ພາຍໃຕ້ແຜນຍຸດທະສາດສົ່ງອອກແຫ່ງຊາດ 2011-2015 ລັດຖະບານມີແຜນຈະແນ່ໃສ່ 09 ຂະແໜງການທີ່ມີທ່າແຮງໃນການສ້າງລາຍ ຮັບຕ່າງປະເທດ, ຊຶ່ງເປັນສິ່ງກະຕຸກຊຸກຍູ້ ທີ່ສຳຄັນ ໃຫ້ແກ່ ການເຕີບໃຫຍ່ ຂະຫຍາຍໂຕ ທາງເສດຖະກິດ. 09 ຂະແໜງການດັ່ງກ່າວ ລວມມີ:  ພະລັງງານ, ທ່ອງທ່ຽວ, ກະສິກໍາອິນຊີ, ບໍ່ແຮ່, ເຄື່ອງຕັດຫຍິບ ແລະ ຫັດຖະກຳໄໝ ແລະ ຝ້າຍ, ຜະລິດຕະພັນໄມ້, ພືດທີ່ເປັນຢາ ແລະ ຜະລິດຕະພັນທ້ອງຖິ່ນອື່ນໆ ກໍ່ລວມຢູ່ໃນບັນຊີດັ່ງກ່າວເຊັ່ນກັນ.

ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກຢ່າງເປັນທາງການ ໃນວັນທີ 2 ກຸມພາ 2013 ແລະ ຈະເຂົ້າຮ່ວມໃນວົງສາຄະນາຍາດອາຊຽນ ເພື່ອສ້າງປະຊາຄົມເສດຖະກິດອາຊຽນ ໃນປີ 2015, ເພື່ອໃຫ້ກາຍເປັນພື້ນຖານການຜະລິດ ແລະ ຕະຫລາດດຽວ. ສປປ ລາວ ຮຽກຮ້ອງໃຫ້ມີຍຸດທະສາດສະໜັບສະໜູນການສົ່ງອອກ ທັງໃນຂົງເຂດ ແລະ ພາກພື້ນ ເພື່ອຮອງຮັບການເຕີບໃຫຍ່ແບບຍືນຍົງຂອງຂົງເຂດເສດຖະກິດ. ຕະຫລາດພາຍໃນຂອງສປປລາວ ມີກຳລັງຊື້ພຽງແຕ່ 6,5 ລ້ານຄົນ ແຕ່ໃນກຸ່ມອາຊຽນມີເຖິງ 600 ລ້ານຄົນ. ອີງຕາມການລາຍງານຂອງທະນາຄານໂລກ, ມູນຄ່າການສົ່ງອອກຂອງລາວ ມີປະມານ 2,845 ລ້ານໂດລາສະຫະລັດ ໃນປີ 2012, ໃນຂະນະທີ່ການນໍາເຂົ້າມີມູນຄ່າເຖິງ 4,162 ລ້ານໂດລາສະຫະລັດ, ເຮັດໃຫ້ສປປ ລາວຂາດດຸນການຄ້າເຖິງ 1,317 ລ້ານໂດລາສະຫະລັດ. ການຂາດດຸນການຄ້າເກີດຂື້ນພ້ອມກັບ ການເພີ່ມຂຶ້ນຂອງການລົງທືນຕ່າງປະເທດໃນ ສປປ ລາວ. ທະນາຄານໂລກຍັງລາຍງານອີກວ່າ: ມູນຄ່າການລົງທຶນໂດຍກົງຂອງຕ່າງປະເທດ ໄດ້ບັນລຸມູນຄ່າເຖິງ 1,621 ລ້ານໂດລາສະຫະລັດ ໃນປີ 2012, ປີ 2011 ມີມູນຄ່າ 1,128 ລ້ານໂດລາສະຫະລັດ ແລະ ປີ 2010 ມີພຽງແຕ່ 770 ລ້ານໂດລາສະຫະລັດ.

ສົກປີ 2007-2008 ໄດ້ເປັນຈຸດປ່ຽນທາງດ້ານດຸນການຄ້າຂອງ ສປປ ລາວ  ໂດຍທີ່ມູນຄ່າການສົ່ງອອກ ບັນລຸໄດ້ 1.06 ຕື້ໂດລາສະຫະລັດ, ໃນນີ້ ຂະແໜງບໍ່ແຮ່ມີມູນຄ່າ 640.9 ລ້ານໂດລາສະຫະລັດ (ກວມ 49%). ການສົ່ງອອກເສື້ອຜ້າ ມີມູນຄ່າ 258 ລ້ານໂດລາສະຫະລັດ (ກວມ 25.65%), ສ່ວນການສົ່ງອອກຜະລິດຕະພັນອຸດສາຫະກຳອື່ນໆ ມີມູນຄ່າ 17 ລ້ານໂດລາສະຫະລັດ (ກວມ 1.75%), ການສົ່ງອອກໄຟຟ້າແມ່ນຫລຸດລົງຢູ່ທີ່ີ ມູນຄ່າ 97.1 ລ້ານໂດລາສະຫະລັດ (ກວມ 9.68%), ການສົ່ງອອກສິນຄ້າກະສິກຳມີມູນຄ່າ 60 ລ້ານໂດລາສະຫະລັດ (ກວມ 6%), ຜະລິດຕະພັນໄມ້່ມີມູນຄ່າ 59.3 ລ້ານໂດລາສະຫະລັດ (ກວມ 5,9%), ແລະ ການເຈຍລະໄນເພັດ (ນໍາເຂົ້າເພື່ອສົ່ງອອກຕໍ່) ມີມູນຄ່າ 27.6 ລ້ານໂດລາສະຫະລັດ (ກວມ 2.75%).

ໃນຊ່ວງໄລຍະເວລາດຽວກັນ, ອຸດສາຫະກຳທ່ອງທ່ຽວ ໂດຍໄລຍະຜ່ານມາບໍ່ໄດ້ລວມເຂົ້າໃນການຄິດໄລ່ ດຸນການຄ້າ, ມີມູນຄ່າເຖິງ 270 ລ້ານໂດລາສະຫະລັດ, ເຊິ່ງລວມມີຈຳນວນນັກທ່ອງທ່ຽວເຂົ້າມາປະມານ 1.7 ພັນກວ່າຄົນ.

ຕໍ່ກັບການສົ່ງອອກທີ່ເພີ່ມຂື້ນໃນປະຈຸບັນ, ໂດຍສ່ວນໃຫຍ່ ສປປ ລາວ ສົ່ງອອກວັດຖຸດິບ ໂດຍປາດສະຈາກການເພີ່ມມູນຄ່າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະ ການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ໄປຍັງປະເທດເພື່ອນບ້ານ. ບັນດາວັດຖຸດິບເຫລົ່ານັ້ນ ຈະໄດ້ຜ່ານຂະບວນການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ເພື່ອເພີ່ມມູນຄ່າ ແລ້ວສົ່ງອອກຕໍ່ໄປ ຕົວຢ່າງເຊັ່ນ: ຜະລິດຕະພັນ ກາເຟ, ໄມ້ ແລະ ແຮ່ທາດ ອື່ນໆ.

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.