ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ             ເລກທີ 0612/ກປຝ
ນະຄອນຫຼວງວຽງຈັນ, 10 ເມສາ 2013
 
ແຈ້ງການແນະນຳ
 
ຮຽນ: ທ່ານ ຫົວໜ້າ ຂະແໜງປູກຝັງ ນະຄອນຫລວງ ແລະ ແຂວງ ໃນຂອບເຂດທົ່ວປະເທດ
 
ເລື່ອງ: ຂໍ້ກໍານົດດ້ານສຸຂານາໄມພືດຂອງ ປະເທດໃນກຸ່ມສະຫະພາບເອີລົບສໍາລັບການນໍາເຂົ້າບາງພືດ ທີ່ສໍາຄັນ ຈາກ ສປປ ລາວ
 
- ອີງຕາມ ກົດໝາຍ ວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 09 ທັນວາ 2008;
- ອີງຕາມ ດໍາລັດ ແນະນໍາປະຕິບັດກົດໝາຍ ວ່າດ້ວຍ ການປ້ອງກັນພືດ ສະບັບເລກທີ 229/ລບ, ລົງວັນທີ 31 ພຶດສະພາ 2012;
- ອີງຕາມລະບຽບແຈ້ງການຂອງ ສະຫະພາບເອີລົບ COUNCIL DIRECTIVE 2000/29/EC ລົງວັນທີ  8/5/2000;
 
ກົມປູກຝັງ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນໄລຍະຜ່ານມາ ການສົ່ງອອກພືດຜັກໄປປະເທດໃນກຸ່ມສະຫະພາບເອີລົບໄດ້ ຖືກຜົນກະທົບ ຈາກນໍາໃຊ້ມາດຕະການ SPS ໂດຍສິນຄ້າໄດ້ຖືກທໍາລາຍຖິ້ມຈໍານວນບໍ່ໜ້ອຍ ຍ້ອນສາເຫດ ການອອກ ໃບຢັ້ງຢືນ ສຸຂານາໄມພືດ ຍັງບໍ່ທັນຖືກຕ້ອງ ຕາມມາດຕະຖານສາກົນດ້ານສຸຂານາໄມພືດ (ISPMs, IPPC) (ສະບັບທີ 7: ລະບົບການຢັ້ງຢືນການສົ່ງອອກ), (ສະບັບທີ 12: ຄູ່ມືສຳລັບໃບຢັ້ງຢືນສຸຂານາໄມພືດ) ແລະ ບໍ່ສອດຄ່ອງກັບລະບຽບຂໍ້ກໍານົດເງື່ອນໄຂສະເພາະໃນການນໍາເຂົ້າ ຂອງ ສະຫະພາບເອີລົບ ຈຶ່ງເຮັດໃຫ້ເກີດຄວາມເສຍຫາຍຕໍ່ຜູ້ນຳເຂົ້າ ແລະ ຜູ້ສົ່ງອອກຈາກ ສປປ ລາວ. 
ດັ່ງນັ້ນ, ເພື່ອອໍານວຍຄວາມສະດວກ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ປ້ອງ ກັນພືດ ໃນການອອກໃບຢັ້ງຢືນສຸຂານາໄມພືດ ເພື່ອສົ່ງສິນຄ້າກະສິກໍາ ໄປຍັງສະຫະພາບເອີລົບ ໃຫ້ມີ ຄວາມ ຖືກຕ້ອງ ແລະ ສອດຄ່ອງກັບຂໍ້ກໍານົດເງື່ອນໄຂການນໍາເຂົ້າຂອງ ສະຫະພາບ ເອີລົບ ກົມປູກຝັງ ຈິ່ງໄດ້ອອກແຈ້ງການແນະນໍາ ດັ່ງນີ້:
 
1. ປະເທດນໍາເຂົ້າ ນອນຢູ່ໃນສະຫະພາບເອີລົບ ທີ່ບັງຄັບໃຊ້ຂໍ້ກໍານົດໃນແຈ້ງການສະບັບນີ້ ປະກອບມີ:  
Austria (A), Belgium, Bulgaria*, Cyprus* (CY), Czech Republic* (CZ), Denmark (DK), Estonia* (ES), Finland (FI), France (F), Germany, Greece (EL), Hungary* (HU), Ireland (IRL), Italy (I), Latvia* (LV), Lithuania* (LT), Luxembourg, Malta* (M), Netherlands, Poland* (PL), Portugal (including Azores) (P), Romania*, Slovenia* (SL), Spain (including Canary Islands) (E), Sweden (S), The Slovak Republic* (SV), United Kingdom (Great Britain including Northern Ireland, Isle of Man and Channel Islands) (UK).
ໝາຍເຫດ: ເຄື່ອງໝາຍ (*) ແມ່ນບັນດາປະເທດທີ່ເຂົ້າເປັນສາມະຊິກໃໝ່ຂອງ ສະຫະພາບເອີລົບ, ສະນັ້ນ ການສົ່ງອອກໄປປະເທດດັ່ງກ່າວແມ່ນຜູ້ສົ່ງອອກຈໍາເປັນຕ້ອງຊອກຫາຂໍ້ມູນຢັ້ງຢືນເພີ່ມຕື່ມກ່ຽວກັບເງື່ອນໄຂການນໍາເຂົ້າຕົວຈິງ.
2. ພືດທີ່ຈະສົ່ງໄປປະເທດຕ່າງໆທີ່ກໍານົດໄວ້ ໃນຂໍ້ 1 ຂອງແຈ້ງການສະບັບນີ້ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ຕາມແບບຮ່າງບົດແນະນໍາ ເລກທີ. 1077/ກປຝ, ລົງວັນທີ 30/09/2010 ໂດຍປະຕິບັດຕາມຂໍ້ກໍານົດສະເພາະດ້ານສຸຂານາໄມພືດ ຕາມແຕ່ລະຊະນິດພືດດັ່ງຕາຕະລາງລຸ່ມນີ້:
 

ລ/ດ

ຊື່ພືດ ແລະ ຜະລິດຕະພັນພືດ

ຂໍ້ກຳນົດດ້ານສຸຂານາໄມພືດໃນການນຳເຂົ້າຂອງສະຫະພາບເອີລົບ 

I.    ໝວດພືດຜັກ

1.

 

1. 1.1 ຊື່ພາສາລາວ: ຜັກອີ່ຕູ່, ກະເພົາ
     ຊື່ພາສາອັງກິດ: Holy basil
     ຊື່ວິທະຍາສາດ:Ocimum tenuiflorum
 
1.2 ຊື່ພາສາລາວ: ຜັກບົວລະພາ 
      ຊື່ພາສາອັງກິດ: Sweet basil
     ຊື່ວິທະຍາສາດ:Ocimum basilicum
 
1.3 ຊື່ພາສາລາວ: ຜັກບົວລະພາ
     ຊື່ພາສາອັງກິດ: Sweet basil
     ຊື່ວິທະຍາສາດ:Ocimum gratisimum
1.ຕ້ອງບໍ່ມີການຕິດແປດຂອງສັດຕູພືດດັ່ງນີ້:
 
(1) Amauromyza maculosa (Malloch) 
(2) Liriomyza sativae (Blanchard)  
(3) Bemisia tabaci Genn.
 
2. ພິມຂໍ້ຄວາມເພີ່ມ (Additional Declaration) ໃສ່ໃນໃບຢັ້ງຢືນ ສຸຂານາໄມພືດຄື:    Consignment complies with Annex IV.A.I,point 32.2(b) and 45.2(b) of EC Plant Health Directive 2000/29/EC

 

2.

 

2 ຊື່ພາສາລາວ: ຜັກແຊນເລີລີ
ຊື່ພາສາອັງກິດ: Celery
ຊື່ວິທະຍາສາດ: Apium graveolens

1.ຕ້ອງບໍ່ມີການຕິດແປດຂອງສັດຕູພືດດັ່ງນີ້:

(1) Amauromyza maculosa (Malloch),
(2) Liriomyza sativae (Blanchard)
2.ພິມຂໍ້ຄວາມເພີ່ມ (Additional Declaration) ໃສ່ໃນໃບຢັ້ງຢືນ ສຸຂານາໄມພືດຄື: Consignment complies with Annex IV.A.I, point 32.2(b) of EC Plant Health Directive 2000/29/EC
 

3

 

3 ຊື່ພາສາລາວ: ຜັກຫອມເທບ (ຫຼື ຜັກຫອມເປ) 
ຊື່ພາສາອັງກິດ: Stinking
ຊື່ວິທະຍາສາດ: Eryngium foetidum

1.ຕ້ອງບໍ່ມີການຕິດແປດຂອງສັດຕູພືດດັ່ງນີ້:

         Bemisia tabaci Genn.
2. ພິມຂໍ້ຄວາມເພີ່ມ (Additional Declaration) ໃສ່ໃນໃບຢັ້ງຢືນ   ສຸຂານາໄມພືດຄື: Consignment complies with Annex IV.A.I, point 45.2(b) of EC Plant Health Directive 2000/29/EC.
 

4

 

4 4.1 ຊື່ພາສາລາວ: ໝາກໄຊ່, ໝາກມະລະ
ຊື່ພາສາອັງກິດ: Bitter Melon
ຊື່ວິທະຍາສາດ: Momordica charantia
4.2 ຊື່ພາສາລາວ: ໝາກເຂືອປ້ອມ, ໝາກເຂືອມ່ວງ 
ຊື່ພາສາອັງກິດ: Eggplant 
ຊື່ວິທະຍາສາດ:Solanum melongena

1.ຕ້ອງບໍ່ມີການຕິດແປດຂອງສັດຕູພືດດັ່ງນີ້:

Thrips palmi Karny.
2. ພິມຂໍ້ຄວາມເພີ່ມ (Additionັສ Declaration) ໃສ່ໃນໃບຢັ້ງຢືນ ສຸຂານາໄມພືດຄື: Consignment complies with Annex IV.A.I, point 36.2(b) of EC Plant Health Directive 2000/29/EC.

 

II.  ໝວດພືດປະດັບ

1

 

1 ພືດໃນຕະກູນ(Family) Orchidaceae ເຊັ່ນ: ດອກກ້ວຍໄມ້, ດອກເຜິ້ງ, ດອກເອື້ອງ

 

1.  ຕ້ອງບໍ່ມີການຕິດແປດຂອງສັດຕູພືດດັ່ງນີ້:

     (1)  Thrips palmi Karny.
2.   ພິມຂໍ້ຄວາມເພີ່ມ (Additional Declaration) ໃສ່ໃນໃບຢັ້ງຢືນ ສຸຂານາໄມພືດຄື: Consignment complies with the Directive 2000/ 29/ EC and the Decision 98/ 109(b); 
 

2

 

2 ພືດໃນຕະກຸນ (Genus) ດັ່ງຕໍ່ໄປນີ້:
2.1 Dendranthema spp. 
2.2 Dianthus spp. 

 

1.     ຕ້ອງບໍ່ມີການຕິດແປດຂອງສັດຕູພືດດັ່ງນີ້:

(1) Amauromyza maculosa (Malloch),
(2) Liriomyza sativae (Blanchard)
2.      ພິມຂໍ້ຄວາມເພີ່ມ (Additional Declaration)ໃສ່ໃນໃບຢັ້ງຢືນ ສຸຂານາໄມພືດຄື: Consignment complies with Annex IV.A.I, point 32.2(b) of EC Plant Health Directive 2000/29/EC.

3

3 ພືດໃນຕະກຸນ (Genus) ດັ່ງຕໍ່ໄປນີ້:

3.1 Aster spp. 
3.2 Eryngium spp. 
3.3 Rosa spp. ເຊັ່ນ ຕົ້ນກຸຫຼາບ
3.4 Trachelium spp.
3.5 Hypericum spp. 
3.6 Lisianthus spp. 

1.     ຕ້ອງບໍ່ມີການຕິດແປດຂອງສັດຕູພືດດັ່ງນີ້:

       (1) Bemisia tabaci Genn.
2.      ພິມຂໍ້ຄວາມເພີ່ມ(Additional Declaration)ໃສ່ໃນໃບຢັ້ງຢືນ ສຸຂານາໄມພືດຄື: Consignment complies with Annex IV.A.I, point 45.2(b) of EC Plant Health Directive 2000/29/EC.

 

4

 

4 ພືດໃນຕະກຸນ (Genus) ດັ່ງຕໍ່ໄປນີ້:
4.1 Gypsophila spp.
4.2 Solidago spp. 

 

1.ຕ້ອງບໍ່ມີການຕິດແປດຂອງສັດຕູພືດດັ່ງນີ້:

(1) Amauromyza maculosa (Malloch), 
(2) Liriomyza sativae (Blanchard)
(3) Bemisia tabaci Genn.
2. 2. ພິມຂໍ້ຄວາມເພີ່ມ (Additional Declaration) ໃສ່ໃນໃບຢັ້ງຢືນ ສຸຂານາໄມພືດຄື: Consignment complies with Annex IV.A.I, point 32.2(b) and 45.2(b) of EC Plant Health Directive 2000/29/EC.

III.       ໝວດພືດອຸດສາຫະກຳ

1

1 ຊື່ພາສາລາວ: ກາເຟເມັດຕາກແຫ້ງ

ຊື່ພາສາອັງກິດ: Coffee bean (unroasted)
ຊື່ວິທະຍາສາດ: Coffea spp
1.ຕ້ອງບໍ່ໃຫ້ມີການຕິດແປດຂອງສັດຕູພືດເລົ້າສາງ, ທີ່ເປັນອັນຕະ ລາຍ (Harmful organism) ທີ່ໄດ້ກຳນົດໄວ້ໃນເອກະສານ ຊ້ອນທ້າຍ I ແລະ II ຂອງ EC Plant Health Directive 2000/29/EC ຂອງສະຫະພາບເອີລົບ ແລະ ຫ້າມບໍ່ໃຫ້ມີດິນ ຫຼື ພັດສະດຸປູກ ປົນເປື້ອນໄປນຳ.
2. ໃນກໍລະນີ ມີການຕິດແປດສັດຕູພືດ ຕາມທີ່ໄດ້ລະບຸໄວ້ຂ້າງເທິງນີ້ ຕ້ອງມີການຮົມຢາຂ້າເຊື້ອ ໂດຍ ບໍລິສັດຮົມຢາຂ້າເຊື້ອທີ່ ໄດ້ຈົດທະບຽນນຳກົມປູກຝັງຕາມມາດຕະຖານການຮົມຢາຂອງ ສະຫະພາບເອີລົບ (Phytosanitary treatments,  PM 10/11 (1) and PM 10/5 (1).)
3.ໃນກໍລະນີ ມີການຮົມຢາຂ້າເຊື້ອໃຫ້ ປະກອບຂໍ້ມູນເພີ່ມໃສ່ໃນຂໍ້ III ການເຮັດຄວາມສະອາດ ແລະ ການຂ້າເຊື້ອ (Disinfestation and/or disinfection treatment)ໃນໃບຢັ້ງຢືນສຸຂານາໄມພືດເຊັ່ນ: ວັນທີຮົມຢາ, ຊະນິດສານເຄມີທີ່ໃຊ້, ໄລຍະເວລາ ແລະ ອຸ່ນຫະພູມ, ແລະ ຄວາມເຂັ້ມຂຸ້ນຂອງສານເຄມີ.

2

2 ຊື່ພາສາລາວ: ເຂົ້າສານ

ຊື່ພາສາອັງກິດ: Milled rice
ຊື່ວິທະຍາສາດ:Oryza spp.

3

 

3.ຊື່ພາສາລາວ: ເມັດທັນຍາພືດຕ່າງໆ ( ເຊັ່ນ: ໝາກ ມ່ວງຫິມະພານ, ສາລີ, ຖົ່ວ ແລະ ໝາກໄມ້ແຫ້ງ...)

ຊື່ພາສາອັງກິດ: Grain of cereal crops, dried fruits and nuts.
 
ໝາຍເຫດ: 
- ພືດທີ່ກໍານົດໄວ້ໃນຕາຕະລາງຂ້າງເທິ່ງນັ້ນແມ່ນຫ້າມນໍາເຂົ້າເພື່ອຂະຫຍາຍພັນ.
- ນອກຈາກສັດຕູພືດ ທີ່ກໍານົດໄວ້ໃນຕາຕະລາງຂ້າງເທິງນັ້ນ, ການສົ່ງອອກພືດຕ່າງໆໄປບັນດາປະເທດໃນສະຫະພາບເອີລົບ ທີ່ກໍານົດໄວ້ໃນຂໍ້ 2 ຂອງແຈ້ງການ ສະບັບນີ້, ການກວດກາຍັງຕ້ອງ ເອົາໃຈໃສ່ຮັບປະກັນ ບໍ່ໃຫ້ມີການຕິດແປດຂອງສັດຕູພືດ ທີ່ເປັນອັນຕະລາຍ (Harmful organism) ທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ I ແລະ II ຂອງ EC Plant Health Directive 2000/29/EC ຂອງສະຫະພາບເອີລົບ ແລະ ຫ້າມບໍ່ໃຫ້ມີດິນ ຫຼື ພັດສະດຸປູກ ປົນເປື້ອນໄປນຳ.
- ສໍາລັບການແຈ້ງຂໍ້ມູນເພີ່ມ (Additional Declaration) ໃນເວລາອອກໃບຢັ້ງຢືນສຸຂານາພືດ ແມ່ນຕ້ອງແຈ້ງສະເພາະພືດ ຫຼື ໝວດພືດໃດໜຶ່ງເທົ່ານັ້ນທີ່ກໍານົດໄວ້ ໃນ ຕາຕະລາງຂ້າງເທິງນັ້ນ (ຕົວຢ່າງ: ໝວດພືດຜັກ 1.1, 1.2 ແລະ 1.3 ຕ້ອງລະບຸ Consignment complies with Annex IV.A.I,point 32.2(b) and 45.2(b) of EC Plant Health Directive 2000/29/EC ໃສ່ໃນຂໍ້ II.ແຈ້ງເພີ່ມເຕີມຖ້າມີ (Additional Declaration) ຂອງໃບຢັ້ງຢືນສຸຂານາໄມພືດ ຕໍ່ 1 ໃບເທົ່ານັ້ນ ).  
3. ຂັ້ນຕອນປະຕິບັດອື່ນໆທີ່ຈຳເປັນກ່ອນການສົ່ງອອກພືດທີ່ກຳນົດໄວ້ໃນຂໍ້ 2 ຂອງແຈ້ງການສະບັບນີ້ມີຄື:
- ຊະນິດຂອງສິນຄ້າ ແລະ ປະລິມານທີ່ລະບຸໃນໃບຢັ້ງຢືນສຸຂານາໄມພືດ ຕ້ອງຖືກກັບຊະນິດ ແລະ ຈຳນວນຕົວຈິງ ທີ່ຈະສົ່ງອອກ.
- ການອອກໃບຢັ້ງຢືນສຸຂານາໄມພືດ ບໍ່ໃຫ້ກາຍ 14 ວັນ ກ່ອນການສົ່ງອອກ.
- ໃບຢັ້ງຢືນສຸຂານາໄມພືດທີ່ອອກພາຍຫລັງສົ່ງອອກສິນຄ້າອອກຈາກ ສປປ ລາວ ແລ້ວແມ່ນຖືວ່າບໍ່ຖືກ ຕ້ອງ.
- ການນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ຂອງ ສະຫະພາບເອີລົບຕ້ອງມີໃບ ຢັ້ງຢືນສຸຂານາໄມພືດ ສະບັບແທ້ ຄັດຕິດໄປນໍາ.
4. ຫ້າມອອກໃບຢັ້ງຢືນສຸຂານາໄມພືດ ໃຫ້ແກ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ໃນກຸ່ມສະຫະພາບເອີລົບ ໃນຕາຕະລາງດັ່ງລຸ່ມນີ້:
 

ລ/ດ

ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນທີ່ຕ້ອງຫ້າມນຳເຂົ້າ

ຂໍ້ຍົກເວັ້ນ

1

1 ຕົ້ນຂອງພືດຕະກຸນໄມ້ແປກດັ່ງຕໍ່ໄປນີ້:

Abies spp.                                  Picea spp. 
Cedrus spp.                               Pinus spp.  (ເຊັ່ນ: ຕົ້ນແປກ) 
Chamaecyparis spp.                Pseudotsuga spp
Larix spp.                                     Tsuga spp.
Juniperus spp. 

ໝາກ ແລະ ເມັດ

2

2 ຕົ້ນ ທີ່ມີໃບ ຂອງພືດໃນຕະກຸນດັ່ງຕໍ່ໄປນີ້:

Castanea spp. (ເຊັ່ນ: ຕົ້ນໝາກກໍ່ ຫຼື chest nut, chinquapin) 
Quercus spp. ( ເຊັ່ນ: ຕົ້ນໝາກກໍ່ ຫຼື Oak fruit) 

ໝາກ ແລະ ເມັດ

3

3 ເປືອກທີ່ລອກອອກແລ້ວ  (Isolated bark) ຂອງພືດໃນຕະກຸນ

Castanea spp. (ເຊັ່ນ: ໝາກກໍ່ ຫຼື  chest nut, chinquapin) 

 

4

4 ເປືອກທີ່ລອກອອກແລ້ວ  (Isolated bark) ຂອງພືດໃນກຸ່ມ ຂອງຕົ້ນແປກ (Conifers: Coniferales)

 

5

5 ຕົ້ນພືດສຳລັບນຳໄປປູກ (Plant for planting) ໃນຕະກຸນດັ່ງລຸ່ມນີ້:

Chaenomeles spp.       Malus spp. ( ເຊັ່ນ: ຕົ້ນໝາກໂປມ)
Cydonia spp.                  Pyrus spp. 
Crateagus spp.              Rosa spp. (ເຊັ່ນ ຕົ້ນກຸຫລາບ) 
Prunus spp.(ເຊັ່ນ: ຕົ້ນໝາກຈອງ)
Fragaria spp. (ເຊັ່ນ: ຕົ້ນສະຕໍເບີລີ)

ພືດທີ່ຢູ່ໃນໄລຍະພັກໂຕ (dormant plants) ບໍ່ມີດອກ, ເມັດ ແລະ ໝາກ

6

6 ຫົວ (tubers) ແລະ ແນວພັນເປັນຫົວ (Seed potatoes) ຂອງຕົ້ນມັນຝລັ່ງ   (Solanum tuberosum) 

 

7

7 ພືດເປັນແໜງ (Stolon) ຫລືສ່ວນທີ່ກາຍເປັນຫົວ (tuberforming) ຂອງພືດ ໃນຕະກຸນ Solanum spp.( ເຊັ່ນ: ຕົ້ນໝາກເຂືອປ້ອມ, ຕົ້ນມັນຝລັ່ງ)

ຫົວ (tuber) ຂອງມັນຝລັ່ງ (Solanum tuberosum) ໃນຂໍ້ 6

8

8 ຫົວ (tubers) ຂອງພືດໃນຕະກຸນ Solanum spp. 

(ເຊັ່ນ: ຕົ້ນໝາກເຂືອປ້ອມ, ຕົ້ນມັນຝລັ່ງ)

ພືດ ຫຼື ສ່ວນຂອງພືດ ທີ່ອະທິບາຍ ໄວ້ໃນຂໍ້ 6 ແລະ 7

9

9 ຕົ້ນພືດ ນຳໃຊ້ສຳລັບປູກ (Plant of Planting) ໃນຕະກູນ Solanaceae ດັ່ງລຸ່ມນີ້:

 Cestrum spp.      
 Capsicum spp. (ເຊັ່ນ: ໝາກເຜັດ) 
 Lycopersicon spp. (ເຊັ່ນ: ໝາກເລັ່ນ) 
 Nicotiana spp. ( ເຊັ່ນ: ຢາສູບ) 
 Petunia spp.,  
 Solanum spp. ( ເຊັ່ນ: ໝາກເຂືອ, ມັນຝລັ່ງ ) 

ແນວພັນ ແລະ ພືດ ຫຼື ສ່ວນຂອງພືດ ທີ່ອະທິບາຍໄວ້ໃນຂໍ້ 6, 7 ແລະ 8

10

10 ດິນ ແລະ ພັດສະດຸສຳລັບປູກ (soil and growing media) ເຊັ່ນ ສິ່ງທີ່ປະກອບຂື້ນຈາກດິນທັງໝົດ ຫຼື ມີ ສ່ວນປະສົມຂອງດິນ ຫຼື ສານປະກອບອິນຊີທີ່ເປັນທາດແຂງ (Solid organic substance) ເຊັ່ນ: ສ່ວນຂອງພືດ, ພືດ, ຮິວມັສ (Humus) ຫຼື ເປືອກໄມ້ 

ພືດທີ່ຍ່ອຍສະຫຼາຍຈົນໝົດແລ້ວ

11

11 ຕົ້ນ ຂອງພືດຕະກຸນ Vitis spp. 

(ເຊັ່ນ ຕົ້ນໝາກແຣແຊງ ຫລື ໝາກອາງຸ່ນ)
 

ໝາກ

12

12 ຕົ້ນ ແລະ ແນວພັນພືດລູກປະສົມ ຂອງພືດຕະກຸນດັ່ງລຸ່ມນີ້:

Citrus spp. (ເຊັ່ນ: ຕົ້ນໝາກກ້ຽງ, ຕົ້ນໝາກນາວ, ຕົ້ນໝາກຂີ້ຫູດ)
Fortunella spp. 
Poncirus spp. 

ໝາກ ແລະ ເມັດ

13

13 ຕົ້ນສຳລັບນຳໄປປູກ ຂອງພືດໃນຕະກຸນ Graminacae  1. ເມັດພັນ ຂອງພືດ ໃນຕະກູນ Graminacae

 

1. ເມັດພັນຂອງພືດ ໃນຕະກູນ Graminacae

2. ພືດໃນຕະກູນຍ່ອຍ Bambusoideae (ເຊັ່ນ: ຕົ້ນໄຜ່ ແລະ ຫວາຍ)
3. ພືດໃນຕະກຸນຍ່ອຍ Panicoideae (ເຊັ່ນ: ຕົ້ນຫົວສີໄຄ)
4. ພືດໃນສະກຸນດັ່ງຕໍ່ໄປນີ້ :
Bouteloua spp., Calamagrostis spp., Cortaderia spp., Glyceria spp., Hakonechloa spp., Hystrix spp., Molinia spp., Phalaris spp., Shibataea spp., Spartina spp., Stipa spp  ແລະ  Uniola spp. ຊຶ່ງເປັນຕົ້ນໄມ້ປະດັບທີ່ມີອາຍຸຫຼາຍກວ່າ 2 ລະດູການ (Perennial)
 
ໝາຍເຫດ: ໃນກໍລະນີ ບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ຕ້ອງຫ້າມ ຂ້າງເທິງນັ້ນ ເຂົ້າໄປໃນ ສະຫະພາບເອີລົບ ໂດຍມີຈຸດປະສົງ ເພື່ອການສຶກສາ ແລະ ຄົ້ນຄວ້າທົດລອງ ແມ່ນໃຫ້ຂໍໃບອະນຸຍາດນຳເຂົ້າພິເສດ (Special permit ຫຼື letter of authority) ນຳສຳນັກງານ ທີ່ຮັບຜິດຊອບກ່ຽວກັບວຽກງານສຸຂານາໄມພືດຂອງປະເທດທີ່ຈະນຳເຂົ້າຕາມທີ່ໄດ້ກຳນົດໄວ້ໃນ Commission Directive 95/44/EC ລົງວັນທີ 26/7/1995. ໃນໃບອະນຸຍາດນຳເຂົ້າ ຈະກຳນົດເງື່ອນໄຂປະຕິບັດ ສຳລັບຊຸດສິນຄ້າ ທີ່ໄດ້ຮັບການຍົກເວັ້ນດັ່ງກ່າວ ແລະ ຫຼັງຈາກ ໄດ້ຮັບໃບ ອະນຸຍາດແລ້ວຈຶ່ງສາມາດ ອອກໃບຢັ້ງຢືນສຸຂານາໄມພືດ ໂດຍ ແຈ້ງຂໍ້ມູນເພີ່ມ (Additional Declaration)ໃສ່ໃນໃບຢັ້ງຢືນສຸຂານາໄມພືດ ວ່າ: "This material is imported under Directive 95/44/EC".
5. ນອກຈາກຂໍ້ມູນ ທີ່ກຳນົດໄວ້ຂ້າງເທິງນັ້ນ, ຜູ້ສົ່ງອອກຕ້ອງຊອກຫາຂໍ້ມູນ ກ່ຽວກັບຂໍ້ກຳນົດທີ່ໄດ້ມີການ ປະກາດ ແຈ້ງໃນແຕ່ລະໄລຍະເພີ່ມເຕີມດ້ວຍຕົນເອງ ໂດຍສະເພາະພືດ ທີ່ບໍ່ນອນໃນແຈ້ງການສະບັບນີ້, ພ້ອມທັງ  ແຈ້ງຂໍ້ມູນດັ່ງກ່າວໃຫ້ ກົມປູກຝັງ ເພື່ອປະສານໄປຍັງປະເທດປາຍທາງ. 
6. ມອບໃຫ້ຂະແໜງປູກຝັງນະຄອນຫຼວງ, ແຂວງທົ່ວປະເທດ ຈັດຕັ້ງຜັນຂະຫຍາຍ ໃຫ້ສອດຄ່ອງຕາມ ເນື້ອໃນຂອງແຈ້ງການສະບັບນີ້ ແລະ ເກັບກຳຂໍ້ມູນຕ່າງໆ ທີ່ພົວພັນກັບການຢັ້ງຢືນສຸຂານາໄມພືດ ໃຫ້ກົມປູກຝັງ ຊາບໃນແຕ່ລະໄລຍະເພື່ອດຳເນີນການແກ້ໄຂຢ່າງທັນການ.
7. ລາຍລະອຽດກ່ຽວກັບຊື່ວິທະຍາສາດ ແລະ ຊື່ສາມັນຂອງພືດໃຫ້ເບິ່ງ (1) ປຶ້ມ Jules Vidal, 1956, Noms vernaculaires de Plantes en usage au Laos ແລະ (2) ປຶ້ມບັນຊີລາຍຊື່ພືດຂອງ ປະເທດລາວ, Mike Callaghan, Vientiane, December 2003 ທີ່ກົມປູກຝັງໄດ້ສຳເນົາໃຫ້ແຕ່ ລະດ່ານປ້ອງກັນພືດໃນຂອບເຂດທົ່ວປະເທດແລ້ວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕ້ັງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງ.

ຫົວໜ້າກົມປູກຝັງ
ລາຍເຊັນ ແລະ ປະທັບກາ)
ດຣ. ມົນທາທິບ ຈັນເພັງໄຊ
 
ບ່ອນສົ່ງ:
- ລັດຖະມົນຕີວ່າການກະຊວງ ກປ. 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
- ລັດຖະມົນຕີ ຊ່ວຍວ່າການກະຊວງ ກປ. ທ່ານລະ 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
- ຫ້ອງການກະຊວງ ກປ.  1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
- ພະແນກ ກປ. ແຂວງ, ນະຄອນ ບ່ອນລະ 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
- ກົມແຜນການ (ຈຸດສອບຖາມ SPS) 1 ສະບັບເພື່ອຊາບ
- ກົມນະໂຍບາຍການຄ້າຕ່າງປະເທດ (ຈຸດແຈ້ງ SPS) ກະຊວງ ອກຄ. 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
- ກົມນຳເຂົ້າສົ່ງອອກ, ກະຊວງ ອກຄ. 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
- ເກັບມ້ຽນ1 ສະບັບ 
 
# ຫົວຂໍ້ ດາວໂຫຼດ
1 A notification on Sanitary and Phytosanitary Measures (SPS) for EU countries, NO. 0612 /DOA PDF
2 ຂໍ້ກໍານົດ ດ້ານສຸຂານາໄມພືດ ຂອງປະເທດ ໃນກຸ່ມສະຫະພາບເອີລົບ ສໍາລັບ ການນໍາເຂົ້າບາງພືດ ທີ່ສຳຄັນ ຈາກ ສປປ ລາວ ເລກທີ 0612/ກປຝ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.