ອີງຕາມການລາຍງານຈາກ ສູນປ້ອງກັນພືດ, ທ່ານ ສິດທິພອນ ພົມມະສັກ ໃຫ້ຮູ້ວ່າ: ມີຈຳນວນພຽງແຕ່20% ຂອງຜະລິດຕະພັນໝາກໄມ້ນຳເຂົ້າ ທີ່ໄດ້ຜ່ານການກວດສອບສານເຄມີ ແລະ ພະຍາດໂດຍເຈົ້າໜ້າທີ່ຈາກສອງກະຊວງທີ່ກ່ຽວຂ້ອງ, ກະຊວງກະສິກຳ ແລະ ປ່າໄມ່້ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ. ສ່ວນຫລາຍການນຳເຂົ້າແມ່ນພະຍາຍາມຫລົບຫລີກ ການກວດກາຈາກເຈົ້າໜ້າທີ່ ແລະ ນຳເຂົ້າມາແບບຜິດກົດໝາຍໂດຍທາງເຮືອ ແລະ ຜ່ານຊາຍແດນທ້ອງຖິ່ນ ທີ່ບໍ່ມີເຈົ້າໜ້າທີ່ກວດກາສິນຄ້າປະຈຳດ່ານ.

ທ່ານຍັງໄດ້ກ່າວອີກວ່າ: ໃນໄລຍະຜ່ານມາ, ໄດ້ມີການກວດພົບສານເຄມີ ແລະ ຄຸນນະພາບຕໍ່າ ໃນໝາກໄມ້ທີ່ນຳເຂົ້າພາຍຫລັງທີ່ມີການກວດກາຜະລິດຕະພັນ ທີ່ເອົາເຂົ້າມາຈໍາໜ່າຍໃນທ້ອງຕະຫລາດ, ແຕ່ກໍ່ຍັງບໍ່ທັນມີມາດຕະການ ທີ່ຈະລົງໂທດ ຫລື ເອົາຜິດ ຕໍ່ຜູ້ກຳທະຜິດ ຄືທີ່ປະຕິບັດໃນບັນດາປະເທດທີ່ພັດທະນາ. ເຖິງວ່າເຮົາໄດ້ມີການກຳນົດລະບຽບການເພື່ອຄຸ້ມຄອງ ແລະ ປ້ອງກັນພືດ, ແຕ່ກໍ່ຍັງມີຫລາຍບໍລິສັດ ແລະ ຜູ້ຄ້າຂາຍໝາກໄມ້ ນຳເຂົ້າຜະລິດຕະພັນ ໂດຍບໍ່ມີໃບຢັ້ງຢືນຈາກເຈົ້າໜ້າທີ່.

ເພື່ອເປັນການປ້ອງກັນສຸຂະພາບຂອງສາທາລະນະຊົນ, ທ່ານຍັງໄດ້ໃຫ້ຂໍ້ສະເໜີແນະວ່າ ຜູ້ບໍລິໂພກຄວນຈະກິນ ແລະ ຊື້ໝາກໄມ້ທີ່ມີຄຸນນະພາບ ໂດຍເລືອກຊື້ຈາກຮ້ານ ທີ່ວາງຂາຍເປັນປົກກະຕິ ແລະ ຄວນລ້າງໝາກໄມ້ໃຫ້ສະອາດ ກ່ອນບໍລິໂພກທຸກຄັ້ງ, ພ້ອມນີ້ຍັງຮຽກຮ້ອງໃຫ້ຜູ້ນໍາເຂົ້າຄວນກວດກາຄຸນນະພາບກ່ອນຈະນໍາມາຂາຍໃນທ້ອງຕະຫລາດ.

ຜະລິດຕະພັນກະສິກຳທີ່ຜະລິດພາຍໃນບາງປະເພດເຊັ່ນ: ພືດພັກ ແລະ ຕົ້ນໄມ້ໃຫ້ໝາກອື່ນໆ ກໍ່ມີສານເຄມີປົນເປື້ອນຢູ່ຄືກັນ,ເຖິງວ່າ ມີໜ່ວຍງານກະສິກຳ ແລະ ປ່າໄມ້ ຕິດຕາມຢ່າງໃກ້ຊິດກໍ່ຕາມ. ຜະລິດຕະພັນສິນຄ້າເຊັ່ນ: ກາເຟ, ມັນຕົ້ນ, ອ້ອຍ ແລະ ໝາກກ້ຽງ ທີ່ປູກຢູ່ພາຍໃນປະເທດ ບາງຄັ້ງກໍ່ຍັງພົບເຫັນເຊື້ອພະຍາດ, ແມງໄມ້ ທີ່ຜ່ານມາ ບໍ່ເຄີຍເກີດຂຶ້ນໃນລາວ. ບັນຫາຫລັກທີ່ພວກເຮົາພົບພໍ້ໃນປະຈຸບັນນີ້ ແມ່ນບໍ່ສາມາດຄວບຄຸມການນຳເຂົ້າຜະລິດຕະພັນໝາກໄມ້ ແລະ ພືດພັກ, ເຊິ່ງເປັນສາເຫດເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດປະຕິບັດຕາມຂໍ້ກຳນົດຂອງມາດຕະການສຸຂະນາໄມ ແລະ ສຸຂະນາໄມພືດໄດ້ສຳເລັດ ເພື່ອຍົກສູງຄຸນນະພາບຜະລິດຕະພັນ ກະສິກຳ ແລະ ປ່າໄມ້ໃນທ້ອງຖິ່ນ ໃຫ້ໄດ້ຕາມມາດຕະຖານຂອງສຸຂານາໄມພືດສາກົນ, ເຊິ່ງຈະເປັນການຮັບປະກັນ ໃຫ້ຜະລິດຕະພັນ ຖືກຍອມຮັບຢ່າງກວ້າງຂວາງສຳຫລັບການສົ່ງອອກ.

ຄວາມຕ້ອງການດ້ານພື້ນຖານໂຄງລ່າງ ແລະ ການອຳນວຍຄວາມສະດວກທາງດ້ານວິຊາການ, ໂດຍສະເພາະຫ້ອງທົດລອງ, ວິໄຈ ພ້ອມທັງອຸປະກອນບົ່ງມະຕິທີ່ມີຄຸນນະພາບຍັງຈຳກັດ ເນື່ອງຈາກງົບປະມານທີ່ບໍ່ພຽງພໍ.

ອີງຕາມການລາຍງານຈາກພະແນກກະສິກຳ ແລະ ປ່າໄມ້, ຜະລິດຕະພັນກະສິກຳ ສົ່ງອອກຂອງລາວຈຳນວນຫລວງຫລາຍໄດ້ຖືກທຳລາຍຍ້ອນກວດພົບແມງໄມ້ ແລະ ສັດຕູພືດໃນພືດຜັກທີ່ສົ່ງອອກໄປຍັງປະເທດໄທ, ອັງກິດ, ຝລັ່ງ, ແລະ ສະວິເດັນ, ໝາກກ້ຽງ ແລະ ຜະລິດຕະພັນໄມ້ທີ່ສົ່ງອອກໄປຍັງອາເມລິກາ ແລະ ໝາກສາລີທີ່ສົ່ງອອກໄປຍັງຈີນ.

ປະຈຸບັນ ລັດຖະບານ, ກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ ໂດຍການຮ່ວມມືກັບອົງການຈັດຕັ້ງສາກົນ ໄດ້ປຸກລະດົມຊຸກຍູ້ສົ່ງເສີມຊາວກະສິກອນລາວ ຜະລິດສິນຄ້າກະສິກຳທີ່ມີຄຸນນະພາບ, ແນ່ໃສ່ບັນຫາສຸຂະພາບ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.

ແຫລ່ງຂໍ້ມູນ: ໜັງສືພິມວຽງຈັນທາມ໌ມ 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.