ກະຊວງການເງິນໄດ້ອອກແຈ້ງ ການນຳໃຊ້ສາລະບານອັດຕາພາສີ ລະບົບເອກະພາບ ລຸ້ນປີ 2012 ສະບັບເລກທີ 694/ກງ, ລົງວັນທີ 06 ມີນາ 2013, ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນ ດໍາລັດວ່າດ້ວຍໍການປະກາດໃຊ້ ສາລະບານອັດຕາພາສີລະບົບເອກະພາບ ລຸ້ນປີ 2012, ສະບັບເລກທີ 08/ນຍ, ລົງວັນທີ 10 ມັງກອນ 2013 ໃຫ້ສອດຄ່ອງກັບລະບຽບການພາກພື້ນ, ສາກົນທີ່ ສປປ ລາວ ເຂົ້າເປັນພາຄີ ແນ່ໃສ່ເຮັດໃຫ້ການຈັດສິນຄ້າ, ເຄື່ອງຂອງ ເຂົ້າໃສ່ເລກລະຫັດ ໃຫ້ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ ໃນປື້ມສາລະບານອັດຕາພາສີລະບົບເອກະພາບ ລຸ້ນປີ 2012, ຊຶ່ງຈະປ່ຽນແທນສາລະບານ ອັດຕາພາສີລະບົບເອກະພາບ ລຸ້ນປີ 2007/1 ທີ່ນໍາໃຊ້ມາແຕ່ ເດືອນພຶດສະພາ 2010.

ສາລະບານອັດຕາພາສີລະບົບເອກະພາບ ປີ 2012 ປະກອບມີ 21 ພາກ ແລະ 97 ໝວດສິນຄ້າ ມີທັງໝົດ 9,558 ລາຍ ການ ສຳລັບ ໝວດ 77 ແມ່ນຍັງບໍ່ທັນນໍາໃຊ້ ເພາະສະຫງວນບາງປະເພດສິນຄ້າໄວ້.

ສາລະບານອັດຕາພາສີລະບົບເອກະພາບ ລຸ້ນປີ 2012 ມີຜົນບັງຄັບໃຊ້ ນັບແຕ່ວັນທີ 01 ເມສາ 2013 ເປັນຕົ້ນໄປ, ແຕ່ສຳ ລັບພາກປະຕິບັດຕົວຈີງ ອາດຈະມີການລ່າຊ້າ ເນື່ອງຈາກການກະກຽມທາງດ້ານວິຊາການ,  ອັດຕາພາສີລະບົບເອກະ ພາບ ລຸ້ນປີ 2012 ດັ່ງກ່າວ  ຈະເອົາລົງໃນເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າທັນທີ ທີ່ກົມພາສີເລີ່ມ ປະຕິບັດນຳໃຊ້ ສາລະບານອັດຕາພາສີລະບົບເອກະພາບ ລຸ້ນປີ 2012.

ທ່ານສາມາດດາວໂຫລດຂໍ້ມູນລະອຽດໄດ້ຂ້າງລຸ່ມນີ້

 

# ຫົວຂໍ້ ດາວໂຫຼດ
1 Declaration on the official application of the new Tariff Nomenclature based on the ASEAN Harmonized Tariffs Nomenclature (AHTN 2012) PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.