ກົມພາສີ, ກະຊວງການເງິນ ອອກຄຳແນະນຳເພີ່ມເຕີມ ວ່າດ້ວຍການແຈ້ງພາສີແບບອັດຕະໂນມັດ (ASYCUDA) ສະບັບເລກທີ 03471/ກພສ, ລົງວັນທີ 15 ມັງກອນ 2013 ເພື່ອອະທິບາຍ ເພີ່ມເຕີມບາງເນື້ອໃນຂອງ ບົດແນະນໍາ ສະບັບເລກທີ 10503/ກພສ, ລົງວັນທີ 5/6/2012 ຮັບປະກັນການຈັດຕັ້ງປະຕິບັດ ການແຈ້ງພາສີດ້ວຍລະບົບອັດຕະໂນມັດ (ASYCUDA) ໃຫ້ມີຄວາມສະດວກ ແລະ ກົມກຽວກັບຂັ້ນຕອນຂອງຂະແໜງການກ່ຽວຂ້ອງ ໃນການຊຳລະພາສີ-ອາກອນ ຜ່ານລະບົບຄັງເງິນແຫ່ງຊາດ ແລະ ທະນາຄານ ເພື່ອໃຫ້ສາມາດສະຫຼຸບສົມທຽບກັບບັນຊີລາຍຮັບ, ພ້ອມນັ້ນ ຍັງມີຂັ້ນຕອນດຳເນີນການກວດກາເອກະສານ, ລະບົບການວິເຄາະຄວາມສ່ຽງ ໃນການແຈ້ງພາສີເປັນລາຍລະອຽດ (ສີຂຽວ, ຟ້າ, ເຫລືອງ ແລະ ແດງ) ແລະ ການກວດກາສິນຄ້າ/ເຄື່ອງຂອງ ຕົວຈິງ ໃຫ້ສອດຄ່ອງຕາມກົດໝາຍພາສີ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.