ປັດຈຸບັນ ການນຳເຂົ້າຜະລິດຕະພັນ ອາຫານ ຂອງ ສປປ ລາວ ຕ້ອງໄດ້ຜ່ານການຂໍອະນຸຍາດນຳເຂົ້າ ຈາກກົມອາຫານ ແລະ ຢາ ແລະ ພະແນກສາທາລະນະສຸກແຂວງ ໂດຍການແຈ້ງເຂົ້າໃນແຕ່ລະຄັ້ງຈະຕ້ອງໄດ້ຜ່ານການກວດກາຄວາມປອດໄພຂອງຜະລິດຕະພັນອາຫານຕົວຈິງຢູ່ທີ່ດ່ານ ໂດຍເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ປະຈຳດ່ານ ກ່ອນການປ່ອຍສິນຄ້າ. ແຕ່ເຖິງຢ່່າງໃດກໍ່ຕາມ, ການອອກອະນຸຍາດນໍາເຂົ້າອາຫານບາງລາຍການກໍ່ຍັງພົບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່, ໂດຍສະເພາະການນຳເຂົ້າພະລິດຕະພັນອາຫານຈຳພວກ ນົມ ແລະ ເຂົ້າໜົມ ແມ່ນໄດ້ປະຕິບັດຕາມການກວດກາເອກະສານເທົ່ານັ້ນ ແລະ ຍັງບໍ່ທັນໄດ້ມີການກວດກາສິນຄ້າຕົວຈິງ ໂດຍການສົ່ງເຂົ້າຫ້ອງທົດລອງວິໃຈ ເພື່ອກວດຫາສານປົນເປື້ອນຕ່າງໆ ໂດຍສະເພາະແມ່ນສານເມລາມິນໃນນົມ ເນື່ອງຈາກການຂາດເຂີນ ທາງດ້ານເຄື່ອງມື ແລະ ອຸປະກອນການທົດສອບໂດຍໄວ, ອາຫານບາງຊະນິດ ກໍ່ບໍ່ໄດ້ຜ່ານການກວດກາຈາກເຈົ້າໜ້າທີ່ກວດກາອາຫານ ແລະ ຢາປະຈຳດ່ານ ເນື່ອງຈາກຂອດການປະສານງານຮ່ວມມືກັບເຈົ້າໜ້າທີ່ປະຈຳດ່ານ, ແລະ ການນຳເຂົ້າຜ່ານດ່ານປະເພນີທີ່ບໍ່ມີເຈົ້າໜ້າທີ່ປະຈຳການ ກໍ່ຈະບໍ່ໄດ້ຜ່ານການກວດກາກ່ອນການນຳເຂົ້າ.

ທາງກົມອາຫານ ແລະ ຢາຍັງໄດ້ຂໍຄວາມຮ່ວມມືນຳເຈົ້າໜ້າທີ່ປະຈຳດ່ານ ບໍ່ໃຫ້ອະນຸຍາດສິນຄ້ານຳເຂົ້າສຳຫລັບຜະລິດຕະພັນອາຫານທີ່ບໍ່ໄດ້ຜ່ານການກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ແລະ ຂໍຄວາມຮ່ວມມືມາຍັງທຸກພາກສ່ວນໃຫ້ມີການແຈ້ງລາຍລະອຽດສະຖານທີ່ ກ່ຽວກັບຜະລິດຕະພັນ ນົມ ແລະ ເຂົ້າໜົມທີ່ເຫັນວ່າເປັນພິດ ແລະ ມີສານປົນເປື້ອນ ເພື່ອເປັນບ່ອນອີງໃນການລົງກວດກາຕິດຕາມໂດຍໄວ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.