ລັດຖະບານສອງປະເທດ ລາວ-ກໍາປູເຈຍ ຕົກລົງທີ່ຈະສ້າງຕັ້ງຄະນະກຳມະການການຄ້າຮ່ວມ ເພື່ອເປັນການສະໜັບສະໜູນການຂະຫຍາຍຕົວທາງດ້ານການຄ້າ ແລະ ລົບລ້າງຂໍ້ຈຳກັດ, ສິ່ງກີດຂວາງທີ່ເປັນອຸປະສັກ ຕໍ່ການຄ້າລະຫວ່າງສອງປະເທດ ໂດຍສະເພາະແມ່ນການຄ້າຊາຍແດນ, ການສ້າງຕັ້ງຄະນະກຳມະການດັ່ງກ່າວນີ້ ຈະເປັນການກະຕຸກ ຊຸກຍູ້ການຮ່ວມມືລະຫວ່າງພາກເອກະຊົນຂອງທັງສອງປະເທດ, ໂດຍສະເພາະແມ່ນ ການຜະລິດສິນຄ້າກະສິກຳຕາມຊາຍແດນ.

ໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນລະຫວ່າງສອງປະເທດ ລາວ-ກໍາປູເຈຍ ແມ່ນຍັງບໍ່ທັນໄດ້ຮັບປະສິດທິຜົນເທົ່າທີ່ຄວນ (ດັ່ງສະແດງໃນຕາຕະລາງຂ້າງລຸ່ມນີ້), ດັ່ງນັ້ນ, ທັງສອງຝ່າຍຈິ່ງຮຽກຮ້ອງໃຫ້ມີການຮ່ວມມືກັນຫລາຍຂື້ນ ເຊັ່ນ ການຫ້າມລັກລອບນຳເຂົ້າແບບບໍ່ເສຍພາສີ ແລະ ການສ້າງຕັ້ງຕະຫລາດຊື້ຂາຍຕາມຊາຍແດນເພື່ອຊຸກຍູ້ການພັດທະນາການຄ້າຊາຍແດນ.

ລາຍການສິນຄ້າ

ສປປ ລາວ ນຳເຂົ້າຈາກກຳປູເຈຍ

ມູນຄ່າສົກປີ 2007-2008

ມູນຄ່າສົກປີ 2008-2009

ມູນຄ່າສົກປີ 2009-2010

ມູນຄ່າສົກປີ 2010-2011

ມູນຄ່າສົກປີ 2011-2012

ສິນຄ້າຄຸ້ມຄອງຂອງລັດຖະບານ

48,433.00

-

-

-

-

ສິນຄ້ານຳເຂົ້າເພື່ອຈຳໜ່າຍທົ່ວໄປ

87,896.00

132,950.00

24,903.50

1,385.00

1,069,887.00

ສິນຄ້າຮັບໃຊ້ໂຄງການລົງທືນ

12,129.00

-

12,500.00

-

142,554.45

ສິນຄ້່າຮັບໃຊ້ອົງການຈັດຕັ້ງສາກົນ

-

-

-

-

2,629.00

 

ລາຍການສິນຄ້າ

ສ ປປ ລາວສົ່ງອອກໄປຍັງກຳປູເຈຍ

ມູນຄ່າສົກປີ 2007-2008

ມູນຄ່າສົກປີ 2008-2009

ມູນຄ່າສົກປີ 2009-2010

ມູນຄ່າສົກປີ 2010-2011

ມູນຄ່າສົກປີ 2011-2012

ໄຟຟ້າ  

 

 

-

435,252.00

567,783.00

ອຸດສາຫະກຳ ແລະ ຫັດຖະກຳ

106.035.00

94,425.00

304,303.00

2,816,447.00

104,362.00

ໄມ້ ແລະ ຜະລິດຕະພັນໄມ້

-

21,303.00

21,303.00

-

-

ກະສິກຳ

3,495.00

-

-

-

-

ສິນຄ້າອື່ນໆ

-

26,102.00

-

-

-

ຕາຕະລາງສັງລວມມູນຄ່າການຄ້າລະຫວ່າງ ລາວ-ກຳປູເຈຍ, ແຫລ່ງຂໍ້ມູນ: ກົມການນຳເຂົ້າ-ສົ່ງອອກ  ກະຊວງອຸດສາຫະກຳ ແລະ ການຄ້າ)  

ລະຫວ່າງປະເທດລາວ-ກຳປູເຈຍມີດ່ານສາກົນພຽງແຫ່ງດຽວຄືດ່ານສາກົນ ຕຼາເປັນກຽວ, ຢູ່ແຂວງຖັງເທ ເຊິ່ງມີຊາຍແດນຮ່ວມກັບດົງກະລໍຂອງລາວ ໂດຍການຮ່ວມມືຄັ້ງນີ້ ຈະກາຍເປັນລິເລີ່ມທີ່ດີ ສຳຫລັບການພັດທະນາ ໃນອະນາຄົດຂອງວຽກງານຊາຍແດນ, ເພາະວ່າ ພາຍຫລັງຈາກການສ້າງຕັ້ງຄະນະກຳມະການດັ່ງກ່າວນີ້ ທັງສອງຝ່າຍຈະມີກິດຈະກຳທາງດ້ານການຄ້າຮ່ວມກັນຫລາຍຂື້ນ.

ແຫລ່ງຂໍ້ມູນ: www.phnompenhpost.com

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.