ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ແຫຼ່ງກໍາເນີດສິນຄ້າ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ຂອບເຂດການນໍາໃຊ້

ໝວດທີ 2 - ລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດ

ມາດຕາ 5. ແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດພາຍໃຕ້ສັນຍາສາກົນ
ມາດຕາ 6. ແຫຼ່ງກໍາເນີດສິນຄ້າທີ່ໃຫ້ສິດພິເສດແບບຝ່າຍດຽວ

ໝວດທີ 3 - ລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າທີ່ບໍ່ໄດ້ສິດພິເສດ

ມາດຕາ 7. ການກໍານົດແຫຼ່ງກໍາເນີດສິນຄ້າ
ມາດຕາ 8. ການປ່ຽນແປງພຽງເລັກນ້ອຍຂອງສິນຄ້າ
ມາດຕາ 9. ສ່ວນປະກອບທົ່ວໄປ
ມາດຕາ 10. ການກໍານົດແຫຼ່ງກໍາເນີດຂອງສິ່ງຫຸ້ມຫໍ່ສິນຄ້າ, ເຄື່ອງອຸປະກອນ, ເຄື່ອງອາໄຫລ່, ເຄື່ອງມື ແລະ ສິນຄ້າທີ່ຍັງບໍ່ໄດ້ປະກອບເຂົ້າກັນ ຫຼື ແຍກອອກ

ໝວດທີ 4 - ຂັ້ນຕອນການຈັດຕັ້ງປະຕິບັດກ່ຽວກັບແຫຼ່ງກໍາເນີດສິນຄ້າ

ມາດຕາ 11. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າສົ່ງອອກ
ມາດຕາ 12. ການແຈ້ງພາສີ ແລະ ການກໍານົດລ່ວງໜ້າແຫຼ່ງກໍາເນີດສິນຄ້ານໍາເຂົ້າ
ມາດຕາ 13. ການອອກຄໍາຕົກລົງກ່ຽວກັບແຫຼ່ງກໍາເນີດສິນຄ້ານໍາເຂົ້າ
ມາດຕາ 14. ການສະເໜີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
ມາດຕາ 15. ການທົບທວນຄືນຄໍາຕົກລົງກ່ຽວກັບການກໍານົດແຫຼ່ງກໍາເນີດສິນຄ້າ
ມາດຕາ 16. ການເກັບຮັກສາສໍານວນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ

ໝວດທີ 5 - ການຄຸ້ມຄອງ ແລະ ກວດກາແຫຼ່ງກໍາເນີດສິນຄ້າ

ມາດຕາ 17. ອົງການຄຸ້ມຄອງແຫຼ່ງກໍາເນີດສິນຄ້າ
ມາດຕາ 18. ສິດ ແລະ ໜ້າທີ່ຂອງກະຊວງອຸດສາຫະກໍາ ແລະ ການຄ້າ
ມາດຕາ 19. ສິດ ແລະ ໜ້າທີ່ຂອງກະຊວງການເງິນ
ມາດຕາ 20. ອົງການກວດກາແຫຼ່ງກໍາເນີດສິນຄ້າ
ມາດຕາ 21. ເນື້ອໃນກວດກາ
ມາດຕາ 22. ຮູບການກວດກາ

ໝວດທີ 6 - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 23. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 24. ມາດຕະການຕໍ່ຜູ້ລະເມີດ

ໝວດທີ 7 - ບົດບັນຍັດສຸດທ້າຍ

ມາດຕາ 25. ການຈັດຕັ້ງປະຕິບັດ
ມາດຕາ 26. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ  ເລກທີ 228/ນຍ
ນະຄອນຫຼວງວຽງຈັນ, ລົງວັນທີ 22 ເມສາ 2010

ດໍາລັດ
ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ ລົງວັນທີ 6 ພຶດສະພາ 2003;
  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ ລົງວັນທີ 20 ພຶດສະພາ 2005;
  • ອີງຕາມ ໜັງສືສະເໜີຂອງລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0603/ອຄ.ກຂອ ລົງວັນທີ 24 ມີນາ 2010.

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອອກດໍາລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ດໍາລັດສະບັບນີ້ກໍານົດຫຼັກການ ແລະ ລະບຽບການກ່ຽວກັບແຫຼ່ງກໍາເນີດສິນຄ້ານໍາເຂົ້າ, ສົ່ງອອກ ແນໃສ່ສົ່ງເສີມການຄ້າ ແລະ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຍາດແຍ່ງເອົາສິດພິເສດທາງການຄ້າ, ປົກປັກຮັກສາສິ່ງແວດລ້ອມ ເຮັດໃຫ້ເສດຖະກິດແຫ່ງຊາດມີການພັດທະນາ, ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ. ຂ້າງເທິງ

ມາດຕາ 2. ແຫຼ່ງກໍາເນີດສິນຄ້າ
   ແຫຼ່ງກໍາເນີດສິນຄ້າ ແມ່ນບ່ອນທີ່ສິນຄ້າໄດ້ເກີດຂຶ້ນ ຫຼື ບ່ອນທີ່ສິນຄ້າໄດ້ຜ່ານຂະບວນການຜະລິດ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
   ຄໍາສັບຕ່າງໆທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດ ໝາຍເຖິງລະບຽບທີ່ໃຊ້ໃນການກໍານົດແຫຼ່ງກໍາເນີດສິນຄ້າ ພາຍໃຕ້ສັນຍາການຄ້າເສລີລະຫວ່າງສອງປະເທດ ຫຼື ຫຼາຍປະເທດ ຊຶ່ງສິນຄ້າທີ່ມີແຫຼ່ງກໍາເນີດຈາກປະເທດທີ່ເປັນພາຄີຂອງສັນຍານັ້ນ ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນພາສີນໍາເຂົ້າ;
  2. ລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າທີ່ບໍ່ໄດ້ສິດພິເສດ ໝາຍເຖິງລະບຽບທີ່ໃຊ້ໃນການກໍານົດແຫຼ່ງກໍາເນີດສິນຄ້ານໍາເຂົ້າ ເພື່ອປະຕິບັດຫຼັກການ ການໄດ້ຮັບອະນຸເຄາະຫຼາຍທີ່ສຸດ, ການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນ, ການປົກປ້ອງຜູ້ຜະລິດພາຍໃນປະເທດ, ຈໍາກັດປະລິມານນໍາເຂົ້າ, ການຈັດຊື້ຂອງລັດຖະບານ ແລະ ການເກັບກໍາສະຖິຕິການຄ້າ;
  3. ການປ່ຽນແປງຢ່າງຫຼວງຫຼາຍຂອງສິນຄ້າ ໝາຍເຖິງສິນຄ້າທີ່ໄດ້ຜ່ານຂະບວນການຜະລິດ ຈົນກາຍເປັນສິນຄ້າອີກຊະນິດໜຶ່ງ ທີ່ມີລະຫັດສິນຄ້າ, ຮູບແບບ, ໜ້າທີ່, ຈຸດພິເສດພື້ນຖານ ຫຼື ເປົ້າໝາຍການນໍາໃຊ້ແຕກຕ່າງ ຈາກວັດສະດຸນໍາເຂົ້າທີ່ໃຊ້ໃນການຜະລິດສິນຄ້ານັ້ນ;
  4. ເຈົ້າໜ້າທີ່ ຫຼື ອົງການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໝາຍເຖິງເຈົ້າໜ້າທີ່ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຫຼື ຜູ້ຕາງໜ້າທີ່ຖືກມອບສິດໃຫ້ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າສົ່ງອອກ;
  5. ເຈົ້າໜ້າທີ່ທີ່ມີສິດກວດກາ ແລະ ຮັບຮອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້ານໍາເຂົ້າ ໝາຍເຖິງເຈົ້າໜ້າທີ່ພາສີ;
  6. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໝາຍເຖິງເອກະສານທີ່ຊີ້ບອກບ່ອນທີ່ສິນຄ້າໄດ້ເກີດຂຶ້ນ ຫຼື ໄດ້ຜ່ານຂະບວນການຜະລິດ ຊຶ່ງອອກໂດຍເຈົ້າໜ້າທີ່ ຫຼື ອົງການທີ່ມີສິດຂອງປະເທດສົ່ງອອກ;
  7. ສິນຄ້າ ໝາຍເຖິງວັດສະດຸ ຫຼື ຜະລິດຕະພັນທີ່ໄດ້ຜະລິດຂຶ້ນມາ ແລະ ມີມູນຄ່າທາງການຄ້າ;
  8. ວັດສະດຸ ໝາຍເຖິງວັດຖຸດິບ, ສ່ວນປະສົມ, ສ່ວນປະກອບ, ອົງປະກອບ, ຊິ້ນສ່ວນຍ່ອຍ ຫຼື ສິ່ງຂອງທີ່ໄດ້ປະກອບເຂົ້າກັນເປັນສິນຄ້າອື່ນ ຫຼື ໄດ້ຜ່ານກໍາມະວິທີການຜະລິດ ຈົນກາຍເປັນສິນຄ້າອີກຊະນິດໜຶ່ງ. ຂ້າງເທິງ

ມາດຕາ 4. ຂອບເຂດການນໍາໃຊ້
   ດໍາລັດສະບັບນີ້ນໍາໃຊ່້ສໍາລັບພາກສ່ວນຕ່າງໆດັ່ງນີ້:

  1. ຜູ້ດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດທີ່ຕ້ອງການໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ;
  2. ເຈົ້າໜ້າທີ່ ຫຼື ອົງການທີ່ມີສິດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າສົ່ງອອກ;
  3. ເຈົ້າໜ້າທີ່ທີ່ມີສິດກວດກາ ແລະ ຮັບຮອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້ານໍາເຂົ້າ;
  4. ຜູ້ຕາງໜ້າທີ່ໄດ້ຮັບການມອບສິດໃນການອອກ, ການຮັບຮອງ ແລະ ການກວດກາໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ;
  5. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີການເຄື່ອນໄຫວກ່ຽວຂ້ອງກັບການຄ້າ. ຂ້າງເທິງ

ໝວດທີ 2
ລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດ

ມາດຕາ 5. ແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດພາຍໃຕ້ສັນຍາສາກົນ
   ໃນການກໍານົດແຫຼ່ງກໍາເນີດສິນຄ້າ ຈາກປະເທດທີ່ໄດ້ຮັບສິດພິເສດ ໃຫ້ປະຕິບັດຕາມລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າ ພາຍໃຕ້ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ 6. ແຫຼ່ງກໍາເນີດສິນຄ້າທີ່ໃຫ້ສິດພິເສດແບບຝ່າຍດຽວ
   ໃນການກໍານົດແຫຼ່ງກໍາເນີດສິນຄ້າສົ່ງອອກ ພາຍໃຕ້ໂຄງການໃຫ້ສິດພິເສດຝ່າຍດຽວ ໃຫ້ປະຕິບັດຕາມລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າ ຂອງປະເທດນໍາເຂົ້າ. ຂ້າງເທິງ

ໝວດທີ 3
ລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າທີ່ບໍ່ໄດ້ສິດພິເສດ

ມາດຕາ 7. ການກໍານົດແຫຼ່ງກໍາເນີດສິນຄ້າ
   ໃນການກໍານົດແຫຼ່ງກໍາເນີດສິນຄ້າ ໃຫ້ປະຕິບັດຕາມເງື່ອນໄຂດັ່ງນີ້:

  1. ສິນຄ້າທີ່ໄດ້ມາ ຫຼື ຜະລິດຂຶ້ນ ໂດຍໃຊ້ວັດຖຸດິບພາຍໃນປະເທດທັງໝົດ
    ສິນຄ້າຕໍ່ໄປນີ້ໃຫ້ຖືວ່າເປັນສິນຄ້າທີ່ໄດ້ມາ ຫຼື ຜະລິດຂຶ້ນ ໂດຍໃຊ້ວັດຖຸດິບພາຍໃນປະເທດທັງໝົດ:

(1) ພືດ ແລະ ຜະລິດຕະພັນຈາກພືດທີ່ເກີດ, ປູກ ແລະ ເກັບກ່ຽວພາຍໃນປະເທດນັ້ນ;
(2) ສັດມີຊີວິດທີ່ເກີດ ແລະ ລ້ຽງໃນປະເທດນັ້ນ;
(3) ຜະລິດຕະພັນທີ່ໄດ້ຈາກສັດມີຊີວິດ ຕາມທີ່ໄດ້ກ່າວໄວ້ໃນຂໍ້ (2) ເທິງນີ້;
(4) ຜະລິດຕະພັນທີ່ໄດ້ຈາກການລ່າສັດ, ການຫ້າງແຮ້ວ, ການປະມົງ, ການລ້ຽງສັດນໍ້າ, ການຈັບ ຫຼື ການຫາໄດ້ໃນປະເທດນັ້ນ;
(5) ແຮ່ທາດ ແລະ ວັດຖຸທີ່ເກີດຂຶ້ນເອງຕາມທໍາມະຊາດ ຊຶ່ງບໍ່ໄດ້ລວມເອົາ ຂໍ້ (1) ເຖິງ (4) ທີ່ໄດ້ມາຈາກພື້ນດິນ, ພື້ນນໍ້າ ຫຼື ພື້ນທະເລຂອງປະເທດນັ້ນ;
(6) ຜະລິດຕະພັນຈາກການປະມົງທາງທະເລ ແລະ ຜະລິດຕະພັນອື່ນໆຈາກທະເລຫຼວງ ຊຶ່ງເຮືອທີ່ຈົດທະບຽນ ແລະ ປັກທຸງຂອງປະເທດກ່ຽວຂ້ອງນັ້ນໄດ້ມາ;
(7) ຜະລິດຕະພັນທີ່ໄດ້ມາ ຫຼື ທີ່ຜະລິດໃນໂຮງງານຢູ່ເທິງເຮືອຈາກຜະລິດຕະພັນ ທີ່ກ່າວໄວ້ໃນ ຂໍ້ (6) ເທິງນີ້ ຖ້າວ່າເຮືອນັ້ນຫາກຈົດທະບຽນ ແລະ ປັກທຸງຂອງປະເທດກ່ຽວຂ້ອງນັ້ນ;
(8) ຜະລິດຕະພັນທີ່ໄດ້ມາຈາກພື້ນນໍ້າ ຫຼື ພື້ນທະເລ ນອກເຂດນ່ານນໍ້າຂອງປະເທດສົ່ງອອກ ຖ້າວ່າປະເທດນັ້ນຫາກມີສິດໃຊ້ປະໂຫຍດຈາກພື້ນນໍ້າ ຫຼື ພື້ນທະເລຕາມກົດໝາຍສາກົນ;
(9) ສິ່ງເສດເຫຼືອຈາກການຜະລິດ ຫຼື ສິ່ງຂອງທີ່ໃຊ້ແລ້ວ ຊຶ່ງເກັບໄດ້ໃນປະເທດນັ້ນ ແລະ ເໝາະສໍາລັບໃຊ້ເປັນວັດຖຸດິບຄືນໃໝ່;
(10) ສິນຄ້າທີ່ໄດ້ຜະລິດໃນປະເທດນັ້ນ ຈາກຜະລິດຕະພັນທີ່ໄດ້ກ່າວໄວ້ໃນຂໍ້ (1) ເຖິງ (9) ເທິງນີ້ເທົ່ານັ້ນ.

  1. ການປ່ຽນແປງຢ່າງຫຼວງຫຼາຍຂອງສິນຄ້າ

   ໃນກໍລະນີທີ່ຫຼາຍປະເທດ ຫາກກ່ຽວຂ້ອງກັບການຜະລິດສິນຄ້າໃດໜຶ່ງ, ປະເທດທີ່ດໍາເນີນການປ່ຽນແປງ ຢ່າງຫຼວງຫຼາຍຂອງສິນຄ້າເທື່ອສຸດທ້າຍ ໃຫ້ຖືເປັນປະເທດແຫຼ່ງກໍາເນີດຂອງສິນຄ້ານັ້ນ.

   ເພື່ອກໍານົດວ່າສິນຄ້າໄດ້ຮັບການປ່ຽນແປງຢ່າງຫຼວງຫຼາຍ ຫຼື ບໍ່ ຕາມທີ່ໄດ້ກ່າວໄວ້ໃນວັກເທິງນີ້ ໃຫ້ອີງໃສ່ການປ່ຽນແປງລະຫັດເຄົ້າຂອງສິນຄ້າເທົ່ານັ້ນ. ຂ້າງເທິງ

ມາດຕາ 8. ການປ່ຽນແປງພຽງເລັກນ້ອຍຂອງສິນຄ້າ
   ສິນຄ້າທີ່ມີການປ່ຽນແປງພຽງເລັກນ້ອຍ ໃນກໍລະນີດັ່ງຕໍ່ໄປນີ້ ໃຫ້ຖືວ່າເປັນສິນຄ້າທີ່ບໍ່ໄດ້ແຫຼ່ງກໍາເນີດ:

  1. ການເກັບຮັກສາສິນຄ້າໃຫ້ຢູ່ໃນສະພາບດີ ເພື່ອການຂົນສົ່ງ ຫຼື ການເກັບມ້ຽນໄວ້ໃນສາງເຊັ່ນ: ການຕາກແຫ້ງ, ການແຊ່ເຢັນ, ການເອືອບເກືອ, ການແຊ່ເກືອ ແລະອື່ນໆ;
  2. ການກະທຳແບບງ່າຍດາຍເຊັ່່ນ: ການຮ່ອນ, ການຈັດປະເພດ, ການແຍກປະເພດ ຫຼື ການຈັດເປັນຊຸດ, ການລ້າງ, ການທາສີ, ການຕັດອອກ;
  3. ການປ່ຽນແປງການບັນຈຸຫຸ້ມຫໍ່, ການແຍກ ແລະ ການປະກອບຊິ້ນສ່ວນເຂົ້າກັນ;
  4. ການຕັດເປັນຊິ້ນສ່ວນ ຫຼື ເປັນແຜ່ນ, ການບັນຈຸຫຸ້ມຫໍ່ຄືນ ຫຼື ການບັນຈຸໃສ່ຂວດ, ໃສ່ຖົງ, ໃສ່ຫີບແບບງ່າຍດາຍ ແລະ ການບັນຈຸຫຸ້ມຫໍ່ແບບງ່າຍດາຍອື່ນໆ;
  5. ການຕິດເຄື່ອງໝາຍ, ສະຫຼາກ, ປ້າຍ ຫຼື ສັນຍາລັກອື່ນໆທີ່ຄ້າຍຄືກັນ ໃສ່ຜະລິກຕະພັນ ຫຼື ສິ່ງຫຸ້ມຫໍ່;
  6. ການປະສົມຜະລິດຕະພັນເຂົ້າກັນແບບງ່າຍດາຍ;
  7. ການປະກອບຊິ້ນສ່ວນຂອງຫຼາຍຜະລິດຕະພັນແບບງ່າຍດາຍ ເຂົ້າກັນເປັນສິນຄ້າສໍາເລັດຮູບ;
  8. ການປະສົມປະສານສອງ ຫຼື ຫຼາຍການກະທໍາທີ່ໄດ້ກ່າວໄວ້ໃນ ຂໍ້ 1 ເຖິງ 7 ເທິງນີ້;
  9. ການຂ້າສັດ. ຂ້າງເທິງ

ມາດຕາ 9. ສ່ວນປະກອບທົ່ວໄປ
   ໃນການກໍານົດແຫຼ່ງກໍາເນີດສິນຄ້າໃດໜຶ່ງ ບໍ່ໃຫ້ຖືເອົາສິນຄ້າທີ່ເປັນສ່ວນປະກອບທົ່ວໄປຕໍ່ໄປນີ້ ເຖິງວ່າສິນຄ້າດັ່ງກ່າວອາດຈະຖືກນໍາໃຊ້ ໃນຂະບວນການຜະລິດກໍຕາມ:

  • ພະລັງງານ ແລະ ນໍ້າມັນເຊື້ອໄຟ;
  • ເຄື່ອງຈັກ ແລະ ເຄື່ອງມື;
  • ໂຮງງານ, ອຸປະກອນ ລວມທັງອຸປະກອນເພື່ອຮັກສາຄວາມປອດໄພ;
  • ນໍ້າມັນເຄື່ອງ, ນໍ້າມັນໄຂ ແລະ ວັດຖຸດິບທີ່ມີສ່ວນປະສົມຫຼາຍຢ່າງ;
  • ຖົງມື, ແວ່ນຕາ,ເກີບ ແລະ ເຄື່ອງນຸ່ງ;
  • ສານເລັ່ງ ແລະ ສານລະລາຍ. ຂ້າງເທິງ

ມາດຕາ 10. ການກໍານົດແຫຼ່ງກໍາເນີດຂອງສິ່ງຫຸ້ມຫໍ່ສິນຄ້າ, ເຄື່ອງອຸປະກອນ, ເຄື່ອງອາໄຫລ່, ເຄື່ອງມື ແລະ ສິນຄ້າທີ່ຍັງບໍ່ໄດ້ປະກອບເຂົ້າກັນ ຫຼື ແຍກອອກ
   ວັດສະດຸຫຸ້ມຫໍ່ສິນຄ້າ, ເຄື່ອງອຸປະກອນ, ເຄື່ອງອາໄຫລ່, ເຄື່ອງມື ແລະ ປຶ້ມຄູ່ມື ຫຼື ເອກະສານແນະນໍາອື່ນຊຶ່ງຕິດມານໍາສິນຄ້າ ໃຫ້ຖືວ່າມີແຫຼ່ງກໍາເນີດດຽວກັນກັບສິນຄ້ານັ້ນ.

   ສໍາລັບສິນຄ້າໃດໜຶ່ງທີ່ຍັງບໍ່ທັນໄດ້ປະກອບເຂົ້າກັນ ຫຼື ແຍກກັນຢູ່ຊຶ່ງນໍາເຂົ້າມາເປັນຫຼາຍຖ້ຽວ ຍ້ອນເງື່ອນໄຂທາງດ້ານການຂົນສົ່ງ ຫຼື ການຜະລິດນັ້ນ ແຫຼ່ງກໍາເນີດຂອງສິນຄ້າໃນແຕ່ລະຖ້ຽວ ມີແຫຼ່ງກໍາເນີດດຽວກັນກັບສິນຄ້ານັ້ນ. ຂ້າງເທິງ

ໝວດທີ 4
ຂັ້ນຕອນການຈັດຕັ້ງປະຕິບັດກ່ຽວກັບແຫຼ່ງກໍາເນີດສິນຄ້າ

ມາດຕາ 11. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າສົ່ງອອກ
   ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າສົ່ງອອກ ໃຫ້ປະຕິບັດດັ່ງນີ້:

  1. ຜູ້ສົ່ງອອກທີ່ຕ້ອງການໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າສົ່ງອອກ ຕ້ອງຍື່ນຄໍາຮ້ອງພ້ອມດ້ວຍເອກະສານທີ່ຖືກຕ້ອງ ຕໍ່ເຈົ້າໜ້າທີ່ທີ່ມີສິດອອກໃບຢັ້ງຢືນນັ້ນ;
  2. ເຈົ້າໜ້າທີ່ທີ່ມີສິດອອກໃບຢັ້ງຢືນ ຕ້ອງກວດກາແຫຼ່ງກໍາເນີດສິນຄ້າສົ່ງອອກຢ່າງລະອຽດ ແລ້ວອອກໃບຢັ້ງຢືນພາຍໃນກໍານົດເວລາ ສາມວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງ ພ້ອມດ້ວຍເອກະສານຢ່າງຄົບຖ້ວນ ແລະ ຖືກຕ້ອງ. ໃນກໍລະນີທີ່ມີຄວາມຈໍາເປັນ ຕ້ອງໄດ້ກວດກາຂະບວນການຜະລິດ, ກໍານົດເວລາດັ່ງກ່າວອາດຈະແກ່ຍາວອອກໄປ ແຕ່ສູງສຸດບໍ່ໃຫ້ເກີນເຈັດວັນລັດຖະການ; ເຈົ້າໜ້າທີ່ຈະບໍ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃຫ້ແກ່ຜູ້ຮ້ອງຂໍ ຖ້າວ່າເອກະສານທີ່ນໍາສະເນີນັ້ນ ຫາກບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ;
  3. ຖ້າວ່າເຈົ້າໜ້າທີ່ພາສີ ຫຼື ອົງການທີ່ກ່ຽວຂ້ອງອື່ນຂອງປະເທດທີ່ນໍາເຂົ້າສິນຄ້າຈາກ ສປປ ລາວ ຫຼື ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ສປປ ລາວ ຫາກສະເໜີໃຫ້ກວດກາຄືນແຫຼ່ງກໍາເນີດ ສິນຄ້າໃດໜຶ່ງ, ເຈົ້າໜ້າທີ່ ຫຼື ອົງການທີ່ມີສິດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈະຕ້ອງໄດ້ພິສູດແຫຼ່ງກໍາເນີດສິນຄ້າທີ່ກ່ຽວຂ້ອງນັ້ນ ແລ້ວແຈ້ງຜົນຂອງການພິສູດໃຫ້ແກ່ຜູ້ສະເໜີ;
  4. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ອອກໃຫ້ໂດຍ ໜ່ວຍງານອອກໃບຢັ້ງຢືນແຫຼ່ງກໍາເນີດ ແມ່ນອອກຕາມແບບຟອມທີ່ກໍານົດໄວ້. ຂ້າງເທິງ

ມາດຕາ 12. ການແຈ້ງພາສີ ແລະ ການກໍານົດລ່ວງໜ້າແຫຼ່ງກໍາເນີດສິນຄ້ານໍາເຂົ້າ
   ການແຈ້ງພາສີ ແລະ ການກໍານົດລ່ວງໜ້າແຫຼ່ງກໍາເນີດສິນຄ້ານໍາເຂົ້າ ໃຫ້ປະຕິບັດດັ່ງນີ້:

  1. ຜູ້ນໍາເຂົ້າຕ້ອງສະເໜີຫຼັກຖານ ກ່ຽວກັບແຫຼ່ງກໍາເນີດສິນຄ້ານໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 7 ຂອງດໍາລັດສະບັບນີ້;
  2. ເຈົ້າໜ້າທີ່ພາສີຂອງ ສປປ ລາວ ຈະກໍານົດແຫຼ່ງກໍາເນີດສິນຄ້ານໍາເຂົ້າ ໃນເວລາຜູ້ນໍາເຂົ້າແຈ້ງເສຍພາສີ. ແຕ່ເຈົ້າໜ້າທີ່ພາສີ ອາດຈະກໍານົດລ່ວງໜ້າແຫຼ່ງກໍາເນີດສິນຄ້າທີ່ຈະນໍາເຂົ້າ ຖ້າວ່າຜູ້ນໍາເຂົ້າຫາກຮ້ອງຂໍ ແລະ ປະກອບເອກະສານ ແລະ ຂໍ້ມູນທີ່ກ່ຽວຂ້ອງຢ່າງຖືກຕ້ອງ ແລະ ຄົບຖ້ວນ. ຂ້າງເທິງ

ມາດຕາ 13. ການອອກຄໍາຕົກລົງກ່ຽວກັບແຫຼ່ງກໍາເນີດສິນຄ້ານໍາເຂົ້າ
   ການສະເໜີອອກຄໍາຕົກລົງກ່ຽວກັບແຫຼ່ງກໍາເນີດສິນຄ້ານໍາເຂົ້າ ໃຫ້ປະຕິບັດດັ່ງນີ້:

  1. ຜູ້ນໍາເຂົ້າ ຫຼື ບຸກຄົນອື່ນທີ່ກ່ຽວຂ້ອງ ອາດຈະຮ້ອງຂໍໃຫ້ເຈົ້າໜ້າທີ່ພາສີອອກຄໍາຕົກລົງ ກ່ຽວກັບແຫຼ່ງກໍາເນີດທີ່ຕົນຈະໃຫ້ແກ່ສິນຄ້າໃດໜຶ່ງ ໂດຍໄວ ຫຼື ຢ່າງຊ້າບໍ່ໃຫ້ເກີນ ຮ້ອຍຫ້າສິບວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ ຖ້າຫາກມີຂໍ້ມູນ ແລະ ຫຼັກຖານຕ່າງໆທີ່ຈໍາເປັນ ແລະ ຄົບຖ້ວນແລ້ວ. ການຮ້ອງຂໍຄໍາຕົກລົງດັ່ງກ່າວ ຈະຕ້ອງໄດ້ຮັບການເຫັນດີກ່ອນຈະດໍາເນີນການຊື້-ຂາຍສິນຄ້ານັ້ນ ຫຼື ອາດຈະໄດ້ຮັບການເຫັນດີ ໃນເວລາໃດເວລາໜຶ່ງ ຫຼັງຈາກນັ້ນກໍໄດ້;
  2. ຄໍາຕົກລົງກ່ຽວກັບແຫຼ່ງກໍາເນີດສິນຄ້າ ຈະໃຊ້ໄດ້ເປັນເວລາ ສາມປີ ຖ້າວ່າຄວາມເປັນຈິງ ແລະ ເງື່ອນໄຂທີ່ກ່ຽວຂ້ອງກັບສິນຄ້າ ລວມທັງລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າ ທີ່ໃຊ້ໃນການຕົກລົງນັ້ນ ຫາກຍັງຄືເກົ່າ;
  3. ຄໍາຕົກລົງກ່ຽວກັບແຫຼ່ງກໍາເນີດສິນຄ້ານີ້ ຈະໃຊ້ບໍ່ໄດ້ ເມື່ອມີຄໍາຕົກລົງທີ່ຂັດກັບຂໍ້ຕົກລົງກ່ອນນັ້ນ ແລະ ຖ້າວ່າພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຫາກໄດ້ຖືກແຈ້ງໃຫ້ຊາບກ່ອນແລ້ວ;
  4. ຄໍາຕົກລົງກ່ຽວກັບແຫຼ່ງກໍາເນີດສິນຄ້າ ສາມາດໃຫ້ມວນຊົນເຂົ້າເຖິງໄດ້ ຕາມເງື່ອນໄຂຂອງ ມາດຕາ 16 ຂໍ້ 2 ຂອງດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 14. ການສະເໜີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
   ຜູ້ນໍາເຂົ້າຕ້ອງສະເໜີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ສໍາລັບສິນຄ້ານໍາເຂົ້າຕໍ່ເຈົ້າໜ້າທີ່ພາສີ ໃນເວລາແຈ້ງເສຍພາສີ ຖ້າວ່າ:

  1. ຜູ້ນໍາເຂົ້າຫາກຕ້ອງການນໍາໃຊ້ສິດພິເສດ ຕາມກົດໝາຍຂອງ ສປປ ລາວ ຫຼື ສັນຍາສາກົນທີ່ ສປປ ລາວ ເປັນພາຄີ;
  2. ສິນຄ້ານໍາເຂົ້າ ຫາກມີແຫຼ່ງກໍາເນີດສິນຄ້າຈາກປະເທດທີ່ ສປປ ລາວ ໃຫ້ສິດພິເສດ ພາຍໃຕ້ສັນຍາສອງຝ່າຍ;
  3. ສິນຄ້ານໍາເຂົ້າ ຫາກຖືກຈັດຢູ່ໃນບັນຊີລາຍການສິນຄ້າຄວບຄຸມ ຕາມລະບຽບກົດໝາຍຂອງ ສປປ ລາວ ຫຼື ສັນຍາສາກົນທີ່ ສປປ ລາວ ເປັນພາຄີ;
  4. ສິນຄ້ານໍາເຂົ້າ ຫາກຖືກຈັດຢູ່ໃນບັນຊີລາຍການສິນຄ້າທີ່ ສປປ ລາວ ຫຼື ອົງການຈັດຕັ້ງສາກົນປະກາດວ່າ ເປັນສິນຄ້າທີ່ເປັນອັນຕະລາຍ ຊຶ່ງອາດຈະກໍ່ຄວາມເສັຍຫາຍຕໍ່ຄວາມປອດໄພຂອງສັງຄົມ, ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ແລະ ມີຄວາມຈໍາເປັນຕ້ອງໄດ້ຄວບຄຸມ;
  5. ສິນຄ້າຫາກນໍາເຂົ້າຈາກປະເທດທີ່ ສປປ ລາວ ກໍາລັງປະຕິບັດມາດຕະການຕອບໂຕ້ ການທຸ່ມຕະຫຼາດ ຫຼື ການອຸດໜູນ, ການປົກປ້ອງຜູ້ຜະລິດພາຍໃນ ຫຼື ການຈໍາກັດປະລິມານການນໍາເຂົ້າ. ຂ້າງເທິງ

ມາດຕາ 15. ການທົບທວນຄືນຄໍາຕົກລົງກ່ຽວກັບການກໍານົດແຫຼ່ງກໍາເນີດສິນຄ້າ
   ຜູ້ນໍາເຂົ້າທີ່ບໍ່ພໍໃຈຕໍ່ຄໍາຕົກລົງ ກ່ຽວກັບການກໍານົດແຫຼ່ງກໍາເນີດສິນຄ້າ ອາດຈະຮ້ອງຂໍໃຫ້ເຈົ້າໜ້າທີ່ພາສີທົບທວນຄືນ ຫຼື ສະເໜີຕໍ່ກະຊວງການເງິນ ເພື່ອພິຈາລະນາແກ້ໄຂ ຊຶ່ງອາດຈະມີການປ່ຽນແປງ ຫຼື ລົບລ້າງຄໍາຕົກລົງນັ້ນ. ໃນກໍລະນີທີ່ຜູ້ນໍາເຂົ້າ ຫາກບໍ່ພໍໃຈຕໍ່ຜົນຂອງການແກ້ໄຂ, ຜູ້ກ່ຽວກໍມີສິດຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາຄໍາຕົກລົງຕາມລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 16. ການເກັບຮັກສາສໍານວນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
   ການເກັບຮັກສາສໍານວນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃຫ້ປະຕິບັດດັ່ງນີ້:

  1. ຜູ້ສົ່ງອອກທີ່ຍື່ນຄໍາຮ້ອງຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແລະ ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຕ້ອງເກັບຮັກສາສໍານວນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໄວ້ ໃນເວລາຢ່າງໜ້ອຍ ສາມປີ ນັບແຕ່ວັນອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າເປັນຕົ້ນໄປ;
  2. ຂໍ້ມູນຕ່າງໆທີ່ເປັນຄວາມລັບ ຫຼື ທີ່ໄດ້ສະໜອງໃຫ້ໃນທາງລັບ ເພື່ອນໍາໃຊ້ໃນການນໍານົດແຫຼ່ງກໍາເນີດສິນຄ້າ ຈະຖືກຮັກສາໄວ້ເປັນຄວາມລັບ ໂດຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ຖ້າບໍ່ໄດ້ຮັບອະນຸຍາດສະເພາະຈາກບຸກຄົນ ຫຼື ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຊຶ່ງໄດ້ສະໜອງຂໍ້ມູນດັ່ງກ່າວ, ຫ້າມເປີດເຜີຍຂໍ້ມູນນັ້ນ ຍົກເວັ້ນກໍລະນີການດໍາເນີນຄະດີຂອງສານ. ຂ້າງເທິງ

ໝວດທີ 5
ການຄຸ້ມຄອງ ແລະ ກວດກາແຫຼ່ງກໍາເນີດສິນຄ້າ

ມາດຕາ 17. ອົງການຄຸ້ມຄອງແຫຼ່ງກໍາເນີດສິນຄ້າ
   ລັດຖະບານຄຸ້ມຄອງວຽກງານແຫຼ່ງກໍາເນີດສິນຄ້າຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ ດໍາເນີນໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 18. ສິດ ແລະ ໜ້າທີ່ຂອງກະຊວງອຸດສາຫະກໍາ ແລະ ການຄ້າ
   ໃນການຄຸ້ມຄອງ ແລະ ກວດກາແຫຼ່ງກໍາເນີດສິນຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ ແລະ ອອກລະບຽບການ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການຕາມພາລະບົດບາດຂອງຕົນ;
  2. ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ສໍາລັບສິນຄ້າສົ່ງອອກ ຫຼື ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ,ນະຄອນ ຫຼື ສະພາການຄ້າ ແລະ ອຸດສາຫະກໍາ ເປັນຜູ້ອອກໃບຢັ້ງຢືນດັ່ງກ່າວ;
  3. ຊີ້ນໍາການຈັດຕັ້ງປະຕິບັດວຽກງານ ກ່ຽວກັບແຫຼ່ງກໍາເນີດສິນຄ້າໃນຂອບເຂດທົ່ວປະເທດ;
  4. ຈັດພິມເຜີຍແຜ່ລະບຽບການ ແລະ ຂໍ້ມູນຕ່າງໆກ່ຽວກັບແຫຼ່ງກໍາເນີດສິນຄ້າ ໂດຍຜ່ານຫນັງສືພິມ ຫຼື ສື່ອື່ນໆ ລວມທັງເວັບໄຊທ໌ຂອງຕົນ ເພື່ອໃຫ້ຜູ້ດໍາເນີນທຸລະກິດ, ພາກສ່ວນຕ່າງໆຂອງລັດ, ເອກະຊົນ ແລະ ບຸກຄົນສາມາດເຂົ້າເຖິງໄດ້;
  5. ອອກ, ໂຈະ ຫຼື ຖອນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ;
  6. ພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບ ແຫຼ່ງກໍາເນີດສິນຄ້າສົ່ງອອກ;
  7. ກໍ່ສ້າງ ແລະ ຍົກລະດັບພະນັກງານກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າ;
  8. ພົວພັນ ແລະ ຮ່ວມມືກັບສາກົນກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າ;
  9. ລາຍງານກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າຕາມຂອບເຂດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃຫ້ລັດຖະບານຢ່າງເປັນປົກກະຕິ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 19. ສິດ ແລະ ໜ້າທີ່ຂອງກະຊວງການເງິນ
   ໃນການຄຸ້ມຄອງ ແລະ ກວດກາແຫຼ່ງກໍາເນີດສິນຄ້າ ກະຊວງການເງິນມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ ແລະ ອອກລະບຽບການ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການກ່ຽວກັບແຫຼ່ງກໍາເນີດສິນຄ້າ ຕາມພາລະບົດບາດຂອງຕົນ;
  2. ຈັດຕັ້ງປະຕິບັດລະບຽບການກ່ຽວກັບການກວດກາແຫຼ່ງກໍາເນີດສິນຄ້ານໍາເຂົ້າ;
  3. ຈັດພິມເຜີຍແຜ່ລະບຽບການ ແລະ ຂໍ້ມູນຕ່າງໆກ່ຽວກັບການກໍານົດ ແລະ ກວດກາແຫຼ່ງກໍາເນີດສິນຄ້າ ໂດຍຜ່ານຫນັງສືພິມ ຫຼື ສື່ອື່ນໆ ລວມທັງເວັບໄຊທ໌ຂອງຕົນ ເພື່ອໃຫ້ຜູ້ດໍາເນີນທຸລະກິດ, ພາກສ່ວນຕ່າງໆຂອງລັດ, ເອກະຊົນ ແລະ ບຸກຄົນສາມາດເຂົ້າເຖິງໄດ້;
  4. ສ້າງຕັ້ງລະບົບຂໍ້ມູນຂ່າວສານ, ລະບົບລາຍງານກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າ ເພື່ອໃຫ້ການບໍລິການ ແລະ ອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນການກວດກາແຫຼ່ງກໍາເນີດສິນຄ້ານໍາເຂົ້າ;
  5. ພິຈາລະນາອະນຸມັດ ຫຼື ປະຕິເສດການຫຼຸດຜ່ອນ ຫຼື ການຍົກເວັ້ນພາສີນໍາເຂົ້າ ຕາມລະບຽບກ່ຽວກັບແຫຼ່ງກໍາເນີດສິນຄ້າ;
  6. ພິຈາລະນາ ແລະ ແກ້ໄຂຄໍາສະເໜີກ່ຽວກັບແຫຼ່ງກໍາເນີດສິນຄ້ານໍາເຂົ້າ;
  7. ກໍ່ສ້າງ ແລະ ຍົກລະດັບພະນັກງານກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າ;
  8. ພົວພັນ ແລະ ຮ່ວມມືກັບສາກົນກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າ;
  9. ລາຍງານກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າຕາມຂອບເຂດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃຫ້ລັດຖະບານຢ່າງເປັນປົກກະຕິ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 20. ອົງການກວດກາແຫຼ່ງກໍາເນີດສິນຄ້າ
   ອົງການກວດກາແຫຼ່ງກໍາເນີດສິນຄ້າປະກອບດ້ວຍ:

  1. ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບ ອົງການຄຸ້ມຄອງແຫຼ່ງກໍາເນີດສິນຄ້າ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 17 ຂອງດໍາລັດສະບັບນີ້;
  2. ອົງການກວດກາພາຍນອກເຊັ່ນ ອົງການກວດກາລັດ. ຂ້າງເທິງ

ມາດຕາ 21. ເນື້ອໃນກວດກາ
   ເນື້ອໃນກວດກາກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າມີດັ່ງນີ້:

  1. ການປະຕິບັດລະບຽບການກ່ຽວກັບວຽກງານແຫຼ່ງກໍາເນີດສິນຄ້າ;
  2. ຂະບວນການຜະລິດສິນຄ້າໃຫ້ສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ;
  3. ຄວາມຖືກຕ້ອງຂອງເອກະສານກ່ຽວກັບການສະເໜີຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ;
  4. ການມອບໝາຍ ແລະ ການກໍານົດຂອງລະບຽບກົດໝາຍ. ຂ້າງເທິງ

ມາດຕາ 22. ຮູບການກວດກາ
   ຮູບການກວດກາວຽກງານແຫຼ່ງກໍາເນີດສິນຄ້າ ປະກອບດ້ວຍການກວດກາຕາມແຜນການປົກກະຕິ, ການກວດການອກແຜນການ ໂດຍມີການແຈ້ງລ່ວງໜ້າ ແລະ ການກວດກາແບບກະທັນຫັນ.
   ການກວດກາຕາມແຜນການປົກກະຕິ ແມ່ນການກວດກາທີ່ດໍາເນີນໄປຕາມແຜນການ ຢ່າງເປັນປະຈໍາ ແລະ ມີກໍານົດເວລາອັນແນ່ນອນ.
   ການກວດການອກແຜນການ ໂດຍມີການແຈ້ງລ່ວງໜ້າ ແມ່ນການກວດການອກແຜນການ ເມື່ອເຫັນວ່າມີຄວາມຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.
   ການກວດກາແບບກະທັນຫັນ ແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ຂ້າງເທິງ

ໝວດທີ 6
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 23. ນະໂຍບາຍຕໍ່ຜູ້ມີຜົນງານ
   ບກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານອັນດີເດັ່ນ ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນໆຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 24. ມາດຕະການຕໍ່ຜູ້ລະເມີດ
   ຜູ້ນໍາເຂົ້າ ແລະ ສົ່ງອອກຫາກໄດ້ລະເມີດດໍາລັດສະບັບນີ້ເຊັ່ນ: ປອມແປງ, ປ່ຽນແປງ ຫຼື ຊື້ຂາຍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈະຖືກປະຕິບັດມາດຕະການຕ່າງໆເຊັ່ນ: ກ່າວເຕືອນ, ສຶກສາອົບຮົມ, ໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ຫຼື ຖອນສິດໃນການເຄື່ອນໄຫວທຸລະກິດການຄ້າລະຫວ່າງປະເທດ ຕາມແຕ່ລະກໍລະນີການກະທໍາຜິດສະຖານເບົາ ຫຼື ໜັກ. ຖ້າວ່າການລະເມີດດັ່ງກ່າວ ຫາກເປັນການກະທໍາຜິດທາງອາຍາ ແມ່ນຈະຖືກດໍາເນີນຄະດີຕາມກົດໝາຍອາຍາ.
   ເຈົ້າໜ້າທີ່ ຫຼື ພະນັກງານໃດ ຫາກໄດ້ລະເມີດດໍາລັດສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ຈະຖືກປະຕິບັດມາດຕະການຕ່າງໆເຊັ່ນ: ກ່າວເຕືອນ, ສຶກສາອົບຮົມ, ຍົກຍ້າຍໜ້າທີ່, ປົດຕໍາແໜ່ງ ຫຼື ຖືກໄລ່ອອກຈາກລັດຖະການ ຕາມແຕ່ລະກໍລະນີການກະທໍາຜິດສະຖານເບົາ ຫຼື ໜັກ. ຖ້າວ່າການລະເມີດນັ້ນ ຫາກເປັນການກະທໍາຜິດທາງອາຍາ ແມ່ນຈະຖືກດໍາເນີນຄະດີຕາມກົດໝາຍອາຍາ. ຂ້າງເທິງ

ໝວດທີ 7
ບົດບັນຍັດສຸດທ້າຍ

ມາດຕາ 25. ການຈັດຕັ້ງປະຕິບັດ
   ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ ມີໜ້າທີ່ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຕາມພາລະບົດບາດຂອງຕົນ.
   ກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດໍາລັດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 26. ຜົນສັກສິດ
   ດໍາລັດສະບັບນີ້ ມີຜົນສັກສິດ ພາຍຫຼັງ 90 ວັນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ດໍາລັດສະບັບນີ້ ປ່ຽນແທນດໍາລັດວ່າດ້ວຍ ການຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ສະບັບເລກທີ 97/ນຍ, ລົງວັນທີ 08 ທັນວາ 1992.
   ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ບົວສອນ ບຸບຜາວັນ

 

# ຫົວຂໍ້ ດາວໂຫຼດ
1 Decree on the Origin of Import and Export Goods No. 228/PM, dated 22 April 2010 PDF
2 ດໍາລັດ ວ່າດ້ວຍ ແຫຼ່ງກໍາເນີດສິນຄ້າ ນໍາເຂົ້າ ແລະ ສົ່ງອອກ ເລກທີ 228/ນຍ, ລົງວັນທີ 22 ເມສາ 2010 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.