ອີງຕາມລາຍງານຈາກທະນາຄານໂລກຄາດວ່າໃນປີນີ້ ສປປ ລາວ ຈະຂາດດຸນການຄ້າ ຢ່າງມະຫາສານ ເນື່ອງຈາກມູນຄ່າການລົງທຶນຕ່າງປະເທດທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ. ນີ້ເປັນ ຄັ້ງທຳອິດທີ່ ສປປ ລາວ ເຊິ່ງເປັນໜຶ່ງໃນປະເທດທີ່ມີເສດຖະກິດນ້ອຍທີ່ສຸດຂອງອາຊຽນ ໄດ້ປະສົບກັບການຂາດດຸນການຄ້າທີ່ມະຫາສານໃນທົດສະວັດທີ່ຜ່ານມາ, ຕາມການລາຍ ງານຂອງທະນາຄານໂລກ, ສປປ ລາວ ຂາດດຸນການຄ້າ 827 ລ້ານໂດລາສະຫະລັດ ໃນປີ 2011 ແລະ 424 ລ້ານໃນປີ 2010.

ການຂາດດຸນການຄ້າໄດ້ເພີ່ມຂຶ້ນສູງ ທ່າມກາງການເພິ່ມຂຶ້ນຢ່າງໄວວາຂອງການລົງທຶນຈາກຕ່າງປະເທດໃນ ສປປ ລາວ. ທະນາຄານໂລກຍັງແຈ້ງໃຫ້ຮູ້ອີກວ່າມູນຄ່າການລົງທຶນໂດຍກົງຂອງຕ່າງປະເທດ (FDI) ຄາດຄະເນຈະບັນລຸ 1,621 ລ້ານໂດລາສະຫະລັດ. ໃນປີ 2011 ການລົງທຶນໂດຍກົງຂອງຕ່າງປະເທດແມ່ນ 1,128 ລ້ານໂດລາສະ ຫະລັດ ແລະ ໃນປີ 2010 ແມ່ນ 770 ລ້ານໂດລາສະຫະລັດ.

ອີງຕາມການລາຍງານຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ສິນຄ້າສົ່ງອອກ 03 ອັນດັບຕົ້ນຂອງ ສປປ ລາວ ປະກອບມີ: ຜະລິດຕະພັນແຮ່ທາດ (ເຊິ່ງລວມທັງທອງແດງ ແລະ ຄຳ), ຜະລິດຕະພັນຕັດຫຍິບ ແລະ ພະລັງງານໄຟຟ້າ. ໃນຂະນະທີ່ສິນຄ້ານຳເຂົ້າ 03 ອັນດັບຕົ້ນປະກອບມີ: ນໍ້າມັນເຊື້ອໄຟ, ອຸປະກອນກໍ່ສ້າງ ແລະ ຍານພາຫະນະ.

ນັກເສດຖະສາດຍັງໄດ້ກ່າວວ່າມັນເປັນເລື່ອງທຳມະດາທີ່ຈະພົບກັບການຂາດດຸນການຄ້າ ໃນປະເທດທີ່ກຳລັງພັດ ທະນາ ແລະ ໄດ້ກ່າວເພີ່ມຕື່ມອີກວ່າການໄຫຼເຂົ້າມາຂອງການລົງທຶນໂດຍກົງຈາກຕ່າງປະເທດເປັນສາເຫດໜຶ່ງ ທີ່ເຮັດໃຫ້ມີການນຳເຂົ້າເພີ່ມຂຶ້ນ. ການກໍ່ສ້າງໂຮງງານປຸງແຕ່ງ ແລະ ໂຄງການກໍ່ສ້າງອະສັງຫາລິມະຊັບຂະໜາດ ໃຫຍ່ເຮັດໃຫ້ມີຄວາມຕ້ອງການເພີ່ມຂຶ້ນຕໍ່ກັບອຸປະກອນກໍ່ສ້າງ, ເຄື່ອງກົນຈັກໜັກ ແລະ ເຕັກໂນໂລຊີຕ່າງໆ.

ພວກທ່ານຍັງໄດ້ກ່າວຕື່ມອີກວ່າໜຶ່ງໃນບັນດາສິ່ງທ້າທາຍຫຼັກຂອງການຂາດດຸນການຄ້າຢ່າງມະຫາສານນີ້ແມ່ນ ການບໍລິຫານຄຸ້ມຄອງຄັງສຳຮອງ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດເພາະວ່າການເພີ່ມຂຶ້ນຂອງການນໍາ ເຂົ້າຈະສົ່ງຜົນໃຫ້ມີຄວາມຕ້ອງການເງິນຕາຕ່າງປະເທດສູງ. ຖ້າຫາກວ່າ ການສະໜອງເງິນຕາຕ່າງປະເທດບໍ່ພຽງ ພໍກັບຄວາມຕ້ອງການຈະສົ່ງຜົນກະທົບທາງດ້ານລົບຕໍ່ອັດຕາແລກປ່ຽນຂອງເງີນກີບ.

ອີງຕາມທາງທະນາຄານໂລກ, ຄັງສຳຮອງເງິນຕາຕ່າງປະເທດຂອງລາວແມ່ນຢູ່ໃນລະດັບທີ່ຕໍ່າມີມູນຄ່າພຽງ 620 ລ້ານໂດລາສະຫະລັດ ໃນເດືອນ 12 ທຽບເທົ່າກັບມູນຄ່າການນໍາເຂົ້າສິນຄ້າທີ່ບໍ່ແມ່ນຊັບພະຍາກອນໃນໄລຍະ 2,5 ເດືອນ.

ທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນການຄວບຄຸມການລອຍຕົວຂອງອັດຕາແລກປ່ຽນ ຊຶ່ງເປັນເຄື່ອງມືຫຼັກໃນ ການຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ.

ເງີນກີບມີການປ່ຽນແປງຢູ່ທີ່ 0.3 ເປີເຊັນ ທຽບກັບໂດລາສະຫະລັດ ຈາກເດືອນມັງກອນຫາເດືອນຕຸລາ ປີ 2012, ແລະ ທຽບກັບເງິນບາດໄທປ່ຽນແປງຢູ່ທີ່ 2.8 ເປີເຊັນໃນໄລຍະດຽວກັນ ເນື່ອງຈາກຄ່າເງິນບາດແຂງຕົວຂຶ້ນທຽບ ກັບໂດລາສະຫະລັດ, ອີງຕາມລາຍງານຂອງທະນາຄານໂລກ.

ທະນາຄານໂລກໄດ້ຮຽກຮ້ອງໃຫ້ທະນາຄານແຫ່ງ ສປປ ລາວ ຄວບຄຸມການຂະຫຍາຍຕົວຂອງສິນເຊື່ອ, ຊຶ່ງຈະສາ ມາດຫຼຸດຜ່ອນຄວາມຕ້ອງການພາຍໃນ ແລະ ມູນຄ່າການນຳເຂົ້າ, ເພື່ອຮັກສາຄວາມໝັ້ນຄົງທາງດ້ານເສດຖະກິດ ຂອງປະເທດ.

ແຫລ່ງຂໍ້ມູນ

http://www.vientianetimes.org.la/FreeContent/FreeConten_Laos%20to%20see.htm

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.