ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍ ການມອບສິດ ໃຫ້ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ອອກ ແລະ ຄຸ້ມຄອງໃບຢັ້ງຢືນ ແຫລ່ງກຳເນີດສິນຄ້າປະເພດ ທີ່ໄດ້ຮັບສິດທິພິເສດ ດ້ານການຄ້າ ສະບັບເລກທີ 0716 /ອຄ.ກຂອ, ລົງວັນທີ 22 ເມສາ 2013. ເພື່ອມອບສິດໃຫ້ເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ ເປັນຜູ້ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫລ່ງກໍາເນີດສິນຄ້າ ປະເພດທີ່ໄດ້ຮັບສິດພິເສດດ້ານການຄ້າ ສຳລັບສິນຄ້າທີ່ຜະລິດຈາກໂຮງງງານທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ, ເພື່ອຊຸກຍູ້ສົ່ງເສີມ ແລະອໍານວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດທີ່ເຂົ້າມາລົງທຶນ ຢູ່ໃນເຂດ ດັ່ງ ກ່າວ ເພື່ອສົ່ງອອກ. ການອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດັ່ງກ່າວ ແມ່ນອອກໃຫ້ສະເພາະແຕ່ສິນຄ້າທີ່ຜະລິດໄດ້ຕາມເງື່ອນໄຂຂອງລະບຽບ ແຫລ່ງກຳເນີດສິນຄ້າທີ່ກຳນົດໄວ້ເທົ່ານັ້ນ. ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2013 ເປັນຕົ້ນໄປ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.