ຕາມການລາຍງານຂອງວາລະສານ World Bank ໄດ້ລາຍງານໃຫ້ຊາບວ່າ:

  • ເສດຖະກິດຂອງ ສປປ ລາວ ໃນປີ 2012, ໄດ້ມີການເຕີບໂຕ 8.2 ເປີເຊັນ, ເຊິ່ງໃນນີ້ສ່ວນຫລັກແມ່ນຈາກການເຕີບໃຫຍ່ຂະຫຍາຍໂຕ ຂອງວຽກງານການກໍ່ສ້າງ, ໂຮງຈັກ-ໂຮງງານ, ບໍ່ແຮ່ ແລະ ຂະແໜງການບໍລິການຕ່າງໆ;
  • ໃນໄລຍະກາງແມ່ນເຕີບໂຕ 7.6 ເປີເຊັນໂດຍສະເລ່ຍ, ເຊິ່ງໃນທີ່ນີ້ແມ່ນຂື້ນກັບຄວາມສາມາດຂອງການສົ່ງອອກ ຂອງບັນດາໂຄງການພະລັງງານໃຫຍ່ທັງຫລາຍ ທີ່ກຳລັງຢູ່ໃນການກໍ່ສ້າງ ຫລື ໃນແຜນງານສົ່ງອອກ;
  • ເນື່ອງຈາກຄວາມຕ້ອງການສຳຫລັບການສົ່ງອອກ ໂດຍບັນດາທ່າແຮງການລົງທຶນ ແລະ ການບໍລິໂພກ, ປັດໃຈສ່ຽງຫລັກສຳຫລັບເສດຖະກິດແມ່ນ ແຮງກົດດັນຂອງອັດຕາການແລກປ່ຽນ ເງິນຕາຕ່າງປະເທດສຳຮອງ, ນີ້ແມ່ນໄດ້ຮຽກຮ້ອງໃຫ້ມີການຮັດກຸມ ຄວາມຕ້ອງການລວມ. ຫລຸດຜ່ອນຄວາມຕ້ອງການພາຍໃນ ໂດຍການຮັດກຸມງົບປະມານປະ ຈຳປີ ແມ່ນເປັນສິ່ງທີ່ສຳຄັນ. ປະເທດລາວແມ່ນມີການຄຸ້ມຄອງຢ່າງກ້ວາງຂວາງ ຈາກບັນດາຜົນກະທົບໂດຍກົງຂອງສິ່ງແວດລ້ອມ ທາງດ້ານທາງເສດຖະກິດຂອງໂລກທີ່ບໍ່ແນ່ນອນ, ແຕ່ເຖິງຢ່າງໃດກໍ່ຕາມ, ເສດຖະກິດແມ່ນເປັນສິ່ງທີ່ມີຜົນສະທ້ອນສຳຮອງຕາມມາ ຈາກການພັດທະນາທາງດ້ານເສດຖະກິດ ຂອງຄູ່ຮ່ວມທາງດ້ານການຄ້າໃນຂົງເຂດ;
  • ອົງປະກອບທາງດ້ານການເງິນໂດຍລວມ ແມ່ນໄດ້ປັບປຸງໃຫ້ດີຂື້ນຢ່າງໄວວາ ໃນສົກປີ 2011-2012, ເນື່ອງຈາກການເຕີບໂຕຢ່າງໄວຂອງລາຍຮັບທີ່ຄາດໄວ້. ຈຳນວນລາຍຮັບລວມທີ່ສະສົມໄດ້ທັງໝົດ ແມ່ນໄດ້ຮັບຈາກທຶນຊ່ວຍເຫລືອຈາກກອງປະຊຸມອາຊີ-ຍູໂລບ (ເຊິ່ງໄດ້ຈັດຂຶ້ນໃນເດືອນພະຈິກ 2012 ທີ່ຜ່ານມາ), ລາຍຮັບທີ່ຫລາຍແມ່ນຈາກຂະແໜງບໍ່ແຮ່ ແລະ ພະລັງງານ, ແລະ ແນ່ນອນກໍ່ຄືລາຍຮັບທີ່ບໍ່ແມ່ນ ມາຈາກຊັບພະກອນທຳມະຊາດເຊັ່ນ: ການຈ່າຍຄືນພາສີ ແລະ ພາສີລາຍຮັບ;
  • ການຂາດດຸນງົບປະມານຂອງ ປີ 2012-2013 ແມ່ນຄາດວ່າເພີ່ມຂຶ້ນ ແລະ ຂະຫຍາຍຂອບເຂດ ເນື່ອງຈາກການເພິ່ມຂຶ້ນຂອງການວາງແຜນທີ່ສຳຄັນ ໃນການຈ້າງງານ ແລະ ຄ່າຊົດເຊີຍຕອບແທນໃຫ້ສາທາລະນະຊົນ;
  • ບັນຫາທາງດ້ານໜີ້ສິນແມ່ນໄດ້ຫລຸດຂັ້ນຈາກລະດັບ ”ສູງ” ມາເປັນລະດັບ ”ກາງ” ພໍປະມານ ໃນເດືອນສິງຫາ 2012 ນີ້, ເນື່ອງຈາກການປັບປຸງການປະຕິບັດນະໂຍບາຍ. ຂໍ້ມູນດັ່ງກ່າວນີ້ແມ່ນອີງໃສ່ການວິເຄາະເສດຖະກິດ ແບບຍືນຍົງຮ່ວມກັນລະຫວ່າງສະຖານບັນການເງິນສາກົນ ແລະ ທະນາຄານໂລກ (IMF-World Bank);
  •  ໃນຂະນະທີ່ບັນດາເຈົ້າໜີ້ຫລາຍພາກສ່ວນ ຍັງຖືໜີ້ສິນຂອງສາທາລະນະຊົນພາຍນອກ, ເຈົ້າໜີ້ສອງຝ່າຍຍັງໄດ້ເພີ່ມສ່ວນແບ່ງ ສາທາລະນະຊົນພາຍນອກ ແລະ ຮັບປະກັນໜີ້ສິນໃຫ້ສາທາລະນະຊົນ.

 

# ຫົວຂໍ້ ດາວໂຫຼດ
1 Lao Economic Monitor, November 2012: Tightening demand to maintain macroeconomic balances PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.