ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຈັດຕັ້ງປະຕິບັດ ໂຄງການທົດລອງຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງ ທີ 2 ຂອງອາຊຽນ ສະບັບເລກທີ 0442 /ອຄ.ກຂອ, ລົງວັນທີ 06 ມີນາ 2013. ຈຸດປະສົງ ເພື່ອກໍານົດຫລັກການ, ລະບຽບການ ຂອງການຈັດຕັ້ງປະຕິບັດໂຄງການທົດລອງການຢັ້ງຢືນແຫລ່ງກຳເນີດຂອງສິນຄ້າດ້ວຍຕົນເອງ ທີ 2 ຂອງອາຊຽນ, ແນໃສ່ ເພື່ອຮັບປະກັນຄວາມຖືກຕ້ອງສອດຄ່ອງກັບລະບຽບການ ແລະ ຂັ້ນຕອນ ຂອງການຈັດຕັ້ງປະຕິບັດໂຄງການທົດລອງທີ 2 ຂອງອາຊຽນທີ່ກຳນົດໄວ້. ໂຄງການທົດລອງຢັ້ງຢືນແຫລ່ງກຳເນີດສິນຄ້າ ດ້ວຍຕົນເອງ ທີ 2 ຂອງອາຊຽນ ໝາຍເຖິງການຈັດຕັ້ງປະຕິບັດການຢັ້ງຢືນແຫລ່ງກຳເນີດສິນຄ້າ ຂອງຜູ້ຜະລິດແລະສົ່ງອອກດ້ວຍຕົນເອງ,ເປັນການທົດລອງລະຫວ່າງບັນດາປະເທດ ທີ່ເຂົ້າຮ່ວມໂຄງການຂອງອາຊຽນ (ປັດຈຸບັນປະກອບມີ 03 ປະເທດເຂົ້າຮ່ວມ ລວມມີ: ສປປ ລາວ, ຟິລິບປີນ ແລະ  ອິນໂດເນເຊຍ) ໂດຍອີງໃສ່ລະບຽບການ ແລະ ອາຍຸການຂອງໂຄງການທີ່ໄດ້ກຳນົດໄວ້. ສຳລັບເງື່ອນໄຂຂອງຜູ້ສົ່ງອອກທີ່ໄດ້ຮັບສິດແມ່ນ ຕ້ອງເປັນບໍລິສັດ/ໂຮງງານທີ່ມີທະບຽນວິສາຫະກິດດຳເນີນທຸລະກິດການຜະລິດ ແລະ ສົ່ງອອກສິນຄ້າ ໂດຍຖືກຕ້ອງກັບລະບຽບກົດໝາຍຂອງ ສປປ ລາວ, ມີປະຫວັດການດຳເນີນທຸລະກິດຈະແຈ້ງ, ປະຕິບັດພັນທະຕໍ່ລັດຄົບຖ້ວນ ແລະ ເປັນປົກກະຕິ, ພ້ອມທັງມີປະສົບການ ໃນການຈັດຕັ້ງປະຕິບັດແຫລ່ງກຳເນີດສິນຄ້າຂອງອາຊຽນ ແລະ ເປັນຜູ້ຜະລິດສິນຄ້າທີ່ສົ່ງອອກໄປຍັງຕະຫຼາດຂອງປະເທດສະມາຊິກທີ່ເຂົ້າຮ່ວມໂຄງການ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.