ເພື່ອອໍານວຍຄວາມສະດວກໃຫ້ແກ່ການສະໜອງແນວພັນມັນຕົ້ນ ໂດຍສະເພາະການນໍາເຂົ້າຈາກຕ່າງປະເທດ ໃຫ້ມີຄຸນນະພາບ ແລະ ປອດສັດຕູພືດ, ມີຄວາມຈໍາເປັນຕ້ອງມີການກໍານົດກົນໄກການນໍາເຂົ້າ ແລະ ຄຸ້ມຄອງການສະໜອງແນວພັນມັນຕົ້ນ ທີ່ເປັນລະບົບຊັດເຈນ ແລະ ໂປ່ງໃສ ໂດຍຜັນຂະຫຍາຍລະບຽບກົດໝາຍ ກ່ຽວກັບການປ້ອງກັນພືດຂອງ ສປປ ລາວ ແນໃສ່ສະກັດກັ້ນການຕິດແປດຂອງສັດຕູພືດ ມານໍາທ່ອນພັນ ແລະ ການແຜ່ລະບາດອອກຢ່າງກວ້າງຂວາງພາຍໃນປະເທດ ຊຶ່ງຈະສ້າງຄວາມເສຍຫາຍຕໍ່ພືດເສດຖະກິດ ແລະ ແຫຼ່ງພັນພືດອື່ນໆທີ່ສໍາຄັນຢູ່ພາຍໃນປະເທດເຮົາ. ດັ່ງນັ້ນ, ກົມປູກຝັງຈຶ່ງໄດ້ອອກມາດຕະການສຸຂານາໄມພືດ ສໍາລັບການນໍາເຂົ້າແນວພັນດັ່ງກ່າວ ໂດຍໄດ້ກໍານົດເງື່ອນໄຂການອະນຸຍາດນໍາເຂົ້າແນວພັນ, ການປະກອບເອກະສານ, ການພິຈາລະນາ ແລະ ກວດກາຢູ່ດ່ານປ້ອງກັນພືດ ເພື່ອອະນຸຍາດນໍາເຂົ້າແນວພັນມັນຕົ້ນຈາກຕ່າງປະເທດມາປູກໃນ ສປປ ລາວ. ພ້ອມນັ້ນ, ຍັງໄດ້ຄັດຕິດຮ່າງຂໍອະນຸຍາດນໍາເຂົ້າແນວພັນມັນຕົ້ນ, ຮ່າງແຜນການນໍາເຂົ້າ ແລະ ຜະລິດພາຍໃນ.

# ຫົວຂໍ້ ດາວໂຫຼດ
1 The Department of Plantations, Ministry of Agriculture and Forestry has issued an instruction on sanitary requirement for importing reformed cassava plants from overseas. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.