ກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຮັດໜັງສືແຈ້ງຫາ ກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກົມພາສີ, ກະຊວງການເງິນ ແລະ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງກ່ຽວກັບ ການອະນຸຍາດນຳເຂົ້າວັດຖຸ, ອຸປະກອນ, ພາຫະນະ, ແລະ ນໍ້າມັນເຊື້ອໄຟ ເພື່ອມາຮັບໃຊ້ການກໍ່ສ້າງໂຄງການພະລັງງານ ທີ່ພັດທະນາໂດຍ ພາກເອກະຊົນ ແມ່ນມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກພິຈາລະນາໂດຍກົງເລີຍ ໂດຍບໍ່ຈຳເປັນຕ້ອງການຂະແໜງການພະລັງງານ ຖ້າວ່າໂຄງການດັ່ງກ່າວນັ້ນ ຫາກມີແຜນນຳເຂົ້າ ທີ່ກະຊວງການເງິນໄດ້ຮັບຮອງແລ້ວ, ເຊິ່ງຈະເລີ່ມປະຕິບັດ ນັບແຕ່ວັນທີ 1 ມັງກອນ 2013 ເປັນຕົ້ນໄປ. ຖ້າບໍລິສັດຕ້ອງການນໍາເຂົ້າ ບາງລາຍການສິນຄ້າ ທີ່ບໍ່ມີໃນແຜນນໍາເຂົ້າ ບໍລິສັດດັ່ງກ່າວ ຕ້ອງສະເໜີຜ່ານ ກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຢັ້ງຢືນ ຄວາມຈຳເປັນຂອງວັດຖຸສິ່ງຂອງຕາມແຕ່ລະກໍລະນີຄວາມຈຳເປັນ ຈິ່ງສາມາດດຳເນີນການຂໍອະນຸຍາດນຳເຂົ້າ ຕາມຂັ້ນຕອນທີ່ເຄີຍປະຕິບັດຜ່ານມາ.

ລາຍລະອຽດຂອງໜັງສືສະບັບເລກທີ 1474/ພບ.ກທພ, ລົງວັນທີ 18 ທັນວາ 2012 ດັ່ງກ່າວສາມາດດາວໂຫລດໄດ້ຢູ່ຂ້າງລຸ່ມນີ້ 

# ຫົວຂໍ້ ດາວໂຫຼດ
1 Reducing import permits procedures for materials, equipment, vehicle and petrol used in energy projects of the private sector. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.