ຕ້ອງຍອມຮັບວ່າ ໃນໄລຍະຜ່ານລາຊະອານາຈັກໄທ ຖືວ່າເປັນຄູ່ຄ້າຍຸດທະສາດ ອັນດັບໜຶ່ງຂອງ ສປປ ລາວ ທັງດ້ານການນຳເຂົ້າ ແລະ ສົ່ງອອກ, ຊຶ່ງລວມເອົາເກືອບທຸກລາຍການສິນຄ້າ. ໃນແຕ່ລະປີ, ມູນຄ່າການຄ້າສອງຝ່າຍ ລະຫວ່າງ 2 ປະເທດ ເພີ່ມຂຶ້ນຢ່າງໄວວາ. ສ່ວນໜຶ່ງເນື່ອງຈາກວ່າ ລັດຖະບານຂອງທັງສອງປະເທດໄດ້ເອົາໃຈໃສ່ສາຍພົວພັນລະຫວ່າງປະເທດ, ມີຮີດຄອງປະເພນີ, ວັດທະນາທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນັ້ນ ນັກທຸລະກິດຍັງມີຄວາມກະຕືລືລົ້ນ ດໍານີນທຸລະກິດການຄ້າຮ່ວມກັນ, ສາຍພົວພັນການຄ້າສອງຝ່າຍແມ່ນມີຄວາມສະໝິດແໜ້ນ ແລະ ມີທ່າກ້າວໃໝ່ທີ່ຈະສືບຕໍ່ຂະຫຍາຍໂຕໃນຕໍ່ໜ້າ.

ຄວາມສຳເລັດຂອງການຄ້າສອງຝ່າຍ ລາວ-ໄທ ໄດ້ຂະຫຍາຍໂຕເປັນພິເສດ ໃນໄລຍະ 5 ປີຜ່ານມາ ຊຶ່ງສະແດງອອກຢ່າງຈະແຈ້ງໃນສະຖິຕິການຄ້າສອງຝ່າຍ. ໃນປີ 2007, ມູນຄ່າການຄ້າມີພຽງແຕ່ 1.78 ຕື້ໂດລາສະຫະລັດ, ແຕ່ໃນປີ 2011 ໄດ້ຂຶ້ນຫລາຍກວ່າ  3.9 ຕື້ໂດລາສະຫະລັດ, ເຊິ່ງການສົ່ງອອກຂອງ ສປປ ລາວ ໄປໄທ ມີມູນຄ່າຫລາຍກວ່າ 1 ຕື້ໂດລາສະຫະລັດ. ຕະຫລອດໄລຍະ 10 ເດືອນ ຂອງປີ 2012, ພວກເຮົາໄດ້ຮັບຮູ້ກ່ຽວກັບມູນຄ່າການຄ້າທີ່ມະຫາສານ ສູງເຖິງ 4 ຕື້ໂດລາສະຫະລັດ ເຊິ່ງເປັນມູນຄ່າທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ອັດຕາການເພີ່ມຂຶ້ນຢ່າງມະຫາສານ ຫຼາຍກວ່າ 30% ຕໍ່ປີ ໄດ້ກາຍເປັນຕົວບົ່ງຊີ້ເຖິງຂີດໝາຍ ຂອງການຮ່ວມມືທາງດ້ານການຄ້າ ລະຫວ່າງສອງປະເທດ, ທີ່ຍັງບໍ່ທັນມີຄູ່ຮ່ວມການຄ້າໃດຂອງລາວສາມາດບັນລຸໄດ້ຈົນເຖິງປະຈຸບັນ.

ລັດຖະບານຂອງສອງປະເທດ ມີຫລາຍໆກິດຈະກຳ ແລະ ແຜນການຮ່ວມມືເພື່ອຊຸກຍູ້່ ແລະ ສະໜັບສະໜູນສາຍພົວພັນຮ່ວມມື ໂດຍຜ່ານກົນໄກຂອງກອງປະຊຸມແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ  ແລະ ກະຊວງພານິດໄທ, ທັງສອງຝ່າຍໄດ້ຕັ້ງເປົ້າໝາຍມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 5.77 ຕື້ໂດລາສະຫະລັດ ໃນປີ 2015, ໃນນີ້ ການສົ່ງອອກຂອງ ສປປ ລາວ ໄປລາດຊະອານາຈັກໄທ ຈະຕ້ອງເພີ້ມຂຶ້ນ 3 ເທົ່າຕົວ ຫລື ບັນລຸໄດ້ 2.2 ຕື້ໂດລາສະຫະລັດ ໃນປີ 2015 ທຽບໃສ່ປີ 2010.

ຖ້າທ່ານຢາກຮູ້ລາຍລະອຽດເພີ່ມເຕີມກະລຸນາດາວໂຫຼດເອກະສານຂ້າງລຸ່ມນີ້

 

ແຫລ່ງຂໍ້ມູນ

http://laoftpd.com/index.php?option=com_content&view=article&id=109%

 

 

# ຫົວຂໍ້ ດາວໂຫຼດ
1 Achieving the Lao-Thai Trade Target PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.