ສາລະບານ

ພາກທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ນິຍາມ
ມາດຕາ 3. ຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ພາກທີ II - ການຂຶ້ນທະບຽນ ແລະ ການອະນຸຍາດການນໍາເຂົ້າ ແລະ ການສົ່ງອອກສານເຄມີທີ່ທໍາລາຍຊັ້ນໂອໂຊນ
ແລະ ຜະລິດຕະພັນທີ່ຖືກອອກແບບ ສໍາລັບນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 4. ການຂຶ້ນທະບຽນ ແລະ ການອະນຸມັດຜູ້ນໍາເຂົ້າສານເຄມີທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 5. ການອະນຸມັດປະລິມານນໍາເຂົ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນ (ໂຄຕ້າ)
ມາດຕາ 6. ການອະນຸຍາດການນໍາເຂົ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 7. ການສະເໜີ ສໍາລັບຂຶ້ນທະບຽນ ແລະ ການອະນຸຍາດສົ່ງອອກ ສານເຄມີທີ່ທໍາລາຍຊັ້ນໂອໂຊນ
ມາດຕາ 8. ການນໍາເຂົ້າ ແລະ ການສົ່ງອອກກັບບັນດາປະເທດພາຄີ
ມາດຕາ 9. ການສະເໜີ ສໍາລັບນໍາເຂົ້າຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ພາກທີ III - ການລາຍງານກ່ຽວກັບການນໍາເຂົ້າຕົວຈິງ ແລະ ການຂຶ້ນທະບຽນຂອງຜູ້ນໍາໃຊ້ສານເຄມີ ທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 10. ການລາຍງານກ່ຽວກັບການນໍາເຂົ້າ ແລະ ການສົ່ງອອກ
ມາດຕາ 11. ການຂຶ້ນທະບຽນ ສໍາລັບດໍາເນີນທຸລະກິດພາຍໃນ

ພາກທີ IV - ການຄວບຄຸມ ແລະ ການລາຍງານການຂຶ້ນທະບຽນ, ການນໍາເຂົ້າ-ສົ່ງອອກ ແລະ ການປະກອບການພາຍໃນ

ມາດຕາ 12. ການຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້

ພາກທີ V - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 13. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 14. ມາດຕະການຕໍ່ຜູ້ລະເມີດ

ພາກທີ VI - ບົດບັນຍັດສຸດທ້າຍ

ມາດຕາ 15. ການຈັດຕັ້ງປະຕິບັດ
ມາດຕາ 16. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ
ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ    ເລກທີ 2358/ອວຕສ-ສນຍ
ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2004

ຂໍ້ກໍານົດ
ວ່າດ້ວຍການຄວບຄຸມການນໍາເຂົ້າ, ການສົ່ງອອກ
 ແລະ ການນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ

  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 68/ສນຍ, ລົງວັນທີ 21 ພຶດສະພາ 1999 ວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 162/ນຍ, ລົງວັນທີ 13 ຕຸລາ 2003 ວ່າດ້ວຍການຄຸ້ມຄອງການນໍາເຂົ້າ-ການສົ່ງອອກ ແລະ ການນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ.

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຫົວໜ້າອົງການວິທະຍາສາດ
ເຕັກໂນໂລຊີ ແລະ ສິ່ງແວດລ້ອມອອກຂໍ້ກໍານົດ:

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ຂໍ້ກໍານົດສະບັບນີ້ໄດ້ວາງອອກ ເພື່ອກໍານົດລະບຽບການ ໃນການຄວບຄຸມການນໍາເຂົ້າ, ການສົ່ງອອກ ແລະ ການນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ ລວມທັງຜະລິດຕະພັນທີ່ຖືກອອກແບບ ສໍາລັບການນໍາໃຊ້ສານເຄມີດັ່ງກ່າວ ແນໃສ່ຈັດຕັ້ງປະຕິບັດດໍາລັດ ສະບັບເລກທີ 162/ນຍ, ລົງວັນທີ 13 ຕຸລາ 2003 ວ່າດ້ວຍການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ ເພື່ອຄວາມເປັນເອກະພາບຂອງທຸກອົງການຈັດຕັ້ງທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 2. ນິຍາມ
ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ທີ່ນິຍາມໃນຂໍ້ຕົກລົງສະບັບນີ້ແມ່ນໝາຍເຖິງ ປະເພດຂອງສານເຄມີທີ່ໄດ້ນິຍາມໃນ ມາດຕາ 2 ຂອງດໍາລັດ ສະບັບເລກທີ 162/ນຍ, ລົງວັນທີ 13 ຕຸລາ 2003 ວ່າດ້ວຍການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ (ແລະ ດັ່ງທີ່ໄດ້ລະບຸໄວ້ໃນເອກະສານຄັດຕິດ ກ, ຂ, ຄ ແລະ ຈ) ຊຶ່ງເປັນສານເຄມີທີ່ສາມາດ ເກີດປະຕິກິລິຍາກັບໂມເລກູນຂອງໂອໂຊນ ຢູ່ໃນຊັ້ນບັນຍາກາດ. ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ແມ່ນຄລໍໂຣຟລູອໍໂຣຄາຣ໌ບອນ (Chlorofluorocarbons ‘‘CFCs’’), ໄຮໂດຣຄລໍໂຣຟລູອໍໂຣຄາຣ໌ບອນ (Hydrochlorofluorocarbons ‘‘HCFCs’’), ເຮລອນ (Halons), ໄຮໂດຣໂບຣໂມຟລູອໍໂຣຄາຣ໌ບອນ (Hydrobromofluorocarbons ‘‘HBFCs’’), ໂບຣໂມຄລໍໂຣມີເທນ (Bromochloromethane), ເມທີນຄລໍໂຣຟອມ (Methylchloroform), ຄາຣ໌ບອນເຕຕຣາຄລໍໄຣ (Carbon tetrachloride) ແລະ ເມທີນໂບຣໄມ (Methyl bromide).

ໃນຂໍ້ກໍານົດສະບັບນີ້

"CFCs" ໝາຍເຖິງ ສານເຮັດຄວາມເຢັນປະເພດ CFC- 11, CFC- 12, CFC- 113, CFC- 114 ແລະ CFC- 115 (ເປັນສ່ວນໜຶ່ງຂອງສານ R- 502) (ຄືທີ່ໄດ້ກໍານົດໃນເອກະສານຄັດຕິດ ກ, ກຸ່ມທີ 1 ຂອງອະນຸສັນຍາມົງເຣອານ).

"HCFCs" ໝາຍເຖິງ ສານປະເພດໄຮໂດຣຄລໍໂຣຟລູອໍໂຣຄາຣ໌ບອນ ສານເຮັດຄວາມເຢັນ HCFCs ທີ່ໄດ້ລະບຸໄວ້ໃນເອກະສານຄັດຕິດ ຄ ກຸ່ມທີ 1 ຂອງອະນຸສັນຍາມົງເຣອານ.

"Halons" ໝາຍເຖິງ ສານສໍາລັບໃຊ້ມອດໄຟປະເພດ Halon 1211, Halon 1301 ແລະ Halon 2402 (ຄືທີ່ໄດ້ກໍານົດໄວ້ໃນເອກະສານຄັດຕິດ ກ, ກຸ່ມທີ 2 ຂອງອະນຸສັນຍາມົງເຣອານ).

ນອກຈາກຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ທີ່ໄດ້ນິຍາມຕາມຂ້າງເທິງນີ້ແລ້ວ ຂໍ້ກໍານົດສະບັບນີ້ຍັງນໍາໃຊ້ໃນຈໍາພວກສານເຄມີ ທີ່ທໍາລາຍຊັ້ນໂອໂຊນທີ່ເປັນສານບໍລິສຸດບໍ່ເຈືອປົນ, ຫຼື ຈໍາພວກທີ່ເຈືອປົນກັບສານເຄມີອື່ນໆ, ຈໍາພວກທີ່ຖືກນໍາໃຊ້ມາກ່ອນແລ້ວ, ຈໍາພວກທີ່ຖືກຟື້ນຄືນສະພາບເດີມ, ທີ່ຖືກນໍາກັບມາໃຊ້ຄືນໃໝ່ ແລະ ທີ່ຖືກແກ້ໄຂປັບປຸງ. ຂ້າງເທິງ

ມາດຕາ 3. ຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ມີດັ່ງນີ້:

  1. ແອເຢັນທີ່ໃຊ້ສານເຄມີເຮັດໃຫ້ມີຄວາມເຢັນ ຊະນິດ R 12 (CFC 12).
  2. ອຸປະກອນໄຟຟ້າ ແລະ ພາຫະນະຕ່າງໆທີ່ຖືກອອກແບບ ເພື່ອນໍາໃຊ້ສານເຄມີ ຊະນິດ R 12 (CFC 12) ແລະ R 22 (HCFC 22) ທີ່ເຮັດໃຫ້ມີຄວາມເຢັນ.
  3. ອຸປະກອນທີ່ຖືກອອກແບບເພື່ອນໍາໃຊ້ສານເຄມີ ຊະນິດ Halon 1211, 1301, 2402.
  4. ຜະລິດຕະພັນອື່ນໆທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ. ຂ້າງເທິງ

ພາກທີ II
ການຂຶ້ນທະບຽນ ແລະ ການອະນຸຍາດການນໍາເຂົ້າ ແລະ ການສົ່ງອອກສານເຄມີທີ່ທໍາລາຍຊັ້ນໂອໂຊນ
ແລະ ຜະລິດຕະພັນທີ່ຖືກອອກແບບ ສໍາລັບນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 4. ການຂຶ້ນທະບຽນ ແລະ ການອະນຸມັດຜູ້ນໍາເຂົ້າສານເຄມີທີ່ທໍາລາຍຊັ້ນໂອໂຊນ

ບຸກຄົນ ແລະ ນິຕິບຸກຄົນ ຫຼື ບັນດາອົງການຈັດຕັ້ງ ທີ່ມີຈຸດປະສົງຢາກນໍາເຂົ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ຕ້ອງຍື່ນຄໍາຮ້ອງຂໍອະນຸມັດຂຶ້ນທະບຽນ ເປັນຜູ້ນໍາເຂົ້າສານເຄມີດັ່ງກ່າວ (ຕາມແບບຟອມຄັດຕິດ 1) ຕໍ່ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມໂດຍກົງ ຫຼື ຜ່ານຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ. ຄໍາຮ້ອງຂໍອະນຸມັດຂຶ້ນທະບຽນເປັນຜູ້ນໍາເຂົ້າສານເຄມີ ປະເພດ CFC ຕ້ອງຍື່ນນັບແຕ່ເດືອນ ພະຈິກ ປີ 2004 ເປັນຕົ້ນໄປ ແຕ່ບໍ່ໃຫ້ກາຍ ວັນທີ 1 ເດືອນ ກໍລະກົດ ປີ 2005.

ຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ,ນະຄອນຫຼວງ ແລະ ເຂດພິເສດ ຕ້ອງຍື່ນການສະເໜີດັ່ງກ່າວໄວເທົາທີ່ຈະໄວໄດ້ ໂດຍມີຄໍາເຫັນຕາມທາງຄວນຕໍ່ ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາອະນຸມັດ.

ການສະເໜີເພື່ອຂຶ້ນທະບຽນເປັນຜູ້ນໍາເຂົ້າສານ HCFCs ທີ່ເປັນສານທົດແທນສາມາດຍື່ນໄດ້ທຸກເວລາ ແຕ່ບໍ່ໃຫ້ກາຍ 2 ເດືອນ ກ່ອນວັນນໍາເຂົ້າ. ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຈະອະນຸຍາດການຂຶ້ນທະບຽນ ພາຍໃນ 30 ວັນ. ການສະເໜີຕ້ອງປະກອບຂໍ້ມູນຄືກັນກັບ (ແບບຟອມຄັດຕິດ 1) ທີ່ໄດ້ກ່າວມາຂ້າງເທິງ ໂດຍຍົກເວັ້ນຂໍ້ມູນຂອງການນໍາເຂົ້າຄັ້ງກ່ອນ.

ການຂຶ້ນທະບຽນສໍາລັບເປັນຜູ້ນໍາເຂົ້າປະເພດສານເຄມີ ທີ່ທໍາລາຍຊັ້ນໂອໂຊນອື່ນໆ ຈະໄດ້ຮັບການພິຈາລະນາ ໃນກໍລະນີທີ່ເປັນສານເຄມີປະເພດຍົກເວັ້ນ ເພື່ອນໍາໃຊ້ເຂົ້າໃນຄວາມຈໍາເປັນ ແລະ ເປັນກໍລະນີ ຕາມການອະນຸຍາດພາຍໃຕ້ອະນຸສັນຍາມົງເຣອານເທົ່ານັ້ນ. ຂ້າງເທິງ

ມາດຕາ 5. ການອະນຸມັດປະລິມານນໍາເຂົ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນ (ໂຄຕ້າ)

ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຈະເປັນຜູ້ຕັດສິນໃນເວລາທີ່ໄວເທົ່າທີ່ຈະໄວໄດ້ ໃນການກໍານົດປະລິມານນໍາເຂົ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນຕໍ່ປີ, ໃຫ້ຜູ້ນໍາເຂົ້າສານເຄມີດັ່ງກ່າວຂອງອຂວງ, ນະຄອນຫຼວງ ແລະ ເຂດພິເສດ ໂດຍອີງໃສ່ປະຫວັດການນໍາເຂົ້າຂອງຜູ້ນໍາເຂົ້າ ແລະ ພິຈາລະນາຕາມແຜນຫຼຸດຜ່ອນຂອງແຜນງານແຫ່ງຊາດ ວ່າດ້ວຍການຫຼຸດຜ່ອນ ແລະ ເຊົາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ ພາຍໃຕ້ອະນຸສັນຍາມົງເຣອານຄື ຫຼຸດໄດ້ 50% ໃນວັນທີ 1/1/2005; ຫຼຸດໄດ້ 85% ໃນວັນທີ 1/1/2007 ແລະ 100% ໃນວັນທີ 1/1/2010.

ການສະເໜີຂໍໂຄຕ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ສໍາລັບປີຕໍ່ໄປຕ້ອງສະເໜີ ກ່ອນວັນທີ 1 ພະຈິກຂອງປີຖັດໄປ ກ່ອນປີນໍາເຂົ້າ.

ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຈະກໍານົດຕົວເລກການຂຶ້ນທະບຽນສະເພາະ ໃຫ້ແຕ່ລະຜູ້ນໍາເຂົ້າເຂົ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນ. ຕົວເລກນີ້ຕ້ອງຖືກນໍາໃຊ້ເຂົ້າໃນການຕິດຕໍ່ສື່ສານ ກັບທຸກໆອົງການຈັດຕັ້ງທີ່ກ່ຽວຂ້ອງ ກັບການນໍາເຂົ້າສານເຄມີທີ່ທໍາລາຍຊັ້ນໂອໂຊນ ແລະ ຕ້ອງສະແດງໃຫ້ເຫັນຢູ່ພາຍນອກຂອງຫີບຫໍ່ ທີ່ບັນຈຸສານເຄມີທີ່ທໍາລາຍຊັ້ນໂອໂຊນທີ່ນໍາເຂົ້າ. ຂ້າງເທິງ

ມາດຕາ 6. ການອະນຸຍາດການນໍາເຂົ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນ

ບຸກຄົນ ແລະ ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ໄດ້ຂຶ້ນທະບຽນແລ້ວ ແລະ ໄດ້ຮັບອະນຸຍາດໃຫ້ເປັນຜູ້ນໍາເຂົ້າ ສານເຄມີທີ່ທໍາລາຍຊັ້ນໂອໂຊນ ໂດຍສອດຄ່ອງກັບ ມາດຕາ 4 ຂອງຂໍ້ກໍານົດສະບັບນີ້ ຕ້ອງຍື່ນຄໍາຮ້ອງລ່ວງໜ້າ ຢ່າງໜ້ອຍ 10 ວັນ ກ່ອນວັນນໍາເຂົ້າ, ຕໍ່ພະແນກການຄ້າແຂວງ, ນະຄອນຫຼວງ ແລະ ເຂດພິເສດ ເພື່ອອະນຸມັດການອະນຸຍາດຕາມລະບຽບການ ໃນການນໍາເຂົ້າແຕ່ລະຄັ້ງ.

ພະແນກການຄ້າແຂວງ, ນະຄອນຫຼວ ຫຼື ເຂດພິເສດ ຕ້ອງປຶກສາຫາລືກັບຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນ ແລະ ເຂດພິເສດ ກ່ອນອອກການອະນຸຍາດການນໍາເຂົ້າ.

ການຍື່ນຄໍາຮ້ອງ ເພື່ອຂໍອະນຸຍາດນໍາເຂົ້າສານເຄມີ ທີ່ທໍາລາຍຊັ້ນໂອໂຊນຕ້ອງປະກອບຂໍ້ມູນ (ຕາມແບບຟອມຄັດຕິດ 2). ຂ້າງເທິງ

ມາດຕາ 7. ການສະເໜີ ສໍາລັບຂຶ້ນທະບຽນ ແລະ ການອະນຸຍາດສົ່ງອອກ ສານເຄມີທີ່ທໍາລາຍຊັ້ນໂອໂຊນ

ບຸກຄົນ ແລະ ນິຕິບຸກຄົນ ຫຼື ບັນດາອົງການຈັດຕັ້ງ ທີ່ມີຈຸດປະສົງຢາກສົ່ງອອກສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ຕ້ອງຍື່ນຄໍາຮ້ອງຂໍອະນຸມັດຂຶ້ນທະບຽນເປັນຜູ້ສົ່ງອອກ ສານເຄມີດັ່ງກ່າວ (ຕາມແບບຟອມຄັດຕິດ 3) ຕໍ່ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມໂດຍກົງ ຫຼື ຜ່ານຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ 2 ເດືອນລ່ວງໜ້າ ກ່ອນວັນສົ່ງອອກ ເພື່ອພິຈາລະນາອະນຸມັດ.

ຜູ້ສົ່ງອອກຕ້ອງຍື່ນຄໍາຮ້ອງລ່ວງໜ້າ ຢ່າງໜ້ອຍ 10 ວັນກ່ອນວັນສົ່ງອອກ, ຕໍ່ພະແນກການຄ້າແຂວງ, ນະຄອນຫຼວງ ແລະ ເຂດພິເສດ ເພື່ອອະນຸມັດການອະນຸຍາດ ໃນການສົ່ງອອກແຕ່ລະຄັ້ງຕາມລະບຽບການ.

ການອະນຸຍາດການສົ່ງອອກ ພະແນກການຄ້າແຂວງ, ນະຄອນຫຼວງ ຫຼື ເຂດພິເສດ ຕ້ອງປຶກສາຫາລືກັບຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ ກ່ອນອອກການອະນຸຍາດການສົ່ງອອກ.

ການອະນຸຍາດການສົ່ງອອກ ຕ້ອງໄດ້ຮັບການອະນຸມັດ ຖ້າເມື່ອຜູ້ນໍາເຂົ້າຫາກໄດ້ຮັບການອະນຸຍາດນໍາເຂົ້າ ຕາມເງື່ອນໄຂທີ່ຕ້ອງການ ໂດຍບັນດາອໍານາດການປົກຄອງໃນປະເທດນໍາເຂົ້າ. ຂ້າງເທິງ

ມາດຕາ 8. ການນໍາເຂົ້າ ແລະ ການສົ່ງອອກກັບບັນດາປະເທດພາຄີ

ສໍາລັບບັນດາປະເທດທີ່ບໍ່ໄດ້ເປັນພາຄີຕໍ່ອະນຸສັນຍາມົງເຣອານ ຫຼື ອະນຸສັນຍາສະບັບດັດແກ້, ການນໍາເຂົ້າ-ສົ່ງອອກສານເຄມີທີ່ທໍາລາຍຊັ້ນໂອໂຊນ ຈະບໍ່ໄດ້ຮັບການອະນຸມັດ ຍົກເວັ້ນຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນ ມາດຕາ 4 ວັກ 8 ຂອງອະນຸສັນຍາມົງເຣອານ ທີ່ເວົ້າວ່າປະເທດພາຄີສາມາດໄດ້ຮັບອະນຸຍາດ ເຮັດການຄ້າກັບປະເທດທີ່ບໍ່ເປັນພາຄີ ທັງນີ້ແມ່ນຂຶ້ນຢູ່ກັບການຕົກລົງ ຂອງກອງປະຊຸມບັນດາປະເທດພາຄີ ທີ່ໄດ້ພິຈາລະນາແລ້ວເຫັນວ່າ ປະເທດນັ້ນໄດ້ປະຕິບັດໃຫ້ເປັນໄປຕາມຂໍ້ບັງຄັບທັງໝົດ ຂອງອະນຸສັນຍາມົງເຣອານ. ຂ້າງເທິງ

ມາດຕາ 9. ການສະເໜີ ສໍາລັບນໍາເຂົ້າຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ

ບຸກຄົນ ແລະ ນິຕິບຸກຄົນ ຫຼື ບັນດາອົງການຈັດຕັ້ງ ທີ່ມີຈຸດປະສົງຢາກນໍາເຂົ້າຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ດັ່ງທີ່ໄດ້ລະບຸໄວ້ໃນມາດຕາ 03 ຂອງຂໍ້ກໍານົດສະບັບນີ້ ຕ້ອງສະເໜີຕໍ່ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມໂດຍກົງ ຫຼື ຜ່ານຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ ເພື່ອພິຈາລະນາ ແລະ ສະໜອງຂໍ້ມູນດ້ານວິຊາການໃຫ້ແກ່ ພະແນກການຄ້າກ່ອນການອະນຸມັດ ອອກໃບອະນຸຍາດນໍາເຂົ້າຕາມລະບຽບການ.

ການຍື່ນຄໍາຮ້ອງເພື່ອຂໍອະນຸຍາດນໍາເຂົ້າ ຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ຈໍາພວກສານເຄມີທີ່ທໍາລາຍຊັ້ນໂອໂຊນ ຕ້ອງປະກອບຂໍ້ມູນ (ຕາມແບບຟອມຄັດຕິດ 5).

ການນໍາເຂົ້າເຄື່ອງເຮັດຄວາມເຢັນ, ເຄື່ອງໃຊ້ໄຟຟ້າ, ເຄື່ອງຄອມເປຣດເຊີ, ບັ້ງມອດໄຟ ແລະ ຜະລິດຕະພັນອື່ນໆທີ່ຖືກອອກແບບ ເພື່ອນໍາໃຊ້ສານເຄມີທີ່ເຮັດຄວາມເຢັນ ຫຼື ນໍ້າຢາເຄມີມອດໄຟ ແມ່ນຈະຖືກພິຈາລະນາຍົກເວັ້ນເປັນກໍລະນີ ໂດຍກໍລະນີ ແລະ ໃນທຸກກໍລະນີ ແມ່ນຢ່າງຊ້າບໍ່ໃຫ້ກາຍ ວັນທີ 1 ມັງກອນ 2006. ສໍາລັບການນໍາເຂົ້າເຄື່ອງໄຟຟ້າທີ່ນໍາໃຊ້ສານປະເພດທົດແທນຄື ສານ HCFC 22 ແມ່ນສາມາດຂຶ້ນທະບຽນ ແລະ ຂຶ້ນບັນຊີປະລິມານນໍາເຂົ້າ-ສົ່ງອອກ ໄດ້ທຸກເວລາຈົນກວ່າຈະມີການແຈ້ງກາ ກ່ຽວກັບການສະເໜີຂໍຂຶ້ນທະບຽນ ແລະ ພິຈາລະນາອະນຸມັດການນໍາເຂົ້າ. ຂ້າງເທິງ

ພາກທີ III
ການລາຍງານກ່ຽວກັບການນໍາເຂົ້າຕົວຈິງ ແລະ
ການຂຶ້ນທະບຽນຂອງຜູ້ນໍາໃຊ້ສານເຄມີ ທີ່ທໍາລາຍຊັ້ນໂອໂຊນ

ມາດຕາ 10. ການລາຍງານກ່ຽວກັບການນໍາເຂົ້າ ແລະ ການສົ່ງອອກ

ບຸກຄົນ ແລະ ນິຕິບຸກຄົນ ຫຼື ບັນດາອົງການຈັດຕັ້ງ ທີ່ໄດ້ຮັບການອະນຸຍາດນໍາເຂົ້າ ຫຼື ສົ່ງອອກສານເຄມີທີ່ທໍາລາຍຊັ້ນໂອໂຊນ (ຫຼື ຜະລິດຕະພັນ) ທີ່ໄດ້ກໍານົດໃນ ມາດຕາ 5, 6 (ແລະ 8) ຂອງຂໍ້ກໍານົດສະບັບນີ້ ຕ້ອງແຈ້ງຈໍານວນຕົວຈິງຂອງການນໍາເຂົ້າ ໃນຄັ້ງກ່ອນ ໄລຍະ (3 ເດືອນ/ 6 ເດືອນ/ 1 ປີ) ຕໍ່ຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ.

ຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ ເປັນຜູ້ສັງລວມ ແລະ ລາຍງານຂໍ້ມູນສະຖິຕິກ່ຽວກັບການຂຶ້ນທະບຽນ, ການນໍາເຂົ້າ-ສົ່ງອອກ ສານເຄມີທີ່ທໍາລາຍຊັ້ນໂອໂຊນ ລວມທັງຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ສານເຄມີດັ່ງກ່າວ ແລະ ຈໍານວນຜູ້ດໍາເນີນທຸລະກິດພາຍໃນ ໃຫ້ອົງການວິທະຍາສາດ ເຕັດໂນໂລຊີ ແລະ ສິ່ງແວດລ້ອມ ປະຈໍາ 3 ເດືອນ, 6 ເດືອນ ແລະ 1 ປິ. ຂ້າງເທິງ

ມາດຕາ 11. ການຂຶ້ນທະບຽນ ສໍາລັບດໍາເນີນທຸລະກິດພາຍໃນ

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງທີ່ມີຈຸດປະສົງ ນໍາໃຊ້ສານເຄມີທີ່ທໍາລາຍຊັ້ນໂອໂຊນ ເພື່ອດໍາເນີນທຸລະກິດກ່ຽວກັບການຜະລິດ, ການບໍລິການສ້ອມແປງ ເຄື່ອງເຮັດຄວາມເຢັນ, ການອະນາໄມ ແລະ ບູລະນະຮັກສາອຸປະກອນກົນຈັກ, ເຄື່ອງເອເລັກໂຕຣນິກ ແລະ ເຄື່ອງຈັກອຸປະກອນອື່ນໆ ຕ້ອງຍື່ນຄໍາຮ້ອງຂໍຂຶ້ນທະບຽນ (ຕາມແບບຟອມ ຄັດຕິດ 6) ຕໍ່ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ ເພື່ອພິຈາລະນາອະນຸມັດພ້ອມ ທັງຕິດຕາມກວດກາການນໍາໃຊ້ ໃຫ້ເໝາະສົມ.

ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ ຈະເກັບຮັກສາສະເພາະຂໍ້ມູນການຂຶ້ນທະບຽນ ກ່ຽວກັບການອະນຸມັດຜູ້ນໍາໃຊ້ສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ແລະ ຈໍາເປັນຕ້ອງໄດ້ປັບປຸງຂໍ້ມູນຂອງແຕ່ລະປີ ໃຫ້ແທດເໝາະກັບສະພາບຕົວຈິງ. ຂ້າງເທິງ

ພາກທີ IV
ການຄວບຄຸມ ແລະ ການລາຍງານການຂຶ້ນທະບຽນ, ການນໍາເຂົ້າ-ສົ່ງອອກ
ແລະ ການປະກອບການພາຍໃນ

ມາດຕາ 12. ການຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້

ກົມສິ່ງແວດລ້ອມ ໂດຍຮ່ວມກັບຫ້ອງການຂອງອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເປັນຜູ້ຮັບຜິດຊອບໃນການປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອຄວບຄຸມ, ຕິດຕາມກວດກາການຂຶ້ນທະບຽນ, ການນໍາເຂົ້າ-ສົ່ງອອກ ແລະ ການນໍາໃຊ້ສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ແລະ ຜະລິດຕະພັນທີ່ຖືກອອກແບບ ເພື່ອນໍາໃຊ້ສານເຄມີດັ່ງກ່າວ. ຂ້າງເທິງ

ພາກທີ V
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 13. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ຂໍ້ກໍານົດສະບັບນີ້ ຈະໄດ້ຮັບການຍ້ອງຍໍຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 14. ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງທີ່ລະເມີດຂໍ້ກໍານົດສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ ຫຼື ປັບໃໝຕາມລະບຽບການທີ່ກ່ຽວຂ້ອງ. ຂ້າງເທິງ

ພາກທີ VI
ບົດບັນຍັດສຸດທ້າຍ

ມາດຕາ 15. ການຈັດຕັ້ງປະຕິບັດ

ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ເຂດພິເສດ ຮ່ວມມືກັບທຸກຂະແໜງການທີ່ກ່ຽວຂ້ອງ ຕ້ອງຈັດຕັ້ງປະຕິບັດຂໍ້ກໍານົດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 16. ຜົນສັກສິດ

ຂໍ້ກໍານົດສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ
ຫົວໜ້າອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ
ບຸນຕຽມ ພິດສະໄໝ

 

# ຫົວຂໍ້ ດາວໂຫຼດ
1 Regulation on Control of Imports, exports and Consumption of Ozone Depleting Substance No. 2358/STEA-PMO PDF
2 ຂໍ້ກໍານົດ ວ່າດ້ວຍ ການຄວບຄຸມ ການນໍາເຂົ້າ, ການສົ່ງອອກ ແລະ ການນໍາໃຊ້ ສານເຄມີ ທີ່ທໍາລາຍຊັ້ນໂອໂຊນ ເລກທີ 2358/ອວຕສ-ສນຍ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.