ທ່ານ ສາຍທອງ ພິມ​ບ່າວ ຮອງ​ຫົວໜ້າ​ຂະແໜງ​ລ້ຽງສັດ ແລະ ການ​ປະມົງ ພະ​ແນກ​ກະສິກຳ-ປ່າໄມ້ ແຂວງ​ວຽງ​ຈັນ ​ກ່າວ​ວ່າ: ໃນ​ວັນ​ທີ 29 ເມສາ​ຜ່ານ​ມາ​ນີ້ ໄດ້​ຮັບ​ການ​ລາຍ​ງານ​ຈາກ​ພົນລະເມືອງ​ດີ​ວ່າ ມີ​ການ​ລັກລອບ​ຂົນສົ່ງ​ຊິ້ນ​ສ່ວນ​ສັດ​ປີກ​ຈາກ​ແຂວງ​ຫຼວງ​ພະ​ບາງ ມຸ່ງ​ໜ້າ​ເຂົ້າ​ສູ່​ນະຄອນຫຼວງ​ວຽງ​ຈັນ ດັ່ງນັ້ນ ເຈົ້າ​ໜ້າທີ່​ຂະແໜງ​ລ້ຽງສັດ ແລະ ການ​ປະມົງ ຈຶ່ງ​ໄດ້​ເຂົ້າ​ກວດ​ຄົ້ນ​ ລົດ​ບັນທຸກ​ໝາຍ​ເລກ​ທະບຽນ ​ບກ 0248 ແລະ ໄດ້​ກວດ​ພົບ​ຊິ້ນ​ສ່ວນ​ສັດ​ປີກ​ຄື: ເປັດ​ປອກ 700 ກິ​ໂລ ແລະ ອົ້ງ​ເປັດ 160 ກິ​ໂລ ຊຶ່ງ​ບໍ່​ຮູ້​ແຫຼ່ງ​ທີ່​ມາ ແລະ ບໍ່​ມີ​ເອກະສານ​ຢັ້ງຢືນ ມີ​ພຽງ​ສິ່ງ​ຫຸ້ມ​ຫໍ່ ​ທີ່​ມີ​ພາສາ​ປະເທດ​ໃກ້​ຄຽງ​ຂຽນ​ຕິດ​ໄວ້ ດັ່ງນັ້ນ ເຈົ້າ​ໜ້າທີ່​ຈຶ່ງ​ໄດ້​ຢຶດ ແລະ ນຳໄປ​ທຳລາຍ​ຖິ້ມ ດ້ວຍ​ວິທີ​ຕາມ​ຫຼັກ​ວິຊາ​ການ ທີ່​ປ່າຊ້າ​ບ້ານ​ນາ​ທອງ ເມືອງ​ໂພງ​ໂຮງ ເພື່ອ​ເປັນ​ການ​ສະກັດ​ກັ້ນ​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ H7N9 ທີ່​ມີ​ການ​ລະບາດ​ຢູ່​ປະເທດ​ໃກ້​ຄຽງ ຊຶ່ງ​ສາມາດ​ຕິດ​ຈາກ​ສັດ​ສູ່​ຄົນ​ໄດ້.

ທ່ານ​ຮອງ​ຫົວໜ້າ​ຂະແໜງ​ກ່າວ​ອີ​ກວ່າ: ປັດຈຸບັນ​ແຂວງ​ວຽງ​ຈັນ ໄດ້​ມີ​ການ​ເຝົ້າ​ລະວັງ​ສະກັດ​ກັ້ນ​ທຸກ​ຮູບ​ການ​ກະທຳ ທີ່​ຈະ​ນຳໄປ​ສູ່​ການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ແລະ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໄປ​ຍັງ​ປະຊາຊົນ ພໍ່ຄ້າ​ຊາວ​ຂາຍ​ຕະຫຼອດ​ຮອດພະນັກງານ​ລັດຖະກອນ ຈົ່ງ​ໃຫ້​ຄວາມ​ຮ່ວມ​ມື ຫ້າມ​ຊື້ ຫ້າມ​ກິນ ຜະລິດ​ຕະ​ພັນ​ສັດ​ປີກ​ທີ່​ບໍ່​ຮູ້​ແຫຼ່ງ​ທີ່​ມາ​ຢ່າງ​ລະອຽດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ລະບາດ​ຂອງ​ພະຍາດ​ດັ່ງກ່າວ​ຢູ່ ​ສປປ ລາວ.

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ
 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.