ສາລະບານ

1. ການຂໍອະນຸຍາດນໍາເຂົ້າແນວພັນມັນຕົ້ນ (Manihot esculenta Crantz)

1.1. ເງື່ອນໄຂການຂໍອະນຸຍາດ ແລະ ນໍາເຂົ້າແນວພັນມັນຕົ້ນ
1.2. ການປະກອບເອກະສານຂໍອະນຸຍາດນໍາເຂົ້າ
1.3. ການພິຈາລະນາອະນຸຍາດນໍາເຂົ້າ

2. ການກວດກາຢູ່ດ່ານປ້ອງກັນພືດ

2.1. ການແຈ້ງເອກະສານຂໍກວດກາ
2.2. ການກວດກາສະພາບລວມຂອງແນວພັນມັນຕົ້ນ
2.3. ການກວດກາສຸຂານາໄມພືດຂອງມັນຕົ້ນ
2.4. ມາດຕະການປະຕິບັດຕໍ່ແນວພັນມັນຕົ້ນທີ່ສົງໃສຕິດແປດສັດຕູພືດ

3. ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້    ເລກທີ 1085/ກປຝ
ກົມປູກຝັງ    ນະຄອນຫຼວງວຽງຈັນ, ວັນທີ 13 ກັນຍາ 2011

ບົດແນະນໍາ

ເຖິງ: ທ່ານຫົວໜ້າຂະແໜງປູກຝັງແຂວງ ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ
ເລື່ອງ: ມາດຕະການສຸຂານາໄມພືດ ສໍາລັບການນໍາເຂົ້າແນວພັນມັນຕົ້ນຈາກຕ່າງປະເທດ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 9/12/2008;
  • ອີງຕາມ ຄໍາສັ່ງຂອງລັດຖະມົນຕີກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນການລະບາດຂອງເພ້ຍແປ້ງມັນຕົ້ນ ເລກທີ 1501/ກປ ນະຄອນຫຼວງວຽງຈັນ, ວັນທີ 23/3/2011;
  • ອີງຕາມ ບົດແນະນໍາວິຊາການກ່ຽວກັບມາດຕະການປ້ອງກັນ ແລະ ກໍາຈັດເພ້ຍແປ້ງມັນຕົ້ນ ສະບັບເລກທີ 0879/ກປຝ, ລົງວັນທີ 22/7/2011.

ເພື່ອອໍານວຍຄວາມສະດວກໃຫ້ແກ່ການສະໜອງແນວພັນມັນຕົ້ນ  ໂດຍສະເພາະການນໍາເຂົ້າຈາກຕ່ງປະເທດ ໃຫ້ມີຄຸນນະພາບ ແລະ ປອດສັດຕູພືດ, ມີຄວາມຈໍາເປັນຕ້ອງມີການກໍານົດກົນໄກການນໍາເຂົ້າ ແລະ ຄຸ້ມຄອງການສະໜອງແນວພັນມັນຕົ້ນ ທີ່ເປັນລະບົບຊັດເຈນ ແລະ ໂປ່ງໃສ ໂດຍຜັນຂະຫຍາຍລະບຽບກົດໝາຍ ກ່ຽວກັບການປ້ອງກັນພືດຂອງ ສປປ ລາວ ແນໃສ່ສະກັດກັ້ນການຕິດແປດຂອງສັດຕູພືດມານໍາທ່ອນພັນ ແລະ ການແຜ່ລະບາດອອກຢ່າງກວ້າງຂວາງ ພາຍໃນປະເທດ ຊຶ່ງຈະສ້າງຄວາມເສັຍຫາຍຕໍ່ພືດເສດຖະກິດ ແລະ ແຫຼ່ງພັນພືດອື່ນໆທີ່ສໍາຄັນ ຢູ່ພາຍໃນປະເທດເຮົາ. ດັ່ງນັ້ນ, ກົມປູກຝັງຈຶ່ງອອກມາດຕະການສຸຂານາໄມພືດ ສໍາລັບການນໍາເຂົ້າແນວພັນດັ່ງກ່າວ ຕາມລາຍລະອຽດຕໍ່ໄປນີ້:

1. ການຂໍອະນຸຍາດນໍາເຂົ້າແນວພັນມັນຕົ້ນ (Manihot esculenta Crantz)

   ຜູ້ນໍາເຂົ້າແນວພັນມັນຕົ້ນ ຕ້ອງວາງແຜນການນໍາເຂົ້າໄວ້ກ່ອນລ່ວງໜ້າ ເພື່ອກຽມຂໍ້ມູນ ແລະ ຍື່ນສະເໜີຂໍອະນຸຍາດນໍາເຂົ້າຕາມເງື່ອນໄຂ ແລະ ຂັ້ນຕອນຄືດັ່ງລຸ່ມນີ້: ຂ້າງເທິງ

1.1. ເງື່ອນໄຂການຂໍອະນຸຍາດ ແລະ ນໍາເຂົ້າແນວພັນມັນຕົ້ນ

ກ. ເງື່ອນໄຂການຂໍອະນຸຍາດ

- ຜູ້ນໍາເຂົ້າຕ້ອງຮັບຮູ້ ແລະ ເຂົ້າໃຈກ່ຽວກັບເນື້ອໃນຂໍ້ບັງຄັບຂອງກົດໝາຍ ວ່າດ້ວຍການປ້ອງກັນພືດ;
- ແນວພັນມັນຕົ້ນຕ້ອງໄດ້ຮັບການຂຶ້ນທະບຽນ ແນວພັນຢູ່ກົມປູກຝັງ;
- ຕ້ອງມີເປົ້າໝາຍນໍາເຂົ້າມາຜະລິດສະເພາະພື້ນທີ່ໃດໜຶ່ງຂອງຕົນ ຫຼື ນໍາເຂົ້າມາໃຊ້ເອງ ຕາມທີ່ໄດ້ກໍານົດໃນເອກະສານແຜນການຜະລິດ ຫຼື ການນໍາໃຊ້;
- ຕ້ອງມີແຜນການນໍາເຂົ້າ ແລະ ຜະລິດພາຍໃນຢ່າງຈະແຈ້ງ ແລະ ສາມາດຕິດຕາມກວດກາໄດ້ ຈາກໜ່ວຍງ່ານກ່ຽວຂ້ອງ.

ຂ. ເງື່ອນໄຂການນໍາເຂົ້າ

- ແນວພັນມັນຕົ້ນນໍາເຂົ້າ ຕ້ອງເປັນທ່ອນບໍ່ມີກິ່ງງ່າ, ໃບ, ດິນ ຫຼື ຮາກຕິດມານໍາ;
- ທ່ອນພັນຕ້ອງຖືກຕັດມັດຮ່ວມກັນ 10 ທ່ອນ/ມັດ ແລະ ມີຄວາມຍາວຍບໍ່ເກີນ 1 ແມັດ 50 ຊັງຕີແມັດ (1.5 ແມັດ);
- ລົດຂົນສົ່ງຕ້ອງບໍ່ມີກິ່ງງ່າ, ໃບ, ດິນ ຫຼື ຮາກຂອງມັນຕົ້ນຕິດປົນຢູ່ນໍາ ພ້ອມທັງມີຜ້າປົກໃນລະຫວ່າງການຂົນສົ່ງ;
- ຕ້ອງຮັບປະກັນບໍ່ໃຫ້ທ່ອນພັນມັນຕົ້ນຕິດແປດສັດຕູພືດທີ່ເປັນອັນຕະລາຍຄື:
ເພ້ຍແປ້ງສີບົວ Phenaccocus manihoti, ເພ້ຍແປ້ງແຈັກເບຍເລ Pseudocuccus jackbearleyi, ເພ້ຍແປ້ງໂຕລາຍ Ferrisia Virgata, ເພ້ຍແປ້ງສີຂຽວ Phenaccocus madeirensis, ແມງວີ່ຂາວ Aleurodicus disperses Russel, ໄຮແດງ Tetranychus truncates, Oligonychus biharensis, ພະຍາດແອນແທກໂນດ Colletotrichum gloeosporioides, ພະຍາດໃບຈຸດສີນໍ້າຕານ Cercospora henningii, ພະຍາດໃບຈຸດສີຂາວ Cercospora viscosae, ພະຍາດໃບໃໝ້ Xanthomonas camprestis pv. Manithotis, ພະຍາດໃບດ່າງ mosaic virus. ຂ້າງເທິງ

1.2. ການປະກອບເອກະສານຂໍອະນຸຍາດນໍາເຂົ້າ

ກ່ອນການສົ່ງອອກຈາກຕ່າງປະເທດຕົ້ນກໍາເນີດຂອງພືດ, ຜູ້ນໍາເຂົ້າຕ້ອງປະກອບເອກະສານສະເໜີຂໍອະນຸຍາດນໍາເຂົ້າ ຕາມແບບຮ່າງທີ່ກໍານົດໄວ້ຕໍ່ກົມປູກຝັງປະກອບມີຄື:

- ໃບສະເໜີຂໍອະນຸຍາດນໍາເຂົ້າ (ຮ່າງເອກະສານຄັດຕິດ 1);
- ໃບມອບສິດ (ໃນກໍລະນີແຕ່ງຕັ້ງຜູ້ອື່ນດໍາເນີນການແທນ);
- ໃບຂຶ້ນທະບຽນແນວພັນມັນຕົ້ນ;
- ບົດລາຍງານແຫຼ່ງຜະລິດແນວພັນ ແລະ ບັນຊີສັດຕູພືດ (ຮ່າງເອກະສານຄັດຕິດ 2);
- ແຜນການນໍາເຂົ້າ ແລະ ແຜນການຜະລິດພາຍໃນ (ຮ່າງເອກະສານຄັດຕິດ 3);
- ໃບລາຍການຫຸ້ມຫໍ່, ໃບແຈ້ງລາຄາ. ຂ້າງເທິງ

1.3. ການພິຈາລະນາອະນຸຍາດນໍາເຂົ້າ

ພາຍຫຼັງຮັບເອົາໃບສະເໜີຂໍອະນຸຍາດນໍາເຂົ້າ ແລະ ເຫັນວ່າເອກະສານປະກອບຂໍ້ມູນຄົບຖ້ວນ, ກົມປູກຝັງຈະແຕ່ງຕັ້ງຄະນະວິຊາການທີ່ກ່ຽວຂ້ອງ ເພື່ອດໍາເນີນການປະເມີນຄວາມສ່ຽງຂອງສັດຕູພືດທັນທີ ຕາມມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດ ຫຼັງຈາກນັ້ນຈະແຈ້ງຜົນພາຍໃນ 7 ວັນ ໂດຍກໍານົດເງື່ອນໄຂປະຕິບັດສະເພາະດ້ານສຸຂານາໄມພືດ ສໍາລັບການນໍາເຂົ້າແນວພັນມັນຕົ້ນ ແລະ ເຮັດບົດບັນທຶກຮ່ວມກັບຜູ້ນໍາເຂົ້າ ເພື່ອເປັນບ່ອນອີງໃຫ້ແກ່ການຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດ. ເມື່ອບົດບັນທຶກໄດ້ຮັບການເຊັນຮັບຮອງຈາກທັງສອງຝ່າຍ, ກົມປູກຝັງຈຶ່ງອອກໃບອະນຸຍາດນໍາເຂົ້າ.

ໃນກໍລະນີທີ່ການປະເມີນຄວາມສ່ຽງຂອງສັດຕູພືດ ບໍ່ສາມາດສະຫຼຸບຜົນໄດ້ພາຍໃນ 7 ວັນ ຫຼື ເຫັນວ່າຜູ້ນໍາເຂົ້າມີຄວາມຈໍາເປັນຕ້ອງນໍາເຂົ້າມາກ່ອນ, ກົມປູກຝັງຈະພິຈາລະນາຄົ້ນຄວ້າ ແລະ ແຈ້ງເຖິງຜູ້ນໍາເຂົ້າເປັນລາຍລັກອັກສອນ ກ່ຽວກັບການກໍານົດເງື່ອນໄຂການອະນຸຍາດນໍາເຂົ້າຊົ່ວຄາວ ໂດຍແນວພັນມັນຕົ້ນຕ້ອງຖືກກັກແຍກປ່ຽວ ແລະ ນໍາໃຊ້ພາຍໃຕ້ການຄຸ້ມຄອງຕິດຕາມ ໂດຍເຈົ້າໜ້າທີ່ປ້ອງກັນພືດຢ່າງເຂັ້ມງວດ.

ພາຍຫຼັງທີ່ຜູ້ນໍາເຂົ້າ ໄດ້ຮັບໃບອະນຸຍາດນໍາເຂົ້າຈາກກົມປູກຝັງ ພ້ອມດ້ວຍບົດບັນທຶກເງື່ອນໄຂປະຕິບັດດ້ານສຸຂານາໄມພືດ ສໍາລັບການນໍາເຂົ້າແນວພັນມັນຕົ້ນ ແມ່ນຕ້ອງນໍາເອົາເອກະສານດັ່ງກ່າວໄປແຈ້ງເປັນບ່ອນອີງ ໃຫ້ປະເທດປາຍທາງອອກໃບຢັ້ງຢືນສຸຂານາໄມພືດໃຫ້. ຂ້າງເທິງ

2. ການກວດກາຢູ່ດ່ານປ້ອງກັນພືດ

2.1. ການແຈ້ງເອກະສານຂໍກວດກາ

ຜູ້ນໍາເຂົ້າຕ້ອງແຈ້ງເອກະສານ ເພື່ອຂໍກວດກາສຸຂານາໄມພືດທີ່ດ່ານປ່ອງກັນພືດ ກ່ອນທີ່ແນວພັນມັນຕົ້ນຈະຖືກນໍາສົ່ງມາເຖິງດ່ານຂາເຂົ້າ ໂດຍປະກອບເອກະສານດັ່ງລຸ່ມນີ້:

- ໃບສະເໜີຂໍກວດກາ;
- ໃບອະນຸຍາດນໍາເຂົ້າຈາກກົມປູກຝັງ;
- ໃບຂຶ້ນທະບຽນແນວພັນພືດ;
- ໃບຢັ້ງຢືນສຸຂານາໄມພືດອອກໃຫ້ໂດຍປະເທດປາຍທາງ;
- ບົດບັນທຶກເງື່ອນໄຂປະຕິບັດດ້ານສຸຂານາໄມພືດ ລະຫວ່າງກົມປູກຝັງ ແລະ ຜູ້ນໍາເຂົ້າ;
- ໃບລາຍການຫຸ້ມຫໍ່, ໃບແຈ້ງລາຄາ.

ພາຍຫຼັງກວດກາຄວາມຖືກຕ້ອງຄົບຖ້ວນ ແລະ ຮັບເອົາເອກະສານ, ຜູ້ນໍາເຂົ້າ ແລະ ເຈົ້າໜ້າທີ່ປ້ອງກັນພືດຕ້ອງວາງແຜນລາຄາ ແລະ ສະຖານທີ່ກວດກາແນວພັນມັນຕົ້ນທີ່ຈະນໍາເຂົ້າຕົວຈິງ. ຂ້າງເທິງ

2.2. ການກວດກາສະພາບລວມຂອງແນວພັນມັນຕົ້ນ

ເມື່ອສິນຄ້າມາເຖິງດ່ານປ້ອງກັນພືດ, ເຈົ້າໜ້າທີ່ປ້ອງກັນພືດຕ້ອງດໍາເນີນການກວດກາຈໍານວນ ແລະ ປະເພດຂອງພືດທີ່ນໍາເຂົ້າໃຫ້ສອດຄ່ອງ ກັບຂໍ້ມູນທີ່ແຈ້ງໄວ້ໃນເອກະສານທີ່ສະເໜີມາ ໂດຍສະເພາະຂໍ້ມູນຕາມບົດບັນທຶກເງື່ອນໄຂປະຕິບັດດ້ານສຸຂານາໄມພືດ ສໍາລັບການນໍາເຂົ້າແນວພັນມັນຕົ້ນ. ຂ້າງເທິງ

2.3. ການກວດກາສຸຂານາໄມພືດຂອງມັນຕົ້ນ

ເມື່ອການກວດກາສະພາບລວມຂອງແນວພັນມັນຕົ້ນ ໃນຂໍ້ 2.2 ສໍາເລັດແລ້ວ, ເຈົ້າໜ້າທີ່ປ້ອງກັນພືດຕ້ອງສືບຕໍ່ກວດກາສຸຂານາໄມພືດ ຢ່າງລະອຽດໂດຍໃຫ້ປະຕິບັດຕາມຂັ້ນຕອນຄື:

2.3.1. ຈໍານວນໃນການເກັບສຸ່ມກວດກາ

ເຈົ້າໜ້າທີ່ປ້ອງກັນພືດຕ້ອງເກັບສຸ່ມຕົວຢ່າງ ໂດຍຄັດແຍກເອົາທ່ອນພັນໃຫ້ກະຈາຍທັງຢູ່ພາຍໃນ ແລະ ຂອບເຂດກອງແນວພັນມັນຕົ້ນ ໂດຍຈໍານວນທີ່ເກັບສຸ່ມກວດກາແມ່ນຂຶ້ນກັບແຕ່ລະກໍລະນີ ອີງໃສ່ຈໍານວນທີ່ນໍາເຂົ້າຕົວຈິງຄືດັ່ງລຸ່ມນີ້:

ລ/ດ

ຈໍານວນການນໍາເຂົ້າຕົວຈິງທັງໝົດ/ຄັ້ງ(lot)

ຈໍານວນທີ່ຕ້ອງສຸ່ມເກັບເອົາ ເພື່ອກວດກາ

1

ໜ້ອຍກວ່າ ຫຼື ເທົ່າກັບ 1500 ທ່ອນ

450 ທ່ອນ

2

1501-10.000 ທ່ອນ

20% ຂອງຈໍານວນທັງໝົດ

ໝາຍເຫດ: ໃນກໍລະນີທ່ອນມັນຕົ້ນຫຼາຍກວ່າ 10.000 ທ່ອນ, ສ່ວນທີ່ເຫຼືອໄປນັ້ນ ໃຫ້ຈັດເປັນກອງໃໝ່ (Lot) ແລະ ເກັບສຸ່ມກວດຕາມຈໍານວນທີ່ກໍານົດໄວ້ ໃນຂໍ້ 1 ຫຼື 2 ຕາມແຕ່ລະກໍລະນີຂຶ້ນກັບຂະໜາດຂອງກອງໃໝ່;

2.3.2. ການກວດຫາສັດຕູພືດທີ່ຕິດແປດມາກັບແນວພັນມັນຕົ້ນ

ນໍາໃຊ້ແວ່ນຂະຫຍາຍກວດເບິ່ງແຕ່ລະທ່ອນພັນມັນຕົ້ນ ທີ່ຄັດແຍກສຸ່ມມານັ້ນ ຫຼື ເກັບຕົວຢ່າງທີ່ສົງໄສ ເພື່ອກວດກາພາຍໃຕ້ກ້ອງຈຸລະທັດ ກໍາລັງຂະຫຍາຍ 10ຫາ 30 ເທົ່າຢ່າງລະອຽດ ໂດຍສະເພາະທ່ອນພັນທີ່ມາຈາກປະເທດທີ່ມີລາຍງານການລະບາດ ຂອງສັດຕູພືດທີ່ກໍານົດໄວ້ນັ້ນ ພ້ອມນີ້ການກວດກາໃຫ້ອີງໃສ່ຂໍ້ມູນທາງດ້ານຊີວະວິທະຍາ, ວົງຈອນຊີວິດ ແລະ ລັກສະນະການທໍາລາຍຕາມແຕ່ລະກໍລະນີຄື:

- ສໍາລັບແມງໄມ້ແມ່ນສາມາດກວດຫາໄຂ່, ໂຕອ່ອນ ແລະ ໂຕເຕັມໄວເທິງທ່ອນພັນ ໂດຍສະເພາະສ່ວນປາຍຂອງທ່ອນພັນຈະມັກມີເພ້ຍແປ້ງ ເກາະດູດກິນນໍ້າລ້ຽງ ຫຼື ລັກສະນະການທໍາລາຍທີ່ເປັນຮູເຈາະ ຂອງແມງໄມ້ຊະນິດອື່ນ;
- ສໍາລັບພະຍາດແມ່ນໃຫ້ເບິ່ງລັກສະນະການທໍາລາຍເທິງທ່ອນພັນຄື: ລັກສະນະອາການເນົ່າອວບນໍ້າ ຫຼື ມີຢົດນໍ້າ, ມີຮອຍບາດສີດໍາ ຫຼື ນໍ້າຕານ, ປະກົດເຫັນເສັ້ນໃຍ ຫຼື ສ່ວນຂະຫຍາຍພັນຂອງເຊື້ອຣາ.

2.3.3. ການເກັບຕົວຢ່າງເພື່ອວິໃຈ ແລະ ໃຊ້ເປັນຫຼັກຖານອ້າງອີງ

ໃນກໍລະນີຫາກກວດພົບແມງໄມ້ສັດຕູພືດ ແມ່ນໃຫ່ເກັບເອົາຕົວຢ່າງ ໂດຍຕັດເອົາສິ້ນສ່ວນຂອງພືດທີ່ມີສັດຕູພືດປາກົດ ຢູ່ໃນໄລຍະຕ່າງໆ ເກັບຮັກສາໄວ້ໃນກວດແກ້ວທີ່ບັນຈຸເຫຼົ້າຄວາມເຂັ້ມຂຸ້ນ 70% ແລະ ສໍາລັບທ່ອນພັນທີ່ສະແດງລັກສະນະການຕິດແປດພະຍາດພືດ ແມ່ນໃຫ້ເກັບຕົວຢ່າງໃສ່ຖົງຢາງມັດປາກໄວ້ ໂດຍເກັບໄວ້ໃນອຸກຫະພູມຕໍ່າກວ່າ 15°c ຕະຫຼອດການເກັບຮັກສາ ຫຼັງຈາກນັ້ນໃຫ້ບັນທຶກຂໍ້ມູນໃສ່ບົດລາຍງານກວດ ແລະ ສົ່ງຕົວຢ່າງທັງໝົດເຖິງສູນປ້ອງກັນພືດ ເພື່ອວິໄຈຢ່າງລະອຽດ. ຂ້າງເທິງ

2.4. ມາດຕະການປະຕິບັດຕໍ່ແນວພັນມັນຕົ້ນທີ່ສົງໃສຕິດແປດສັດຕູພືດ

ໃນເມື່ອຫາກພົບເຫັນສັດຕູພືດຄວບຄຸມ ພາຍຫຼັງເກັບຕົວຢ່າງໄວ້ເພື່ອວິໄຈແລ້ວນັ້ນ, ເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານ ຕ້ອງແຈ້ງລາຍງານກົມປູກຝັງເປັນລາຍລັກອັກສອນ ເພື່ອອອກມາດຕະການປະຕິບັດດ້ານສຸຂານາໄມພືດ ແລະ ປະສານໄປຍັງຂະແໜງປູກຝັງແຂວງທີ່ເປັນພື້ນທີ່ ນໍາໃຊ້ທ່ອນພັນດັ່ງກ່າວ ເພື່ອດໍາເນີນການສຸຂານາໄມ ແລະ ກວດກາຕິດຕາມ. ຂ້າງເທິງ

3. ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ

ຂະແໜງປູກຝັງແຂວງ ແລະ ດ່ານປ້ອງກັນພືດ ຕ້ອງເຜີຍແຜ່ຂໍ້ມູນຂ່າວສານໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຮັບຊາບເປັນຕົ້ນ ຜູ້ຜະລິດ, ຜູ້ນໍາເຂົ້າ ແລະ ເຈົ້າໜ້າທີ່ຂະແໜງການຕ່າງໆ ປະຈໍາດ່ານຊາຍແດນເຂົ້າ-ອອກ ກ່ຽວກັບສັດຕູພືດຕິດແປດທ່ອນພັນມັນຕົ້ນ ທີ່ເປັນເປົ້າໝາຍກວດກາ, ເງື່ອນໄຂການຂໍອະນຸຍາດນໍາເຂົ້າ, ຂັ້ນຕອນການຂໍອະນຸຍາດນໍາເຂົ້າ ແລະ ການແຈ້ງເອກະສານຢູ່ດ່ານປ້ອງກັນພືດ ເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນຄຸນນະພາບ ໃຫ້ແກ່ການນໍາເຂົ້າແນວພັນມັນຕົ້ນຈາກຕ່າງປະເທດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອນໍາໃຊ້ບົດແນະນໍາສະບັບນີ້ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສະໜອງແນວພັນມັນຕົ້ນ ໃຫ້ມີປະສິດທິຜົນສູງສຸດ. ຂ້າງເທິງ

ຫົວໜ້າກົມປູກຝັງ
ດຣ. ມົນທາທິບ ຈັນເພັງໄຊ

ບ່ອນນໍາສົ່ງ:

  • ລັດຖະມົນຕີວ່າການ, ຊ່ວຍວ່າການກະຊວງ ກປ 1 ສະບັບ (ເພື່ອລາຍງານ)
  • ກົມ, ກອງ, ຫ້ອງການ ແລະ ສະຖາບັນອ້ອມຂ້າງກະຊວງ ກປ ບ່ອນລະ 1 ສະບັບ (ເພື່ອຊາບ)
  • ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ບ່ອນລະ 1 ສະບັບ (ເພື່ອຊ່ວຍຊີ້ນໍາ)
  • ດ່ານປ້ອງກັນພືດທົ່ວປະເທດ ບ່ອນລະ 1 ສະບັບ (ເພື່ອຈັດຕັ້ງປະຕິບັດ)
  • ເກັບມ້ຽນ 1 ສະບັບ (ເພື່ອຊາບ)
# ຫົວຂໍ້ ດາວໂຫຼດ
1 Instruction on Phytosanitary Measure for Importing Cassava Planting Material from Foreign Country No. 1085/DOA PDF
2 ບົດແນະນໍາ ກ່ຽວກັບ ມາດຕະການສຸຂານາໄມພືດ ສໍາລັບ ການນໍາເຂົ້າ ແນວພັນມັນຕົ້ນ ຈາກຕ່າງປະເທດ ເລກທີ 1085/ກປຝ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຈົດທະບຽນການນຳເຂົ້າ - ແນວພັນມັນຕົ້ນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າແນວພັນມັນຕົ້ນ ຕ້ອງໄດ້ຈົດທະບຽນກັບກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ບົດແນະນໍາ ກ່ຽວກັບ ມາດຕະການສຸຂານາໄມພືດ ສໍາລັບ ການນໍາເຂົ້າ ແນວພັນມັນຕົ້ນ ຈາກຕ່າງປະເທດ ເລກທີ 1085/ກປຝ 9999-12-31 ALL
2 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ - ແນວພັນມັນຕົ້ນ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າແນວພັນມັນຕົ້ນ ຕ້ອງໄດ້ຮັບອະນຸຍາດໂດຍພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຫຼື ນະຄອນຫຼວງ ບົດແນະນໍາ ກ່ຽວກັບ ມາດຕະການສຸຂານາໄມພືດ ສໍາລັບ ການນໍາເຂົ້າ ແນວພັນມັນຕົ້ນ ຈາກຕ່າງປະເທດ ເລກທີ 1085/ກປຝ 9999-12-31 ALL
3 ຕ້ອງໄດ້ຮັບການກວດກາ - ແນວພັນມັນຕົ້ນ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ແນວພັນມັນຕົ້ນທີ່ນຳເຂົ້າມາ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ປ້ອງກັນ ພືດ
  1. ບົດແນະນໍາ ດ້ານວິຊາການ ກ່ຽວກັບ ມາດຕະການ ປ້ອງກັນ ແລະ ກໍາຈັດ ຂອງເພ້ຍແປ້ງມັນຕົ້ນ ເລກທີ 0879/ກປຝ, ລົງວັນທີ 22 ກໍລະກົດ 2011
  2. ບົດແນະນໍາ ກ່ຽວກັບ ມາດຕະການສຸຂານາໄມພືດ ສໍາລັບ ການນໍາເຂົ້າ ແນວພັນມັນຕົ້ນ ຈາກຕ່າງປະເທດ ເລກທີ 1085/ກປຝ
9999-12-31 ALL
4 ຕ້ອງມີໃບຢັ້ງຢືນດ້ານສຸຂາອານາໄມພືດຈາກປະເທດສົ່ງອອກ - ແນວພັນມັນຕົ້ນ SPS ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອນຳເຂົ້າແນວພັນມັນຕົ້ນ, ຜູ້ນຳເຂົ້າຕ້ອງມີໃບຢັ້ງຢືນດ້ານສຸຂານາໄມພືດຈາກປະເທດສົ່ງອອກ ຄັດຕິດກັບເອກະສານອື່ນແລ້ວຍື່ນ ຕໍ່ເຈົ້າໜ້າທີ່ປະຈໍາດ່ານ ບົດແນະນໍາ ກ່ຽວກັບ ມາດຕະການສຸຂານາໄມພືດ ສໍາລັບ ການນໍາເຂົ້າ ແນວພັນມັນຕົ້ນ ຈາກຕ່າງປະເທດ ເລກທີ 1085/ກປຝ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.