ສາລະບານ
I. ຈຸດປະສົງ
II. ເນື້ອໃນ
III. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
IV. ອົງການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
V. ການຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
VI. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
VII. ການປະຕິເສດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
VIII. ການຈັດຕັ້ງປະຕິບັດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1031/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 25 ພຶດສະພາ 2010
ບົດແນະນໍາ
ກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ
- ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍແຫຼ່ງກໍາເນີດຂອງສິນຄ້ານໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22/04/2010;
- ອີງຕາມ ການສະເໜີຂອງກົມການນໍາເຂົ້າ ແລະ ສົ່ງອອກ.
ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ອອກບົດແນະນໍາ
ກ່ຽວກັບການຈັດຕັ້ງປະຕິບັດດັ່ງນີ້:
ບົດແນະນໍາສະບັບນີ້ ວາງອອກເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດໍາລັດ ສະບັບເລກທີ 228/ນຍ, ລົງວັນທີ 22/04/2010 ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກໃຫ້ປະກົດຜົນເປັນຈິງ ແລະ ເປັນເອກະພາບທົ່ວປະເທດ. ຂ້າງເທິງ
ເນື້ອໃນຂອງບົດແນະນໍາສະບັບນີ້ ກວມເອົາລະບຽບແຫຼ່ງກໍາເນີດສິນຄ້າທີ່ບໍ່ໄດ້ສິດພິເສດ ແລະ ລະບຽບແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດ.
1). ລະບຽບແຫຼ່ງກໍາເນີດສິນຄ້າທີ່ບໍ່ໄດ້ສິດພິເສດ
(ກ) ລະບຽບແຫຼ່ງກໍາເນີດສິນຄ້າທີ່ບໍ່ໄດ້ສິດພິເສດ ຖືກນໍາໃຊ້ເພື່ອ:
- ກໍານົດສິນຄ້ານໍາເຂົ້າທີ່ຈະໄດ້ຮັບການປະຕິບັດຫຼັກການ ຊາດທີ່ໄດ້ຮັບອະນຸເຄາະຫຼາຍທີ່ສຸດ;
- ປະຕິບັດບັນດາມາດຕະການ ແລະ ເຄື່ອງມືທາງດ້ານນະໂຍບາຍການຄ້າເຊັ່ນ: ມາດຕະການຕອບໂຕ້ການທຸ່ມຕະຫຼາດ ແລະ ມາດຕະການປົກປ້ອງຜູ້ຜະລິດພາຍໃນ;
- ເກັບກໍາສະຖິຕິທາງດ້ານການຄ້າ; ແລະ
- ການຈັດຊື້ຂອງລັດຖະບານ.
(ຂ) ບົດແນະນໍາສະບັບນີ້ ໄດ້ອີງໃສ່ຫຼັກການຕໍ່ໄປນີ້ ເພື່ອກໍານົດແຫຼ່ງກໍາເນີດຂອງສິນຄ້າ:
- ສິນຄ້າທີ່ໄດ້ມາ ຫຼື ຜະລິດຂຶ້ນໂດຍໃຊ້ວັດຖຸດິບພາຍໃນປະເທດທັງໝົດ: ລວມມີສັດທີ່ມີຊີວິດທີ່ເກີດ ແລະ ລ້ຽງໃນປະເທດນັ້ນ, ຜັກ ແລະ ພືດທີ່ເກັບກ່ຽວໃນປະເທດນັ້ນ; ສິ້ນສ່ວນ, ອາໄຫລ່ ແລະ ວັດຖຸດິບທີ່ນໍາມາໃຊ້ຄືນ ຈາກສິນຄ້າທີ່ບໍ່ສາມາດນໍາໃຊ້ ແລະ ສ້ອມແປງອີກແລ້ວ ແລະ ສິນຄ້າທີ່ໄດ້ຈາກພື້ນນໍ້າ ແລະ ພື້ນທະເລນອກເຂດນ່ານນໍ້າຂອງປະເທດຜູ້ສົ່ງອອກ ຖ້າວ່າປະເທດນັ້ນຫາກມີສິດໃຊ້ປະໂຫຍດຈາກພື້ນນໍ້າ ແລະ ພື້ນທະເລນັ້ນ.
- ການປ່ຽນແປງຢ່າງຫຼວງຫຼາຍຂອງສິນຄ້າ: ໝາຍເຖິງສິນຄ້າສໍາເລັດຮູບທີ່ຜະລິດຂຶ້ນ ທີ່ມີການປ່ຽນແປງລະຫັດສິນຄ້າ ໃນລະດັບ 4 ຕົວເລກທີ່ແຕກຕ່າງກັບລະຫັດສິນຄ້າ ຂອງວັດຖຸດິບນໍາເຂົ້າທີ່ໃຊ້ໃນການຜະລິດສິນຄ້ານັ້ນ. ໃນກໍລະນີທີ່ສິນຄ້າ ໄດ້ຜ່ານຂະບວນການຜະລິດຢູ່ຫຼາຍປະເທດ, ປະເທດທີ່ດໍາເນີນການປ່ຽນແປງຢ່າງຫຼວງຫຼາຍຂອງສິນຄ້າເທື່ອສຸດທ້າຍ ໃຫ້ຖືເປັນປະເທດແຫຼ່ງກໍາເນີດຂອງສິນຄ້ານັ້ນ.
(ຄ) ສິນຄ້າທີ່ມີການປ່ຽນແປງພຽງເລັກນ້ອຍ ຕາມມາດຕາ 8 ຂອງດໍາລັດ ສະບັບເລກທີ 228/ນຍ, ລົງວັນທີ 22/04/2010 ຈະບໍ່ຖືວ່າເປັນສິນຄ້າທີ່ໄດ້ແຫຼ່ງກໍາເນີດ.
(ງ) ປັດໄຈທີ່ບໍ່ມີຜົນກະທົບຕໍ່ກັບແຫຼ່ງກໍາເນີດສິນຄ້າ ມາດຕາ 9 ແລະ 10 ຂອງດໍາລັດ ສະບັບເລກທີ 228/ນຍ, ລົງວັນທີ 22/04/2010 ໄດ້ກໍານົດບັນດາປັດໄຈທີ່ບໍ່ມີຜົນກະທົບ ຕໍ່ກັບການກໍານົດແຫຼ່ງກໍາເນີດສິນຄ້າເຊັ່ນ: ການຫຸ້ມຫໍ່ສິນຄ້າ, ເຄື່ອງອຸປະກອນ, ເອກະສານຄູ່ມືການນໍາໃຊ້, ພະລັງງານທີ່ໃຊ້ເຂົ້າໃນການຜະລິດສິນຄ້າ, ໂຮງງານ, ເຄື່ອງຈັກ ແລະ ເຄື່ອງມືທີ່ໃຊ້ເຂົ້າໃນການຜະລິດສິນຄ້າ.
2). ລະບຽບແຫຼ່ງກໍາເນີດສິນຄ້າທີ່ບໍ່ໄດ້ສິດພິເສດ
ສປປ ລາວ ຈະນໍາໃຊ້ລະບຽບແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດ ຕໍ່ສິນຄ້າຂອງປະເທດ ແລະ ກຸ່ມປະເທດພາຍໃຕ້ສັນຍາການຄ້າທີ່ ສປປ ລາວ ເປັນພາຄີ (ດັ່ງທີ່ໄດ້ກໍານົດໃນ ມາດຕາ 5 ຂອງດໍາລັດ ສະບັບເລກທີ 228/ນຍ, ລົງວັນທີ 22/04/2010).
ປະເທດ ແລະ ກຸ່ມປະເທດຕ່າງໆຕໍ່ໄປນີ້ ມີສິດທີ່ຈະໄດ້ສິດພິເສດໃນການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າຈາກ ສປປ ລາວ ຖ້າວ່າສິນຄ້າທີ່ນໍາເຂົ້າຈາກປະເທດ ຫຼື ກຸ່ມປະເທດເຫຼົ່ານັ້ນ ຫາກໄດ້ເງື່ອນໄຂຕາມລະບຽບແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດດັ່ງນີ້:
- ລະບົບການຫຼຸດອັດຕາພາສີທີ່ມີຜົນບັງຄັບໃຊ້ຮ່ວມກັນ ຂອງເຂດການຄ້າເສລີອາຊຽນ;
- ເຂດການຄ້າເສລີອາຊຽນ-ຈີນ;
- ເຂດການຄ້າເສລີອາຊຽນ-ຍີ່ປຸ່ນ;
- ເຂດການຄ້າເສລີອາຊຽນ-ອິນເດຍ;
- ເຂດການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ;
- ເຂດການຄ້າເສລີອາຊຽນ-ເກົາຫຼີ;
- ສັນຍາການຄ້າລາວ-ຫວຽດ. ຂ້າງເທິງ
III. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າມີສອງຮູບແບບຄື: ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າແບບທໍາມະດາ ແລະ ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າແບບໄດ້ສິດພິເສດທາງດ້ານການຄ້າ.
(ກ) ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າແບບທໍາມະດາ: ແມ່ນເອກະສານໜຶ່ງທີ່ໃຊ້ເພື່ອເຮັດໃຫ້ຜູ້ຊື້ ໝັ້ນໃຈວ່າສິນຄ້າທີ່ສົ່ງອອກແມ່ນສິນຄ້າທີ່ໄດ້ມາທັງໝົດ, ຜະລິດ ຫຼື ປຸງແຕ່ງຂຶ້ນຢູ່ໃນ ສປປ ລາວ.
(ຂ) ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແບບໄດ້ສິດພິເສດທາງດ້ານການຄ້າ: ແມ່ນເອກະສານໜຶ່ງທີ່ຊ່ວຍປັບປຸງຄວາມໄດ້ປຽບ ໃນການແຂ່ງຂັນຂອງການສົ່ງອອກສິນຄ້າໃຫ້ດີຂຶ້ນ ໂດຍຜູ້ຊື້ມີສິດທີ່ຈະໄດ້ຮັບການຍົກເວັ້ນ ຫຼື ການຫຼຸດຜ່ອນອັດຕາພາສີຈາກການນໍາເຂົ້າສິນຄ້າ ພາຍໃຕ້ໂຄງການໃຫ້ສິດພິເສດທາງການຄ້າ ຖືກແບ່ງອອກເປັນປະເພດຕ່າງໆດັ່ງນີ້:
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ A: ແມ່ນອອກໃຫ້ແກ່ສິນຄ້າທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ພາຍໃຕ້ໂຄງການໄດ້ຮັບສິດພິເສດຝ່າຍດຽວ ທີ່ໃຫ້ໂດຍບັນດາປະເທດ ຫຼື ກຸ່ມປະເທດຕ່າງໆ ຕົວຢ່າງ: ສະຫະພາບເອີຣົບ, ສະວິດເຊີແລນ, ຍີ່ປຸ່ນ, ນໍເວ ແລະອື່ນໆ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ CO Korea: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນອັດຕາພາສີນໍາເຂົ້າຈາກ ສ.ເກົາຫຼີ ພາຍໃຕ້ລະບົບສິດພິເສດທາງດ້ານການຄ້າທີ່ ສ.ເກົາຫຼີ ໃຫ້ແກ່ບັນດາປະເທດດ້ອຍພັດທະນາ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ DFTP: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນອັດຕາພາສີນໍາເຂົ້າຈາກອິນເດຍ ພາຍໃຕ້ລະບົບສິດພິເສດທາງດ້ານການຄ້າ ທີ່ອິນເດຍໃຫ້ແກ່ບັນດາປະເທດດ້ອຍພັດທະນາ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ D (CEPT/ATIGA): ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ພາຍໃຕ້ລະບົບການຫຼຸດຜ່ອນອັດຕາພາສີ ທີ່ມີຜົນບັງຄັບໃຊ້ຮ່ວມກັນ (ຫຼື ສັນຍາການຄ້າດ້ານເສລີຂອງອາຊຽນ) ສໍາລັບບັນດາປະເທດສະມາຊິກອາຊຽນ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ E: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ພາຍໃຕ້ເຂດການຄ້າເສລີອາຊຽນ-ຈີນ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ APTA: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ພາຍໃຕ້ສັນຍາການຄ້າອາຊີ-ປາຊີຟິກ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ AK: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ພາຍໃຕ້ເຂດການຄ້າເສລີອາຊຽນ-ເກົາຫຼີ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ AJ: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ພາຍໃຕ້ເຂດການຄ້າເສລີອາຊຽນ-ຍີ່ປຸ່ນ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ AI: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີສິນຄ້ານໍາເຂົ້າ ພາຍໃຕ້ເຂດການຄ້າເສລີອາຊຽນ-ອິນເດຍ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ SPT: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າຈາກ ສປ.ຈີນ ພາຍໃຕ້ໂຄງການສ້າງຜົນເກັບກ່ຽວເບື້ອງຕົ້ນ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ AANZ: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາາພສີນໍາເຂົ້າ ພາຍໃຕ້ເຂດການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ AISP: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ພາຍໃຕ້ລະບົບສິດພິເສດ ເພື່ອການເຊື່ອມໂຍງເສດຖະກິດເຂົ້າອາຊຽນ ທີ່ປະເທດສະມາຊິກເກົ່າໃຫ້ແກ່ປະເທດສະມາຊິກໃໝ່;
- ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ S: ແມ່ນອອກໃຫ້ສໍາລັບສິນຄ້າ ທີ່ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າ ພາຍໃຕ້ສັນຍາກ່ຽວກັບການໃຫ້ບູລິມະສິດພາສີຂາເຂົ້າ ເຊິ່ງກັນ ແລະ ກັນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ຂ້າງເທິງ
IV. ອົງການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
- ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ ແລະ ແຂວງທົ່ວປະເທດ ແມ່ນໜ່ວຍງານຂອງລັດທີ່ມີສິດ ໃນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ໄດ້ສິດພິເສດທາງດ້ານການຄ້າ;
- ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຂວງທົ່ວປະເທດ ແມ່ນໜ່ວຍງານທີ່ໄດ້ຮັບການມອບໝາຍຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ເປັນຜູ້ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແບບທໍາມະດາ ຫຼື ແບບບໍ່ໄດ້ສິດິພເສດ. ຂ້າງເທິງ
V. ການຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
- ຜູ້ທີ່ຕ້ອງການຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ໄດ້ສິດພິເສດທາງດ້ານການຄ້າ ຕ້ອງປະກອບຊຸດເອກະສານທີ່ຄົບຖ້ວນ ແລະ ຖືກຕ້ອງ ແລ້ວສະເໜີຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ ກະຊວງອຸດສາຫະກໍາ ແລະ ການຄ້າ ຫຼື ພະແນກອຸດສາຫະກໍາ ແລະ ການຄ້າແຂວງທົ່ວປະເທດ;
- ຜູ້ທີ່ຕ້ອງການຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ບໍ່ໄດ້ສິດພິເສດທາງດ້ານການຄ້າ ຕ້ອງປະກອບຊຸດເອກະສານທີ່ຄົບຖ້ວນ ແລະ ຖືກຕ້ອງ ແລ້ວສະເໜີຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຫຼື ສະພາການຄ້າ ແລະ ອຸດສາຫະກໍາແຂວງ. ຂ້າງເທິງ
VI. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
ອົງການ ຫຼື ໜ່ວຍງານທີ່ກ່ຽວຂ້ອງ ຈະຕ້ອງອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ພາຍໃນຂອບເຂດເວລາ 3 ວັນລັດຖະການ ຫາກຜູ້ນໍາເຂົ້າ ແລະ ສົ່ງອອກປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຫຼື ກໍລະນີມີຄວາມຈໍາເປັນໃນການກວດກາຄືນ ຊ້າສຸດບໍ່ໃຫ້ເກີນ 7 ວັນລັດຖະການ. ຂ້າງເທິງ
VII. ການປະຕິເສດອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
ໜ່ວຍງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ມີສິດປະຕິເສດບໍ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃນກໍລະນີດັ່ງລຸ່ມນີ້:
- ຜູ້ສະເໜີຂໍອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ປະກອບເອກະສານຂໍບໍ່ຖືກຕ້ອງ, ບໍ່ຄົບຖ້ວນຕາມທີ່ກໍານົດໄວ້;
- ມີຂໍ້ມູນທີ່ເຊື່ອຖືໄດ້ວ່າສິນຄ້າດັ່ງກ່າວ ບໍ່ມີແຫຼ່ງກໍາເນີດຢູ່ ສປປ ລາວ;
ເມື່ອປະຕິເສດບໍ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ; ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ສະເໜີຊາບເຖິງເຫດຜົນໃນການປະຕິເສດດັ່ງກ່າວ. ຂ້າງເທິງ
- ບົດແນະນໍາສະບັບນີ້ ມີຜົນນໍາໃຊ້ຈາກມື້ທີ່ດໍາລັດ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010 ມີຜົນບັງຄັບໃຊ້;
- ຖ້າວ່າມີບັນຫາເກີດຂຶ້ນກ່ຽວກັບ ການຈັດຕັ້ງປະຕິບັດບົດແນະນໍາສະບັບນີ້ ໜ່ວຍງານຂອງລັດ ແລະ ຜູ້ດໍາເນີນທຸລະກິດທີ່ກ່ຽວຂ້ອງ ຕ້ອງລາຍງານຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອແກ້ໄຂໂດຍທັນທີ. ຂ້າງເທິງ
ລັດຖະມົນຕີວ່າການ
ກະຊວງອຸດສາຫະກໍາ ແລະ ການຄ້າ
ດຣ. ນາມ ວິຍະເກດ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.