂົ້າ-ສົ່ງອອກ
   ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ ທີ່ມີຈຸດປະສົງຢາກນໍາເຂົ້າ-ສົ່ງອອກຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ຫຼື ຜະລິດຕະພັນ, ວັດຖຸອຸປະກອນ ຫຼື ພາຫະນະທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີດັ່ງກ່າວ ຕ້ອງໄດ້ຂຶ້ນທະບຽນຄຸ້ມຄອງ ການນໍາເຂົ້າ-ສົ່ງອອກ ຈາກອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຫຼື ຫ້ອງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດພິເສດເສຍກ່ອນ ແລ້ວຈຶ່ງຂໍອະນຸຍາດນໍາເຂົ້າ-ສົ່ງອອກ ຈາກຂະແໜງການຄ້າ ເພື່ອໃຫ້ການຄຸ້ມຄອງຕິດຕາມກວດກາ ການນໍາໃຊ້ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 8. ຂັ້ນຕອນໃນການຂຶ້ນທະບຽນ ເພື່ອຄຸ້ມຄອງການນໍາເຂົ້າ-ສົ່ງອອກ
   ຂັ້ນຕອນໃນການຂຶ້ນທະບຽນ ເພື່ອຄຸ້ມຄອງການນໍາເຂົ້າ-ສົ່ງອອກຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ຫຼື ຜະລິດຕະພັນ, ວັດຖຸອຸປະກອນ ຫຼື ພາຫະນະທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີດັ່ງກ່າວ ແມ່ນມອບໃຫ້ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເປັນຜູ້ອອກລະບຽບການຕ່າງຫາກ. ຂ້າງເທິງ

ມາດຕາ 9. ການອອກໃບອະນຸຍາດໃຫ້ນໍາເຂົ້າ-ສົ່ງອອກ
   ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ ທີ່ຕ້ອງການນໍາເຂົ້າ-ສົ່ງອອກຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ຫຼື ຜະລິດຕະພັນ, ວັດຖຸອຸປະກອນ ຫຼື ພາຫະນະທີ່ຖືກອອກແບບ ເພື່ອນໍາໃຊ້ສານເຄມີຈໍາພວກດັ່ງກ່າວ ໃຫ້ປະຕິບັດຕາມ ມາດຕາ 7 ຂອງດໍາລັດສະບັບນີ້ ຈຶ່ງໄດ້ຮັບໃບອະນຸຍາດໃຫ້ນໍາເຂົ້າ-ສົ່ງອອກ ຕາມຂໍ້ກໍານົດຂອງກະຊວງການຄ້າ ສະບັບເລກທີ 0106/ກຄ.ຕປທ, ລົງວັນທີ 25 ມັງກອນ 2002 ວ່າດ້ວຍການຂໍອະນຸຍາດນໍາເຂົ້າ-ສົ່ງອອກສິນຄ້າຄວບຄຸມ. ຂ້າງເທິງ

ມາດຕາ 10. ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ຫຼື ຜະລິດຕະພັນ, ວັດຖຸອຸປະກອນ ຫຼື ພາຫະນະທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີດັ່ງກ່າວທີ່ຫ້າມນໍາເຂົ້າ
   ເພື່ອໃຫ້ສອດຄ່ອງຕາມແຜນງານແຫ່ງຊາດຂອງ ສປປລາວ ວ່າດ້ວຍການຫຼຸດຜ່ອນ ແລະ ເຊົາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ພາຍໃຕ້ອະນຸສັນຍາມົງເຣອານ, ລັດຖະບານແຫ່ງ ສປປລາວ ຫ້າມນໍາເຂົ້າຜະລິດຕະພັນ, ວັດຖຸອຸປະກອນ ຫຼື ພາຫະນະທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ເປັນສານຖືກຄວບຄຸມ ພາຍໃນປີ 2006 ແລະ ຫ້າມນໍາເຂົ້າຈໍາພວກສານເຄມີດັ່ງກ່າວ ພາຍໃນປີ 2008. ສໍາລັບຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ຊຶ່ງໄດ້ຮັບອະນຸຍາດນໍາເຂົ້າກ່ອນນັ້ນ ແມ່ນສາມາດໃຊ້ໄດ້ຈົນເຖິງປີ 2010.
   ຍົກເວັ້ນໃນກໍລະນີທີ່ມີຄວາມຈໍາເປັນ ຈະໄດ້ຮັບອະນຸຍາດໃຫ້ນໍາເຂົ້າຈໍາພວກສານເຄມີ ທີ່ເປັນສານຖືກຄວບຄຸມ ເພື່ອການຊົມໃຊ້ສະເພາະພິເສດເຊັ່ນ: ນໍາໃຊ້ໃນການທົດລອງ, ຄົ້ນຄວ້າ, ວິໄຈທາງດ້ານວິທະຍາສາດການແພດ ແລະອື່ນໆ ໂດຍປະຕິບັດຕາມ ມາດຕາ 7 ຂອງດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 11. ການນໍາເຂົ້າ-ສົ່ງອອກຈໍາພວກສານເຄມີທົດແທນ
   ອະນຸຍາດໃຫ້ນໍາເຂົ້າ-ສົ່ງອອກສານທົດແທນ ປະເພດ HCFCs ເພື່ອທົດແທນຈໍາພວກສານເຄມີ ທີ່ຫ້າມນໍາເຂົ້າ-ສົ່ງອອກ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 10 ຂອງດໍາລັດສະບັບນີ້ ເຊິ່ງສານທົດແທນດັ່ງກ່າວ ສາມາດນໍາໃຊ້ເຖິງປີ 2040 ຕາມທີ່ໄດ້ກໍານົດໄວ້ໃນອະນຸສັນຍາມົງເຣອານ. ຂ້າງເທິງ

ໝວດທີ III
ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 12. ເປົ້າໝາຍການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ
   ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 3 ຂອງດໍາລັດສະບັບນີ້ ຕ້ອງໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ມາດຕະຖານເຕັກນິກຂອງແຕ່ລະປະເພດ ເພື່ອຮັບປະກັນໃນການປົກປັກຮັກສາຊັ້ນໂອໂຊນ. ຂ້າງເທິງ

ມາດຕາ 13. ປະເພດເປົ້າໝາຍຂອງການນໍາໃຊ້
   ປະເພດເປົ້າໝາຍຂອງການນໍາໃຊ້ ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນມີດັ່ງນີ້:

  1. ສານຄຼໍໂຣຟລູອໍໂຣຄາຣ໌ບອນ- 11 (CFC- 11) ໃຊ້ສໍາລັບເຄື່ອງທີ່ເຮັດໃຫ້ເກີດຄວາມເຢັນ, ສ້ອມແປງ ແລະ ບໍາລຸງຮັກສາກົນຈັກບາງຊະນິດ, ການຜະລິດຟອງນໍ້າແບບແຂງ ຫຼື ຫົດຢືດ ແລະ ເປັນແຜ່ນໜາ.
  2. ສານຄຼໍໂຣຟລູອໍໂຣຄາຣ໌ບອນ- 12 (CFC- 12) ໃຊ້ສໍາລັບເຄື່ອງປັບອາກາດເຄື່ອນທີ່ໃນແອລົດ, ຕູ້ເຢັນ, ຕູ້ເຮັດນໍ້າກ້ອນ, ຕູ້ເຮັດນໍ້າເຢັນສ້ອມແປງ ແລະ ບໍາລຸງຮັກສາອຸປະກອນ ທີ່ເຮັດໃຫ້ເກີດຄວາມເຢັນ.
  3. ສານໄຮໂດຣໂຣຟລູອໍໂຣຄາຣ໌ບອນ- 22 (HCFCs– 22) ໃຊ້ສໍາລັບເຄື່ອງທີ່ເຮັດໃຫ້ມີຄວາມເຢັນ ຂະໜາດໃຫຍ່ (ແອຊັງຕຣານ) ຫຼື ແອແຍກສ່ວນ, ຕູ້ແຊ່, ແອເຢັນແບບທໍາມະດາ, ຕູ້ເຮັດນໍ້າກ້ອນ, ຫ້ອງເຢັນ, ສ້ອມແປງ ແລະ ບໍາລຸງຮັກສາອຸປະກອນທີ່ເຮັດໃຫ້ເກີດຄວາມເຢັນ.
  4. ສານອາຣ໌- 502 (R- 502) ໃຊ້ສໍາລັບຕູ້ແຊ່ແຂງ, ຕູ້ເຮັດນໍ້າກ້ອນ, ໃຊ້ສ້ອມແປງ ແລະ ບໍາລຸງຮັກສາອຸປະກອນ ທີ່ເຮັດໃຫ້ເກີດຄວາມເຢັນ.
  5. ສານເຮລອນ- 1211 (Halon- 1211), ສານເຮລອນ- 1301 (Halon- 1301), ສານເຮລອນ- 2402 (Halon- 2402) ໃຊ້ເພື່ອມອດໄຟ, ໃຊ້ໃນການຝຶກອົບຮົມການບິນພົນລະເຮືອນ, ທະຫານ.
  6. ສານ 1, 1, 1- ທຣີກລໍໂຣອີເທນ (1, 1, 1 Trichloroethane) ໃຊ້ໃນການທໍາຄວາມສະອາດໂລຫະ ຫຼື ອຸດສາຫະກໍາໂລຫະ ແລະ ບໍາລຸງຮັກສາກົນຈັກການບິນ.
  7. ສານເມທີນໂບຣໄມ (Methyl Bromide) ໃຊ້ສໍາລັບຂົງເຂດກະສິກໍາເຊັ່ນ: ການບົ່ມແນວພັນເຂົ້າ, ຢາສູບ, ການຂ້າເຊື້ອໂລກຕິດຕໍ່ການຂົນສົ່ງ ແລະອື່ນໆ.
    ສໍາລັບສານທີ່ກໍານົດໄວ້ໃນຂໍ້ 7 ຂອງມາດຕານີ້ ແມ່ນຖືກຫ້າມນໍາໃຊ້ແລ້ວ ໂດຍອີງຕາມກົດລະບຽບການຄຸ້ມຄອງ ແລະ ການນໍາໃຊ້ຢາປາບສັດຕູພືດຢູ່ໃນ ສປປ ລາວ ຂອງກະຊວງກະສິກໍາ ແລະ ປ່າໄມ້, ສະບັບເລກທີ 0886/ກປ, ລົງວັນທີ 10/03/2000. ຂ້າງເທິງ

ມາດຕາ 14. ການຫຼຸດຜ່ອນການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ
   ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ ທີ່ນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ໃນຂະບວນການຜະລິດ ຫຼື ເຂົ້າໃນເປົ້າໝາຍໃດໜຶ່ງນັ້ນ ສາມາດນໍາໃຊ້ສານດັ່ງກ່າວໄດ້ເຊັ່ນ: ເຄື່ອງດັບເພີງ, ຕູ້ເຢັນ, ເຄື່ອງປັບອາກາດ, ເຄື່ອງເຮັດຄວາມເຢັນ ແລະອື່ນໆ, ແຕ່ຕ້ອງຜ່ານການເຫັນດີອະນຸມັດ ຈາກອົງການທີ່ກ່ຽວຂ້ອງ ແລະ ຈະຕ້ອງຂຶ້ນທະບຽນເພື່ອການຕິດຕາມກວດກາ.
   ການນໍາໃຊ້ຈໍາພວກສານເຄມີດັ່ງກ່າວ ແມ່ນໃຫ້ປະຕິບັດຕາມແຜນຫຼຸດຜ່ອນ ຂອງແຜນງານແຫ່ງຊາດວ່າດ້ວຍການຫຼຸດຜ່ອນ ແລະ ການເຊົາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ພາຍໃຕ້ອະນຸສັນຍາມົງເຣອານ ເຊິ່ງມີໄລຍະເວລາປະຕິບັດລາຍລະອຽດດັ່ງລຸ່ມນີ້:

  • 1 ມັງກອນ 2003: ສານຄຼໍໂຣຟລູອໍໂຣຄາຣ໌ບອນ (CFCs) ຫຼຸດຜ່ອນລົງ 20% ຈາກລະດັບສະເລ່ຍຂອງປີ 1998-2000.
    ສານເມທີນຄລໍໂຣຟອມ (Methylchloroform) ຫຼຸດຜ່ອນລົງ 20% ຈາກລະດັບສະເລ່ຍຂອງປີ 1998-2000.
  • 1 ມັງກອນ 2005: ສານຄຼໍໂຣຟລູອໍໂຣຄາຣ໌ບອນ (CFCs) ຫຼຸດຜ່ອນລົງ 50% ຈາກລະດັບສະເລ່ຍຂອງປີ 1995-1997.
    ສານເຮລອນ (Halons) ຫຼຸດຜ່ອນລົງ 50% ຈາກລະດັບສະເລ່ຍຂອງປີ 1995-1997.
    ສານຄາຣ໌ບອນເຕຕຣາຄລໍໄຣ (Carbon tetrachloride) ຫຼຸດຜ່ອນລົງ 85% ຈາກລະດັບສະເລ່ຍຂອງປີ 1998-2000.
    ສານເມທີນຄລໍໂຣຟອມ (Methylchloroform) ຫຼຸດຜ່ອນລົງ 30% ຈາກລະດັບສະເລ່ຍຂອງປີ 1998-2000.
  • 1 ມັງກອນ 2007: ສານຊີ ເອຟ ຊີ(CFCs) ຫຼຸດຜ່ອນລົງ 85% ຈາກລະດັບສະເລ່ຍຂອງປີ 1995-1997.
    ສານຊີ ເອຟ ຊີ (CFCs) ຫຼຸດຜ່ອນລົງ 85% ຈາກລະດັບສະເລ່ຍຂອງປີ 1998-2000.
  • 1 ມັງກອນ 2010: ສານຊີ ເອຟ ຊີ, ເຮລອນ, ຄາຣ໌ບອນເຕຕຣາຄລໍໄຣ ແລະ ສານເມທີນຄລໍໂຣຟອມຫຼຸດຜ່ອນລົງ 70% ຈາກລະດັບສະເລ່ຍຂອງປີ 1998-2000.
  • 1 ມັງກອນ 2015: ຫຼຸດຜ່ອນສານເມທີນຄລໍໂຣຟອມ, ເມທີນໂບຣໄມ.
  • 1 ມັງກອນ 2016: ປະຕິບັດຕາມລະດັບສະເລ່ຍໃນປີ 2015 ຂອງຕົວເລກຖານຂໍ້ມູນ.
  • 1 ມັງກອນ 2040: ຍຸດຕິການນໍາໃຊ້ສານ HCFCs. ຂ້າງເທິງ

ໝວດທີ IV
ການຄຸ້ມຄອງ ແລະ ຕິດຕາມກວດກາ ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 15. ອົງການຄຸ້ມຄອງ-ຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ
   ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງ-ຄວບຄຸມ ການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ໂດຍປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.
   ສໍາລັບແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດພິເສດ ແມ່ນຫ້ອງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງ ໃນການຄຸ້ມຄອງ-ຄວບຄຸມ ໃນການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ.
   ລະບຽບການກ່ຽວກັບການຄຸ້ມຄອງ-ຄວບຄຸມ ການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ມອບໃຫ້ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ກະຊວງການຄ້າເປັນຜູ້ກໍານົດຕ່າງຫາກ. ຂ້າງເທິງ

ມາດຕາ 16. ສິດ ແລະ ໜ້າທີ່ຂອງອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກ່ຽວກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນມີດັ່ງນີ້:

  1. ຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຫລຸດຜ່ອນ ແລະ ການເຊົາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ໃຫ້ກາຍເປັນແຜນການ, ໂຄງການ ແລະ ລະບຽບການລະອຽດ ເພື່ອຄຸ້ມຄອງ-ຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ໂດຍປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ.
  2. ຈັດຕັ້ງປະຕິບັດງານການຄຸ້ມຄອງ ແລະ ຕິດຕາມກວດກາ ປະເມີນຜົນການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ພ້ອມທັງລາຍງານສະພາບການດັ່ງກ່າວ ໃຫ້ແກ່ລັດຖະບານ.
  3. ເປັນໃຈກາງໃນການປະສານສົມທົບ ກັບບັນດາຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອຈັດຕັ້ງຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ກວດກາການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ.
  4. ຕິດຕາມການກວດກາ ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການຫລຸດຜ່ອນ ແລະ ການເຊົາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ ແລະ ໂຄງການຕ່າງໆທີ່ກ່ຽວຂ້ອງ ກັບການນໍາໃຊ້ສານທີ່ຖືກຄວບຄຸມ.
  5. ກໍ່ສ້າງ ແລະ ຍົກລະດັບພະນັກງານ ວິຊາການຂອງລັດໃນການກວດກາ ແລະ ການຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ.
  6. ກໍ່ສ້າງ ແລະ ຍົກລະດັບພະນັກງານວິຊາການເຕັກນິກຂອງລັດ ແລະ ເອກະຊົນໃນການນໍາໃຊ້ ຈໍາພວກສານເຄມີທີ່ເປັນສານທົດແທນ ຫຼື ເອົາສານເຄມີທີ່ທໍາລາຍຊັ້ນໂອໂຊນທີ່ໃຊ້ແລ້ວ ມາປັບປຸງໃຊ້ຄືນໃໝ່.
  7. ສຶກສາອົບຮົມ ເພື່ອສ້າງຈິດສໍານຶກໃຫ້ທຸກພາກສ່ວນ ທີ່ນໍາໃຊ້ຈໍາພວກສານເຄມີດັງກ່າວ, ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງຂັ້ນທ້ອງຖິ່ນ, ເຜີຍແຜ່ຂໍ້ມູນຂ່າວສານ  ກ່ຽວກັບຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເພື່ອປະຕິບັດຕາມແຜນງານແຫ່ງຊາດ ວ່າດ້ວຍການຫລຸດຜ່ອນ ແລະ ເຊົາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ, ພາຍໃຕ້ອະນຸສັນຍາມົງເຣອານ.
  8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທີ່ມີສິດອໍານາດໃນການສັ່ງໂຈະການເຄື່ອນຍ້າຍ ຈໍາພວກສານເຄມີທີ່ເປັນສານ ທີ່ຖືກຄວບຄຸມ ຫຼື ຍົກເລິກກິດຈະການໃດໜຶ່ງ ທີ່ກໍ່ໃຫ້ເກີດຜົນສະທ້ອນຕໍ່ຊັ້ນບັນຍາກາດ.
  9. ພົວພັນ ແລະ ຮ່ວມມືສາກົນໃນການປົກປັກຮັກສາຊັ້ນໂອໂຊນ.
  10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນຕາມທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 17. ສິດ ແລະ ໜ້າທີ່ຂອງຫ້ອງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ,ນະຄອນ, ເຂດພິເສດກ່ຽວກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນດັ່ງນີ້:

  1. ຈັດຕັ້ງປະຕິບັດແຜນການ, ໂຄງການພາຍໃຕ້ແຜນງານແຫ່ງຊາດ ວ່າດ້ວຍການຫລຸດຜ່ອນ ແລະ ການເຊົາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ເພື່ອຄຸ້ມຄອງ-ຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ໂດຍປະສານສົມທົບ ກັບພາກສ່ວນທີ່ກຽ່ວຂ້ອງ.
  2. ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ຕິດຕາມກວດກາປະເມີນຜົນ ການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ພ້ອມທັງລາຍງານສະພາບການດັ່ງກ່າວ ໃຫ້ແກ່ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ເຈົ້າແຂວງ, ເຈົ້າຄອງກໍາແພງນະຄອນຫລວງວຽງຈັນ ແລະ ຫົວໜ້າເຂດພິເສດ.
  3. ເປັນໃຈກາງໃນການປະສານສົມທົບ ກັບບັນດາຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອຈັດຕັ້ງຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ກວດກາການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ.
  4. ສຶກສາອົບຮົມ ເພື່ອສ້າງຈິດສໍານຶກໃຫ້ທຸກພາກສ່ວນ ທີ່ນໍາໃຊ້ຈໍາພວກສານເຄມີດັ່ງກ່າວ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເຜີຍແຜ່ຂໍ້ມູນຂ່າວສານຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອນ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເພື່ອປະຕິບັດຕາມແຜນງານແຫ່ງຊາດ ວ່າດ້ວຍການຫລຸດຜ່ອນ ແລະ ການເຊົາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ, ພາຍໃຕ້ອະນຸສັນຍາມົງເຣອານ.
  5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ມີສິດອໍານາດໃນການສັ່ງໂຈະການເຄື່ອນຍ້າຍ ຈໍາພວກສານເຄມີທີ່ເປັນສານຖືກຄວບຄຸມ ຫຼື ຍົກເລີກກິດຈະການໃດໜຶ່ງ ທີ່ກໍ່ໃຫ້ເກີດຜົນສະທ້ອນຕໍ່ຊັ້ນບັນຍາກາດ. ປະຕິບັດ ແລະ ໜ້າທີ່ອື່ນ ກ່ຽວກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນຕາມທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 18. ອົງການຕິດຕາມກວດກາ
   ອົງການຕິດຕາມການກວດກາຄວບຄຸມ ການນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ແມ່ນອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ຫ້ອງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫລວງວຽງຈັນ ແລະ ເຂດພິເສດ ໂດຍປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 19. ວິທີ ແລະ ຮູບການຕິດຕາມກວດກາ
   ອົງການຕິດຕາມການກວດກາ ບັນດາພາກສ່ວນທີ່ນໍາໃຊ້ສານເຄມີ ທີ່ທໍາລາຍຊັ້ນໂອໂຊນແມ່ນ ໃຫ້ປະຕິບັດຕາມແຜນການກວດກາ 3 ເດືອນ, 6 ເດືອນ ແລະ 1 ປີ ໃນກໍລະນີຈໍາເປັນຮີບດ່ວນ ຫຼື ມີການສະເໜີຈາກພາກສ່ວນອື່ນ ເພື່ອກວດກາແມ່ນສາມາດກວດກາໃຫ້ທັນເວລາ ພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ນໍາໃຊ້ສານດັ່ງກ່າວຕ້ອງໃຫ້ການຮ່ວມມື ແກ່ພະນັກງານທີ່ລົງກວດກາ.
   ໃນການກວດກາແຕ່ລະຄັ້ງ ຕ້ອງໄດ້ເຮັດບົດບັນທຶກກວດກາຄັກແນ່ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການ. ຂ້າງເທິງ

ໝວດທີ V
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕການຕໍ່ຜູ້ລະເມີດ

ມາດຕາ 20. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງທີ່ມີຜົນງານດີເດັ່ນ ໃນການປະຕິບັດດໍາລັດສະບັບນີ້ ຈະໄດ້ການປະຕິບັດນະໂຍບາຍຍ້ອງຍໍ ຫຼື ໃນຮູບການອື່ນໆຕາມລະບຽບການ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 21. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ, ນິຕິບຸກ ຫຼື ອົງການຈັດຕັ້ງໃດໜຶ່ງທີ່ນໍາເຂົ້າ-ສົ່ງອອກ ແລະ ນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ຫາກລະເມີດດໍາລັດສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ ຫຼື ຖືກດໍາເນີນຄະດີຕາມກົດໝາຍ. ຂ້າງເທິງ

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 22. ການຈັດຕັ້ງປະຕິບັດ
   ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກະຊວງທີ່ກ່ຽວຂ້ອງ, ຫ້ອງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫລວງວຽງຈັນ ແລະ ເຂດພິເສດ ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 23. ຜົນສັກສິດ
   ດໍາລັດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂໍ້ກໍານົດກົດລະບຽບ, ລະບຽບການອື່ນໆທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ນາຍົກລັດຖະມົນຕີ

ບຸນຍັງ ວໍລະຈິດ

 

# ຫົວຂໍ້ ດາວໂຫຼດ
1 Decree on The Control of the Import, Export and Use of Ozone Depleting Substances No. 162/PM, Dated 13 October 2003 PDF
2 ດໍາລັດ ວ່າດ້ວຍ ການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ ສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ເລກທີ 162/ນຍ, ລົງວັນທີ 13 ຕຸລາ 2003 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.