ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນນາມເປັນຫ້ອງການປະຈຳການ ຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດ ກອງປະຊຸມກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ເພື່ອຮັບຮອງແນວທາງ ປັບປຸງຂັ້ນຕອນ ທາງດ້ານການຄ້າ ໃຫ້ມີຄວາມງ່າຍດາຍ ແລະ ກົມກຽວຂື້ນ ໃນວັນທີ 25 ມີນາ 2013​ ທີ່ໂຮງແຮມເມີກຽວ, ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າກອງເລຂາຄະນະອຳນວຍຄວາມສະດວກທາງດ້ານການຄ້າ, ໂດຍໄດ້ເຊື້ອເຊີນ ບັນດາສະມາຊິກ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຂະແໜງ ອື່ນໆ ທີ່ເຮັດວຽກປິ່ນອ້ອມວຽກງານອຳນວຍຄວາມສະດວກທາງດ້ານການຄ້າ. ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຮັບຮອງແນວທາງປັບປຸງ ຂັ້ນຕອນ ທາງດ້ານການຄ້າໃຫ້ມີຄວາມງ່າຍດາຍ ແລະ ກົມກຽວ.

ໂດຍແນ່ໃສ່ການຫັນເປັນອັດຕະໂນມັດ ເພື່ອຊ່ວຍໃຫ້ຜູ້ດຳເນີນການຄ້າ ສາມາດຍື່ນໃບຄໍາຮ້ອງຂໍໃບອະນຸຍາດ ນຳກົມນຳເຂົ້າ ແລະ ສົ່ງອອກ ແລະ ຂະແໜງການລັດຖະບານອື່ນໆ ໂດຍຜ່ານອິນເຕີ້ເນັດ. ທັງນີ້ກໍ່ເພື່ອ ເຮັດໃຫ້ການດຳເນີນຂະບວນການ ອອກອະນຸຍາດນຳເຂົ້າ-ສົ່ງອອກ ມີຄວາມສະດວກ, ງ່າຍດາຍ, ວ່ອງໄວ, ໂປ່ງໃສ ແລະ ເປັນລະບົບ, ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຈຳນວນເອກະສານທີ່ບໍ່ຈຳເປັນ, ການນຳສະເໜີລະບົບອັດຕະໂນມັດ ຢູ່ແຕ່ລະຂະແໜງ ອາດຈະເປັນວິທີ ເຊື່ອມໂຍງຖານຂໍ້ມູນລະຫວ່າງຂະແໜງການ ທີ່ມີປະສິດທິຜົນສູງສຸດ. ທັງໝົດນັ້ນ ເປັນບາດກ້າວ ອັນສຳຄັນ ຂອງການສ້າງລະບົບ ແຈ້ງເອກະສານປະຕູດຽວແຫ່ງຊາດ ຫລື Lao National Single Window (LNSW).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.