ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຫລຸດຜ່ອນພາສີນຳເຂົ້າ ເພື່ອເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ໃນປີ 2015. ໜຶ່ງໃນບັນດາຂໍ້ກຳນົດເພື່ອເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນໃນປີ 2015 ແມ່ນວ່າ ບັນດາປະເທດສະມາຊິກຕ້ອງໄດ້ລົບລ້າງພາສີນຳເຂົ້າສິນຄ້າຫລາຍປະເພດ. ປະຊາຄົມເສດຖະກິດອາຊຽນເຫັນວ່າ ການສ້າງພື້ນຖານໃນການເປັນຕະຫລາດ ແລະ ຜະລິດຕະພັນໜຶ່ງດຽວ ຈະເຮັດໃຫ້ມີການເຄື່ອນຍ້າຍສິນຄ້າ ພາຍໃນຂົງເຂດຢ່າງເສລີ, ເຊິ່ງຄາດວ່າຈະມີກຳລັງຊື້ປະມານ 600 ພັນລ້ານຄົນ.

ສະພາແຫ່ງຊາດ ໄດ້ຮັບຮອງເອົາແຜນການຂອງລັດຖະບານທີ່ຈະຫລຸດຜ່ອນພາສີນຳເຂົ້າ ແຕ່ປະຈຸບັນ ເຖິງ ປີ 2015. ຄໍາໝັ້ນສັນຍາດັ່ງກ່າວນີ້ ຈະເປັນສັນຍານໃນການເປີດໂອກາດໃຫ້ແກ່ຕະຫລາດນ້ອຍໆຄື ສປປ ລາວ ທີ່ມີກໍາລັງຊື້ໜ້ອຍກວ່າ 6.5 ລ້ານຄົນ ໃນການນໍາເຂົ້າສິນຄ້າຈາກ 9 ປະເທດສະມາຊິກອາຊຽນ ພາຍໃນຂອບເວລາທີ່ໄດ້ຕົກລົງກັນ.

ອີງຕາມຂໍ້ມູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໃນເດືອນ 12 ປີ 2012, ສປປ ລາວມີສິນຄ້າຈຳນວນ 7,252 ລາຍການ ຫລື 79% ຂອງສິນຄ້າທັງໝົດ ທີ່ໄດ້ຖືກຍົກເວັ້ນພາສີນໍາເຂົ້າ. ສປປ ລາວຈະຍົກເວັ້ນພາສີນໍາເຂົ້າສໍາຫລັບລາຍການສິນຄ້າທີ່ຍັງເຫຼືອ ເມື່ອປະຊາຄົມເສດຖະກິດອາຊຽນ ໄດ້ຮັບການປະຕິບັດໃນປີ 2015.

ແຕ່ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກເປັນປະເທດສະມາຊິກໃໜ່, ສປປ ລາວ ສາມາດຂໍເລື່ອນເວລາໃນການຫລຸດອັດຕາພາສີນຳເຂົ້າ ຂອງບາງລາຍການສິນຄ້າ ທີ່ພິຈາລະນາເປັນກໍລະນີພິເສດ ເຊັ່ນ: ນໍ້າມັນເຊື້ອໄຟ ເພື່ອເປັນການຮັກສາລາຍຮັບຂອງລັດຖະບານໃຫ່້ຄົງທີ່.

ໃນປະຈຸບັນ,  ແຫລ່ງລາຍຮັບຕົ້ນຕໍຂອງລັດຖະບານລາວ ໄດ້ມາຈາກການເກັບພາສີນຳເຂົ້າ, ໝາຍຄວາມວ່າ ການຫລຸດຜ່ອນພາສີນຳເຂົ້າສຳລັບສິນຄ້າທັງໝົດ ຈະເຮັດໃຫ້ ສປປ ລາວ ເສຍລາຍຮັບຢ່າງຫຼວງຫຼາຍ.

ເພື່ອເປັນການຊົດເຊີຍຈາກການສູນເສຍລາຍຮັບນີ້, ລັດຖະບານລາວຈະສະເໜີ ປັບອັດຕາພາສີມູນຄ່າເພີ່ມ (VAT) ແລະ ວາງແຜນທີ່ຈະປັບອັດຕາອາກອນເພີ່ມຂື້ນ ໃນປີນີ້ ເພື່ອຮັກສາຄວາມສົມດຸນຂອງການສະສົມລາຍຮັບໃນສອງປີຕໍ່ໄປ.

ໃນນາມທີ່ເປັນສະມາຊິກອາຊຽນ, ສປປ ລາວ ຈະຕົກລົງຫລຸດຜ່ອນອັດຕາພາສີນຳເຂົ້າສິນຄ້າທັງໝົດ ຈາກ ສປ ຈີນ ຕັ້ງແຕ່ 0% ເຖິງ 5% ໃນປີ 2020ເນື່ອງຈາກວ່າ ສປ ຈີນ ເປັນປະເທດຄູ່ຮ່ວມເຈລະຈາຂອງອາຊຽນ. ການຫລຸດຜ່ອນອັດຕາພາສີໃນຮູບແບບດຽວກັນນີ້ ຕໍ່ໄປຈະເປັນປະເທດອິນເດຍ ໃນປີ 2021, ຢີ່ປຸ່ນໃນປີ 2023, ເກົາຫລີໃຕ້ ປີ 2024, ແລະ ອົດສະຕາລີ ແລະ ນິວຊີແລນ ປີ 2025.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮຽກຮ້ອງໃຫ້ນັກທຸລະກິດລາວ ສົ່ງເສີມປະສິດທິພາບ ແລະ ປະສິດທິຜົນ ຂອງການຜະລິດເພື່ອເພີ່ມສັກກະຍາພາບໃນການແຂ່ງຂັນ ໃຫ້ສູງຂື້ນໃນເວລາທີ່ ສປປ ລາວ ປະກາດຫລຸດອັດຕາພາສີນຳເຂົ້າ.

ໃນປະຈຸບັນ ອັດຕາພາສີໄດ້ກາຍເປັນອຸປະສັກອັນໃຫຍ່ຫລວງຕໍ່ກັບ ບັນດາປະເທດສະມາຊິກອາຊຽນ ໃນການພິຈາລະນາສົ່ງອອກສິນຄ້າໄປຍັງ ສປປ ລາວ, ໂດຍສະເພາະ ຜູ້ຜະລິດຊີມັງ, ຜູ້ຜະລິດເຫລັກ, ໂຮງງານປະກອບລົດຈັກ ແລະ ຜູ້ຜະລິດຖົງຢາງພລາສະຕິກ. ດັ່ງນັ້ນ, ຜູ້ຜະລິດສິນຄ້າເຫຼົ່ານີ້ຂອງລາວ ຈະປະເຊີນກັບການແຂ່ງຂັນຈາກພາຍນອກຢ່າງໜັກໜ່ວງ ຖ້າຫາກວ່າ ພວກເຂົາບໍ່ປັບປຸງ, ຍົກສູງການຄຸ້ມຄອງບໍລິຫານ ແລະ ຫລຸດຜ່ອນຕົ້ນທຶນການຜະລິດຂອງຕົນ.

ຊີມັງ ທີ່ຜະລິດໃນລາວ ມີລາຄາສູງກວ່າຊີມັງທີ່ນຳເຂົ້າຈາກຕ່າງປະເທດ, ນັ້ນກໍ່ໝາຍຄວາມວ່າຜູ້ຜະລິດຢູ່ຕ່າງປະເທດ ຈະສາມາດຍາດແຍ່ງຕະຫລາດພາຍໃນຂອງລາວ ດ້ວຍລາຄາທີ່ຖືກກວ່າ ເມື່ອລັດຖະບານໄດ້ປະກາດຫລຸດອັດຕາພາສີນຳເຂົ້າ.

ເຊັ່ນກັນກັບ ຜູ້ຜະລິດອື່ນໆໃນລາວທີ່ນຳເຂົ້າວັດຖຸດິບ ກໍ່ຈະມີຄວາມສ່ຽງໃນການດຳເນີນທຸລະກິດ ເມື່ອສິ່ງກີດຂວາງທາງດ້ານພາສີໄດ້ຖືກລົບລ້າງ ເພື່ອກ້າວເຂົ້າເປັນປະຊາຄົມເສດຖະກິດອາຊຽນ.

ແຫລ່ງຂໍ້ມູນ

ໜັງສືພິມວຽງຈັນທາມ໌

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.