ພະແນກການຄ້າກິ່ງແຂວງສິບສອງພັນນາ ແຂວງຢູນນານແຫ່ງ ສປ ຈີນ ໄດ້ເຮັດໜັງສືແຈ້ງມາຍັງພະແນກອຸດສາຫະກຳ ແລະ ການຄ້າແຂວງຫລວງນໍ້າທາ, ສ ປປລາວ ກ່ຽວກັບລະບຽບການນຳເຂົ້າສິນຄ້າກະສິກຳ: ສາລີ ແລະ ເຂົ້າສານ ຂອງສປ ຈີນ ໂດຍທົ່ວໄປ ຜູ້ນຳເຂົ້າຕ້ອງໄດ້ ແຈ້ງສິນຄ້ານຳເຂົ້າ ນຳເຈົ້າໜ້າທີ່ CIQ ແລະ ພາສີປະຈຳດ່ານ ໂດຍຜ່ານ 3 ຮູບແບບຄື:  

  1. ຮູບແບບທຳມະດາ: ການນຳເຂົ້າພາຍໃຕ້ພາສີໃນໂກຕ້າ ແລະ ນອກໂກຕ້າ
  • ພາສີນໍາເຂົ້າໃນໂກຕ້າ 1%ສໍາຫລັບສາລີ (ແຫ້ງ, ເປັນເມັດ), ສາລີທໍາມະດາ ແລະ ເຂົ້າສານ (ເຂົ້າເປືອກ)
  •  ນຳເຂົ້ານອກໂກຕ້າຕ້ອງໄດ້ເສຍພາສີນຳເຂົ້າບວກກັບພາສີມູນຄ້າເພີ່ມຄື: 20% ສຳຫລັບສາລີ(ແຫ້ງ, ເປັນເມັດ),  65%ສໍາຫລັບ ສໍາຫລັບສາລີທໍາມະດາ ແລະ ເຂົ້າສານ (ເຂົ້າເປືອກ) ພ້ອມທັງບວກກັບ ພາສີມູນຄ່າເພີ່ມ 13%
  1. ການນຳເຂົ້າສາລີ ແລະ ເຂົ້າສານທີ່ຢູ່ໃນໂຄງການປູກພືດທົດແທນການປູກຝິ່ນນັ້ນ ແມ່ນບໍ່ໄດ້ເສຍພາສີຂາເຂົ້າ ແລະ ພາສີມູນຄ່າເພີ່ມ
  2. ສຳຫລັບການນຳເຂົ້າໃນຮູບແບບການຄ້າຊາຍແດນ (ແບບປະຊາຊົນແລກປ່ຽນ) ແມ່ນອະນຸຍາດໃຫ້ນຳເຂົ້າ 50 ກິໂລກຼາມຕໍ່ຄົນຕໍ່ວັນ ໂດຍຍົກເວັ້ນພາສີ

ການນຳເຂົ້າແມ່ນຕ້ອງຜ່ານດ່ານສາກົນບໍ່ຫານ, ແຕ່ຖ້າຕ້ອງຜ່ານດ່ານທ້ອງຖິ່ນເມືອງມາງຜູ້ນຳເຂົ້າຕ້ອງແຈ້ງເຈົ້າໜ້າທີ່ CIQ ແລະ ພາສີປະຈຳດ່ານບໍ່ຫານລ່ວງໜ້າຕາມຂັ້ນຕອນ

ທ່ານສາມາດດາວໂຫລດຂໍ້ມູນລະອຽດໄດ້ຂ້າງລຸ່ມນີ້              

# ຫົວຂໍ້ ດາວໂຫຼດ
1 Export of some Agricultural products to China through traditional border check-points, Yunnan Province. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.