ໃນເມື່ອກ່ອນ ຫາກບໍລິສັດໃດທີ່ຕ້ອງການນໍາເຂົ້າເຫຼັກ ແລະ ຊີມັງ ຍົກເວັ້ນພາສີ-ອາກອນ ເພື່ອມາຮັບໃຊ້ໂຄງການ ນອກຈາກຈະຕ້ອງໄດ້ປະກອບເອກະສານຄົບຖ້ວນແລ້ວ, ບໍລິສັດຈະຕ້ອງໄດ້ມາຍື່ນຂໍສະໂນດນໍາສົ່ງ ນໍາກົມການນໍາເຂົ້າ ແລະ ສົ່ງອອກເສັຍກ່ອນ. ຫຼັງຈາກນັ້ນ, ຈຶ່ງນໍາເອົາສະໂນດດັ່ງກ່າວ ໄປແຈ້ງຕໍ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ເພື່ອຕິດຕາມ ແລະ ແຈ້ງຕໍ່ເຈົ້າໜ້າທີ່ພາສີຢູ່ດ່ານ ເພື່ອອະນຸມັດໃຫ້ນໍາເຂົ້າສິນຄ້າໄດ້. ດັ່ງນັ້ນ, ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ອໍານວຍຄວາມສະດວກໃຫ້ແກ່ວຽກງານການນໍາເຂົ້າ ແລະ ສົ່ງອອກ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການໃຫ້ຢຸດຕິການສົ່ງສະໂນດນໍາສົ່ງ ການນໍາເຂົ້າເຫຼັກ ແລະ ຊີມັງ ເພື່ອມາຮັບໃຊ້ບັນດາໂຄງການຕ່າງໆ, ໂດຍມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ພິຈາລະນາຕາມລະບຽບການ ເຊິ່ງຈະເລີ່ມປະຕິບັດນັບແຕ່ວັນທີ 1 ມີນາ 2013 ເປັນຕົ້ນໄປ

# ຫົວຂໍ້ ດາວໂຫຼດ
1 Authorization letter no longer required to import custom-and-duty-free steel bars and cement for projects PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.