ສາລະບານ

ໝວດທີ I - ຫຼັກການທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄຳສັບ
ມາດຕາ 3. ຫຼັກການພື້ນຖານໃນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ
ມາດຕາ 4. ຂອບເຂດການນຳໃຊ້

ໝວດທີ II - ມາດຖານ ແລະ ເງື່ອນໄຂໃນການສ້າງຕັ້ງ ແລະ ການເຄື່ອນໄຫວດຳເນີນທຸລະກິດຂອງປ້ຳ ຂາຍຍ່ອຍນ້ຳມັນເຊື້ອໄຟ

ມາດຕາ 5. ມາດຖານ ແລະ ເງື່ອນໄຂໃນການສ້າງຕັ້ງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ
ມາດຕາ 6. ການຂໍອະນຸຍາດສ້າງຕັ້ງ
ມາດຕາ 7. ການເຄື່ອນໄຫວດໍາເນີນທຸລະກິດ

ໝວດທີ III - ເງື່ອນໄຂທີ່ຕັ້ງ ແລະ ພັນທະຂອງປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ

ມາດຕາ 8. ທີ່ຕັ້ງຂອງປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ຫຼື (ປ້ຳບໍລິການ)
ມາດຕາ 9. ພັນທະຂອງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ

ໝວດທີ IV - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ທີ່ລະເມີດ

ມາດຕາ 10. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 11. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 12. ການລະເມີດອື່ນໆ
ມາດຕາ 13. ມາດຕະການຕໍ່ລັດຖະກອນທີ່ກະທໍາຜິດຕໍ່ໜ້າທີ່ຮັບຜິດຊອບ

ໝວດທີ V - ການຈັດຕັ້ງປະຕິບັດ

ມາດຕາ 14. ການຈັດຕັ້ງປະຕິບັດ
ມາດຕາ 15. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 1806/ອຄ.ຄພນ
ນະຄອນຫຼວງວຽງຈັນ, ວັນທີ 08 ກັນຍາ 2009

ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງປ້ຳຂາຍຍ່ອຍ
ນ້ຳມັນເຊື້ອໄຟຢູ່ ສປປລາວ

  • ອີງຕາມກົດໝາຍອາຍາ, ສະບັບປັບປຸງ ເລກທີ 12/ສພຊ, ລົງວັນທີ 10/11/05.
  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 206/ນຍ, ລົງວັນທີ 10/10/01, ວ່າດ້ວຍທຸລະກິດ ຈຳໜ່າຍສິນຄ້າ.
  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 207/ນຍ, ລົງວັນທີ 11/10/01, ວ່າດ້ວຍການຄຸ້ມຄອງ ລາຄາສິນຄ້າ.
  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 188/ນຍ, ລົງວັນທີ 17/08/06, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.
  • ອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ, ສະບັບເລກທີ 1785/ ອຄ.ຄພນ; ລົງວັນທີ 07/9/2009, ວ່າດ້ວຍການຄຸ້ມຄອງທຸລະກິດນໍາເຂົ້າ ແລະ ບໍລິການຂາຍຍົກນໍ້າມັນເຊື້ອໄຟ.

ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າອອກຂໍ້ຕົກລົງດັ່ງນີ້:

ໝວດທີ I
ຫຼັກການທົ່ວໄປ

ມາດຕາ 1. ຈຸດປະສົງ
   ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອກໍານົດການອະນຸຍາດສ້າງຕັ້ງ ແລະ ຄຸ້ມຄອງປໍ້າຂາຍຍ່ອຍນໍ້າມັນເຊື້ອ ໄຟໃນ ສປປລາວ ໃຫ້ເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດຕາມລະບຽບການຕ່າງໆທີ່ວາງອອກ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມມາດຕະຖານເຕັກນິກ, ຮັບປະກັນການບໍລິການໃຫ້ແກ່ສັງຄົມກໍຄືຜູ້ຊົມໃຊ້ໃຫ້ມີ ຄວາມສະດວກ ແລະ ປອດໄພພ້ອມທັງຊຸກຍູ້ ແລະ ສົ່ງເສີມຜູ້ດຳເນີນ ທຸລະກິດໃຫ້ກາຍເປັນສ່ວນໜຶ່ງໃນ ການປະກອບສ່ວນສ້າງສາພັດທະນາປະເທດຊາດ. ຂ້າງເທິງ

ມາດຕາ 2. ອະທິບາຍຄໍາສັບ
   ຄໍາສັບຕ່າງໆທີ່ນໍາໃຊ້ໃນລະບຽບການສະບັບນີ້ມີຄວາມໝາຍດັ່ງນີ້:

  • ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟໝາຍເຖິງບຸກຄົນ ຫຼື ນິຕິບຸກຄົນທີ່ດໍາເນີນທຸລະກິດກ່ຽວກັບການນໍາເຂົ້ານໍ້າມັນເຊື້ອໄຟ, ປໍ້າ ຫຼື ຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ.
  • ນໍ້າມັນເຊື້ອໄຟໝາຍເຖິງນໍ້າມັນແອັດຊັງພິເສດ, ແອັດຊັງທໍາມະດາ, ກາຊວນ ແລະອື່ນໆ.
  • ປໍ້າ ຫຼື ຕົວແທນຈໍາໜ່າຍ ໝາຍເຖິງປໍ້າຂອງບໍລິສັດນໍ້າມັນເຊື້ອໄຟ ຍີ່ຫໍ້ໃດໜຶ່ງທີ່ເຮັດໜ້າທີ່ບໍລິການຂາຍນໍ້າມັນໃຫ້ແກ່ຜູ້ຊົມໃຊ້ກໍຄືສັງຄົມ.
  • ພະແນກອຸດສາຫະກໍາ ແລະ ການຄ້າ ໝາຍເຖິງພະແນກອຸດສາຫະກໍາ ແລະ ການຄ້າຂັ້ນແຂວງ, ນະຄອນຫຼວງທີ່ຕັ້ງຢູ່ທ້ອງຖິ່ນ. ຂ້າງເທິງ

ມາດຕາ 3. ຫຼັກການພື້ນຖານໃນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດປ້ຳຂາຍຍ່ອຍນ້ຳ ມັນເຊື້ອໄຟ
   ນໍ້າມັນເຊື້ອໄຟເປັນສິນຄ້າຍຸດທະສາດທີ່ລັດຄວບຄຸມ, ເປັນປັດໃຈພື້ນຖານໃຫ້ແກ່ການຜະລິດ, ການພັດທະ ນາພື້ນຖານໂຄງລ່າງ  ແລະ ເສດຖະກິດຂອງຊາດໂດຍລວມ, ຊຶ່ງຈຳເປັນຕ້ອງມີການຄຸ້ມຄອງ ແລະ ດັດສົມຂອງລັດບົນພື້ນຖານກົນໄກເສດຖະກິດຕະຫຼາດ. ສະນັ້ນ, ການສ້າງຕັ້ງ ແລະ ການເຄື່ອນໄຫວ ດຳເນີນທຸລະກິດກ່ຽວກັບປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟຢູ່ ສປປລາວ ຕ້ອງປະຕິບັດຢ່າງເຂັ້ມງວດ ຕາມຂໍ້ຕົກລົງສະບັບນີ້ ແລະ ລະບຽບ, ກົດໝາຍອື່ນໆທີ່ກ່ຽວຂ້ອງທີ່ປະກາດໃຊ້ໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 4. ຂອບເຂດການນຳໃຊ້
   ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອນໍາໃຊ້ຕໍ່ບຸກຄົນ ຫຼື ນິຕິບຸກຄົນທີ່ດໍາເນີນທຸລະກິດກ່ຽວກັບການບໍລິການ ຈຳໜ່າຍນ້ຳມັນເຊື້ອໄຟຢູ່ ສປປລາວ. ຂ້າງເທິງ

ໝວດທີ II
ມາດຖານ ແລະ ເງື່ອນໄຂໃນການສ້າງຕັ້ງ ແລະ ການເຄື່ອນໄຫວ
ດໍາເນີນທຸລະກິດຂອງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ

ມາດຕາ 5. ມາດຖານ ແລະ ເງື່ອນໄຂໃນການສ້າງຕັ້ງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ
   ບຸກຄົນ ຫຼື ນິຕິບຸກຄົນທີ່ມີຈຸດປະສົງສ້າງຕັ້ງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຢູ່ສປປລາວ ຈະແມ່ນໃນຮູບການໃດກໍ່ຕາມຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້:

5.1. ຕ້ອງມີທຶນຈົດທະບຽນຢ່າງໜ້ອຍ 500 ລ້ານກີບຂຶ້ນໄປຕໍ່ໜຶ່ງປໍ້າ;
5.2. ປະຕິບັດຕາມມາດຕະຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຂອງຂະແໜງການອື່ນໆທີ່ກ່ຽວຂ້ອງທີ່ປະກາດໃຊ້ໃນແຕ່ລະໄລຍະ;
5.3. ໄດ້ຮັບສິດເປັນຕົວແທນຈໍາໜ່າຍ ຫຼື ປໍ້າຈໍາໜ່າຍໃຫ້ແກ່ບໍລິສັດນໍ້າມັນເຊື້ອໄຟໃດໜຶ່ງ;
5.4. ປໍ້າຈໍາໜ່າຍນໍ້າມັນໜຶ່ງປໍ້າ ມີສິດເປັນຕົວແທນຈໍາໜ່າຍໄດ້ພຽງແຕ່ຍີ່ຫໍ້ໜຶ່ງເທົ່ານັ້ນ ຫຼື ເປັນຕົວແທນໃຫ້ແກ່ບໍລິສັດດຽວເທົ່ານັ້ນ;   
5.5. ຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ແນ່ນອນ ຫຼື ກໍລະນີບໍ່ມີກໍຕ້ອງໄດ້ຈ້າງວິຊາການເພື່ອຊ່ວຍເປັນທີ່ປຶກສາ;
5.6. ກໍານົດຈຸດ ຫຼຼື ສະຖານທີ່ຕັ້ງຂອງປໍ້ານໍ້າມັນ ພ້ອມທັງແຜນຜັງລະອຽດກ່ຽວກັບລະບົບການບໍລິການ, ເຕັກນິກຮັບ-ຈ່າຍນໍ້າມັນໂດຍມີການຢັ້ງຢືນຈາກອົງການທີ່ກ່ຽວຂ້ອງ;
5.7. ໃບຢັ້ງຢືນກໍາມະສິດ ຫຼື ມອບກໍາມະສິດ ຫຼື ເຊົ່າດິນບ່ອນທີ່ຈະສ້າງຕັ້ງປໍ້າໂດຍມີການຮັບຮອງ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງເປັນຕົ້ນ: ສະຖານທີ່ຕັ້ງບໍ່ໃຫ້ມີຜົນກະທົບເຖິງສິ່ງແວດລ້ອມ, ຊຸມຊົນເເອອັດ ແລະ ເຂດຫວງຫ້າມຂອງລັດ;
5.8. ປໍ້າຂາຍຍ່ອຍທີ່ມີສັນຍາເປັນຕົວແທນຂອງບໍລິສັດໜຶ່ງ ບໍ່ມີສິດເປັນຕົວແທນໃຫ້ບໍລິສັດອື່ນ ກ່ອນໝົດອາຍຸສັນຍາ ຫຼື ກ່ອນໄດ້ຮັບໃບອະນຸຍາດຍົກເລີກສັນຍາ ຈາກບໍລິສັດທີ່ຕົນຂື້ນກັບໃນເບື້ອງຕົ້ນ;
5.9. ປໍ້າຈໍາໜ່າຍທຸກປະເພດ ຕ້ອງມີບັ້ງດັບເພີງ (ຊະນິດໂຟມສໍາລັບມອດນໍ້າມັນ) ພ້ອມດ້ວຍອຸປະກອນດັບເພີງຄົບຊຸດ ແລະ ລະບົບຈ່າຍນໍ້າມັນຢ່າງພຽງພໍເມ່ືອເກີດອັກຄີໄພຕ່າງໆ. ຂ້າງເທິງ          

ມາດຕາ 6. ການຂໍອະນຸຍາດສ້າງຕັ້ງ
   ຜູ້ທີ່ມີຈຸດປະສົງຢາກສ້າງຕັ້ງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟຢູ່ ສປປລາວ ຕ້ອງຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນ ວິສາຫະກິດຕໍ່ຂະແໜງອຸດສາຫະກຳ ແລະ ການຄ້າ ຕາມເງື່ອນໄຂໃນການປະກອບເອກະສານດັ່ງນີ້:

6.1. ເຮັດໃບສະເໜີ ຫຼື ຄໍາຮ້ອງຂໍອະນຸຍາດສ້າງຕັ້ງປໍ້ານໍ້າມັນ ເຖິງພະແນກອຸດສາຫະກໍາ ແລະ ການຄ້າບ່ອນທີ່ຈະສ້າງຕັ້ງປ້ຳ (ພ້ອມເອກະສານທີ່ກ່ຽວຂ້ອງຕ່າງໆຕາມ ມາດຕາ5 ຂ້າງເທິງນີ້);
6.2. ຈາກນັ້ນຈຶ່ງລົງເບິ່ງສະຖານທີ່ ທີ່ຈະສ້າງປໍ້າ ຫຼື ຕົວແທນຈໍາໜ່າຍ ໂດຍຮ່ວມກັບຂະແໜງການ ຕ່າງໆທີ່ກ່ຽວຂ້ອງ;
6.3. ເມື່ອເຫັນວ່າ ຖືກຕ້ອງຕາມມາດຖານເງື່ອນໄຂແລ້ວ ຈຶ່ງອະນຸຍາດໃຫ້ຂຶ້ນທະບຽນວິສາຫະກິດຕາມລະບຽບການ.

  • ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງ ເປັນຜູ້ອອກອະນຸຍາດ ແລະ ຂຶ້ນທະບຽນວິສາຫະກິດໃຫ້ແກ່ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ບົນພື້ນຖານລະບຽບການສະບັບນີ້ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 7. ການເຄື່ອນໄຫວດຳເນີນທຸລະກິດ
   ທຸກຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດ ກ່ຽວກັບການບໍລິການປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຕ້ອງປະຕິບັດ ຕາມເງື່ອນໄຂດັ່ງນີ້:

7.1. ນໍ້າມັນເຊື້ອໄຟທີ່ບໍລິການຂາຍ ຕ້ອງໄດ້ມາດຕະຖານຄຸນນະພາບ ແລະ ຖືກຕາມລະບຽບການຂອງ ອົງການວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດ;
7.2. ຕ້ອງຮັບຊື້ນໍ້າມັນຈາກບໍລິສັດແມ່ຂອງຕົນເທົ່ານັ້ນ, ຫ້າມຮັບຊື້ນໍ້າມັນຈາກບໍລິສັດອື່ນທີ່ບໍ່ແມ່ນບໍລິສັດແມ່ ຂອງຕົນເອງ;
7.3. ຕ້ອງມີບັນຊີຕິດຕາມການຮັບນໍ້າມັນ ຈາກບໍລິສັດແມ່ຂອງຕົນຢ່າງລະອຽດ ແລະ ເປັນລະບົບ;
7.4. ຕ້ອງມີບັນຊີຕິດຕາມ ແລະ ສະຫຼຸບການຂາຍປະຈໍາວັນຂອງຕົນຢ່າງລະອຽດ ແລະ ເປັນລະບົບ;
7.5. ປະຕິບັດລາຄາຂາຍຍ່ອຍ ແລະ ກໍານົດເວລາ ຕາມທີ່ລັດກໍານົດໃນແຕ່ລະໄລຍະ;
7.6. ປະຕິບັດກໍານົດເວລາໃນການເປີດ ຫຼື ປິດ ປໍ້າບໍລິການ ຕາມທີ່ລະບຽບການສະບັບນີ້ໄດ້ກໍານົດຄື:   
- ເປີດແຕ່ 6.00ໂມງເຊົ້າ ເຖິງ 19.00ໂມງ (ນັບແຕ່ມື້ ວັນຈັນ-ວັນອາທິດ).
- ສະເພາະປໍ້າທີ່ມີເງື່ອນໄຂບໍລິການຕະຫຼອດ 24 ຊົ່ວໂມງ ຕ້ອງມີປ້າຍແຈ້ງບອກ ແລະ ມີມາດຕະການຄຸ້ມຄອງຮັບປະກັນຄວາມປອດໄພຮອບດ້ານ.
7.7. ປະຕິບັດລະບົບການລາຍງານຂໍ້ມູນຕ່າງໆ ຫຼື ໃຫ້ການຮ່ວມມືກັບອົງການມະຫາພາກໃນການສະ ໜອງຂໍ້ມູນຕ່າງໆໄດ້ຢ່າງເປັນລະບົບ;
7.8. ຕ້ອງມີເຄື່ອງແບບໃຫ້ແກ່ພະນັກງານທີ່ຂາຍນໍ້າມັນຢູ່ປໍ້າ ແລະ ເວລາບໍລິການຂາຍນໍ້າມັນຕ້ອງນຸ່ງ ເຄື່ອງແບບນັ້ນ, ພະນັກງານຂາຍຕ້ອງມີມາລະຍາດດີ, ມີຄວາມສັດຊື່, ບໍ່ສໍ້ໂກງລູກຄ້າ;
7.9. ປະຕິບັດຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງໃນການດໍາເນີນທຸລະ ກິດ. ຂ້າງເທິງ               

ໝວດທີ III
ເງື່ອນໄຂທີ່ຕັ້ງ ແລະ ພັນທະຂອງປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ

ມາດຕາ 8. ທີ່ຕັ້ງຂອງປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ຫຼື (ປໍ້າບໍລິການ)

8.1. ຕ້ອງເປັນເດີ່ນທີ່ຮາບພຽງດີມີລັກສະນະກວ້າງຂວາງ, ມີເສັ້ນທາງເຂົ້າ-ອອກໄດ້ງ່າຍ, ສະດວກ ໃນການຖອກເທນ້ຳມັນພ້ອມທັງຮັບປະກັນຄວາມປອດໄພຕ່າງໆອີກດ້ວຍ;
8.2. ຕ້ອງຕິດຕັ້ງປ້າຍເຄື່ອງໝາຍການຄ້າ (ຕົວແທນຂອງບໍລິສັດ) ໃສ່ໃນຈຸດທີ່ສູງສາມາດເບິ່ງ ເຫັນໄດ້ງ່າຍ,  ປ້ຳໜຶ່ງຕ້ອງມີເຄື່ອງໝາຍການຄ້າພຽງຍີ່ຫໍ້ດຽວເທົ່ານັ້ນ;
8.3. ມີຫ້ອງນໍ້າ ຫຼື ສຸຂະພັນເພື່ອສະດວກໃຫ້ແກ່ຜູ້ໃຊ້ບໍລິການ;
8.4. ມີຫ້ອງຂາຍສິນຄ້າ (ຖ້າມີເງ່ືອນໄຂ);
8.5. ມີທີ່ພັກເຊົາຂອງຜູ້ໂດຍສານ (ຖ້າຈໍາເປັນ);
8.6. ປະກອບກັບໃຫ້ມີບໍລິການດ້ານອັດສີດ, ປ່ຽນຖ່າຍນໍ້າມັນເຄື່ອງ, ເຊັກລົມຕີນລົດ ແລະອື່ນໆ (ຖ້າມີເງື່ອນໄຂ).
(ລາຍລະອຽດເຕັກນິກຂອງປໍ້າບໍລິການ ແມ່ນໃຫ້ປະຕິບັດຕາມລະບຽບການກ່ຽວກັບການກໍານົດເງື່ອນໄຂ ອະນຸຍາດມາດຖານເຕັກນິກ ເລກທີ 568/ຄຂປກ, ລົງວັນທີ 4/07/1991 ຂອງກະຊວງ ຄຂປກ). ຂ້າງເທິງ

ມາດຕາ 9. ພັນທະຂອງປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ

9.1. ການປະຕິບັດລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ຫ້າມບໍ່ໃຫ້ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເປັນຜູ້ກໍານົດ ລາຄາຕາມລໍາພັງໃຈໂດຍເດັດຂາດ ຖ້າຫາກພົບເຫັນຈະຖືກປະຕິບັດວິໄນຕາມລະບຽບກົດໝາຍທີ່ ກ່ຽວຂ້ອງຢ່າງເຂັ້ມງວດ;
9.2. ຕ້ອງຕິດປ້າຍລາຄານໍ້າມັນເຊື້ອໄຟແຕ່ລະຊະນິດ ຕາມການປັບປ່ຽນແຕ່ລະຄັ້ງໃສ່ທາງໜ້າຂອງ ປໍ້ານໍ້າມັນບ່ອນທີ່ສາມາດເຫັນໄດ້ງ່າຍ ໃນໄລຍະປະມານ 100 ແມັດ ເພື່ອສະດວກແກ່ຜູ້ຊົມໃຊ້;
9.3. ການກວດກາຄຸນນະພາບນໍ້າມັນເຊື້ອໄຟ, ນໍ້າມັນທີ່ຈໍາໜ່າຍຕ້ອງຮັບປະກັນທັງປະລິມານ ແລະ ຄຸນນະພາບບໍ່ໃຫ້ມີການເຈືອປົນ ແລະ ປອມແປງ, ຜູ້ຈໍາໜ່າຍນໍ້າມັນເຊື້ອໄຟຕ້ອງມີເຄື່ອງ ກວດກາບໍລິມາດນໍ້າມັນຢ່າງໜ້ອຍ 01 ເຄື່ອງປະຈໍາຢູ່ປໍ້າຂອງຕົນ ເພື່ອກວດກາໃນບາງກໍລະນີດັ່ງນີ້:
- ໃນເວລາມີການປັບລາຄານໍ້າມັນຂຶ້ນ-ລົງໃນແຕ່ລະຄັ້ງ;
- ເມື່ອມີການຮຽກຮ້ອງຈາກຜູ້ໃຊ້ບໍລິການ ຂໍໃຫ້ມີການກວດກາ ຫຼື ກໍລະນີອື່ນໆ.
9.4. ຮັບປະກັນໃຫ້ມີນໍ້າມັນສໍາຮອງໄວ້ ໃນກໍລະນີສຸກເສີນໃຫ້ໄດ້ຢ່າງໜ້ອຍ 02 ວັນ ເພື່ອບໍລິການໃຫ້ແກ່ສັງຄົມຢ່າງເປັນປົກກະຕິ, ບໍ່ໃຫ້ມີປະກົດການປິດປໍ້າດ້ວຍເຫດຜົນວ່ານໍ້າມັນໝົດ ຫຼື ອື່ນໆ;
9.5. ປະຕິບັດພັນທະຕໍ່ງົບປະມານລັດຕາມລະບົບຢ່າງຄົບຖ້ວນ. ຂ້າງເທິງ

ໝວດທີ IV
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະມາດຕະການຕໍ່ຜູ້ທີ່ລະເມີດ

ມາດຕາ 10. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
   ຜູ້ທີ່ເຄື່ອນໄຫວດໍາເນີນທຸລະກິດການບໍລິການຂາຍຍ່ອຍນໍ້າມັນເຊື້ອໄຟ ຢ່າງຖືກຕ້ອງຕາມຂໍ້ຕົກລົງສະບັບນີ້ກໍຄື ລະບຽບການອື່ນໆທີ່ກ່ຽວຂ້ອງ ນອກຈາກຈະໄດ້ຮັບການຍ້ອງຍໍຈາກພາກລັດ ແລະ ສັງຄົມທົ່ວໄປແລ້ວຍັງຈະໄດ້ຮັບ ສິດຜົນປະໂຫຍດຕ່າງໆດັ່ງນີ້:

  1. ຈະໄດ້ຮັບບູລິມະສິດການພິຈາລະນາ ກ່ຽວກັບນະໂຍບາຍຕ່າງໆ ໃນດຳເນີນທຸລະກິດ;
  2. ຈະໄດ້ຖຶກຈັດເຂົ້າຢູ່ໃນບັນຊີ ຜູ້ປະກອບການທີ່ດີເດັ່ນ ແລະ ສະເໜີການຍ້ອງຍໍຜ່ານທາງສື່ມວນຊົນ;
  3. ຈະໄດ້ຮັບການຍ້ອງຍໍໃນຮູບການຕ່າງໆທີ່ເໝາະສົມ. ຂ້າງເທິງ

ມາດຕາ 11. ມາດຕະການຕໍ່ຜູ້ລະເມີດ
   ຖ້າຫາກຜູ້ປະກອບການບໍລິການຂາຍຍ່ອຍນໍ້າມັນເຊື້ອໄຟ ຫາກລະເມີດລະບຽບການໃນກໍລະນີຕ່າງໆຕ້ອງປະຕິ ບັດດັ່ງນີ້:

11.1. ການສວຍໂອກາດຂຶ້ນລາຄານໍ້າມັນ.
   ຜູ້ປະກອບການບໍລິການຂາຍຍ່ອຍນໍ້າມັນເຊື້ອໄຟ ຫາກສວຍໂອກາດຂຶ້ນລາຄານໍ້າມັນ ຫຼື ຂາຍນໍ້າ ມັນເກີນລາຄາທີ່ລັດກຳນົດໃນແຕ່ລະໄລຍະ ແລະ ໃນເວລາມີສະພາບໄພທຳມະຊາດເປັນຕົ້ນ: ໄພແຫ້ງ ແລ້ງ, ໄພນ້ຳຖ້ວມ ຫຼື ໃນເວລາ ທີ່ມີສະພາບຫຍຸ້ງຍາກເກີດຂື້ນ ໃນທ້ອງຖິ່ນໃດໜຶ່ງຈະຖືກລົງໂທດຕັດ ອິດສະຫຼະພາບ ແຕ່ 6ເດືອນ ຫາ 2ປີ ແລະ ຈະຖືກປັບໃໝ ແຕ່ 1.000.000ກີບ ຫາ 5.000.000ກີບ ຕໍ່ 1ຄັ້ງ ( ຕາມ ມາດຕາ147 ຂອງກົດໝາຍອາຍາ);
11.2. ການກັກຕຸນນ້ຳມັນ.
   ຜູ້ປະກອບການບໍລິການຂາຍຍ່ອຍນໍ້າມັນເຊື້ອໄຟ ທີ່ເຮັດໜ້າທີ່ບໍລິການໃຫ້ແກ່ສັງຄົມທົ່ວໄປ ໃດໜຶ່ງ  ຫາກໄດ້ກັກຕຸນ, ໄດ້ຊຸກເຊື່ອງນ້ຳມັນໃນປ້ຳຈຳໜ່າຍນ້ຳມັນ ຫຼື ຢູ່ບ່ອນອື່ນ ເພື່ອເກັງກຳໄລ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ 1ປີ ຫາ 4ປີ ແລະ ຈະຖືກປັບໃໝຕາມລະບຽບການຂອງພາສີ (ຕາມ ມາດຕາ148 ຂອງກົດໝາຍອາຍາ);
11.3. ການຂາຍນໍ້າມັນບໍ່ຖືກຕ້ອງຕາມລະບຽບການ.
   ຜູ້ປະກອບການບໍລິການປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ທີ່ເຮັດໜ້າທີ່ບໍລິການໃຫ້ແກ່ສັງຄົມທົ່ວໄປນັ້ນ, ມີສິດເປັນຕົວແທນຈຳໜ່າຍໄດ້ພຽງແຕ່ຍີ່ຫໍ້ໜຶ່ງ ຫຼື ເປັນຕົວແທນໃຫ້ແກ່ບໍລິສັດດຽວເທົ່ານັ້ນ, ສະນັ້ນ ຖ້າມີການຮັບຊື້ນ້ຳມັນຍີ່ຫໍ້ອື່ນ ຫຼື ຈາກບໍລິສັດ ອື່ນທີ່ປ້ຳຂອງຕົນບໍ່ໄດ້ເປັນຕົວແທນແມ່ນຈະຖືກລົງໂທດຕັດ ອິດສະຫຼະພາບແຕ່ 6ເດືອນ ຫາ 2ປີ ແລະ ຈະຖືກປັບໃໝ ແຕ່ 1.000.000ກີບ ຫາ 10.000.000ກີບ ຕໍ່1ຄັ້ງ (ຕາມ ມາດຕາ149 ຂອງກົດໝາຍອາຍາ);          
11.4. ການປອມແປງມາດຕາວັດ-ມາດຕາຊັ່ງ ຫຼື ວັດແທກຊັ່ງຜອງ.
   ເມື່ອຜູ້ປະກອບການບໍລິການຂາຍຍ່ອຍນໍ້າມັນເຊື້ອໄຟ ຫາກໄດ້ລັກໂລບການຊັ່ງ, ການຜອງ,  ການວັດແທກ ໃນເວລາຊື້-ຂາຍ, ດັດແປງເຄື່ອງວັດແທກ, ເຄື່ອງຊັ່ງຜອງທີ່ບໍ່ໄດ້ມາດຕະຖານ ເພື່ອຫາຜົນກຳໄລ ດ້ວຍການເອົາປຽບຜູ້ຊົມໃຊ້ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 6ເດືອນ ຫາ 2ປີ ແລະ ຈະຖືກປັບໃໝແຕ່ 100.000ກີບ ຫາ 3.000.000ກີບ ຕໍ່1ຄັ້ງ (ຕາມ ມາດຕາ150  ຂອງກົດໝາຍອາຍາ). ຂ້າງເທິງ

ມາດຕາ 12. ການລະເມີດອື່ນໆ
   ບຸກຄົນ ຫຼື ນິຕິບຸກຄົນທີ່ດໍາເນີນທຸລະກິດກ່ຽວກັບ ການບໍລິການຂາຍຍອ່ຍນໍ້າມັນເຊື້ອໄຟທີ່ລະເມີດຕໍ່ລະບຽບ ການສະບັບນີ້ ຫາກໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ສ້າງຂຶ້ນ, ໃນກໍລະນີການລະເມີດ ຫາກເປັນການກະທຳຜິດທາງອາຍາຜູ້ລະເມີດຈະຖືກລົງໂທດຕາມກົດໝາຍອາຍາ, ນອກຈາກໃນກໍລະນີຕ່າງໆທີ່ໄດ້ລະບຸໄວ້ໃນ ມາດຕາ 10 ຂ້າງເທິງນີ້. ຂ້າງເທິງ

ມາດຕາ 13. ມາດຕະການຕໍ່ລັດຖະກອນທີ່ກະທຳຜິດຕໍ່ໜ້າທີ່ຮັບຜິດຊອບ
   ລັດຖະກອນຜູ້ໃດ ທີ່ກະທໍາຜິດຕໍ່ໜ້າທີ່ຮັບຜິດຊອບຂອງຕົນ ຫຼື ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດ ວິໃນເຊັ່ນ: ສຶກສາ-ອົບຮົມ,  ຍົກຍ້າຍໜ້າທີ່, ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະກອນ, ນອກຈາກນີ້ຍັງ ຈະໄດ້ປະຕິບັດມາດຕະການອື່ນໆອີກ ຕາມແຕ່ລະກໍລະນີທີ່ໄດ້ລະບຸໄວ້ໃນໝວດທີ່8 ຂອງກົດໝາຍ ອາຍາ. ຂ້າງເທິງ

ໝວດທີ V
ການຈັດຕັ້ງປະຕິບັດ

ມາດຕາ 14. ການຈັດຕັ້ງປະຕິບັດ
   ມອບໃຫ້ກົມການຄ້າພາຍໃນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງ ແລະ  ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເປັນຜູ້ປະສານສົມທົບກັບ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ. ຂ້າງເທິງ

ມາດຕາ 15. ຜົນສັກສິດ
   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ລະບຽບການອື່ນໆຂອງກະຊວງ ອຸດສາຫະກຳ ແລະ ການຄ້າທີ່ວາງອອກໃນເມື່ອກ່ອນຫາກຂັດກັບລະບຽບການສະບັບນີ້ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ.
ດຣ. ນາມ ວິຍະເກດ

 

# ຫົວຂໍ້ ດາວໂຫຼດ
1 Decision on Management of the Retail Fuel Station in Lao PDR No. 1806/MoIC.DTD PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ປ້ຳຂາຍຍ່ອຍ ນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ເລກທີ 1806/ອຄ.ຄພນ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.