ສາລະບານ

ມາດຕາ 1. ມອບສິດໃຫ້ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ  ເປັນຜູ້ອອກ...
ມາດຕາ 2. ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ...
ມາດຕາ 3. ມອບໃຫ້ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ແຕ່ງຕັ້ງ...
ມາດຕາ 4. ມອບໃຫ້ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ - ໂນນທອງ ຄົ້ນຄວ້າ...
ມາດຕາ 5. ເພື່ອຮັບປະກັນຫຼັກການຄຸ້ມຄອງລັດ,
ມາດຕາ 6. ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ
ມາດຕາ 7. ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້
ມາດຕາ 8. ຂໍ້ຕົກລົງສະບັບນີ້


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ອຸດສາຫະກຳ ແລະ ການຄ້າ         ເລກທີ 0716/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 22 ເມສາ 2013

ຂໍ້ຕົກລົງ
ວ່າດ້ວຍການມອບສິດໃຫ້ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ - ໂນນທອງ
ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າປະເພດທີ່ໄດ້ຮັບສິດທິພິເສດດ້ານການຄ້າ

  • ອີງຕາມດຳລັດສະບັບເລກທີ 552/ນຍ, ລົງວັນທີ 23 ທັນວາ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກະຊວງ ອຸດສາຫະກຳ ແລະ ການຄ້າ;
  • ອີງຕາມດຳລັດສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010 ວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ;
  • ອີງຕາມໜັງສືສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 2262/ກຂອ, ລົງວັນທີ 5 ເມສາ 2013.

ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ດັ່ງນີ້:

ມາດຕາ 1. ມອບສິດໃຫ້ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ເປັນຜູ້ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ປະເພດທີ່ໄດ້ຮັບສິດພິເສດດ້ານການຄ້າ ສໍາລັບສິນຄ້າທີ່ຜະລິດຈາກໂຮງງານ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງເຂດນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດ ທີ່ເຂົ້າມາລົງທືນຢູ່ໃນເຂດດັ່ງກ່າວ.  ຂ້າງເທິງ

ມາດຕາ 2. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແມ່ນໃຫ້ອອກແຕ່ສະເພາະສິນຄ້າທີ່ຜະລິດໄດ້ຕາມເງື່ອນໄຂຂອງ ລະບຽບແຫຼ່ງກໍາເນີດສິນຄ້າທີ່ກ່ຽວຂ້ອງກໍານົດໄວ້ເທົ່ານັ້ນ. ເຂດນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ຕ້ອງໄດ້ຮັບຜິດຊອບຕໍ່ທຸກການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຂອງຕົນ. ຂ້າງເທິງ

ມາດຕາ 3. ມອບໃຫ້ເຂດນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ແຕ່ງຕັ້ງພະນັກງານຜູ້ທີ່ມີເງື່ອນໄຂ ໃນການເຊັນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລ້ວແຈ້ງໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມດ້ວຍແບບຢ່າງລາຍເຊັນ ເພື່ອແຈ້ງຕໍ່ໃຫ້ປະເທດທີ່ກ່ຽວຂ້ອງຕາມລະບຽບການທີ່ກຳນົດໄວ້. ຂ້າງເທິງ

ມາດຕາ 4. ມອບໃຫ້ເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ - ໂນນທອງ ຄົ້ນຄວ້າ ແລະ ອອກລະບຽບການຄຸ້ມຄອງວຽກງານດັ່ງກ່າວ ບົນພື້ນຖານຖືກຕ້ອງສອດຄ່ອງກັບນະໂຍບາຍ ແລະ ລະບຽບການຕ່າງໆຂອງ ສປປ ລາວ ແລະ ບັນດາປະເທດທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 5. ເພື່ອຮັບປະກັນຫຼັກການຄຸ້ມຄອງລັດ, ເຂດນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ຕ້ອງປະຕິບັດຫຼັກການສະເໝີພາບ, ໂປ່ງໃສ, ເປັນທຳຕໍ່ທຸກຫົວໜ່ວຍທຸລະກິດສົ່ງອອກ ພາຍໃນເຂດນິຄົມຂອງຕົນ, ປະຕິບັດໜ້າທີ່ໃນການເກັບຄ່າທໍານຽມ ແລະ ຄ່າບໍລິການຕາມລັດຖະບັນຍັດເລກທີ 03/ປປທ, ລົງວັນທີ 19 ພະຈິກ 2008 ເພື່ອມອບເຂົ້າງົບປະມານ ພ້ອມທັງລາຍງານ ແລະ ສະຫຼຸບລາຍງານໃຫ້ກະຊວງຊາບເປັນແຕ່ລະໄລຍະ (ເດືອນ, ງວດ, ປີ). ຂ້າງເທິງ

ມາດຕາ 6. ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ຊີ້ນຳຢ່າງໃກ້ຊິດ ແລະ ເຮັດບົດແນະນຳລະອຽດຕື່ມໃນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຕົວຈິງ ເພື່ອໃຫ້ເຂດນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງຕາມລະບຽບການ. ຂ້າງເທິງ

ມາດຕາ 7. ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ເປັນເອກະພາບ ແລະ ມີປະສິດທິຜົນສູງສຸດ. ຂ້າງເທິງ

ມາດຕາ 8. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2013 ເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ
( ເຊັນ ແລະ ປະທັບກາ )

ນໍາສົ່ງ:

  • ທ່ານລັດຖະມົນຕີຊ່ວຍ ເພື່ອຊາບ
  •  ກົມພາສີ, ກະຊວງການເງິນ ເພື່ອຊາບ
  • ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ - ໂນນທອງ ເພື່ອຊາບ ແລະ ປະຕິບັດ
  • ບັນດາກົມອ້ອມຂ້າງກະຊວງ ເພື່ອຊາບ
  • ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ເພື່ອຊາບ
  • ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອຊາບ
# ຫົວຂໍ້ ດາວໂຫຼດ
1 Decision on the authorization to the Vientiane Industry and Trade Area to issue and control preferential certificates of origin No. 0716/MoIC.DIMEX PDF
2 ຂໍ້ຕົກລົງ ວ່າດ້ວຍ ການມອບສິດ ໃຫ້ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ - ໂນນທອງ ອອກ ແລະ ຄຸ້ມຄອງ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ປະເພດທີ່ໄດ້ຮັບ ສິດທິພິເສດດ້ານການຄ້າ ເລກທີ 0716/ອຄ.ກຂອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.