ສາລະບານ

I. ຈຸດປະສົງ
II. ຂັ້ນຕອນການດໍາເນີນການແຈ້ງພາສີນໍາເຂົ້າ ສໍາລັບສິນຄ້າ, ເຄື່ອງຂອງ

1. ເພີ່ມເນື້ອໃນເຂົ້າໃສ່ຂໍ້ 1.3.1 ການຮັບແຈ້ງພາສີເປັນລາຍລະອຽດ
2. ເພີ່ມເນື້ອໃນເຂົ້າໃສ່ຂໍ້ 1.4 ການຊໍາລະຄ່າພາສີ ແລະ ພັນທະອື່ນ
3. ເພີ່ມເນື້ອໃນເຂົ້າໃສ່ ຂໍ້ 1.5 ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 03471/ກພສ
ກົມພາສີ    ນະຄອນຫຼວງວຽງຈັນ, ລົງວັນທີ 15 ມັງກອນ 2013

ຄໍາແນະນໍາເພີ່ມເຕີມ
ວ່າດ້ວຍການແຈ້ງພາສີເປັນລາຍລະອຽດດ້ວຍລະບົບບໍລິຫານຂໍ້ມູນການແຈ້ງພາສີ
ແບບອັດຕະໂນມັດ (ອາຊີກູດາ)

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011;
  • ອີງຕາມ ບົດແນະນໍາຂອງກົມພາສີ ສະບັບເລກທີ 10503/ກພສ, ວັນທີ 5/7/2012, ວ່າດ້ວຍການແຈ້ງພາສີເປັນລາຍລະອຽດ ດ້ວຍລະບົບບໍລິຫານຂໍ້ມູນດ້ານພາສີແບບອັດຕະໂນມັດ (ອາຊີກູດາ)

ກົມພາສີອອກຄໍາແນະນໍາເພີ່ມເຕີມ:

I. ຈຸດປະສົງ

ຄໍາແນະນໍາສະບັບນີ້ວາງອອກ ເພື່ອອະທິບາຍເພີ່ມເຕີມເນື້ອໃນບາງຈຸດຂອງບົດແນະນໍາ ສະບັບເລກທີ 10503/ກພສ, ວັນທີ 5/6/2012. ເພື່ອຮັບປະກັນການຈັດຕັ້ງປະຕິບັດການແຈ້ງພາສີ ດ້ວຍລະບົບບໍລິຫານຂໍ້ມູນດ້ານພາສີແບບອັດຕະໂນມັດ (ອາຊີກູດາ) ໃຫ້ມີຄວາມສະດວກ ແລະ ກົມກຽວກັບຂັ້ນຕອນຂອງຂະແໜງການກ່ຽວຂ້ອງ ໃນການມອບເງິນຄ່າພາສີ-ອາກອນ ຜ່ານລະບົບຄັງເງິນແຫ່ງຊາດ ແລະ ທະນາຄານ ໃຫ້ສາມາດສະຫຼຸບສົມທຽບບັນຊີລາຍຮັບ, ລວມທັງຂັ້ນຕອນດໍາເນີນການກວດກາທາງດ້ານເອກະສານ, ລະບົບການວິເຄາະບໍລິຫານຄວາມສ່ຽງ ໃນການແຈ້ງພາສີເປັນລາຍລະອຽດຕາມລະດັບ (ສີຂຽວ, ຟ້າ, ເຫຼືອງ, ແດງ) ແລະ ການກວດກາສິນຄ້າ, ເຄື່ອງຂອງຕົວຈິງ ໃຫ້ສອດຄ່ອງຕາມລະບຽບກົດໝາຍພາສີ. ຂ້າງເທິງ

II. ຂັ້ນຕອນການດໍາເນີນການແຈ້ງພາສີນໍາເຂົ້າ ສໍາລັບສິນຄ້າ, ເຄື່ອງຂອງ

ຂັ້ນຕອນການແຈ້ງພາສີນໍາເຂົ້າສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນ ແມ່ນໃຫ້ປະຕິບັດຕາມ 5 ຂັ້ນຕອນທີ່ກໍານົດໄວ້ໃນຂໍ້ ກ. I ຂອງບົດແນະນໍາ ເລກທີ 10503/5.6.12ແລະ ມີບາງຈຸດທີ່ຕ້ອງໄດ້ເພີ່ມເຕີມເນື້ອໃນເຂົ້າໃສ່ໃໝ່ຄື: ຂ້າງເທິງ

1. ເພີ່ມເນື້ອໃນເຂົ້າໃສ່ຂໍ້ 1.3.1 ການຮັບແຈ້ງພາສີເປັນລາຍລະອຽດ

ພາຍຫຼັງທີ່ໄດ້ຜ່ານລະບົບການວິເຄາະບໍລິຫານຄວາມສ່ຽງ ໃນ 4 ລະດັບ (ສີຂຽວ, ຟ້າ, ເຫຼືອງ, ແດງ), ເອກະສານໃບແຈ້ງພາສີແຕ່ລະປະເພດ ຈະຖືກສົ່ງໃຫ້ຈຸງານຄຸ້ມຄອງການແຈ້ງພາສີ ເພື່ອດໍາເນີນການກວດກາຕາມເປົ້າໝາຍຄື:

  • ການນໍາເຂົ້າສິນຄ້າ, ເຄື່ອງຂອງຮູບແບບຍົກເວັ້ນ, ຫຼຸດຜ່ອນ ແລະ ງົດເກັບພາສີຕາມນະໂຍບາຍສົ່ງເສີມການລົງທຶນ, ນໍາເຂົ້າຮູບການຊ່ວຍເຫຼືອລ້າ-ກູ້ຢືມຂອງລັດຖະບານ ແລະອື່ນໆ ຊຶ່ງມີເປົ້າໝາຍກວດກາຄວາມຖືກຕ້ອງ ທາງດ້ານເອກະສານການອະນຸຍາດຂອງຂະແໜງການກ່ຽວຂ້ອງ ສົມທຽບໃສ່ຂໍ້ມູນໃນໃບແຈ້ງພາສີເປັນລາຍລະອຽດ, ຄຸ້ມຄອງ, ຕິດຕາມຫັກລົບແຜນນໍາເຂົ້າສິນຄ້າຕົວຈິງ ແລະ ປະຕິບັດຕາມເຕັກນິກວິຊາການພາສີອື່ນໆ;
  • ການນໍາເຂົ້າສິນຄ້າ, ເຄື່ອງຂອງແຈ້ງເສຍພາສີ-ອາກອນ ຊຶ່ງມີເປົ້າໝາຍກວດກາດ້ານມູນຄ່າແຈ້ງພາສີ, ລະຫັດສິນຄ້າ, ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ການຄິດໄລ່ຄ່າພາສີ-ອາກອນ ແລະອື່ນໆ ທີ່ກ່ຽວຂ້ອງ;

ພາຍຫຼັງການກວດກາດ້ານເອກະສານ ຖ້າກວດກາຖືກຕ້ອງຄົບຖ້ວນ ໃຫ້ເຈົ້າໜ້າທີ່ພາສີຢັ້ງຢືນຜົນການກວດກາເອກະສານ, ລົງລາຍເຊັນ ແລະ ຮັບຮອງຜົນການແຈ້ງລົງໃນໃບຕິດຕາມເອກະສານ, ສົ່ງໃຫ້ຄະນະດ່ານ ເພື່ອພິຈາລະນາລົງລາຍເຊັນໃສ່ໃບແຈ້ງພາສີເປັນລາຍລະອຽດ ຕາມທີ່ໄດ້ກໍານົດໄວ້ໃນແຕ່ລະໆດັບ (ສີຂຽວ, ຟ້າ, ເຫຼືອງ, ແດງ) ຂອງບົດແນະນໍາ ສະບັບເລກທີ 10503/ກພສ, ວັນທີ 5/7/2012. ຂ້າງເທິງ

2. ເພີ່ມເນື້ອໃນເຂົ້າໃສ່ຂໍ້ 1.4 ການຊໍາລະຄ່າພາສີ ແລະ ພັນທະອື່ນ

ໃນກໍລະນີຜູ້ປະກອບການຊໍາລະຄ່າພາສີ ແລະ ພັນທະອື່ນຜ່ານລະບົບທະນາຄານ ຜູ້ປະກອບການຕ້ອງນໍາເອົາໃບເອວີ (AVIS) ທີ່ທະນາຄານອອກໃຫ້ ຍື່ນຕໍ່ຈຸງານບັນຊີ-ສະຖິຕິ ແລະ ສອບຖາມ-ສະສາງຄະດີ ເພື່ອບັນທຶກຂໍ້ມູນລົງໃນລະບົບ ແລະ ພິມໃບຢັ້ງຢືນການຊໍາລະຄ່າພາສີ ແລະ ພັນທະອື່ນອອກຈາກລະບົບ (ASYCUDA) ເພື່ອເປັນເອກະສານຄັດຕິດໃບແຈ້ງພາສີເປັນລາຍລະອຽດ. ຂ້າງເທິງ

3. ເພີ່ມເນື້ອໃນເຂົ້າໃສ່ ຂໍ້ 1.5 ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ:

ໃບແຈ້ງພາສີເປັນລາຍລະອຽດ ທີ່ໄດ້ຜ່ານບັນດາຂັ້ນຕອນການແຈ້ງພາສີດ້ວຍລະບົບອັດຕະໂນມັດ (ອາຊີກູດາ) ແມ່ນນໍາສົ່ງໃຫ້ຈຸງານກວດກາ ແລະ ຄຸ້ມຄອງສາງ ເພື່ອດໍາເນີນການກວດກາສິນຄ້າ, ເຄື່ອງຂອງຕົວຈິງ, ເຈົ້າໜ້າທີ່ພາສີ ຜູ້ຖືກແຕ່ງຕັ້ງໃຫ້ກວດປ່ອຍສິນຄ້າ ຕ້ອງໄດ້ມີຖານຂໍ້ມູນບໍລິຫານຄວາມສ່ຽງທີ່ລະບົບໄດ້ວິເຄາະ ໂດຍມີການຈັດລ້ຽງຕາມລໍາດັບ ມາດຕະການກວດກາຂອງຄວາມສ່ຽງຢ່າງເໝາະສົມ, ຄື:

  • ລະດັບໜຶ່ງ (ສີຂຽວ): ຕິດຕາມຄຸ້ມຄອງສິນຄ້າ, ເຄື່ອງຂອງຂຶ້ນ/ລົງລົດບັນທຸກສິນຄ້າ.
  • ລະດັບສອງ (ສີຟ້າ): ຕິດຕາມກວດນັບສິນຄ້າຕົວຈິງຢູ່ສາງສິນຄ້າ.
  • ລະດັບສາມ (ສີເຫຼືອງ): ຕິດຕາມກວດນັບສິນຄ້າຕົວຈິງຢູ່ສາງສິນຄ້າ ແລະ ໄຂຫີບຫໍ່ບາງສ່ວນ ຫຼື ທັງໝົດ ເພື່ອກວດກາສິນຄ້າຕົວຈິງ.
  • ລະດັບສີ່ (ສີແດງ): ຕ້ອງດໍາເນີນການກວດກາສິນຄ້າ ຕາມເຕັກນິກວິຊາການຢ່າງລະອຽດ.

-        ສິນຄ້າ, ເຄື່ອງຂອງທີ່ມີຄວາມສ່ຽງໃນລະດັບທີໜຶ່ງ, ສອງ ຫຼື ສາມ ຖ້າບໍ່ມີແຫຼ່ງຂ່າວ ຫຼື ຂໍ້ມູນສົງໃສທີ່ພາໃຫ້ມີຄວາມສ່ຽງ ໃນການລັກລອບໜີພາສີ, ເຈົ້າໜ້າທີ່ພາສີສາມາດອີງໃສ່ສະພາບສະແກນກວດກາ ດ້ວຍລະບົບສາຍແສງ (ສະແກນເນີ) ເປັນບ່ອນອີງທາງດ້ານເຕັກນິກໃນການກວດປ່ອຍສິນຄ້າ;

  • ສິນຄ້າ, ເຄື່ອງຂອງທີ່ມີຄວາມສ່ຽງໃນລະດັບທີສີ່ ເຈົ້າໜ້າທີ່ພາສີ ຕ້ອງດໍາເນີນການກວດກາຕົວຈິງ ຕາມເຕັກນິກວິຊາການຢ່າງລະອຽດ;
  • ເຈົ້າໜ້າທີ່ພາສີ ຜູ້ກວດກາສິນຄ້າ, ເຄື່ອງຂອງຕ້ອງບັນທຶກຜົນການກວດກາລົງ ໃນໃບແຈ້ງພາສີເປັນລາຍລະອຍດ ແລະ ລະບົບ, ພ້ອມທັງພິມຂໍ້ມູນສິນຄ້າ, ລົດບັນທຸກ, ລົງໃນລະບົບ ເພື່ອບັນທຶກລົງໃນໃບສັ່ງປ່ອຍ ແລະ ພິມອອກຈາກລະບົບ ເພື່ອຄັດຕິດເອກະສານໃບແຈ້ງພາສີເປັນລາຍລະອຽດ.
  • ເຈົ້າໜ້າທີ່ພາສີປະຈໍາປະຕູດ່ານ ໃຫ້ເອົາໃຈໃສ່ກວດນັບລົດບັນທຸກ ແຕ່ລະຄັນຕາມຂໍ້ມູນເອກະສານການແຈ້ງພາສີ ເພື່ອຫຼີກລ້ຽງຖິ້ມຄວາມຮັບຜິດຊອບລະຫວ່າງ ເຈົ້າໜ້າທີ່ພາສີຜູ້ກວດປ່ອຍສິນຄ້າກັບຜູ້ປະຈໍາຢູ່ປະຕູສາງ, ຈາກນັ້ນ ຈຶ່ງອະນຸຍາດໃຫ້ສິນຄ້າອອກຈາກດ່ານ ຫຼື ສາງ ແລະ ເກັບສໍາເນົາເອກະສານການແຈ້ງພາສີຕາມລະບຽບການ.

ຄໍາແນະນໍາເພີ່ມເຕີມສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ຫົວໜ້າກົມພາສີ
ອາດສະພັງທອງ ສີພັນດອນ

ນໍາສົ່ງ:

  • ບັນດາພະແນກອ້ອມຂ້າງກົມພາສີ ພະແນກລະ 1 ສະບັບ
  • ພາສີປະຈໍາເຂດໃນທົ່ວປະເທດ ເຂດລະ 1 ສະບັບ
  • ດ່ານພາສີສາກົນໃນທົ່ວປະເທດ ດ່ານລະ 1 ສະບັບ
  • ເກັບມ້ຽນສໍາເນົາ 2 ສະບັບ
# ຫົວຂໍ້ ດາວໂຫຼດ
1 Additional Guidance on Customs Clearance Processing through the Application of ASYCUDA System No. 03471/CD PDF
2 ຄໍາແນະນໍາເພີ່ມເຕີມ ວ່າດ້ວຍ ການແຈ້ງພາສີເປັນລາຍລະອຽດ ດ້ວຍລະບົບບໍລິຫານຂໍ້ມູນ ການແຈ້ງພາສີແບບອັດຕະໂນມັດ (ອາຊີກູດາ)ເລກທີ 03471/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.