ໃນຕອນບ່າຍຂອງວັນທີ 14 ມັງກອນ 2013 ຄະນະກຳມະການປະສານງານ ລະດັບຊາດ ວ່າດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ (ຄປຊ) ໄດ້ຈັດກອງປະຊຸມຄັ້ງທີ 11 ຂຶ້ນ ທີ່ສູນຮ່ວມມືສາກົນ ICTC ຫຼັກ 5 ໂດຍການ ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນວ່າການ ກະຊວງການຕ່າງປະເທດ ໂດຍມີບັນດາ ສະມາຊິກ ຄປຊ ຈາກກະຊວງຂະແໜງການກ່ຽວຂ້ອງ ຕະຫຼອດເຖິງ ບັນດາສະມາຊິກກອງເລຂາການ ເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄລ) ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ຫຼາຍກວ່າ 50 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ຜົນສຳເລັດຂອງກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 9 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ພ້ອມທັງ ລາຍງານສະພາບການກະກຽມວຽກພາຍ ຫຼັງເຂົ້າເປັນສະມາຊິກ ອຄລ ແລະ ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ.

ໃນກອງປະຊຸມຄັ້ງນີ້, ທ່ານປະທານໄດ້ແຈ້ງໃຫ້ທີ່ປະຊຸມຊາບວ່າ ກອງປະຊຸມອາຊີ-ເອີຣົບ (ຫຼື ອາເຊັມ) ຄັ້ງທີ 9 ທີ່ໄດ້ຈັດຂຶ້ນ ໃນວັນທີ 5-6 ພະຈິກ 2012 ຜ່ານມາ ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ ແລະ ເປັນເຫດການສໍາຄັນທາງປະຫວັດສາດ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍແມ່ນຄວາມ ເອກອ້າງທະນົງໃຈສໍາລັບຄົນລາວທັງຊາດ ທີ່ເຮັດໃຫ້ຊາວໂລກຮັບຮູ້ວ່າ ສປປ ລາວ ເຖິງຈະເປັນ ປະ ເທດນ້ອຍ ແຕ່ກໍມີຄວາມພ້ອມ, ຄວາມສາມາດຈັດກອງປະຊຸມດັ່ງກ່າວໄດ້ສໍາເລັດຜົນ ແລະ ເປັນທີ່ຮັບຮູ້ ຂອງວົງຄະນາຍາດສາກົນ. ຜົນສໍາເລັດທີ່ຍາດມາໄດ້ດັ່ງກ່າວ ແມ່ນການປະກອບສ່ວນຢ່າງຫ້າວຫັນ ຂອງ ທຸກພາກສ່ວນ.

ສປປ ລາວ ຍັງມີຜົນສໍາເລັດທີ່ພົ້ນເດັ່ນອີກຢ່າງໜຶ່ງ ກໍຄື ຜົນສໍາເລັດ ຈາກການເຈລະຈາເຂົ້າເປັນສະມາຊິກ ອຄລ. ອຄລ ໄດ້ຮັບຮອງເອົາເງື່ອນໄຂການ ເຂົ້າເປັນສະມາຊິກ ອຄລ ຂອງ ສປປ ລາວ ໃນກອງປະຊຸມສະພາໃຫຍ່ ອຄລ ໃນວັນທີ 26 ຕຸລາ 2012 ທີ່ຜ່ານມາ ຢູ່ເຊີແນວ, ປະເທດສະວິດເຊີແລນ. ຫຼັງຈາກນັ້ນ ໃນວັນທີ 03 ມັງກອນ 2013 ສປປ ລາວ ໄດ້ແຈ້ງໃຫ້ກອງເລຂາ ອຄລ ກ່ຽວກັບການສໍາເລັດການໃຫ້ສັດຕະຍາບັນການເຂົ້າເປັນສະ ມາຊິກ ອຄລ; ໝາຍຄວາມວ່າ ສປປ ລາວ ຈະກາຍເປັນສະມາຊິກຢ່າງສົມບູນທີ 158 ຂອງ ອຄລ ໃນວັນທີ 02 ເດືອນກຸມພາ 2013 ທີ່ຈະມາເຖິງນີ້. ຜົນສຳເລັດດັ່ງກ່າວ ມີຄວາມໝາຍທາງປະຫວັດສາດ ຢ່າງຍິ່ງ ແລະ ເປັນບາດກ້າວໃໝ່ຂອງ ການເຊື່ອມໂຍງເສດຖະກິດກັບສາກົນຂອງ ສປປ ລາວ ໃນຂອບ ຫຼາຍຝ່າຍ.

ການເຂົ້າເປັນສະມາຊິກ ອຄລ ແລະ ການເຊື່ອມໂຍງເສດຖະກິດໃນຂອບອາຊຽນ ແມ່ນດຳເນີນພາຍ ໃຕ້ນະໂຍບາຍເປີດກວ້າງການເຊື່ອມໂຍງເສດຖະກິດກັບສາກົນ ທີ່ພັກ ແລະ ລັດ ໄດ້ວາງອອກ. ການ ເຊື່ອມໂຍງດັ່ງກ່າວຈະຊ່ວຍຍາດແຍ່ງເອົາການລົງທຶນຈາກຕ່າງປະເທດ ແລະ ການຖ່າຍທອດເຕັກໂນໂລຊີ ເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນພາຍໃນ ໃນການຜະລິດເປັນສິນຄ້າ ແລະ ການບໍລິການ ເພື່ອສົ່ງ ອອກ, ພ້ອມນີ້ຍັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາເສດຖະກິດ-ສົງຄົມ ແຫ່ງຊາດ ແລະ ຫຼຸດພົ້ນອອກຈາກສະພາບປະເທດດ້ອຍພັດທະນາ ພາຍໃນປີ 2020.

ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານ ໄດ້ເນັ້ນໜັກຕື່ມກ່ຽວກັບຄວາມສໍາຄັນຂອງການເຊື່ອມໂຍງ ເສດຖະກິດກັບສາກົນ ບໍ່ວ່າຈະເປັນການເຂົ້າເປັນສະມາຊິກອົງການການຄ້າໂລກ ກໍຄືການເຂົ້າຮ່ວມ ປະ ຊາຄົມເສດຖະກິດອາຊຽນ ແລະ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ແກ້ໄຂວຽກງານ ທີ່ຄົງຄ້າງ ແລະ ກະກຽມຈັດຕັ້ງປະຕິບັດພັນທະທີ່ໄດ້ໃຫ້ໄວ້ກັບສາກົນ ເພື່ອໃຫ້ສໍາເລັດຜົນຕາມກໍານົດເວລາ. ພ້ອມນີ້ ທ່ານ ປະທານຍັງໄດ້ອວຍພອນໄຊໃຫ້ກອງປະຊຸມຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມອີກດ້ວຍ.

ແຫລ່ງຂໍ້ມູນ:

http://www.vientianetimes.org.la/FreeContent/FreeConten_Lao%20to%20become.htm

http://laoftpd.com/index.php?option=com_content&view=article&id=115:11th-conference-of-national-steering-committee-for-international-economic-integration-&catid=1:latest-news&Itemid=118&lang=en

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.