ລັດຖະບານລາວໄດ້  ກຳນົດເອົາອຸດສາຫະກຳ  ທີ່ເປັນບູລິມະສິດ,​ ເຊັ່ນ: ຊີເມັນ ແລະ ເຫັລກເສັ້ນ   ເພື່ອຊຸກຍູ້ ແລະ ສົ່ງເສີມພາຍໃຕ້ແຜນຍຸດທະສາດວ່າດ້ວຍການຫັນເປັນອຸດສາຫະກຳທັນສະໄໝ (2001-2020). ຂະແໜງອຸດສາຫະກຳອື່ນເຊັ່ນ: ເບຍຖືກຍອມຮັບເປັນຢ່າງດີທາງດ້ານຍີ່ຫໍ້, ອຸດສາຫະກຳເຫລົ່ານັ້ນ ມີຄວາມຢ່າງ ກະຈ່າງ ແຈ້ງຕໍ່ເສດຖະກິດໃນດ້ານຜົນຜະລິດ, ການຈ້າງງານ ແລະ ການເຊື່ອມໂຍງຕໍ່ຂະແໜງເສດຖະກິດປາຍທາງ ແລະ ຫລືກິດຈະກຳຕົ້ນທາງອື່ນໆ. ອຸດສາຫະກຳຊີເມັນ ແລະ ເບຍແຕ່ລະຂະແໜງໄດ້ສ້າງມູນຄ່າ 10% ຕໍ່ມູນຄ່ າເພີ່ ມ ທັງໝົດຂອງຂະແໜງອຸດສາຫະກຳ, ແລະ ອຸດສາຫະກຳເຫລັກປະກອບສ່ວນຫລາຍກວ່າ 3% ຂອງມູນຄ່າທັງໝົດດັ່ງກ່າວ. ທັງສາມຂະແໜງອຸດສາຫະກຳດັ່ງກ່າວລວມເຂົ້າກັນມີການຈ້າງງານເຖິງ 2.400 ຄົນ. ສະເພາະແຕ່ຂະແໜງສ້າງ, ອຸດສາຫະກຳຊີເມັນ ແລະ ເຫລັກເສັ້ນກວມເອົາເກືອບ1/3ຂອງມູນຄ່າເພີ່ມ, ຊຶ່ງອຸດສາຫະກຳຊີເມັນ ແລະ ເຫລັກເສັ້ນນັ້ນໃນການກໍ່ສ້າງມູນຄ່າເພີ່ມແກ່ຜົນຜະລິດອຸດສາຫະກຳທັງໝົດແມ່ນຖືກຈັດຢູ່ໃນອັນດັບສາມຂອງປະເທດ. ໃນການສົ່ງເສີມອຸດສາຫະກຳດັ່ງກ່າວ, ລັດຖະບານຈະຕ້ອງຮັບປະກັນຄວາມສອດຄ່ອງກັບລະບຽບຫລັກການ ຂອງອົງການການຄ້າໂລກ ທີ່ເປັນສ່ວນໜຶ່ງຂອງການເຈລະຈາ ເຂົ້າເປັນສະມາຊິກ. ເພື່ອຈຸດປະສົງດັ່ງກ່າວນັ້ນ, ບົດສຶກສາສະບັບນີ້ ແມ່ນໄດ້ຄົ້ນຄວ້າເຖິງຜົນທີ່ຈະຕາມມາຈາກການເຂົ້າເປັນສະມາຊິກຂອງອົງການການຄ້າໂລກຂອງ ສປປ ລາວ ທີ່ຈະເກີດຂຶ້ນຕໍ່ອຸດສາຫະກຳພາຍໃນ: ຊີເມັນ, ເຫັກເສັ້ນ ແລະ ເບຍ ເພື່ອມີຄຳແນະ ນຳໃນການບັນລຸໄດເເປົ້າໝາຍຍຸດທະສາດພາຍໃນ ພ້ອມດຽວກັນນັ້ນ ກໍສາມາດເຊື່ອມໂຍງເສດຖະກິດເຂົ້າ ກັບສາກົນ ຢ່າງມີປະສິດທິພາບ.

ລາຍລະອຽດສາມາດດາວໂຫລດຢູ່ຂ້າງລຸ່ມນີ້

 

# ຫົວຂໍ້ ດາວໂຫຼດ
1 The Implication of WTO Accession for selected Domestic Industries of Laos PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.