ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້
ກົມປູກຝັງ    ເລກທີ 1077/ກປຝ
ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2010

ບົດແນະນໍາຂອງຫົວໜ້າກົມປູກຝັງ
ກ່ຽວກັບຫຼັກການ ແລະ ວິທີການໃນການອອກໃບຢັ້ງຢືນສຸຂານາໄມພືດ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດຂອງ ສປປ ລາວ;
  • ອີງຕາມ ສົນທິສັນຍາປ້ອງກັນພືດສາກົນ ສະບັບປັບປຸງ 1997;
  • ອີງຕາມ ມາດຕະການສຸຂານາໄມພືດສາກົນ ເລກທີ 12 ແລະ ເລກທີ 7 ວ່າດ້ວຍລະບົບການຢັ້ງຢືນສຸຂານາໄມພືດ.

ການອອກໃບຢັ້ງຢືນສຸຂານາໄມພືດ ແມ່ນການຢັ້ງຢືນສິນຄ້າພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນໆ ໂດຍປະຕິບັດຕາມມາດຕະການສຸຂານາໄມພືດສາກົນ ສະບັບເລກທີ 12 (ISPM No. 12) ທີ່ໄດ້ກໍານົດໄວ້.

ຫົວໜ້າກົມປູກຝັງຈຶ່ງອອກບົດແນະນໍາດັ່ງນີ້:

  1. ລະບົບການອອກໃບຢັ້ງຢືນສຸຂານາໄມພືດ

1.1. ແບບຟອມໃບຢັ້ງຢືນສຸຂານາໄມພືດທີ່ນໍາໃຊ້

ບັນດາແຂວງທີ່ໄດ້ຮັບອະນຸຍາດ ໃນການອອກໃບຢັ້ງຢືນສຸຂານາໄມພືດ (Phytosanitary Certificate) ຕ້ອງປະຕິບັດຢ່າງເປັນເອກະພາບ ໂດຍການນໍາໃຊ້ເຄື່ອງມື ແລະ ແບບຟອມວິຊາການທີ່ກົມປູກຝັງໄດ້ກໍານົດອອກ ເພື່ອໃຫ້ສອດຄ່ອງໃນການພົວພັນຕາມຫຼັກການສາກົນ ພາຍໃຕ້ສົນທິສັນຍາປ້ອງກັນພືດສາກົນ (IPPC) ທີ່ໄດ້ກໍານົດໄວ້ປະຈຸບັນ, ສປປ ລາວ ໄດ້ນໍາໃຊ້ແບບຟອມໃບຢັ້ງຢືນສຸຂານາໄມພືດ ທີ່ໄດ້ກໍານົດໄວ້ໃນ ISPM No. 12 ຂອງສົນທິສັນຍາປ້ອງກັນພືດສາກົນ (IPPC), ລາຍລະອຽດມີເອກະສານຄັດຕິດຊ້ອນທ້າຍ.

1.2. ວິທີການອອກໃບຢັ້ງຢືນສຸຂານາໄມພືດ

ການອອກໃບຢັ້ງຢືນສຸຂານາໄມພືດຂອງ ສປປ ລາວ ແມ່ນນໍາໃຊ້ໂປຣແກຣມ National Phytosanitary Database (NPD) ເຊິ່ງແມ່ນກົມປູກຝັງເປັນຜູ້ຄຸ້ມຄອງ ແລະ ຕິດຕັ້ງໃຫ້ແກ່ໜ່ວຍງານຮັບຜິດຊອບ ການອອກໃບຢັ້ງຢືນສຸຂານາໄມພືດ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ ຈາກກະຊວງກະສິກໍາ ແລະ ປ່າໄມ້.

1.3. ເອກະສານສໍາລັບການຂໍໃບຢັ້ງຢືນສຸຂານາໄມພືດ

ເອກະສານສໍາລັບການຂໍໃບຢັ້ງຢືນສຸຂານາໄມພືດ ປະກອບມີດັ່ງລຸ່ມນີ້:

  • ໃບສະເໜີຈາກຜູ້ສົ່ງອອກ (Application Form);
  • ໃບອະນຸຍາດນໍາເຂົ້າ (ຫາກໄດ້ຖືກກໍານົດຂຶ້ນ) ຈາກປະເທດປາຍທາງ (Import Permit issued by National Plant Protection Organization of Import Country);
  • ໃບກໍາກັບລາຍການ (Packing List/Invoice);
  • ໃບຢັ້ງຢືນແຫຼ່ງປູກ (Place of Origin);
  • ໃບຢັ້ງຢືນການກວດກາພືດ (Inspection Report);
  • ໃບຢັ້ງຢືນການຮົມຢາ (ໃນກໍລະນີປະເທດປາຍທາງຫາກຕ້ອງການ)(Fumigation Certificate).

ໝາຍເຫດ:

  • ການອອກໃບຢັ້ງຢືນສຸຂານາໄມພືດ ທີ່ບໍ່ຖືກຕ້ອງຕາມກົດໝາຍແມ່ນອອກໂດຍ ໜ່ວຍງານໃດໜຶ່ງທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງກະສິກໍາ ແລະ ປ່າໄມ້;
  • ຂໍ້ມູນປະກອບໃສ່ໃນແບບຟອມ ໃນໃບຢັ້ງຢືນສຸຂານາໄມພືດບໍ່ຖືກຕ້ອງຕາມຄວາມເປັນຈິງ;
  • ໃນກໍລະນີຫາກມີການແຈ້ງຂໍ້ມູນເພີ່ມເຕີມ ໃຫ້ໜ່ວຍງານຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຈະຕ້ອງແຈ້ງໃຫ້ກົມປູກຝັງຊາບ.

ດັ່ງນັ້ນ, ກົມປູກຝັງຈຶ່ງເຮັດບົດແນະນໍາ ມາຍັງທ່ານເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ.

ຫົວໜ້າກົມປູກຝັງ
ດຣ. ມົນທາທິບ ຈັນເພັງໄຊ

ບ່ອນນໍາສົ່ງ:

  • ລັດຖະມົນຕີວ່າການກະຊວງກະສີິກໍາ ແລະ ປ່າໄມ້ 1 ສະບັບ (ເພື່ອໃຊ້ລາຍງານ)
  • ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ 1 ສະບັບ
  • ພະແນກນິຕິກໍາ ກະຊວງ ກປ. 1 ສະບັບ
  • ພະແນກ ກປ ແຂວງ 1 ສະບັບ (ເພື່ອຊ່ວຍຊີ້ນໍາການຈັດຕັ້ງປະຕິບັດ)
  • ເກັບມ້ຽນ
# ຫົວຂໍ້ ດາວໂຫຼດ
1 Guiding on the Principle and Method for the Issuance of Phytosanitary Certificate No. 1077/DOA PDF
2 ບົດແນະນໍາ ຂອງຫົວໜ້າກົມປູກຝັງ ກ່ຽວກັບ ຫຼັກການ ແລະ ວິທີການ ໃນການອອກ ໃບຢັ້ງຢືນສຸຂານາໄມພືດ ເລກທີ 1077/ກປຝ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.