ໃນຕອນເຊົ້າຂອງວັນທີ 6 ທັນວາ 2012 ນີ້, ທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງການຕ່າງປະເທດ ແລະ ປະທານຄະນະປະສານງານລະດັບຊາດວ່າດ້ວຍການເຊື່ອມໂຍງເສດຖະ ກິດກັບສາກົນ (ຄປຊ) ໄດ້ນໍາສະເໜີຜົນການເຈລະຈາເຂົ້າເປັນສະມາຊິກ WTO ຕໍ່ສະມາຊິກສະພາແຫ່ງຊາດເພື່ອ ພິຈາລະນາ ແລະ ໃຫ້ສັດຕະຍາບັນໂດຍກ່າວວ່າ: “ການເຂົ້າເປັນສະມາຊິກ WTO ຖືເປັນຂີດໝາຍທາງປະຫວັດ ສາດ ແລະ ໝາຍເຖິງຜົນສຳເລັດອັນໃຫຍ່ຫຼວງ ຂອງການຈັດຕັ້ງປະຕິບັດແນວທາງຫັນປ່ຽນໃໝ່... ເປັນການກະ ກຽມທົ່ວທຸກຂະແໜງການທີ່ຈະເຮັດໃຫ້ຊາດລາວ ເຂົ້າໄປຢູ່ໃນກະແສຫຼັກຂອງການພັດທະນາຫຼີກເວັ້ນການຖືກໂດດ ດ່ຽວ, ສ້າງເງື່ອນໄຂ ແລະ ກາລະໂອກາດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະຍາວ.”

ໃນບາງຕອນຂອງການລາຍງານ ທ່ານຮອງນາຍົກລັດຖະມົນຕີໄດ້ກ່າວສະແດງຄວາມຂອບໃຈວ່າ: “ຄວາມສຳເລັດ ຂອງການເຈລະຈາ ເຂົ້າເປັນສະມາຊິກອົງການການຄ້າໂລກນີ້ ແມ່ນໝາກຜົນແຫ່ງການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ແຕ່ສູນກາງຮອດ ທ້ອງຖິ່ນ ໂດຍສະເພາະສະພາແຫ່ງຊາດທີ່ໄດ້ເອົາໃຈໃສ່ໃນການຜ່ານກົດໝາຍທີ່ກ່ຽວຂ້ອງ ໃນການເຂົ້າເປັນສະມາ ຊິກອົງການການຄ້າໂລກ.” ລັດຖະບານຈະໄດ້ວາງແຜນຍຸດທະສາດ ກ່ຽວກັບການຈັດຕັ້ງປະຕິບັດການເຂົ້າເປັນສະ ມາຊິກ ອຄລ ໂດຍແມ່ນເພື່ອຮັບໃຊ້ໃຫ້ແກ່ ການປະຕິບັດພັນທະ ແລະ ການຍາດແຍ່ງຜົນປະໂຫຍດຈາກການເຂົ້າ ເປັນສະມາຊິກ.

ສປປ ລາວ ໄດ້ສະໝັກເຂົ້າເປັນສະມາຊິກ WTO ໃນປີ 1997. ນັບແຕ່ນັ້ນມາຈົນເຖິງທ້າຍ ປີ 2012 ໄດ້ມີການ ຈັດກອງປະຊຸມໜ່ວຍປະຕິບັດງານ ເພື່ອພິຈາລະນາເງື່ອນໄຂການເຂົ້າເປັນສະມາຊິກຂອງລາວ ຈຳນວນ 10 ຄັ້ງ ໂດຍ ສປປ ລາວ ໄດ້ສະໜອງເອກະສານ, ແຜນປະຕິບັດງານ ແລະ ຕອບຄໍາຖາມທີ່ສະມາຊິກຍົກຂື້ນລວມຫຼາຍ ກວ່າ 1,300 ຂໍ້. ການເຈລະຈາເຂົ້າເປັນສະມາຊິກ WTO ແມ່ນພົວພັນເຖິງ: 1) ລະບອບນະໂຍບາຍການຄ້າ, ລະ ບຽບກົດໝາຍຂອງປະເທດເຮົາທີ່ຕ້ອງໄດ້ທົບທວນ-ປັບປຸງໃຫ້ສອດຄ່ອງກັບວິທີປະຕິບັດຂອງສາກົນ; 2) ການເປີດ ເສລີທາງດ້ານການຄ້າທັງສິນຄ້າ ແລະ ການບໍລິການ ກ) ການເປີດຕະຫຼາດການຄ້າດ້ານສິນຄ້າ ໂດຍການເຈລະ ຈາເພື່ອກຳນົດເພດານພາສີ ແລະ ອຸປະສັກທີ່ບໍ່ແມ່ນພາສີ; ແລະ ຂ) ການເປີດຕະຫຼາດການຄ້າດ້ານການບໍລິການ ໝາຍເຖິງການເປີດຕະຫຼາດ ໃນຂະແໜງບໍລິການຂອງ ສປປ ລາວ”. ຕະຫຼອດໄລຍະ 15 ປີ ຂອງການກະກຽມ, ສປປ ລາວ ໄດ້ທົບທວນ, ສ້າງ ແລະ ປັບປຸງນິຕິກຳ ທີ່ຕິດພັນກັບການຄ້າໃຫ້ສອດຄ່ອງກັບສັນຍາຂອງອົງການ ການຄ້າໂລກຫຼາຍກວ່າ 90 ສະບັບ ລວມມີກົດໝາຍ 26 ສະບັບ ແລະ ດຳລັດ 18 ສະບັບ.

ໃນກອງປະຊຸມສະພາໃຫຍ່ຂອງ WTO ທີ່ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2012 ຜ່ານມາ, ສະມາຊິກອົງການການ ຄ້າໂລກໄດ້ຮັບຮອງ ເອົາອະນຸສັນຍາການເຂົ້າເປັນສະມາຊິກຂອງລາວ ໂດຍໃຫ້ກຳນົດເວລາບໍ່ເກີນ 6 ເດືອນແກ່ ສປປ ລາວ ໃນການໃຫ້ສັດຕະຍາບັນ. ໃນກອງປະຊຸມສະພາຄັ້ງນີ້, ທ່ານນາງ ສຸວັນເພັງ ບຸບຜານຸວົງ, ປະທານ ກຳມາທິການເສດຖະກິດ, ແຜນການ ແລະ ການເງິນໄດ້ກ່າວວ່າ: ”ຄະນະປະຈໍາສະພາແຫ່ງຊາດເຫັນດີເປັນເອກະ ພາບຢ່າງສູງກ່ຽວກັບແຜນງານສໍາຄັນພາຍຫຼັງການເຂົ້າເປັນສະມາຊິກ WTO ຂອງລັດຖະບານ ຊຶ່ງລັດຖະບານໄດ້ ວາງແຜນຍຸດທະສາດ ການຈັດຕັ້ງປະຕິບັດຜັນຂະຫຍາຍການເຂົ້າເປັນສະມາຊິກ WTO ຊຶ່ງໃນແຜນຍຸດທະສາດ ດັ່ງກ່າວໄດ້ກວມເອົາແຜນການປັບປຸງນິຕິກໍາ, ການພັດທະນາກົງຈັກລັດ, ການພັດທະນາໂຄງລ່າງພື້ນຖານ, ການ ເສີມສ້າງຈິດສໍານຶກ, ການສ້າງຄວາມສາມາດ ດ້ານວິຊາການ ແລະ ຄວາມສາມາດໃຫ້ແກ່ພາກສ່ວນ ທີ່ກ່ຽວຂ້ອງ ແລະ ວຽກງານສໍາຄັນອື່ນໆ... ຜ່ານການຄົ້ນຄວ້າວິໃຈຜົນໄດ້ຮັບກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ, ຄະນະ ປະຈໍາສະພາແຫ່ງຊາດ ຂໍຮຽນສະເໜີໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VII ພິຈາ ລະນາໃຫ້ສັດຕະຍາບັນວ່າດ້ວຍການເຂົ້າເປັນສະມາຊິກອົງການ WTO ຂອງ ສປປ ລາວ”. ຫຼັງຈາກນັ້ນ, ສະມາ ຊິກສະພາແຫ່ງຊາດບາງທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການເຈລະຈາຂອງລັດຖະບານ ແລະ ປະກອບຄຳເຫັນຢ່າງສ້າງສັນ ລວມທັງ ທ່ານ ກິສິນ ສິນພັນງາມ, ທ່ານ ຄຳເຜີຍ ປານມະໄລທອງ ແລະ ທ່ານ ສີສະຫຼຽວ ສະແຫວງສຶກສາ. ໃນນີ້, ບັນຫາທີ່ບັນດາສະມາຊິກສະພາແຫ່ງຊາດ ສະແດງຄວາມເປັນຫວ່ງແມ່ນກ່ຽວ ກັບການເພີ່ມທະວີຄວາມເອົາໃຈໃສ່ການປະຕິບັດພັນທະ ພາຍຫຼັງການເຂົ້າເປັນສະມາຊິກ ອຄລ ກໍຄືການຮັບປະກັນ ໃຫ້ລະບຽບກົດໝາຍ ແລະ ການຈັດຕັ້ງປະຕິບັດສອດຄ່ອງ ກັບຫຼັກການຂອງ ອຄລ, ການໂຄສະນາເຜີຍແຜ່ໃຫ້ ກວ້າງຂວາງຂື້ນຕື່ມ ແລະ ການສ້າງຂີດຄວາມສາມາດ ດ້ານການບໍລິຫານຄຸ້ມຄອງໃຫ້ໜ່ວຍງານລັດທັງໃນຂັ້ນສູນ ກາງ ແລະ ທ້ອງຖິ່ນ ພ້ອມທັງການຍົກລະດັບຄວາມສາມາດການແຂ່ງຂັນຂອງສິນຄ້າ ແລະ ຜູ້ປະກອບການລາວ.

ພາຍຫຼັງ 30 ວັນ ນັບຈາກການແຈ້ງຜົນການໃຫ້ສັດຕະຍາບັນນີ້ແລ້ວ, ສປປ ລາວ ຈະໄດ້ເຂົ້າເປັນສະມາຊິກສົມ ບູນຂອງອົງການການຄ້າໂລກແບບອັດຕະໂນມັດ. ຄາດວ່າ ສປປ ລາວ ຈະກາຍເປັນສະມາຊິກທີ 158 ພາຍໃນ ຕົ້ນປີ 2013 ນີ້.

ແຫລ່ງທີ່ມາ: ເວັບໄຊທ໌ຂອງກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ: http://laoftpd.com/index.php?lang=la

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.