ເພື່ອຮັບປະກັນການຈັດຕັ້ງປະຕິບັດ ຄຸ້ມຄອງໄມ້ສົ່ງອອກຢູ່ບັນດາດ່ານພາສີໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ກົມພາສີຈຶ່ງໄດ້ອອກແຈ້ງການແນະນໍາດັ່ງນີ້:

1. ການສົ່ງໄມ້ທ່ອນ, ໄມ້ເລື່ອຍ, ຕໍໄມ້, ປູດໄມ້ ແລະ ໄມ້ເຄິ່ງສໍາເລັດຮູບອອກຕ່າງປະເທດ ຕ້ອງມີອະນຸຍາດຂອງລັດຖະບານ ແລະ ເອກະສານຂອງຂະແໜງການກ່ຽວຂ້ອງ ຈຶ່ງສາມາດດໍາເນີນການແຈ້ງພາສີເປັນລາຍລະອຽດ ໃນການສົ່ງອອກໄມ້ຈໍານວນດັ່ງກ່າວໄດ້. ມີພຽງແຕ່ລັດຖະບານເທົ່ານັ້ນມີສິດ ໃນການພິຈາລະນາ ແລະ ຕົກລົງເປັນກໍລະນີພິເສດກ່ຽວກັບການສົ່ງອອກໄມ້ປະເພດດັ່ງກ່າວ ຕາມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ ລົງວັນທີ 24 ທັນວາ 2007 ມາດຕາ 52 ວ່າດ້ວຍການນໍາເຂົ້າ-ສົ່ງອອກໄມ້ ແລະ ຜະລິດຕະຜົນໄມ້, ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ ລົງວັນທີ 22 ກັນຍາ 2008 ຂໍ້ 23.
2. ການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ຕ້ອງມີຮູບແບບ ແລະ ມາດຖານສອດຄ່ອງກັບຂໍ້ຕົກລົງ ກະຊວງອຸດສາຫະກໍາ-ການຄ້າ ສະບັບເລກທີ 1415/ອຄ.ກອກ ລົງວັນທີ 28 ສິງຫາ 2008 ວ່າດ້ວຍຮູບແບບ ແລະ ຂະໜາດຜະລິດຕະພັນໄມ້.
3. ຂັ້ນຕອນໃນການປະກອບເອກະສານສົ່ງອອກ ໃຫ້ປະຕິບັດຕາມກົດໝາຍພາສີ ສະບັບເລກທີ 04/ສພຊ ລົງວັນທີ 20 ທັນວາ 2011 ແລະ ແຈ້ງການຂອງກະຊວງອຸດສາຫະກໍາ-ການຄ້າ ສະບັບເລກທີ 1904/ອຄ.ກຂອ ລົງວັນທີ 30 ກັນຍາ 2011 ກ່ຽວກັບຂັ້ນຕອນການອອກອະນຸຍາດນໍາເຂົ້າ-ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ແລະ ແຈ້ງການເພີ່ມເຕີມຂອງຫ້ອງການກະຊວງອຸດສາຫະກໍາ-ການຄ້າ ສະບັບເລກທີ 2857/ຫອກ.ກຂອ ລົງວັນທີ 11 ພະຈິກ 2011 ກ່ຽວກັບການປັບປຸງແຈ້ງການ ສະບັບເລກທີ 1904/ອຄ.ກຂອ ລົງວັນທີ 30 ກັນຍາ 2011 ຢ່າງເຂັ້ມງວດ.

# ຫົວຂໍ້ ດາວໂຫຼດ
1 Custom Department, Ministry of Finance has issued an instruction on the management of wood exportation in response to implement the Prime ministerial Order No. 22/PM dated 26 September on instruction to implement article 10 of the instruction No. 32/PM da PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.