ກົມພາສີໄດ້ເຮັດໜັງສືແຈ້ງຫາກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 00699/ກພສ, ລົງວັນທີ 19 ຕຸລາ 2012 ເພື່ອໃຫ້ພິຈາລະນາອອກໃບອະນຸຍາດນຳເຂົ້າພາຫະນະ, ນໍ້າມັນເຊື້ອໄຟ ແລະ ສິນຄ້າປະເພດລັດຄວບຄຸມ ທີ່ມີຂໍ້ຕົກລົງຮອງຮັບແຜນນຳເຂົ້າປະຈຳປີແລ້ວ ໂດຍບໍ່ຈຳເປັນຕ້ອງມີໜັງສືສະເໜີຈາກກົມພາສີ ເພື່ອສ້າງຄວາມສະດວກ ແລະ ວ່ອງໄວໃຫ້ແກ່ຜູ້ປະກອບການ. ກົມພາສີ ໄດ້ຢຸດຕິການເຮັດໜັງສືສະເໜີດັ່ງກ່າວ ນັບແຕ່ວັນທີ 1 ພະຈິກ 2012 ເປັນຕົ້ນມາ ແລະ ສະເໜີໃຫ້ມີການພິຈາລະນາອອກອະນຸຍາດນຳເຂົ້າສິນຄ້າປະເພດດັ່ງກ່າວ ຕາມລະບຽບການທີ່ກ່ຽວຂ້ອງ ໂດຍອີງໃສ່: (1) ສຳຫລັບຂັ້ນລັດຖະບານ: ແມ່ນໃຫ້ພິຈາລະນາຕາມແຈ້ງການຂອງລັດຖະບານ ແລະ (2) ສຳຫລັບການລົງທຶນຂັ້ນສູນກາງ: ແມ່ນໃຫ້ພິຈາລະນາຕາມຂໍ້ຕົກລົງຮັບຮອງແຜນນຳເຂົ້າປະຈຳປີຂອງລັດຖະມົນຕີກະຊວງການເງິນ ແລະ ສະໂນດນຳສົ່ງຂໍ້ຕົກລົງຂອງກົມພາສີ.

ລາຍລະອຽດຂອງໜັງສືສະບັບເລກທີ 00699/ກພສ, ລົງວັນທີ 19 ຕຸລາ 2012 ດັ່ງກ່າວສາມາດດາວໂຫລດໄດ້ຢູ່ຂ້າງລຸ່ມນີ້ 

# ຫົວຂໍ້ ດາວໂຫຼດ
1 The issue of import permits for vehicle, petrol and goods under government control with an approved annual import plan. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.