ເລີ່ມຕັ້ງແຕ່ວັນຈັນ ທີ 24 ເດືອນກັນຍາ 2012 ກົມນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຍ້າຍໄປຢູ່ຕຶກໃໝ່ຂອງກະຊວງອຸດສາຫະກໍາ ແລະ ການຄ້າແລ້ວ ຊຶ່ງຢູ່ກົງກັນຂ້າມກັບຕຶກເກົ່າ. ຜູ້ປະກອບການຄ້າທຸກຄົນທີ່ມາພົວພັນເອົາໃບອະນຸຍາດນໍາເຂົ້າ, ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຫຼື ພົວພັນເອົາຂໍ້ມູນຕ່າງໆ ແມ່ນໃຫ້ມາທີ່ຕຶກໃໝ່ທີ່ຖະໜົນໂພນໄຊ, ເມືອງໄຊເສດຖາ ກົງກັນຂ້າມກັບສະຖານທູດຫວຽດນາມ, ດ້ານຫຼັງຂອງກະຊວງການຕ່າງປະເທດ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.