ສາລະບານ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການອະທິບາຍຄຳສັບ
ມາດຕາ 3. ເງື່ອນໄຂຂອງການເປັນຜູ້ສົ່ງອອກທີ່ໄດ້ສິດ
ມາດຕາ 4. ຂັ້ນຕອນຂອງການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ
ມາດຕາ 5. ໜ້າທີ່ຂອງຜູ້ສົ່ງອອກທີ່ໄດ້ສິດ
ມາດຕາ 6. ຂອບເຂດສິດໃນການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ
ມາດຕາ 7. ມາດຕະການຕໍ່ຜູ້ສົ່ງອອກທີ່ໄດ້ສິດ
ມາດຕາ 8. ການເກັບມ້ຽນເອກະສານ ແລະ ການເກັບຮັກສາຂໍ້ມູນ
ມາດຕາ 9. ການຈັດຕັ້ງປະຕິບັດ
ມາດຕາ 10. ຜົນສັກສິດ

_____________________________________________________________________________________

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ               ເລກທີ 0442/ ອຄ.
ນະຄອນຫລວງວຽງຈັນ, ວັນທີ 6 ມີນາ 2013

ຂໍ້ຕົກລົງ ວ່າດ້ວຍ

ການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການທົດລອງຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ ທີ II ຂອງອາຊຽນ (The Second ASEAN Self Certification Pilot Project)

  •  ອີງຕາມດຳລັດສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ.
  • ອີງຕາມໜັງສືຮັບຮອງການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຈັດຕັ້ງປະຕິບັດໂຄງການທົດລອງຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງທີ II ຂອງອາຊຽນ ສະບັບເລກທີ 32/ຫລບ. ກສສ, ລົງວັນທີ 10 ມັງກອນ 2013.
  • ອີງຕາມໜັງສືສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ, ສະບັບເລກທີ 1329/ ກຂອ, ລົງວັນທີ 28 ກຸມພາ 2013

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງດັ່ງນີ້

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ມີຈຸດປະສົງເພື່ອກຳນົດຫລັກການ, ລະບຽບການຂອງການຈັດຕັ້ງປະຕິບັດໂຄງການທົດລອງຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງທີ II ຂອງອາຊຽນ ແນ່ໃສ່ ເພື່ອຮັບປະກັນຄວາມຖືກຕ້ອງສອດຄ່ອງກັບລະບຽບການ ແລະ ຂັ້ນຕອນຂອງການຈັດຕັ້ງປະຕິບັດ ໂຄງການທົດລອງ ທີ II ຂອງອາຊຽນທີ່ໄດ້ກຳນົດໄວ້, ແລະ ພ້ອມດຽວກັນນັ້ນ ກໍ່ເພື່ອ ເປັນການຮັບປະກັນ ໃຫ້ການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ມີປະສິດທິພາບສູງ. ຂ້າງເທິງ

ມາດຕາ 2. ການອະທິບາຍຄຳສັບ

ຄຳສັບຕ່າງໆທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

1.   ໂຄງການທົດລອງຢັ້ງຢືນແຫລ່ງກຳເນີດດ້ວຍຕົນເອງທີ II ຂອງອາຊຽນ ໝາຍເຖິງ ການຈັດຕັ້ງປະຕິບັດ ການຢັ້ງຢືນ ແຫລ່ງກຳເນີດສິນຄ້າ ຂອງຜູ້ຜະລິດ ແລະ ສົ່ງອອກດ້ວຍຕົນເອງ ເປັນການທົດລອງລະຫວ່າງ ບັນດາປະເທດ ທີ່ເຂົ້າຮ່ວມ ໂຄງການ ຂອງອາຊຽນ ໂດຍອີງໃສ່ລະບຽບການ ແລະ ອາຍຸການຂອງໂຄງການທີ່ໄດ້ກຳນົດໄວ້;

2.   ປະເທດສະມາຊິກ ໝາຍເຖິງ ປະເທດທີ່ເຂົ້າຮ່ວມລົງນາມໃນບົດບັນທຶກຊ່ວຍຈຳ (MOU)  ເພື່ອຈັດຕັ້ງປະຕິບັດໂຄງການທົດລອງຢັ້ງຢືນ ແຫລ່ງກຳເນີດ ສິນຄ້າ ດ້ວຍຕົນເອງ ທີ II ຂອງອາຊຽນ;

3.   ໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ (Invoice Declaration) ໝາຍເຖິງ ໃບແຈ້ງລາຄາ/ອິນວອຍຂອງຜູ້ສົ່ງອອກທີ່ໄດ້ມີການລະບຸຂໍ້ຄວາມຢັ້ງຢືນແຫລ່ງກຳເນີດຂອງສິນຄ້າ, ນຳໃຊ້ເປັນເອກະສານທາງການ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ ພາສີພາຍໃນ ແລະ ຕ່າງປະເທດ ເພື່ອຮັບຊາບວ່າ ສິນຄ້າ ທີ່ລະບຸໄວ້ໃນໃບແຈ້ງລາຄາດັ່ງກ່າວ ແມ່ນມີແຫລ່ງກຳເນີດຢູ່ໃນດິນແດນຂອງ ສປປ ລາວ, ຈຸດປະສົງແມ່ນ ເພື່ອຂໍນຳໃຊ້ສິດໃນການຫລຸດຜ່ອນ ຫລື ຍົກເວັ້ນພາສີນຳເຂົ້າພາຍໃຕ້ສັນຍາການຄ້າດ້ານຜະລິດຕະພັນ (ATIGA);

4.   ໃບຢັ້ງຢືນການເປັນຜູ້ສົ່ງອອກທີ່ໄດ້ສິດຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ  ( Certificate of Certified Exporter) ໝາຍເຖິງການຢັ້ງຢືນໄດ້ຮັບສິດຂອງຜູ້ສົ່ງອອກຈາກເຈົ້າໜ້າທີ່ ກ່ຽວຂ້ອງຂອງລັດ ໃຫ້ແກ່ຜູ້ສົ່ງອອກ ທີ່ໄດ້ມາດຖານ ແລະ ເງື່ອນໄຂໃນການຢັ້ງຢືນແຫລ່ງກຳເນີເສິນຄ້າດ້ວຍຕົນເອງ (ຕໍ່ໄປເອີ້ນຫຍໍ້ວ່າ “ໃບຢັ້ງຢືນສິດ”);

5.   ເຈົ້າໜ້າທີ່ອອກໃບຢັ້ງຢືນສິດ ໝາຍເຖິງກະຊວງອຸດສາຫະກໍາ ແລະ ການຄ້າ (ກົມການນໍາເຂົ້າ ແລະ ສົ່ງອອກ) ຫລື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫລວງ; ແລະ

6.   ຜູ້ສົ່ງອອກມທີ່ໄດ້ສິດຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ ໝາຍເຖິງຜູ້ຜະລິດ ແລະ ສົ່ງອອກ ສິນຄ້າ ທີ່ໄດ້ຮັບການມອບສິດຈາກເຈົ້າໜ້າທີ່ຢັ້ງຢືນ (ຕໍ່ໄປເອີ້ນຫຍໍ້ວ່າ “ຜູ້ສົ່ງອອກທີ່ໄດ້ສິດ”.)  ຂ້າງເທິງ

ມາດຕາ 3. ເງື່ອນໄຂຂອງການເປັນຜູ້ສົ່ງອອກທີ່ໄດ້ສິດ

ຜູ້ທີ່ຕ້ອງການສະໝັກເປັນຜູ້ສົ່ງອອກທີ່ໄດ້ສິດຕ້ອງມີເງື່ອນໄຂດັ່ງນີ້:

1.   ເປັນບໍລິສັດ/ໂຮງງານທີມີທະບຽນວິສາຫະກິດດຳເນີນທຸລະກິດການຜະລິດ ແລະ ການສົ່ງອອກສິນຄ້າ ໂດຍຖືກຕ້ອງຕາມ ລະບຽບກົດໝາຍຂອງ ສ ປປ ລາວ;

2.   ມີປະຫວັດການດຳເນີນທຸລະກິດຈະແຈ້ງ, ປະຕິບັດພັທະຕ່າງໆ ຕໍ່ລັດຄົບຖ້ວນ ແລະ ເປັນປົກກະຕິ;

3.   ມີປະສົບການໃນການຈັດຕັ້ງປະຕິບັດລະບຽບແຫລ່ງກຳເນີດສິນຄ້າຂອງອາຊຽນ; ແລະ

4.   ເປັນຜູ້ຜະລິດສິນຄ້າ ທີ່ສົ່ງອອກໄປຍັງຕະຫລາດຂອງປະເທດສະມາຊິກທີ່ເຂົ້າຮ່ວມໂຄງການ.  ຂ້າງເທິງ

ມາດຕາ 4. ຂັ້ນຕອນຂອງການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ

ການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ ມີຂັ້ນຕອນດັ່ງຕໍ່ໄປນີ້:

1.   ຜູ້ສົ່ງອອກທີ່ມີຈຸດປະສົງໄດ້ຮັບສິດ ເພື່ອຢັ້ງຢືນແຫລ່ງກຳເນີດຂອງສິນຄ້າ ດ້ວຍຕົນເອງ ຕ້ອງຍື່ນໃບຄຳຮ້ອງ/ໃບສະເໜີ ພ້ອມດ້ວຍເອກະສານ ກ່ຽວຂ້ອງ ທີ່ຈຳເປັນ ຕໍ່ເຈົ້າໜ້າທີ່ອອກໃບຢັ້ງຢືນສິດ (ຮ່າງໃບສະ  ເໜີ ຊ້ອນທ້າຍທີ 1)

2.   ເຈົ້າໜ້າທີ່ອອກໃບຢັ້ງຢືນສິດສົມທົບກັບຂະແໜງການກ່ຽວຂ້ອງ ພິຈາລະນາ ຄຳສະເໜີ ຂອງຜູ້ສົ່ງອອກ ໂດຍອີງໃສ່ມາດຖານ ແລະ ເງື່ອນໄຂ ທີ່ລະບຸໄວ້ໃນມາດຕາ 3 ຂ້າງເທິງ. ກໍລະນີເອກະສານຄົບຖ້ວນ ແລະ ຖືກຕ້ອງ, ເຈົ້າໜ້າທີ່ອອກໃບຢັ້ງຢືນສິດ ຈະອອກ ໃບຢັ້ງຢືນສິດໃຫ້ຜູ້ສະເໜີ ພາຍໃນກໍານົດ 03 ວັນ ລັດຖະການ. ຖ້າຈຳເປັນຕ້ອງມີການພິສູດຂັ້ນຕອນ ແລະ ຂະບວນການຜະລິດຂອງສິນຄ້າ ເວລາພິຈາລະນາອາດຈະແກ່ຍາວອອກໄປ ແຕ່ສູງສຸດບໍ່ເກີນ 07 ວັນລັດຖະການ (ຮ່າງໃບຢັ້ງຢືນສິດຊ້ອນທ້າຍທີ 2);

3.   ພາຍຫລັງທີ່ຜູ້ສົ່ງອອກໄດ້ຮັບສິດໃນການເປັນຜູ້ສົ່ງອອກທີ່ສາມາດຢັ້ງຢືນ ແຫລ່ງກຳເນີດສິນຄ້າດ້ວຍຕົນເອງ, ກ່ອນຈະຢັ້ງຢືນແຫລ່ງກໍາເນີດສິນຄ້າດ້ວຍຕົນເອງ ຜູ້ສົ່ງອອກ ຕ້ອງແຈ້ງແບບຢ່າງລາຍເຊັນຂອງຜູ້ທີ່ໄດ້່ຮັບການມອບສິດລົງລາຍເຊັນ ໃນໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ ໃຫ້ເຈົ້າໜ້າທີ່ອອກ ໃບຢັ້ງຢືນສິດຈຳນວນບໍ່ເກີນ 3 ລາຍເຊັນ/ຄົນ (ຮ່າງແຈ້ງແບບຢ່າງລາຍເຊັນຊ້ອນທ້າຍທີ 3);

4.   ເມື່ອໄດ້ຮັບການແຈ້ງແບບຢ່າງລາຍເຊັນຂອງຜູ້ສົ່ງອອກທີ່ໄດ້ຮັບສິດ, ເຈົ້າໜ້າທີ່ອອກໃບຢັ້ງຢືນສິດຕ້ອງໄດ້ສົ່ງແບບຢ່າງລາຍເຊໍັນດັ່ງກ່າວໃຫ້ແກ່ປະເທດສະມາຊິກໂຄງການ ເພື່ອບັນທຶກເຂົ້າໃນຖານຂໍ້ມູນໄວ້ເປັນບ່ອນອີງໃນການກວດກາ ແລະ ພິຈາລະນາຫລຸດຜ່ອນ ຫລື ຍົກເວັ້ນພາສີນຳເຂົ້າ; ແລະ

5.   ພາຍຫລັງໄດ້ຮັບການແຈ້ງຕອບຂອງປະເທດສະມາຊິກເຂົ້າຮ່ວມໂຄງການ ກ່ຽວກັບການໄດ້ຮັບແບບຢ່າງລາຍເຊັນຂອງຜູ້ສົ່ງອອກທີ່ໄດ້ສິດ, ເຈົ້າໜ້່າທີ່ອອກໃບຢັ້ງຢືນສິດຈະແຈ້ງໃຫ້ຜູ້ສົ່ງອອກທີ່ໄດ້ສິດຮັບຊາບຢ່າງເປັນທາງການ ແລະ ເລີ່ມຈັດຕັ້ງປະຕິບັດ (ຮ່າງໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງຊ້ອນທ້າຍທີ 4)  ຂ້າງເທິງ

ມາດຕາ 5. ໜ້າທີ່ຂອງຜູ້ສົ່ງອອກທີ່ໄດ້ສິດ

ຜູ້ສົ່ງອອກທີ່ໄດ້ສິດ ຕ້ອງປະຕິບັດໜ້າທີ່ດັ່ງນີ້:

1.   ປະຕິບັດຕາມລະບຽບການ ແລະ ຂັ້ນຕອນຂອງການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ ຕາມທີ່ໄດ້ກຳນົດໄວ້ໃນກອບຂອງໂຄງການທົດລອງຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງທີ II ຂອງອາຊຽນຢ່າງເຂັ້ມງວດ;

2.   ລາຍງານຕົວເລກການສົ່ງອອກສິນຄ້າພາຍໃນການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງໃຫ້ເຈົ້າໜ້າທີ່ອອກໃບຢັ້ງຢືນສິດຢ່າງເປັນປົກກະຕິ, ເດືອນ, ງວດ, 6 ເດືອນ ແລະ 1 ປີ; ແລະ

3.   ຮ່ວມມືກັບເຈົ້າໜ້າທີ່ອອກໃບຢັ້ງຢືນສິດໃນການຊີ້ແຈງ, ອະທິບາຍຕໍ່ບັນຫາທີ່ເປັນການສົງໄສຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງລັດທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບຂະບວນການ ແລະ ຂັ້ນຕອນຂອງການຜະລິດສິນຄ້າ ພ້ອມທັງສະໜອງເອກະສານ ແລະ ຂໍ້ມູນທີ່ກ່ຽວຂ້ອງຕ່າງໆ ເພື່ອເປັນບ່ອນອິງໃນການພິຈາລະນາແກ້ໄຂບັນຫາ.  ຂ້າງເທິງ

ມາດຕາ 6. ຂອບເຂດສິດໃນການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ

ຜູ້ສົ່ງອອກທີ່ໄດ້ສິດສາມາດອອກໃບຢັ້ງຢືນແຫລ່ງ ກຳເນີດສິນຄ້າ ດ້ວຍຕົນເອງ ໃຫ້ໄດ້ແຕ່ສະເພາະລາຍການສິນຄ້າທີ່ຕົນເອງຜະລິດ ແລະ ມີຄວາມສອດຄ່ອງກັບເງື່ອນໄຂຂອງລະບຽບການ ແຫລ່ງກຳເນີດສິນຄ້າ ຂອງອາຊຽນ ຕາມບັນຊີ ທີ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ ອອກໃບຢັ້ງຢືນສິດເທົ່ານັ້ນ. ຖ້າຫາກມີການຜະລິດເພີ່ມເຕີມສິນຄ້າຊະນິດໃໝ່ທີ່ບໍ່ມີໃນລາຍການ ຕ້ອງໄດ້ແຈ້ງໃຫ້ເຈົ້າໜ້າທີ່ ຢັ້ງຢືນຊາບລ່ວງໜ້າ ເພື່ອດຳເນີນຂັ້ນຕອນ ຕາມລະບຽບການ ຈິ່ງສາມາດສົ່ງອອກໄດ້.  ຂ້າງເທິງ

ມາດຕາ 7. ມາດຕະການຕໍ່ຜູ້ສົ່ງອອກທີ່ໄດ້ສິດ

ຜູ້ສົ່ງອອກທີ່ໄດ້ສິດ ຫາກມີການຝ່າຝືນ ຂໍ້ຕົກລົງສະບັບນີ້ ເຊັ່ນ: ຢັ້ງຢືນແຫລ່ງກຳເນີດສິນຄ້າ ທີ່ບໍ່ໄດ້ເງື່ອນໄຂ, ແຈ້ງຂໍ້ມູນບໍ່ຖືກຕ້ອງຕາມຄວາມຈິງຕໍ່ເຈົ້າໜ້າທີ່ອອກໃບຢັ້ງຢືນສິດ, ຢັ້ງຢືນແຫລ່ງກຳເນີດສິນຄ້າໃຫ້ຜູ້ອື່ນ ໂດຍທີ່ສິນຄ້າດັ່ງກ່າວບໍ່ໄດ້ຜະລິດຢູ່ພາຍໃນບໍລິສັດ ຫລື ໂຮງງານຂອງຕົນ ແລະ ອື່ນໆ ເຮັດໃຫ້ເກີດມີຄວາມຫຍຸ້ງຍາກ ແລະ ມີຜົນກະທົບຕາມມາພາຍຫລັງຈະຕ້ອງໄດ້ຮັບຜິດຊອບຕໍ່ຜົນເສຍຫາຍທັງໝົດດ້ວຍຕົນເອງ ແລະ ພ້ອມດຽວກັນນັ້ນ ກໍ່ຕ້ອງໄດ້ຮັບຜິດຊອບຕໍ່ລະບຽບການທັງພາຍໃນ ແລະ ຕ່າງປະເທດດັ່ງນີ້:

ຕໍ່ພາຍໃນປະເທດ: ການກະທໍາຜິດຄັ້ງທີ 1 ຈະໄດ້ຖືກຕັກເຕືອນ, ຂຽນບົດບັນທຶກຮັບຮູ້ຄວາມຜິດຂອງຕົນ, ແລະ ຄັ້ງທີ2 ຈະຕ້ອງໄດ້ຖືກຕັກເຕືອນ ພ້ອມທັງປັບໃໝໃນອັດຕາສ່ວນ 50% ຂອງມູນຄ່າສົ່ງອອກໃນແຕ່ລະຄັ້ງ, ຄັ້ງທີ 3 ປັບໃໝ 100% ພ້ອມທັງຖອນສິດໃນການເປັນຜູ້ມີສິດອອກໃບຢັ້ງຢືນ ແຫລ່ງກໍາເນີດສິນຄ້າດ້ວຍຕົນເອງ, ປະກອບສຳນວນ ເພື່ອນຳສະເໜີລົບລ້າງໃບທະບຽນວິສາຫະກິດ.

ຕໍ່ຕ່າງປະເທດ: ຮັບຜິດຊອບໃຊ້ຈ່າຍຄ່າພາສີນໍາເຂົ້າຍ້ອນຫລັງ ແລະ ປະຕິບັດລະບຽບການອື່ນໆ ຂອງປະເທດຜູ້ນໍາເຂົ້າກໍານົດໄວ້.  ຂ້າງເທິງ

ມາດຕາ 8. ການເກັບມ້ຽນເອກະສານ ແລະ ການເກັບຮັກສາຂໍ້ມູນ

ຜູ້ສົ່ງອອກ ທີ່ໄດ້ສິດຈະຕ້ອງ ໄດ້ເກັບມ້ຽນເອກະສານທີ່ໃຊ້ເປັນຂໍ້ມູນໃນການຜະລິດ, ການສົ່ງອອກ, ການຢັ້ງຢືນແຫລ່ງກຳເນີດສິນຄ້າ ແລະ ອື່ນໆ ທີ່ກ່ຽວຂ້ອງໃຫ້ເປັນລະບົບ ພາຍໃນກຳນົດ 03 ປີ ເພື່ອເປັນຂໍ້ມູນອ້າງອີງໃນເວລາຖືກກວດສອບ ຫລື ຊັກຖາມຄືນມາ ຍ້ອນມີຂໍ້ສົງໃສຈາກປະເທດນຳເຂົ້າ ຕາມທີ່ໄດ້ຕົກລົງກັນໄວ້ ໃນລະບຽບການຂອງໂຄງການດັ່ງກ່າວ.  ຂ້າງເທິງ

ມາດຕາ 9. ການຈັດຕັ້ງປະຕິບັດ

ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ໂດຍປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.  ຂ້າງເທິງ

ມາດຕາ 10. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບໃຊ້ ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ.  ຂ້າງເທິງ

ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ

(ເຊັນ ແລະ ປະທັບກາ)
ດຣ ນາມ ວິຍະເກດ
 

# ຫົວຂໍ້ ດາວໂຫຼດ
1 Decision on management the implementation of the second ASEAN self-certification pilot project No. 0442/MOIC.DIMEX PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ການຈັດຕັ້ງປະຕິບັດ ໂຄງການທົດລອງ ຢັ້ງຢືນແຫລ່ງກຳເນີດສິນຄ້າ ດ້ວຍຕົນເອງ ທີ 2 ຂອງອາຊຽນ, ສະບັບເລກທີ 0442/ອຄ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.