ສາລະບານ

1. ຈຸດປະສົງ
2. ຄໍາອະທິບາຍໂດຍລວມ
3. ການຂຶ້ນແຜນການ ເພື່ອດໍາເນີນການກວດສອບຄືນການແຈ້ງພາສີ
4. ຂັ້ນຕອນດໍາເນີນການກວດສອບຄືນການແຈ້ງພາສີ
5. ປະເພດຂອງການກວດສອບຄືນການແຈ້ງພາສີ
6. ການແຕ່ງຕັ້ງຄະນະວິຊາການກວດສອບ ແລະ ຄວາມຮັບຜິດຊອບ
7. ເອກະສານທີ່ນໍາໃຊ້ ໃນວຽກງານການກວດສອບຄືນການແຈ້ງພາສີ
8. ການພົວພັນ ແລະ ປະສານງານ
9. ຂໍ້ຫ້າມສໍາລັບເຈົ້າໜ້າທີ່ກວດສອບ
10. ການໂຄສະນາເຜີຍແຜ່, ການຍ້ອງຍໍຊົມເຊີຍ ແລະ ມາດຕະການຕໍ່ຜູ້ທີ່ບໍ່ໃຫ້ຄວາມຮ່ວມມື
11. ການຈັດຕັ້ງປະຕິບັດ
12. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ              ເລກທີ 04170/ກພສ
ນະຄອນຫຼວງວຽງຈັນ, ວັນທີ 05 ກຸມພາ 2013

ບົດແນະນໍາຂອງຫົວໜ້າກົມພາສີ
ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດສອບຄືນການແຈ້ງພາສີ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011;
  • ອີງຕາມ ຂໍ້ຕົກລົງ ເລກທີ 2498/ກງ, ລົງວັນທີ 15 ຕຸລາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0094/ກງ, ລົງວັນທີ 14/04/2003 ວ່າດ້ວຍການອະນຸມັດສ້າງຕັ້ງພະແນກກວດຄືນການແຈ້ງພາສີ.

ຫົວໜ້າກົມພາສີອອກບົດແນະນໍາດັ່ງນີ້:

1. ຈຸດປະສົງ
ບົດແນະນໍາສະບັບນີ້ວາງອອກ ເພື່ອກໍານົດລະບຽບການ, ຂັ້ນຕອນ ແລະ ວິທີການ ໃນການດໍາເນີນການກວດສອບການແຈ້ງພາສີ ແນໃສ່ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດລະບຽບການທາງພາສີ ໃຫ້ມີຄວາມເຂັ້ມງວດ, ອໍານວຍຄວາມສະດວກທາງການຄ້າ ແລະ ຮັບປະກັນປະສິດທິຜົນ ໃນການຈັດເກັບລາຍຮັບເຂົ້າງົບປະມານຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ພ້ອມນັ້ນ ຍັງກໍານົດວິທີການດ້ານການກວດສອບເຊັ່ນ: ການຂຶ້ນແຜນການກໍານົດເປົ້າໝາຍຜູ້ປະກອບການ ທີ່ຈະຕ້ອງຖືກກວດສອບ, ການແຕ່ງຕັ້ງຄະນະວິຊາການກວດສອບ ລວມເຖິງບັນດາເອກະສານ, ການພົວພັນປະສານງານ ແລະ ບັນດາຂໍ້ຫ້າມສໍາລັບເຈົ້າໜ້າທີ່ກວດສອບ.

ເພື່ອເຮັດໃຫ້ພະນັກງານພາສີສາມາດນໍາໃຊ້ ເຂົ້າໃນວຽກງານການກວດສອບຄືນການແຈ້ງພາສີ ໃຫ້ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດພາຍໃນຂອບເຂດທົ່ວປະເທດ. ຂ້າງເທິງ

2. ຄໍາອະທິບາຍໂດຍລວມ

2.1. ການກວດສອບຄືນການແຈ້ງພາສີ ແມ່ນມາດຕະການ ແລະ ກົນໄກການຄວບຄຸມທາງພາສີ ໃນການຈັດຕັ້ງປະຕິບັດລະບຽບການ ເພື່ອຮັບປະກັນວ່າບັນດາຂໍ້ມູນ ໃນການແຈ້ງພາສີເປັນລາຍລະອຽດຖືກຕ້ອງ ແລະ ຄົບຖ້ວນ ໂດຍຜ່ານການກວດສອບ, ການສືບສວນ-ສອບສວນ ແລະ ການກວດກາບັນດາເອກະສານ, ການບັນທຶກທາງການຄ້າ, ຂໍ້ມູນທາງດ້ານການເງິນການບັນຊີຂອງຜູ້ປະກອບການ ບໍ່ວ່າຈະຢູ່ໃນສະຖານທີ່ຂອງຜູ້ປະກອບການ ຫຼື ສໍານັກງານຂອງລັດຖະການພາສີ. ພາຍຫຼັງໄດ້ທໍາການກວດປ່ອຍສິນຄ້າ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍພາສີ;

2.2. ຜູ້ປະກອບການ ຫຼື ທີ່ເຄື່ອນໄຫວດ້ານການຄ້າ ໝາຍເຖິງຜູ້ດໍາເນີນທຸລະກິດການຄ້າ, ຜູ້ແຈ້ງພາສີ ຜູ້ປະກອບການດັ່ງກ່າວອາດຈະລວມເອົາຜູ້ນໍາເຂົ້າ, ຜູ້ສົ່ງອອກ, ຜູ້ບໍລິການແຈ້ງພາສີ, ຜູ້ຂົນສົ່ງ, ຜູ້ປະກອບການສາງສິນຄ້າ, ຜູ້ປະກອບການຮ້ານຄ້າປອດພາສີ ແລະອື່ນໆທີ່ຄ້າຍຄຽງ;

2.3. ເອກະສານການກວດສອບ ປະກອບມີໃບແຈ້ງພາສີເປັນລາຍລະອຽດ (ທຸກໆເລກລະຫັດໃບແຈ້ງພາສີ) ເອກະສານປະກອບການແຈ້ງພາສີ, ສັນຍາການຊື້-ຂາຍ ລວມທັງສັນຍາອື່ນໆ ຊຶ່ງຜູ້ປະກອບການໄດ້ຈົດເຂົ້າໃສ່ໃນການແຈ້ງສິນຄ້າ, ເຄື່ອງຂອງ ແລະ ຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອດໍາເນີນການແຈ້ງຢູ່ດ່ານ ລວມທັງເອກະສານການບັນທຶກ, ເອກະສານການບັນຊີຂໍ້ມູນໃນລະບົບຄອມພິວເຕີ ແລະ ຂໍ້ມູນອື່ນໆ;

2.4. AEO (Authorized Economic Operators) ແມ່ນອົງກອນທີ່ດໍາເນີນທຸລະກິດ ຊຶ່ງລວມມີ: ຜູ້ຜະລິດ, ຜູ້ສົ່ງອອກ, ຜູ້ນໍາເຂົ້າ, ຜູ້ປະກອບການຂົນສົ່ງ, ຜູ້ບໍລິການແຈ້ງພາສີ ແລະ ອື່ນໆທີ່ໄດ້ຮັບການຢັ້ງຢືນ ໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ຈາກເຈົ້າໜ້າທີ່ຂອງປະເທດຄູ່ສັນຍາ. ຂ້າງເທິງ

3. ການຂຶ້ນແຜນການ ເພື່ອດໍາເນີນການກວດສອບຄືນການແຈ້ງພາສີ

3.1. ການຂຶ້ນແຜນການ ເພື່ອດໍາເນີນການກວດສອບຄືນການແຈ້ງພາສີ ແມ່ນການກໍານົດເປົ້າໝາຍ ຜູ້ທີ່ຈະຖືກກວດສອບ ໂດຍມີເປົ້າໝາຍຊັດເຈນເຊັ່ນ: ບັນດາຜູ້ປະກອບການທີ່ດໍາເນີນທຸລະກິດສົ່ງອອກ-ນໍາເຂົ້າ, ຜູ້ບໍລິການແຈ້ງພາສີດ ຜູ້ຂົນສົ່ງ, ຜູ້ປະກອບການສາງສິນຄ້າ, ຜູ້ປະກອບການຮ້ານຄ້າປອດພາສີ ທີ່ເຫັນວ່າມີຄວາມສ່ຽງຕໍ່ການແຈ້ງຂໍ້ມູນ ລົງໃນໃບແຈ້ງພາສີເປັນລາຍລະອຽດເຊັ່ນ: ລະຫັດສິນຄ້າ, ມູນຄ່າແຈ້ງພາສີ, ແຫຼ່ງກໍາເນີດ, ອັດຕາພາສີ-ອາກອນ ແລະຂໍ້ມູນອື່ນໆ;

3.2. ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ, ຕ້ອງເກັບກໍາ ແລະ ວິເຄາະຂໍ້ມູນ ໃນໃບແຈ້ງພາສີເປັນລາຍລະອຽດ ທີ່ຜູ້ປະກອບການໄດ້ດໍາເນີນການແຈ້ງພາສີ ຢູ່ດ່ານບ່ອນນໍາເຂົ້າ ແລະ ສົ່ງອອກສິນຄ້າ ເພື່ອສ້າງເປັນແຜນການ ແລະ ເປົ້າໝາຍໃນການກວດສອບ ໂດຍນໍາໃຊ້ຫຼັກການບໍລິຫານຄວາມສ່ຽງ. ການສ້າງແຜນການ ຕ້ອງກໍານົດເປັນອັນລະອຽດເຊັ່ນ: ແຜນການປະຈໍາງວດ, ປະຈໍາປີ, ກໍານົດເວລາໃນການກວດສອບແຕ່ລະຄັ້ງ, ກໍານົດການໃຊ້ງົບປະມານ ແລະ ຈໍານວນຜູ້ກວດສອບ ລວມທັງສະຖານທີ່ດໍາເນີນການກວດສອບ. ຂັ້ນຕອນການດໍາເນີນງານ, ການປະເມີນຜົນ ແລະ ຄາດຄະເນຜົນທີ່ຈະໄດ້ຮັບ;

3.3. ແຜນການການກວດສອບ ທີ່ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ສ້າງຂຶ້ນນັ້ນຕ້ອງນໍາສະເໜີຂັ້ນເທິງຂອງຕົນ ເພື່ອພິຈາລະນາ ແລະ ຮັບຮອງແຜນດັ່ງກ່າວ ໂດຍຫຼີກເວັ້ນການສ້າງສິ່ງກີດຂວາງ ຫຼື ສ້າງຄວາມຫຍຸ້ງຍາກຕໍ່ການດໍາເນີນທຸລະກິດ ຂອງຜູ້ປະກອບການ;

3.4. ແຜນການກວດສອບປະຈໍາງວດ, ປະຈໍາປີທີ່ຜ່ານການຮັບຮອງ ຈາກຄະນະຮັບຜິດຊອບແລ້ວນັ້ນ ຜ່ານການຈັດຕັ້ງປະຕິບັດ ຫາກເຫັນວ່າມີບາງອັນບໍ່ສອດຄ່ອງ ພະແນກກວດສອບຄືນການແຈ້ງພາສີ ຫຼື ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ຕ້ອງນໍາສະເໜີຂັ້ນເທິງທີ່ຕົນຂຶ້ນກັບ ເພຶ່ອພິຈາລະນາ ຫຼື ດັດແກ້ຕາມສະພາບຄວາມເປັນຈິງ;

3.5. ໃນກໍລະນີຮີບດ່ວນທີ່ຮັບປະກັນໄດ້ວ່າ ມີຫຼັກຖານ ແລະ ຂໍ້ມູນພຽງພໍ ພະແນກກວດສອບຄືນການແຈ້ງພາສີ ຫຼື ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ກໍສາມາດຈັດຕັ້ງປະຕິບັດການກວດສອບໄດ້ ບົນພື້ນຖານການລາຍງານໃຫ້ຂັ້ນເທິງຂອງຕົນຊາບ ກ່ອນການດໍາເນີນການກວດສອບ. ຂ້າງເທິງ

4. ຂັ້ນຕອນດໍາເນີນການກວດສອບຄືນການແຈ້ງພາສີ

4.1. ພາຍຫຼັງແຜນການດໍາເນີນການກວດສອບຄືນການແຈ້ງພາສີ ປະຈໍາງວດ, ປະຈໍາປີທີ່ໄດ້ຜ່ານການຮັບຮອງແລ້ວນັ້ນ ພະແນກກວດສອບຄືນການແຈ້ງພາສີ, ເຈົ້າໜ້າທີ່ກວດສອບຄືນການແຈ້ງພາສີປະຈໍາເຂດ, ຕ້ອງໄດ້ອອກໜັງສືແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ທີ່ນອນໃນເປົ້າໝາຍຖືກກວດສອບນັ້ນ ຊາບລ່ວງໜ້າ 10 ວັນລັດຖະການ ເພື່ອໃຫ້ມີເວລາພຽງພໍ ໃນການກະກຽມບັນດາເອກະສານ ແລະ ສາມາດເຂົ້າຮ່ວມການກວດສອບ.

4.2. ໜັງສືແຈ້ງການເຖິງເປົ້າໝາຍທີ່ຈະຖືກກວດສອບນັ້ນ ຕ້ອງກໍານົດໃຫ້ຊັດເຈນເຊັ່ນ: ວັນທີ່ເລີ່ມກວດສອບ, ເວລາ ແລະ ສະຖານທີ່ກວດສອບ, ເອກະສານຕ່າງໆ, ລວມເຖິງບຸກຄົນທີ່ຕ້ອງເຂົ້າຮ່ວມເຊັ່ນ: ຜູ້ອໍານວຍການ, ນາຍບັນຊີ, ນາຍສາງ, ນາງສາງເຫລົ່ານີ້ເປັນຕົ້ນ;

4.3. ໃນເມື່ອຜູ້ປະກອບການ (ຜູ້ຖືກກວດສອບ) ໄດ້ຮັບແຈ້ງການແລ້ວ ແຕ່ເນື່ອງຈາກບໍ່ມີຄວາມພ້ອມ ໃຫ້ເຈົ້າໜ້າທີ່ພາສີກວດສອບໄດ້ ດ້ວຍເຫດຜົນໃດໜຶ່ງ. ຜູ້ຖືກກວດສອບສາມາດຮ້ອງຂໍເລື່ອນເວລາ ໃນການກວດສອບ ໃນເວລາ 03 ວັນດັ່ງກ່າວນີ້ ໃຫ້ຖືວ່າຜູ້ປະກອບການເຫັນດີ ແລະ ອະນຸຍາດໃຫ້ເຈົ້າໜ້າທີ່ພາສີ ສາມາດດໍາເນີນການກວດສອບໄດ້;

4.4. ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ພາຍຫຼັງໄດ້ພິຈາລະນາຄໍາຮ້ອງຂໍ ເລື່ອນໄລຍະເວລາການກວດສອບ ຂອງຜູ້ປະກອບການແລ້ວ ຫາກມີເຫດຜົນພຽງພໍກໍສາມາດເລື່ອນເວລາໄດ້ 01 ຄັ້ງ ແຕ່ບໍ່ໃຫ້ເກີນ 15 ວັນລັດຖະການ. ພ້ອມຕ້ອງແຈ້ງຕອບຜູ້ຮ້ອງຂໍ ຢ່າງເປັນລາຍລັກອັດສອນ;

4.5. ການດໍາເນີນການກວດສອບຄືນການແຈ້ງພາສີ ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ສາມາດດໍາເນີນການກວດສອບຄືນການແຈ້ງພາສີ ຢູ່ຫ້ອງການຂອງຕົນ ຫຼື ຢູ່ສະຖານທີ່ບ່ອນດໍາເນີນທຸລະກິດຂອງຜູ້ປະກອບການກໍໄດ້;

ແຕ່ການດໍາເນີນການກວດສອບຄືນການແຈ້ງພາສີ ຢູ່ສະຖານທີ່ຂອງຜູ້ປະກອບການ ແມ່ນຕ້ອງດໍາເນີນໃຫ້ສໍາເລັດພາຍໃນ (ສິບວັນລັດຖະການ) ໃນກໍລະນີບໍ່ສໍາເລັດ ກໍສາມາດຕໍ່ໄລຍະເວລາການກວດສອບຄືນໄດ້ອີກ 01 ຄັ້ງ ພາຍໃນ (ສິບວັນລັດຖະການ) ບົນພື້ນຖານການເຫັນດີເປັນເອກະພາບກັບຜູ້ປະກອບການ;

4.6. ພາຍຫຼັງດໍາເນີນການກວດສອບຄືນການແຈ້ງພາສີແລ້ວ ເຈົ້າໜ້າທີ່ຜູ້ຮັບຜິດຊອບໃນການກວດສອບ ຕ້ອງສັງລວມເປັນບົດບັນທຶກຜົນການກວດສອບເບື້ອງຕົ້ນ ແລ້ວສົ່ງໃຫ້ຜູ້ຖືກກວດສອບ (ຜູ້ປະກອບການ) ໄດ້ປະກອບຄໍາເຫັນ ພາຍໃນກໍານົດ (ຫ້າວັນລັດຖະການ) ໃນກໍລະນີບໍ່ມີຄໍາເຫັນໃດໆເພີ່ມເຕີມ ຈາກຜູ້ຖືກກວດສອບຢ່າງເປັນລາຍລັກອັກສອນ ໃຫ້ຖືວ່າຜູ້ຖືກກວດສອບແມ່ນເຫັນດີ ຕໍ່ບົດບັນທຶກຜົນກວດສອບເບື້ອງຕົ້ນ;

4.7. ຜົນຂອງການກວດສອບຄືນການແຈ້ງພາສີ ຕ້ອງມີລາຍເຊັນຢັ້ງຢືນຈາກທັງສອງຝ່າຍ ຄືຜູ້ກວດສອບ ແລະ ຜູ້ຖືກກວດສອບ ໂດຍເຮັດເປັນ 03 ສະບັບ:

01 ສະບັບ ມອບໃຫ້ຜູ້ຖືກກວດສອບ
01 ສະບັບ ເຈົ້າໜ້າທີ່ຜູ້ກວດສອບ
01 ສະບັບ ແມ່ນຄັດຕິດເອກະສານລາຍງານໃຫ້ຂັ້ນເທິງ ທີ່ຮັບຜິດຊອບວຽກງານກວດສອບຄືນການແຈ້ງພາສີ ປະຈໍາເຂດ ຫຼື ພະແນກກວດສອບຄືນການແຈ້ງພາສີ ເພື່ອໃຊ້ຕາງລາຍງານ ແລະ ຂໍທິດຊີ້ນໍາໃນທາງປະຕິບັດ. ຂ້າງເທິງ

5. ປະເພດຂອງການກວດສອບຄືນການແຈ້ງພາສີ ປະກອບມີ 02 ປະເພດ:

5.1. ການກວດສອບຄືນການແຈ້ງພາສີແບບປົກກະຕິ
ແມ່ນການກວດສອບຄືນການແຈ້ງພາສີ ຕາມແຜນການທີ່ຜ່ານການຮັບຮອງ ຕາມແຜນການປີ, ງວດ ແລະ ເດືອນ ແລະ ມີກໍານົດເວລາ, ສະຖານທີ່ອັນແນ່ນອນ ໂດຍມີການແຈ້ງຢ່າງເປັນລາຍລັກອັກສອນ ໃຫ້ເປົ້າໝາຍຜູ້ຖືກກວດສອບ ຊາບລ່ວງໜ້າ ແລະ ໄດ້ຮັບການຕອບຮັບກ່ອນການດໍາເນີນກວດສອບ ຊຶ່ງການກວດສອບດັ່ງກ່າວ ສາມາດດໍາເນີນຢູ່ພາຍໃນຫ້ອງການຂອງ ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ແລະ/ຫຼື ສະຖານທີ່ຂອງຜູ້ປະກອບການ.

5.2. ການກວດສອບຄືນການແຈ້ງພາສີ ໃນກໍລະນີຮີບດ່ວນ
ແມ່ນການກວດສອບຄືນການແຈ້ງພາສີ ພາຍຫຼັງກວດປ່ອຍສິນຄ້າອອກຈາກສາງໃນທັນໃດ ໂດຍການກວດສອບດັ່ງກ່າວບໍ່ໄດ້ກໍານົດໄວ້ ໃນແຜນການຂອງການກວດສອບ. ຊຶ່ງຮູບແບບການກວດສອບແມ່ນອີງໃສ່ບັນດາຂໍ້ມູນ ຊຶ່ງໄດ້ມາຈາກການວິເຄາະຂໍ້ມູນ ໃນລະບົບ ASYCUDA ຫຼື ຂໍ້ມູນອື່ນໆຊຶ່ງກ່ຽວກັບລາຄາແຈ້ງພາສີ, ການຈັດເລກລະຫັດສິນຄ້າ, ແຫຼ່ງກໍາເນີດສິນຄ້າ, ການແຈ້ງຊະນິດ ແລະ ຈໍານວນສິນຄ້າບໍ່ຖືກກັບຄວາມຈິງ. ເຈົ້າໜ້າທີ່ກວດສອບຄືນການແຈ້ງພາສີ ສາມາດລົງກວດສອບຢູ່ສະຖານທີ່ຂອງຜູ້ປະກອບການ, ສາງສິນຄ້າ ຫຼື ສະຖານທີ່ຈໍາໜ່າຍສິນຄ້າ, ເຄື່ອງຂອງ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດສອບຊາບລ່ວງໜ້າ (ພາຍຫຼັງສໍາເລັດການກວດສອບ ຄະນະວິຊາການກວດສອບ ຕ້ອງລາຍງານຜົນການກວດສອບຢ່າງເປັນລາຍລັກອັກສອນ ໃຫ້ຂັ້ນເທິງຂອງຕົນຊາບ ພາຍໃນ 24 ຊົ່ວໂມງ). ຂ້າງເທິງ

6. ການແຕ່ງຕັ້ງຄະນະວິຊາການກວດສອບ ແລະ ຄວາມຮັບຜິດຊອບ

6.1. ຄະນະວິຊາການກວດສອບຄືນການແຈ້ງພາສີ ທີ່ຈະລົງກວດສອບຢູ່ສະຖານທີ່ ດໍາເນີນທຸລະກິດຂອງຜູ້ປະກອບການ ປະກອບດ້ວຍ 03 ທ່ານ ເປັນຢ່າງໜ້ອຍ.

  • ຫົວໜ້າກົມພາສີປະຈໍາເຂດ ເປັນຜູ້ແຕ່ງຕັ້ງຄະນະວິຊາການກວດສອບ ໃນແຕ່ລະເຂດ (ຂັ້ນທ້ອງຖິ່ນ);
  • ກົມພາສີ, ຫົວໜ້າພະແນກກວດສອບຄືນການແຈ້ງພາສີ ເປັນຜູ້ແຕ່ງຕັ້ງຄະນະວິຊາການກວດສອບ (ຂັ້ນສູນກາງ).

6.2. ຄວາມຮັບຜິດຊອບຂອງການກວດສອບຄືນການແຈ້ງພາສີ (ຂັ້ນສູນກາງ)
ພະແນກກວດສອບຄືນການແຈ້ງພາສີ ມີໜ້າທີ່ຊີ້ນໍາທາງດ້ານເຕັກນິກວິຊາການກວດສອບ ໂດຍລວມ, ໃນຂອບເຂດທົ່ວປະເທດ ໂດຍການລົງສົມທົບຕິດຕາມໃຫ້ຄໍາແນະນໍາ ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ, ພະແນກກວດສອບຄືນການແຈ້ງພາສີ (ຂັ້ນສູນກາງ) ຮັບຜິດຊອບຄຸ້ມຄອງການກວດສອບສິນຄ້າ, ເຄື່ອງຂອງບາງປະເພດຄື:

  1. ສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ ແລະ ສິນຄ້າຊັ້ນສູງຟຸມເຟືອຍ;
  2. ການນໍາເຂົ້າທີ່ໄດ້ຮັບສິດທິພິເສດ ທາງດ້ານອັດຕາພາສີ-ອາກອນ ແລະ ການນໍາເຂົ້າຕາມກົດໝາຍສົ່ງເສີມການລົງທຶນເຊັ່ນ: ການນໍາເຂົ້າຊົ່ວຄາວ, ຫຼຸດຜ່ອນ, ຍົກເວັ້ນບາງປະເພດສິນຄ້າທີ່ຂັ້ນສູນກາງຄຸ້ມຄອງ.

6.3. ຄວາມຮັບຜິດຊອບຂອງໜ່ວຍງານກວດສອບຄືນການແຈ້ງພາສີປະຈໍໍາເຂດ (ຂັ້ນທ້ອງຖິ່ນ)
ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ແມ່ນຮັບຜິດຊອບຂຶ້ນແຜນ ແລະ ດໍາເນີນການກວດສອບສິນຄ້າ, ເຄື່ອງຂອງທຸກປະເພດ ນອກຈາກທີ່ບໍ່ໄດ້ກໍານົດໄວ້ໃນ ຂໍ້ 6.2 ຂ້າງເທິງ.

ໃນກໍລະນີການນໍາເຂົ້າສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກກວດສອບຄືນການແຈ້ງພາສີ (ຂັ້ນສູນກາງ) ແຕ່ຜູ້ປະກອບການຫາກມີທີ່ຕັ້ງວິສາຫະກິດ ຫຼື ສໍານັກງານທີ່ຂຶ້ນກັບພາສີປະຈໍາເຂດ, ເພື່ອຄວາມສະດວກໃຫ້ແກ່ການກວດສອບ, ພະແນກກວດສອບຄືນການແຈ້ງພາສີ ຕ້ອງສະໜອງບັນດາຂໍ້ມູນ, ມີການປະສານສົມທົບກັບ ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ໂດຍມີການຕົກລົງອອກແຈ້ງການ ຢ່າງເປັນລາຍລັກອັກສອນ ເພື່ອມອບໝາຍໃຫ້ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ເປັນຜູ້ດໍາເນີນການກວດສອບ, ພາຍຫຼັງສໍາເລັດການກວດສອບແລ້ວ ໜ່ວຍງານດັ່ງກ່າວ ຕ້ອງສົ່ງບົດລາຍງານຜົນຂອງການກວດສອບ ໃຫພະແນກກວດສອບຄືນການແຈ້ງພາສີ ພາຍໃນກໍານົດ 07 ວັນລັດຖະການ. ຂ້າງເທິງ

7. ເອກະສານທີ່ນໍາໃຊ້ ໃນວຽກງານການກວດສອບຄືນການແຈ້ງພາສີ

7.1. ເພື່ອຄວາມເປັນເອກະພາບ ແລະ ການເກັບກໍາສັງລວມຂໍ້ມູນ, ການສະເໜີ ແລະ ການລາຍງານທີ່່ກ່ຽວກັບ ວຽກງານການກວດສອບຄືນການແຈ້ງພາສີ. ມອບໃຫ້ພະແນກກວດສອບຄືນການແຈ້ງພາສີ ເປັນຜູ້ກໍານົດບັນດາຮ່າງແບບຟອມເອກະສານຕ່າງໆ ໃນຮູບແບບອັນດຽວ ເພື່ອຮັບປະກັນການຈັດັຕ້ງປະຕິບັດ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ;

7.2. ບັນດາສໍາເນົາເອກະສານຕ່າງໆ ພາຍຫຼັງໄດ້ຜ່ານການກວດສອບຄືນແລ້ວເຊັ່ນ: ໃບແຈ້ງພາສີເປັນລາຍລະອຽດສະເພາະ ປະເພດພາຫະນະໃຫ້ເກັບຮັກສາໄວ້ຢ່າງໜ້ອຍ 10 ປີ (ສິບປີ).

  • ບັນດາເອກະສານທີ່ກ່ຽວຂ້ອງ ແລະ ໃບແຈ້ງພາສີເປັນລາຍລະອຽດສະເພາະສິນຄ້າປະເພດອື່ນໆ ໃຫ້ເກັບຮັກສາໄວ້ຕື່ມອີກ 01 ປີ; ຫຼັງຈາກນັ້ນ ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ສາມາດສະເໜີຫົວໜ້າພາສີປະຈໍາເຂດ ເພື່ອທໍາລາຍຕາມຄວາມເໝາະສົມ. ຂ້າງເທິງ

8. ການພົວພັນ ແລະ ປະສານງານ

8.1. ເພື່ອຮັບປະກັນ ແລະ ສ້າງເງື່ອນໄຂ ໃນການເກັບກໍາບັນດາຂໍ້ມູນຕ່າງໆ ພະແນກກວດສອບຄືນການແຈ້ງພາສີ ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ຕ້ອງປະສານສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງເຊັ່ນ: ດ່ານພາສີຊາຍແດນ, ໜ່ວຍງານຕ້ານ ແລະ ສະກັດກັ້ນ, ໜ່ວຍງານ ICT ແລະ ໜ່ວຍງານອື່ນໆ ເພື່ອເກັບກໍາຂໍ້ມູນ ກ່ອນດໍາເນີນການກວດສອບຄືນການແຈ້ງພາສີ;

8.2. ນອກຈາກການປະສານງານພາຍໃນ ຂະແໜງການພາສີແລ້ວ ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ຍັງຈະຕ້ອງພົວພັນປະສານງານບັນດາຂະແໜງການກ່ຽວຂ້ອງເຊັ່ນ: ກົມບັນຊີ, ກົມສ່ວຍສາອາກອນ, ທະນາຄານ ຜູ້ດໍາເນີນການຂົນສົ່ງ ແລະ ປະກັນໄພ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ຂະແໜງການອື່ນໆ ເພື່ອເກັບກໍາສັງລວມຂໍ້ມູນຂອງເປົ້າໝາຍຜູ້ຖືກກວດສອບ. ຂ້າງເທິງ

9. ຂໍ້ຫ້າມສໍາລັບເຈົ້າໜ້າທີ່ກວດສອບ

9.1. ນອກຈາກຂໍ້ຫ້າມທີ່ລະບຸໄວ່ໃນ ມາດຕາ 84 ຂອງກົດໝາຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັຍວາ 2011.

ຂໍ້ຫ້າມຕົ້ນຕໍ ສໍາລັບນັກກວດສອບການແຈ້ງພາສີມີດັ່ງນີ້:

  1. ຫ້າມລາຍງານກ່ຽວກັບວຽກງານການກວດສອບຄືນ ບໍ່ຖືກຕ້ອງກັບຄວາມຈິງ ໂດຍເຂດຕະນາ;
  2. ຫ້າມເປີດເຜີຍຄວາມລັບດ້ານວິຊາການກວດສອບຄືນການແຈ້ງພາສີ ຫຼື ຂໍ້ມູນກ່ຽວກັບຜົນການກວດສອບ ໂດຍບໍ່ໄດ້ຮັບອະນຸຍາດ;
  3. ຫ້າມເປີດເຜີຍຂໍ້ມູນທາງການຄ້າ ແລະ ການເງິນຂອງຜູ້ຖືກກວດສອບ ໂດຍບໍ່ໄດ້ຮັບອະນຸຍາດ;
  4. ຫ້າມໃສ່ຄວາມບໍ່ຈິງ, ນາບຂູ່ ຫຼື ສ້າງຄວາມຫຍຸ້ງຍາກແກ່ຜູ້ຖືກກວດສອບ. ຂ້າງເທິງ

10. ການໂຄສະນາເຜີຍແຜ່, ການຍ້ອງຍໍຊົມເຊີຍ ແລະ ມາດຕະການຕໍ່ຜູ້ທີ່ບໍ່ໃຫ້ຄວາມຮ່ວມມື

10.1. ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ຕ້ອງເອົາໃຈໃສ່ເຜີຍແຜ່ ແນະນໍາລະບຽບການທາງພາສີ, ຂໍ້ກໍານົດກົດລະບຽບ, ພັນທະໜ້າທີ່ຂອງຜູ້ປະກອບການຕໍ່ວຽກງານ ການກວດສອບຄືນການແຈ້ງພາສີ ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມຮ່ວມມືໃນທາງປະຕິບັດຢ່າງຕໍ່ເນື່ອງ.

10.2. ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງາພສີປະຈໍາເຂດ ຕ້ອງເກັບກໍາສັງລວມບັນດາສະຖິຕິຂອງຜູ້ປະກອບການ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ຕິດຕາມການເຄື່ອນໄຫວ ແລະ ສັງລວມຂໍ້ມູນອື່ນໆ ກ່ຽວກັບການປະຕິບັດລະບຽບກົດໝາຍທາງພາສີ ແລະ ກົດໝາຍອື່ນໆ ເພື່ອສະໜອງໃຫ້ແກ່ວຍກງານບໍລິຫານຄວາມສ່ຽງ, ນໍາສະເໜີຂັ້ນເທິງ ເພື່ອຍ້ອງຍໍຊົມເຊີຍຜູ້ປະກອບການທີ່ປະຕິບັດລະບຽບກົດໝາຍໄດ້ດີ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານ AEO (Authorized Economic Operators) ໃນຕໍ່ໜ້າ.

10.3. ພະແນກກວດສອບຄືນການແຈ້ງພາສີ, ໜ່ວຍງານກວດສອບຄືນການແຈ້ງພາສີປະຈໍາເຂດ ຕ້ອງເອົາໃຈໃສ່ປະຕິບັດມາດຕະການຕໍ່ຜູ້ກະທໍາຜິດທາງພາສີ ຕາມທີ່ລະບຸໄວ້ໃນກົດໝາຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ຢ່າງເຂັ້ມງວດ, ນໍາສະເໜີກົມພາສີ ເພື່ອປະຕິບັດມາດຕະການທາງບໍລິຫານ ໂດຍອອກແຈ້ງການໂຈະການນໍາເຂົ້າສິນຄ້າ, ເຄື່ອງຂອງເປັນການຊົ່ວຄາວ ຕໍ່ຜູ້ປະກອບການທີ່ບໍ່ໃຫ້ຄວາມຮ່ວມມື ໃນການກວດສອບ ແລະ ຄ້າງຊໍາລະຄ່າພາສີ+ອາກອນຜິດດ່ຽງ. ຂ້າງເທິງ

11. ການຈັດຕັ້ງປະຕິບັດ
ມອບໃຫ້ພະແນກອ້ອມຂ້າງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ, ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນທຸລະກິດການນໍາເຂົ້າ-ສົ່ງອອກສິນຄ້າ, ຜູ້ຂົນສົ່ງ, ຜູ້ບໍລິການແຈ້ງພາສີ, ຜູ້ບໍລິການສາງ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດບົດແນະນໍາສະບັບນີ້ ຕາມໜ້າທີ່ຂອງໃຜລາວຢ່າງເຂັ້ມງວດ. ຂ້າງເທິງ

12. ຜົນສັກສິດ
ບົດແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ຫົວໜ້າກົມພາສີ
ອາດສະພັງທອງ ສີພັນດອນ

 

# ຫົວຂໍ້ ດາວໂຫຼດ
1 Director General of Customs Guidance on the Implementation of Post Clearance Audit (PCA) No. 04170/CD PDF
2 ບົດແນະນໍາ ຂອງຫົວໜ້າກົມພາສີ ວ່າດ້ວຍ ການຈັດຕັ້ງປະຕິບັດ ວຽກງານກວດສອບຄືນ ການແຈ້ງພາສີ, ເລກທີ 04170/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.